ການຢ້ຽມຢາມຂອງສະຫາຍ ທອງລຸນ ສີສຸລິດ ແລະພັນລະຍາ ແມ່ນເຫດການການເມືອງສຳຄັນ, ແມ່ນຂີດໝາຍໃຫຍ່ໃນການພົວພັນຫວຽດນາມ-ລາວ, ພິສູດໃຫ້ເຫັນນ້ຳໃຈແບບພິເສດ, ເລິກເຊິ່ງ, ແທດຈິງ, ມີຊີວິດຊີວາລະຫວ່າງສອງພັກ, ສອງລັດ. ການຢ້ຽມຢາມທີ່ນຳມາເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ນ້ຳໃຈອັນອົບອຸ່ນ,  ຖານສະຫາຍອ້າຍນ້ອງອັນສະໜິດສະໜົມ.

ສອງຊາດຫວຽດນາມ ແລະລາວ ພວກເຮົາມີມູນເຊື້ອສະໜິດຕິດພັນມາແຕ່ດົນນານ, ເຊິ່ງໄດ້ກຳເນີດ ແລະຫຼໍ່ຫຼອມຜ່ານປະຫວັດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ ຫຼາຍພັນປີ. ພິເສດ, ນັບແຕ່ເມື່ອມີການກຳເນີດ ແລະການນຳພາສະຫຼາດສ່ອງໃສຂອງພັກກອມມູນິດອິນດູຈີນ, ຕໍ່ມາແມ່ນພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ການພົວພັນດັ່ງກ່າວນັບມື້ນັບໄດ້ຮັບການພັດທະນາ ແລະຍົກສູງຂຶ້ນ.

leftcenterrightdel
ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ຕ໊ວນຮຸຍ

ໃນປະຫວັດສາດແຫ່ງການພົວພັນສາກົນແຕ່ກ່ອນມາຮອດປະຈຸບັນ, ການພົວພັນຫວຽດນາມ-ລາວ ແມ່ນແບບຢ່າງ, ທີ່ຫາຍາກກ່ຽວກັບນ້ຳໃຈສາມັກຄີບໍລິສຸດຜຸດຜ່ອງ. ສອງຊາດອ້າຍນ້ອງພວກເຮົາຍາມໃດກໍ່ແບ່ງທຸກແບ່ງສຸກ, “ເຂົ້າເມັດຫັກພັກເສັ້ນດຽວກໍ່ແບ່ງປັນກັນ”, ຖືກັນແມ່ນເລືອດເນື້ອດ່ຽວກັນ, ສະໜິດສະໜົມ, ສະເໝີຕົ້ນສະເໝີປາຍ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກລຳບາກ, ອັນຕະລາຍຄືແນວໃດ ກໍ່ບໍ່ສາມາດຕັດແຍກອອກຈາກກັນໄດ້. ການພົວພັນຫວຽດນາມ-ລາວ, ໄດ້ສ້າງຂຶ້ນດ້ວຍເລືອດເນື້ອເຫື່ອແຮງ,  ຂອງປະຊາຊົນສອງປະເທດຮຸ່ນຕ່າງໆ ເພື່ອເອກະລາດ, ເສລີພາບ, ຄວາມຜາສຸກ, ເປັນກົດເກນພາວະວິໄສ, ແມ່ນປັດໄຈທີ່ມີຄວາມໝາຍເປັນຕາຍ, ສ້າງກຳລັງແຮງອັນໃຫຍ່ຫຼວງນຳມາເຊິ່ງໄຊຊະນະອັນຍິ່ງໃຫຍ່ຂອງຫວຽດນາມ ແລະລາວ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດກ່ອນໜ້ານີ້ ແລະກິດຈະການປ່ຽນແປງໃໝ່, ສ້າງສາປະເທດ, ພ້ອມກັນກ້າວຂຶ້ນລັດທິສັງຄົມນິຍົມໃນປະຈຸບັນ.

ພວກເຮົາພາກພູມໃຈເຫັນວ່າ ໃນຊຸມປີມໍ່ໆມານີ້, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ນັບທັງຜົນກະທົບທີ່ຍັງບໍ່ທັນມີມາກ່ອນຂອງພະຍາດໂຄວິດ-19, ການພົວພັນ ຫວຽດນາມ-ລາວ ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ກໍ່ຕັ້ງ, ການນຳ ແລະປະຊາຊົນຮຸ່ນຕ່າງໆຂອງສອງປະເທດເພີ່ມພູນຄູນສ້າງ, ສືບຕໍ່ພັດທະນາຢ່າງໝັ້ນຄົງ, ນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ. ການພົວພັນດ້ານການເມືອງ ໄດ້ຮັບການປັບປຸງ ແລະຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ຈາກການພົວພັນມິດຕະພາບທີ່ເປັນມູນເຊື້ອໄດ້ກາຍເປັນການພົວພັນມິດຕະພາບອັນຍິ່ງໃຫຍ່, ນັບມື້ນັບໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນ, ສືບຕໍ່ຮັກສາບົດບາດຫຼັກແຫຼ່ງແກ່ນສານ, ກຳນົດທິດສັງລວມຂອງການພົວພັນສອງຝ່າຍ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດສືບຕໍ່ແມ່ນບັນດາເສົາຄ້ຳສຳຄັນໃນການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ, ໃນຂະນະທີ່ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ດ້ວຍການປ່ຽນແປງຢ່າງຕັ້ງໜ້າ, ການຮ່ວມມືໃນຂົງເຂດຕ່າງໆສືບຕໍ່ໄດ້ຮັບການເສີມຂະຫຍາຍນັບມືື້ນັບມີປະສິດທິຜົນສູງ. ນ້ຳໃຈສາມັກຄີພ້ອມດ້ວຍຜົນງານສຳຄັນທີ່ບັນລຸໄດ້ໃນການພົວພັນ ຫວຽດນາມ-ລາວ ບໍ່ພຽງແຕ່ສ້າງຄວາມສະດວກໃຫ້ກິດຈະການປ່ຽນແປງໃໝ່, ພັດທະນາເສດຖະກິດ-ສັງຄົມ, ສ້າງສາ ແລະປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ, ປັບປຸງທ່າແຮງ ແລະກຳລັງແຮງຂອງແຕ່ລະປະເທດເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.

ຫວນຄືນໄລຍະທາງປະຫວັດສາດທີ່ຜ່ານມາ, ພວກເຮົາເອກອ້າງທະນົງໃຈຕໍ່ການພົວພັນທີ່ເປັນແບບຢ່າງ, ບໍລິສຸດຜຸດຜ່ອງທີ່ສຸດ, ແມ່ນຊັບສົມບັດລວມອັນລ້ຳຄ່າຂອງສອງຊາດ ຫວຽດນາມ-ລາວ, ແມ່ນສັນຍາລັກຂອງນ້ຳໃຈສາມັກຄີສາກົນ. ບັນດາບົດຮຽນປະຫວັດສາດຂອງນ້ຳໃຈສາມັກຄີແບບພິເສດຫວຽດນາມ-ລາວ ແມ່ນເຂັມທິດໃນວິວັດທະນາການພັດທະນາຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ນີ້ແມ່ນພື້ນຖານໝັ້ນແກ່ນ ເພື່ອໃຫ້ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງສະຫາຍ ທອງລຸນ ສີສຸລິດ ແລະພັນລະຍາ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນຫວຽດນາມ-ລາວ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.

ອວຍພອນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ!

ໂດຍ: ແສງເດືອນ