ຫວຽດນາມ ແລະມົງໂກນ ສ້າງຕັ້ງການພົວພັນທາງການທູດໃນວັນທີ 17 ພະຈິກ 1954. ເດືອນກໍລະກົດ 1955, ປະທານ ໂຮ່ຈີມິນ ນຳໜ້າຄະນະຜູ້ແທນພັກ, ລັດຖະບານ ຫວຽດນາມ ຢ້ຽມຢາມມົງໂກນ ຄັ້ງທຳອິດ. ຕໍ່ມາ, ເດືອນກັນຍາ 1959, ທ່ານ ເລຂາທິການສູນກາງພັກປະຊາຊົນປະຕິວັດມົງໂກນ ຜູ້ທີໜຶ່ງ, ປະທານສະພາລັດຖະມົນຕີ Yu. Tsedenbal ນໍາໜ້າຄະນະຜູ້ແທນພັກ, ລັດຖະບານມົງໂກນ ຢ້ຽມຢາມຫວຽດນາມ.

ນັບແຕ່ນັ້ນມາປະຈຸບັນ, ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຊ່ວຍເຫຼືອຍ ແລະສະໜັບສະໜູນກັນ ກໍ່ຄືນ້ຳໃຈຕິດພັນກັນຢ່າງສະໜິດແໜ້ນມາແຕ່ດົນນານລະຫວ່າງປະຊາຊົນສອງປະເທດ, ການພົວພັນຫວຽດນາມ-ມົງໂກນ ໄດ້ຮັບການປັບປຸງ ແລະພັດທະນາຢ່າງດີງາມ, ໂດຍສະເພາະແມ່ນໃນຊຸມປີມໍ່ໆມານີ້. ການນຳມົງໂກນ ຫຼາຍເທື່ອຢັ້ງຢືນວ່າ ຖືເປັນສຳຄັນການພົວພັນກັບຫວຽດນາມ ແລະຖືຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຢູ່ພາກພື້ນ. ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ພົ້ນເດັ່ນແມ່ນການຢ້ຽມຢາມ ມົງໂກນ ຂອງທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ (ເດືອນຕຸລາ 2023) ແລະການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານ Ukhnaagiin Khurelsukh ປະທານາທິບໍດີມົງໂກນ (ເດືອນພະຈິກ 2023). ສອງຝ່າຍຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງເປັນປະຈຳ, ໃນນັ້ນມີກົນໄກເຈລະຈາດ້ານການເມືອງຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ.

leftcenterrightdel
 

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ຫວຽດນາມ ແລະມົງໂກນ ໄດ້ລົງນາມໃນເອກະສານຮ່ວມມືສະບັບຕ່າງໆທີ່ມີຄວາມສຳຄັນ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ພົ້ນເດັ່ນແມ່ນສັນຍາການຄ້າ ຄັ້ງທຳອິດ ປີ 1957, ຂໍ້ຕົກລົງຮ່ວມມືດ້ານ ການຄ້າ ປີ 1999. ເດືອນກໍລະກົດ 2024, ວົງເງິນການຄ້າສອງຝ່າຍລະຫວ່າງສອງປະເທດບັນລຸ 65,5 ລ້ານໂດລາສະຫະລັດ. ສອງຝ່າຍຮັກສາກົນໄກຈັດຕັ້ງກອງປະຊຸມຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຄ້າ, ເສດຖະກິດ ແລະວິທະຍາສາດເຕັກນິກ, ກອງປະຊຸມຄັ້ງມໍ່ໆມານີ້ໄດ້ຈັດຕັ້ງໃນປີ 2022 ຢູ່ ມົງໂກນ.

ນອກຈາກນັ້ນ, ບັນດາຂົງເຂດຮ່ວມມືດ້ານວັດທະນະທຳ, ທ່ອງທ່ຽວ, ການສຶກສາ ແລະການພົບປະແລກປ່ຽນປະຊາຊົນຫວຽດນາມ - ມົງໂກນ ລ້ວນແຕ່ມີບາດກ້າວເດີນ, ພົ້ນເດັ່ນແມ່ນເລື່ອງສອງປະເທດເຊັນສັນຍາຍົກເວັ້ນວິຊາໃຫ້ແກ່ພົນລະເມືອງແຕ່ລະປະ ເທດ (ເດືອນພະຈິກ 2023), ຜ່ານນັ້ນປະກອບສ່ວນເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ. ສອງຝ່າຍກໍ່ສະໜັບສະໜູນກັນ ແລະຮັກສາການສົມທົບຢ່າງແໜ້ນແຟ້ນຢູ່ບັນດາເວທີພາກພື້ນ ແລະສາກົນ, ຄື: ສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ, ເວທີປາໄສພາກພື້ນອາຊຽນ (ARF), ເວທີປາໄສຮ່ວມມືອາຊີ-ເອີລົບ (ASEM)...

ບັນດາບາດກ້າວພັດທະນາໃນການພົວພັນອັນດີງາມຫວຽດນາມ - ມົງໂກນ ຍັງໄດ້ສະແດງຜ່ານເອກະສານຮ່ວມມືຫຼາຍສະບັບທີ່ໄດ້ລົງນາມລະຫວ່າງບັນດາກະຊວງ, ຂະແໜງການຂອງສອງປະເທດເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານປະທານາທິບໍດີມົງໂກນ ເດືອນພະຈິກ 2023.

ການຢ້ຽມຢາມຄັ້ງນີ້ຂອງທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແມ່ນການຢ້ຽມຢາມທາງລັດຖະກິດ ມົງໂກນ ຄັ້ງທຳອິດຂອງປະທານປະເທດຫວຽດນາມ ພາຍຫຼັງ 16 ປີ (ຫຼ້າສຸດແມ່ນການຢ້ຽມຢາມມົງໂກນ ຂອງທ່ານ ຫງວຽນມິງຈຽດ ປະທານປະເທດຫວຽດນາມ ໃນປີ 2008), ເພື່ອແນໃສ່ຢັ້ງຢືນແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍທິດຫຼາຍຝ່າຍ ແລະແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ຂອງຫວຽດນາມ ແມ່ນຖືເປັນສຳຄັນການພົວພັນມິດຕະພາບກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີມົງໂກນ; ປາດຖະໜາຢາກຊຸກຍູ້ການພົວພັນກັບ ມົງໂກນ ໄປເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບສະພາບການໃໝ່.

ປະຊາຊົນຫວຽດນາມ ເຊື່ອໝັ້ນວ່າ ການຢ້ຽມຢາມລັດຖະກິດ ມົງໂກນ ຂອງທ່ານ ໂຕເລີມ ປະທານປະເທດຫວຽດນາມ ຈະປະສົບຜົນສຳເລັດທຸກດ້ານ, ບັນລຸໄດ້ບັນດາເປົ້າໝາຍວາງອອກ, ປະກອບສ່ວນຢັ້ງຢືນ ແລະຍູ້ແຮງການພົວພັນມິດຕະພາບທີ່ເປັນມູນ ເຊື້ອ, ການຮ່ວມມືລະຫວ່າງສອງປະເທດ. ຄຽງຄູ່ກັນນັ້ນ, ຜ່ານການພົບປະ, ແລກປ່ຽນຕ່າງໆລະຫວ່າງທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກັບການນຳຂັ້ນສູງ ມົງໂກນ ໃນການຢ້ຽມຢາມກໍ່ວາງອອກບັນດາການກຳນົດທິດລະອຽດເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍຫວຽດນາມ-ມົງໂກນ ໃນທຸກຂົງເຂດບຸລິມະສິດ ແລະຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ.

ໂດຍ: ແສງເດືອນ