ສໍາລັບອົງການສາກົນຝຣັ່ງໂກໂຟນີ (OIF), ການເຂົ້າຮ່ວມກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 19 ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສືບຕໍ່ຢືນຢັນບົດບາດຂອງຫວຽດນາມ ເປັນສະມາຊິກສຳຄັນຂອງປະຊາຄົມ ຝຣັ່ງໂກໂຟນີຢູ່ພາກພື້ນ ອາຊີ-ປາຊີຟິກ ກໍ່ຄືການເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງຫວຽດນາມ ໃນການເຄື່ອນໄຫວຂອງປະຊາຄົມຝຣັ່ງໂກໂຟນີ ເວົ້າສະເພາະ ແລະປະຊາຄົມສາກົນເວົ້າລວມ, ປະກອບສ່ວນເຂົ້າໃນການເພີ່ມທະວີ, ປັບປຸງລັດທິຫຼາຍຝ່າຍ, ການຮ່ວມມື ແລະຄວາມສາມັກຄີສາກົນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານນາງ Louise Mushikiwabo, ເລຂາທິການໃຫຍ່ OIF, ວັນທີ 5 ພະຈິກ 2021, ຢູ່ນະຄອນຫຼວງປາຣີ, ປະເທດຝຣັ່ງ. ພາບ: ສໍານັກຂ່າວສານຫວຽດນາມ

ການພົວພັນຮ່ວມມື ຫວຽດນາມ-OIF ສືບຕໍ່ພັດທະນາອັນດີງາມໃນຊຸມປີຜ່ານມາ. ກ່ຽວກັບດ້ານການເມືອງ, ການທູດ, OIF ຖືເປັນສໍາຄັນບົດບາດ ແລະການປະກອບສ່ວນຂອງຫວຽດນາມ, ຖືວ່າ ຫວຽດນາມ ເປັນແບບຢ່າງໃນການພັດທະນາເສດຖະກິດ-ສັງຄົມ, ຖື ຫວຽດນາມ ເປັນໃຈກາງໃນການເຄື່ອນໄຫວຮ່ວມມືດ້ານຝຣັ່ງໂກໂຟນີ ຢູ່ພາກພື້ນ ອາຊີ-ປາຊີຟິກ. ກ່ຽວກັບດ້ານເສດຖະກິດ-ການຄ້າ, ດ້ວຍ 88 ປະເທດ ແລະເຂດແຄວ້ນ (ໃນນັ້ນ 54 ປະເທດເປັນສະມາຊິກຢ່າງເປັນທາງການ), ຈຳນວນພົນລະເມືອງປະມານ 1,2 ຕື້ຄົນ, ກວມເອົາ 16% ຍອດຜະລິດຕະພັນພາຍໃນ (GDP) ແລະ 20% ການຄ້າທົ່ວໂລກ, OIF ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຍູ້ແຮງການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດ, ຄື: ກະສິກຳ, ພະລັງງານ, ການຫັນປ່ຽນດີຈີຕອນ / ຫັນປ່ຽນດີຈີຕອນ. ມາຮອດປະຈຸບັນ, ຫວຽດນາມ ໄດ້ມີການແລກປ່ຽນການຄ້າກັບ 44/54 ປະເທດສະມາຊິກຢ່າງເປັນທາງການຂອງ OIF. ໄລ່ຮອດທ້າຍເດືອນ ມິຖຸນາ 2024, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກ OIF ບັນລຸ 16,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 12,15% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ສຳລັບຝຣັ່ງ, ນີ້ແມ່ນການຢ້ຽມຢາມ ຝຣັ່ງ ຄັ້ງທຳອິດຂອງທ່ານປະທານປະເທດຫວຽດນາມ ພາຍຫຼັງ 22 ປີ, ແນໃສ່ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ຝຣັ່ງ ເຂົ້າສູ່ລວງເລິກ ແລະແທດຈິງ, ບົນພື້ນຖານການພົວພັນສອງຝ່າຍພັດທະນາຢ່າງຕັ້ງໜ້າໃນໄລຍະ 50 ປີຜ່ານມາ. ກ່ຽວກັບດ້ານການເມືອງ-ການທູດ, ສອງປະເທດຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນເປັນປະຈຳ; ສອງຝ່າຍສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ອົງການຈັດຕັ້ງສາກົນ, ຄື: ສະຫະປະຊາຊາດ, ASEM, ອາຊຽນ-ອີຢູ ແລະປະຊາຄົມ ຝຣັ່ງໂກໂຟນີ.

ການຮ່ວມມືດ້ານເສດຖະກິດ-ການຄ້າ ສືບຕໍ່ແມ່ນເສົາຄໍ້າສຳຄັນໃນການພົວພັນສອງປະເທດ. ປະຈຸບັນ, ຝຣັ່ງ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 4, ເປັນນັກລົງທຶນໃຫຍ່ທີ 2 ແລະນຳໜ້າກ່ຽວກັບການຊ່ວຍເຫຼືອພັດທະນາຢ່າງເປັນທາງການ (ODA) ໃຫ້ແກ່ຫວຽດນາມ ໃນສະຫະພາບເອີລົບ (ອີຢູ). ວົງເງິນການຄ້າສອງຝ່າຍເພີ່ມຂຶ້ນ 42% ໃນ 10 ປີຜ່ານມາ, ບັນລຸ 4,8 ຕື້ໂດລາສະຫະລັດ ໃນປີ 2023 ແລະ 2,96 ຕື້ໂດລາສະຫະລັດ ໃນ 7 ເດືອນປີ 2024. ຝຣັ່ງ ມີຍອດຈຳນວນທຶນຈົດທະບຽນຢູ່ ຫວຽດນາມ ບັນລຸ 3,62 ຕື້ໂດລາສະຫະລັດ, ຍອດຈຳນວນທຶນກູ້ຢືມພິເສດ ODA ບັນລຸ 3,3 ຕື້ໂດລາສະຫະລັດ.

ກ່ຽວກັບການຮ່ວມມືດ້ານການສຶກສາ ແລະບໍາລຸງສ້າງ, ຝຣັ່ງ ຍາມໃດກໍ່ຖືວ່ານີ້ແມ່ນເປົ້າໝາຍບຸລິມະສິດໃນການເຄື່ອນໄຫວຮ່ວມມືຢູ່ຫວຽດນາມ, ສຸມໃສ່ເຂົ້າໃນການສິດສອນ ແລະພັດທະນາພາສາຝຣັ່ງ ເປັນຕົ້ນຕໍ. ພ້ອມກັນນັ້ນ, ແຕ່ລະປີ, ລັດຖະບານຝຣັ່ງ ໄດ້ມອບທຶນການສຶກສາ 80 ທຶນໃຫ້ນັກຮຽນຫວຽດນາມ ໄປຮໍ່າຮຽນ, ຄົ້ນຄວ້າລະດັບປະລິນຍາໂທ ແລະປະລິນຍາເອກຢູ່ ຝຣັ່ງ, ແນໃສ່ຊ່ວຍຫວຽດນາມ ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຫຼາຍຂົງເຂດ, ຄື: ຄຸ້ມຄອງເສດຖະກິດ, ທະນາຄານ, ການເງິນ, ກົດໝາຍ, ເຕັກໂນໂລຢີໃໝ່...

ການຮ່ວມມືດ້ານວັດທະນະທຳ-ທ່ອງທ່ຽວ, ການພົບປະແລກປ່ຽນວັດທະນະທຳລະຫວ່າງສອງປະເທດນັບມື້ນັບພັດທະນາ. ໃນແຕ່ລະປີ, ລັດຖະບານຝຣັ່ງ ໄດ້ໃຊ້ງົບປະມານຮ່ວມມືດ້ານວັດທະນະທຳກັບຫວຽດນາມ ປະມານ 5 ລ້ານເອີໂຣ. ຝຣັ່ງ ຢືນອັນດັບທີ 7 ໃນບັນດາປະເທດ ແລະເຂດແຄວ້ນ ລົງທຶນຫຼາຍທີ່ສຸດໃນຂົງເຂດທ່ອງທ່ຽວຢູ່ຫວຽດນາມ, ດ້ວຍ 14 ໂຄງການລວມມູນຄ່າທັງໝົດ 188 ລ້ານໂດລາສະຫະລັດ. ໃນຂະນະນັ້ນ, ຫວຽດນາມ ໄດ້ກຳນົດ ຝຣັ່ງ ແມ່ນຕະຫຼາດຈຸດສຸມ. ສອງຝ່າຍໄດ້ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຝຣັ່ງ, ຝຣັ່ງ-ຫວຽດນາມ ຢູ່ສອງປະເທດ ແລະ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ; 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ (2013-2023).

ການຮ່ວມມືໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສາທາລະນະສຸກ ແລະການຮ່ວມມືຢູ່ທ້ອງຖິ່ນ ດໍາເນີນຢ່າງຟົດຟື້ນ ແລະນັບມື້ນັບໄດ້ຮັບການເພີ່ມທະວີ, ເປີດກວ້າງ. ປະຊາຄົມຊາວຫວຽດນາມ ອາໄສຢູ່ ຝຣັ່ງ ມີປະມານ 350.000 ຄົນ, ແມ່ນປະຊາຄົມຊາວຫວຽດນາມ ໃຫຍ່ທີ່ສຸດຢູ່ເອີລົບ, ມີການປະກອບສ່ວນຫຼາຍຢ່າງໃຫ້ປະເທດປະຈຳຖິ່ນ ແລະສະໜິດຕິດພັນກັບບ້ານເກີດເມືອງນອນ.

ພວກເຮົາ ເຊື່ອໝັ້ນວ່າ ການເຂົ້າຮ່ວມກອງປະຊຸມສຸດຍອດ ຝຣັ່ງໂກໂຟນີ ຄັ້ງທີ 19 ແລະຢ້ຽມຢາມ ສ ຝຣັ່ງ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ຝຣັ່ງ ໃຫ້ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະແທດຈິງ; ຜ່ານນັ້ນສືບຕໍ່ຢືນຢັນແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ,  ຫັນການພົວພັນຕ່າງປະເທດຂອງຫວຽດນາມ ເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ.

ໂດຍ: ເຈິ່ນຮວ່ຽນ