ສືບຕໍ່ມູນເຊື້ອຂອງການພົວພັນມິດຕະພາບລະຫວ່າງສອງພັກ, ສອງລັດ ແລະປະ ຊາຊົນສອງປະເທດ ໃນຕະຫຼອດຂະບວນວິວັດແຫ່ງການຕໍ່ສູ້ຍາດເອົາເອກະ ລາດແຫ່ງຊາດ ແລະສ້າງສາ, ພັດທະນາຂອງແຕ່ລະປະເທດ, ໃນຊຸມປີມໍ່ໆມານີ້, ການພົວພັນ ຫວຽດນາມ-ຈີນ ສືບຕໍ່ຮັກສາທ່າອ່ຽງພັດທະນາຢ່າງຕັ້ງໜ້າ, ບັນລຸໝາກຜົນສໍາຄັນຫຼາຍຢ່າງທີ່ມີລັກສະນະປະຫວັດສາດ, ພິເສດແມ່ນຄວາມ ໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງຝ່າຍເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ການນໍາຂັ້ນສູງສອງພັກ, ສອງລັດ ຮັກສາການແລກປ່ຽນຍຸດທະສາດອັນສະໜິດ ສະໜົມເປັນປະຈໍາ. ພາຍຫຼັງການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານເລ ຂາທິການໃຫຍ່ ຫງວຽນຝູຈ້ອງ (ເດືອນຕຸລາ 2022) ແລະການຢ້ຽມຢາມທາງລັດ ຖະກິດເຖິງຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ (ເດືອນທັນວາ 2023), ແຕ່ວັນທີ 18 ຫາວັນທີ 20 ສິງຫາ 2024, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ມີການຢ້ຽມຢາມທາງລັດ ຖະກິດ ເຖິງ ຈີນ ປະສົບຜົນສໍາເລັດ. ຈຸດພົ້ນເດັ່ນທີ່ສໍາຄັນຂອງການຢ້ຽມຢາມ ແມ່ນສອງຝ່າຍ ໄດ້ອອກຖະແຫຼງການຮ່ວມ ວ່າດ້ວຍການເພີ່ມທະວີການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານກວ່າອີກ, ຊຸກຍູ້ການກໍ່ສ້າງປະຊາຄົມ ແບ່ງປັນອະນາຄົດ ຫວຽດນາມ-ຈີນ.

ພາຍໃຕ້ການຊັກນໍາຍຸດທະສາດຂອງການນໍາຂັ້ນສູງສຸດຂອງສອງພັກ, ສອງລັດ, ໃນໄລຍະຜ່ານມາ, ການຮ່ວມມືທີ່ຟົດຟື້ນໄດ້ແຜ່ຂະຫຍາຍຢ່າງເລິກເຊິ່ງ ກວ້າງຂວາງເຖິງທຸກຂັ້ນ, ທຸກຂະແໜງການ ແລະຫຼາຍຂົງເຂດ, ພົ້ນເດັ່ນແມ່ນ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ. ມາຮອດປັດຈຸບັນ, ຫວຽດນາມ ຍັງຮັກສາທີ່ຕັ້ງແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດໃນອາຊຽນ, ຄູ່ຮ່ວມມືການຄ້າໃຫຍ່ອັນດັບ 5 ຂອງຈີນ. ໃນ 8 ເດືອນຂອງປີ 2024, ວົງເງິນສົ່ງອອກ, ນໍາເຂົ້າສອງຝ່າຍ ບັນລຸ 130, 78 ຕື້ໂດລາສະຫະລັັດ, ເພີ່ມຂຶ້ນ 25%; ການລົງທຶນຂອງ ຈີນ ເຂົ້າຫວຽດນາມ ບັນລຸ 1,7 ຕື້ໂດລາສະຫະລັດ, ສືບຕໍ່ນໍາໜ້າກ່ຽວກັບໂຄງການໃໝ່ດ້ວຍ 662 ໂຄງການ. ສະສົມຮອດ ທ້າຍເດືອນສິງຫາ 2024, ຈີນ ລົງທຶນເຂົ້າຫວຽດນາມ 29 ຕື້ໂດລາສະຫະລັດ, ຢືນອັນດັບ 6/148 ປະເທດ ແລະເຂດແຄວ້ນ ທີ່ມີການລົງທຶນເຂົ້າຫວຽດນາມ ດ້ວຍ 4.865 ໂຄງການ. ບັນດານັກລົງທຶນ ຈີນ ໄດ້ລົງທຶນເຂົ້າ 19/21 ຂະແໜງເສດຖະກິດທີ່ມີການລົງທຶນ FDI ແລະຢູ່ 55/63 ແຂວງ, ນະຄອນຂອງຫວຽດນາມ.

ພ້ອມກັນນັ້ນ, ການຮ່ວມມືສອງຝ່າຍ ຫວຽດນາມ-ຈີນ ໃນບັນດາຂົງເຂດການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ການທ່ອງທ່ຽວ, ວັດທະນະທໍາ, ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືຢູ່ບັນດາກົນໄກ ຫຼາຍຝ່າຍ... ກໍມີບາດກ້າວພັດທະນາຢ່າງແຂງແຮງ ແລະແທດຈິງ.

ໃນພາລະກິດກໍ່ສ້າງສັງຄົນນິຍົມ ແລະພັດທະນາປະເທດ ຢູ່ທັງ ຫວຽດນາມ ແລະຈີນ ພວມກ້າວສູ່ໄລຍະພັດທະນາໃໝ່, ບັນດາຄວາມພະຍາຍາມ, ຜົນງານ ໃນການຮ່ວມມືດັ່ງກ່າວ ບໍ່ພຽງແຕ່ຢັ້ງຢືນທ່າອ່ຽງພັດທະນາທີ່ຕັ້ງໜ້າ, ໝັ້ນຄົງ,      ເປັນປົກກະຕິ ແລະຍືນຍົງຂອງການພົວພັນສອງຝ່າຍ ເທົ່ານັ້ນ ຫາກຍັງແມ່ນ ພື້ນຖານເພື່ອໃຫ້ສອງປະເທດ ສືບຕໍ່ສະຫງວນບຸລິມະສິດສູງໃຫ້ແກ່ການປັບປຸງ ແລະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ.

ການນໍາພັກ, ລັດ, ລັດຖະບານຫວຽດນາມ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ກ່ອນອື່ນໝົດແມ່ນເພື່ອ ຢັ້ງຢືນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ສືບຕໍ່ນໍາການພົວພັນເຂົ້າສູ່ລວງເລິກ, ພ້ອມທັງສ້າງຜົນປະໂຫຍດສະຫຼັບກັນ, ເພີ່ມຄວາມໄວ້ເນື້ອເຊື່ອໃຈ; ຜັນຂະຫຍາຍແນວທາງການຕ່າງປະເທດ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ກໍຄືນະໂຍບາຍ ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ຍາມໃດກໍຖືເປັນສໍາຄັນ ແລະປາດ ຖະໜາຢາກປັບປຸງ, ເຮັດໃຫ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ກັບ ຈີນ ເລິກເຊິ່ງກວ່າ ອີກ. ການຢ້ຽມຢາມ ກໍແມ່ນໂອກາດເພື່ອໃຫ້ການນໍາຂັ້ນສູງສອງປະເທດ ລົງເລິກ ແລກປ່ຽນຄໍາຄິດເຫັນກ່ຽວກັບບັນດາບັນຫາສໍາຄັນ, ພິເສດແມ່ນມາດຕະການ ຕ່າງໆ ເພື່ອຍົກລະດັບການຮ່ວມມືສອງຝ່າຍ.

ປະຊາຊົນຊາວນະຄອນຫຼວງ ເວົ້າສະເພາະ ເວົ້າລວມແມ່ນປະຊາຊົນຫວຽດນາມ ຍິນດີຕ້ອນຮັບທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ດ້ວຍຄວາມເຊື່ອໝັ້ນວ່າ ການຢ້ຽມຢາມ ຈະສືບຕໍ່ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການ ເມືອງ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ ໃຫ້ບັນລຸບາດກ້າວພັດທະນາໃໝ່, ນໍາຜົນປະໂຫຍດທີ່ແທດຈິງຫຼາຍຢ່າງ ມາໃຫ້ປະຊາຊົນສອງປະເທດ.

ໂດຍ: ໄຊຊະນະ