ເປັນຄັ້ງທຳອິດທີ່ຫວຽດນາມ ໄດ້ເຊື້ອເຊີນທ່ານປະທານາທິບໍດີ ກີເນ-ບິດເຊົາ ມາຢ້ຽມຢາມແນໃສ່ສືບຕໍ່ຜັນຂະຫຍາຍແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ແຜນຮ່າງພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະບັນດາປະເທດຕາເວັນອອກກາງ-ອາຟະລິກາ ໄລຍະ 2016-2025, ໃນນັ້ນຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດເພື່ອນມິດຢູ່ອາຟະລິກາ, ໃນນັ້ນມີ ກີເນ-ບິດເຊົາ. ການຢ້ຽມຢາມກໍ່ສະແດງໃຫ້ເຫັນວ່າ ກີເນ-ບິດເຊົາ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ ແລະປາດຖະໜາຢາກເພີ່ມທະວີການ ຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດຢ່າງມີປະສິດທິຜົນ, ແນໃສ່ສ້າງບາດກ້າວບຸກທະລຸໃຫ້ແກ່ການພົວພັນຮ່ວມມືສອງຝ່າຍ. ນີ້ແມ່ນພື້ນຖານອັນສຳຄັນເພື່ອໃຫ້ສອງປະເທດສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຮ່ວມມືພ້ອມກັນພັດທະນາ.

leftcenterrightdel
ທ່ານ Umaro Sissoco Embal ປະທານາທິບໍດີ ສາທາລະນະລັດ ກີເນ-ບິດເຊົາ. ພາບ: vov.vn

ດຳເນີນໄປ 1 ປີພາຍຫຼັງສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2023, ການຢ້ຽມຢາມຂອງທ່ານປະທານາທິບໍດີ Umaro Sissoco Embalo ໄດ້ຢັ້ງຢືນວ່າສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງສອງປະເທດ, ເຖິງວ່າຢູ່ຫ່າງໄກກັນດ້ານພູມສາດ, ແຕ່ຍາມໃດກໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະກັນ. ສອງຝ່າຍສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນໃນຂອບເຂດສະຫະປະຊາຊາດ. ກີເນ-ບິດເຊົາ ສະໜັບສະໜູນຫວຽດນາມ ກາຍເປັນກໍາມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021, ສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023-2025. ກີເນ-ບິດເຊົາ ແມ່ນໜຶ່ງໃນສອງປະເທດອາຟະລິກາ ທີ່ໄດ້ຈັດຄະນະມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ສະແດງໃຫ້ເຫັນການຖືເປັນສໍາຄັນ ແລະອາລົມຈິດອັນຈິງໃຈຂອງ ກີເນ-ບິດເຊົາ ທີ່ມີຕໍ່ຜູ້ນຳຂອງພັກກອມມູນິດ ແລະປະຊາຊົນຫວຽດນາມ.

ກີເນ-ບິດເຊົາ ປະຕິບັດນະໂຍບາຍພົວພັນຕ່າງປະເທດທີ່ບໍ່ຮ່ວມກຸ່ມ, ຮັກສາການພົວພັນອັນດີງາມກັບບັນດາປະເທດໃຫຍ່ ແລະປະຊາຄົມບັນດາປະເທດເວົ້າພາສາປອກຕຸຍການ (CPLP). ໃນໄລຍະມໍ່ໆມານີ້, ກີເນ-ບິດເຊົາ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຍົກສູງຖານະບົດບາດໃນເວທີສາກົນ, ດຳລົງຕຳແໜ່ງປະທານໝູນວຽນປະຊາຄົມເສດຖະກິດບັນດາປະເທດອາຟະລິກາຕາເວັນຕົກ (ECOWAS) ປີ 2023 ປະສົບຜົນສໍາເລັດ ແລະຈະດຳລົງຕຳແໜ່ງປະທານໝູນວຽນ CPLP ໃນປີ 2025. ບົນເນື້ອໃນຈິດໃຈນັ້ນ, ກີເນ-ບິດເຊົາ ພວມຕັ້ງໜ້າຍູ້ແຮງການພົວພັນກັບບັນດາປະເທດໃນພາກພື້ນອາຊີ-ປາຊີຟິກ.

ໃນການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ຂອງທ່ານນາງ Nancy Raisa Cardoso ຮອງລັດຖະມົນຕີການຕ່າງປະເທດ ກີເນ-ບິດເຊົາ (ກໍລະກົດ 2024), ສອງຝ່າຍໄດ້ເຫັນດີເປັນເອກະພາບສ້າງ ແລະຜັນຂະຫຍາຍແຜນການຮ່ວມມືໃນຂົງເຂດການເມືອງ, ການທູດ, ເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ... ເຮັດໃຫ້ການຮ່ວມມືມີປະສິດທິຜົນ, ຍາວນານ ແລະແທດຈິງ. ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຊຸກຍູ້ການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ; ສົມທົບສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ, ເປັນຂົວຕໍ່ໜູນຊ່ວຍກັນ, ເພີ່ມທະວີການຮ່ວມມືກັບບັນດາອົງການຈັດຕັ້ງໃນພາກພື້ນ, ຄື: ສະຫະພາບອາຟະລິກາ (AU), ECOWAS, ເພີ່ມທະວີການແບ່ງປັນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ, ສ້າງນະໂຍບາຍ.

ບົນພື້ນຖານນັ້ນ, ການຢ້ຽມຢາມຂັ້ນສູງຄັ້ງທຳອິດລະຫວ່າງສອງປະເທດຈະສ້າງເງື່ອນໄຂສະດວກເພື່ອໃຫ້ສອງຝ່າຍຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຢູ່ແລ້ວ, ພ້ອມທັງເປີດກາລະໂອກາດຮ່ວມມືໃນບັນດາຂົງເຂດໃໝ່, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສອງຝ່າຍ. ການແລກປ່ຽນການຄ້າແມ່ນຂົງເຂດຕົ້ນຕໍໃນການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ. ປະຈຸບັນ, ຫວຽດນາມ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 3 ຂອງກີເນ-ບິດເຊົາ. ກີເນ-ບິດເຊົາ ແມ່ນໜຶ່ງໃນ 5 ຄູ່ຮ່ວມມືສະໜອງໝາກມ່ວງຫິມະພານໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ອາຟະລິກາ ໃນຫຼາຍປີຜ່ານມາ.

ກ່ຽວກັບການຮ່ວມມືໃນຂົງເຂດກະສິກຳ, ມາຮອດປະຈຸບັນ, ຫວຽດນາມ ແລະ ກີເນ-ບິດເຊົາ ຍັງບໍ່ທັນມີໂຄງການຮ່ວມມືລະອຽດ, ແຕ່ຜ່ານການຢ້ຽມຢາມຫວຽດນາມຂອງ ກີເນ-ບິດເຊົາ, ໄດ້ສະແດງໃຫ້ເຫັນວ່າ ກີເນ-ບິດເຊົາ ມີຄວາມຕ້ອງການນຳເຂົ້າເຂົ້າສານຂອງຫວຽດນາມ; ປາດຖະໜາຢາກມາຢ້ຽມຢາມຫວຽດນາມ ແລະຖອດຖອນບົດຮຽນໃນການເພີ່ມທະວີການພັດທະນາຕ່ອງໂສ້ມູນຄ່າຍຸດທະສາດແນໃສ່ປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານ ແລະການເຕີບໂຕເສດຖະກິດ. ສ່ວນຫວຽດນາມ ກໍ່ພ້ອມແລ້ວທີ່ຈະໜູນຊ່ວຍ ກີເນ-ບິດເຊົາ ໃນການພັດທະນາກະສິກຳຜ່ານບັນດາໂຄງການຮ່ວມມືດ້ານກະສິກຳສອງຝ່າຍ ຫຼືສາມຝ່າຍ, ຊ່ວຍໃຫ້ປະເທດນີ້ຮັບປະກັນ ແລະເພິ່ງຕົນເອງດ້ານສະບຽງອາຫານ.

ດ້ວຍຄວາມສາມາດບົ່ມຊ້ອນຂອງສອງປະເທດ, ຫວຽດນາມ ແລະກີເນ-ບິດເຊົາ ຍັງມີກາລະໂອກາດຫຼາຍຢ່າງເພື່ອຍູ້ແຮງການຮ່ວມມືສອງຝ່າຍໃນທຸກຂົງເຂດ, ເປັນຕົ້ນແມ່ນຂົງເຂດສອງຝ່າຍມີທ່າແຮງ. ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານາທິບໍດີ Umaro Sissoco Embalo ຈະສ້າງພື້ນຖານສຳຄັນເພື່ອໃຫ້ສອງຝ່າຍບັນລຸໄດ້ບາດກ້າວບຸກທະລຸໃນການພົວພັນຮ່ວມມືໃນໄລຍະຈະມາເຖິງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ