ດ້ວຍມູນເຊື້ອ, ຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ປະຊາຊົນຫວຽດນາມ ຍາມໃດກໍ່ມີຄວາມເຄົາລົບນັບຖື ແລະຮັກແພງ ນັກຮົບວິລະຊົນທີ່ເສຍສະຫຼະຊີວິດ ເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.

ເມື່ອເດືອນກໍລະກົດວຽນມາ, ມູນເຊື້ອ, ຫຼັກສິນທຳດັ່ງກ່າວນັ້ນໄດ້ຮັບການປຸກລຸກຢ່າງເລິກເຊິ່ງກວ່າ. ທຸກຂັ້ນ, ທຸກຂະແໜງ, ທຸກທ້ອງຖິ່ນ, ກົມກອງ ໄດ້ລະດົມແຫຼ່ງກຳລັງຈາກງົບປະມານ, ຈາກສັງຄົມຈັດຕັ້ງຫຼາຍການເຄື່ອນໄຫວຖະຫວາຍທູບທຽນ, ດອກໄມ້ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຈັດຕັ້ງການພົບປະ, ຢ້ຽມຢາມຖາມຂ່າວ, ມອບຂອງຂວັນຕອບບຸນແທນຄຸນບັນດານັກຮົບເສຍອົງຄະ, ເຈັບປ່ວຍ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ໜູນຊ່ວຍ, ລະດົມກຳລັງໃຈຄອບຄົວເປົ້າໝາຍນະໂຍບາຍບືນຕົວຂຶ້ນໃນການດຳລົງຊີວິດ.

ເມື່ອຍັງມີຊີວິດ, ປະທານໂຮ່ຈີມິນ ໄດ້ເອົາໃຈໃສ່ເບິ່ງແຍງດູແລເປົ້າໝາຍນະໂຍບາຍ. ເພິ່ນ ຊີ້ແຈ້ງວ່າ: ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບ ແລະຄອບຄົວຜູ້ທີ່ເສຍສະຫຼະຊີວິດເພື່ອຊາດແມ່ນຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ, ຕໍ່ປະຊາຊົນ. ສະນັ້ນພາລະໜ້າທີ່ຂອງພວກເຮົາແມ່ນຕ້ອງຮູ້ບຸນຄຸນ, ຕ້ອງຮັກແພງ ແລະຊ່ວຍເຫຼືອເຂົາເຈົ້າ”.

leftcenterrightdel
ພະນັກງານ, ສະມາຊິກຊາວໜຸ່ມທີ່ "ພິທີໄຕ້ທຽນສະແດງຄວາມຮູ້ບຸນຄຸນຕໍ່ນັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ" ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນຮ່າໂນ້ຍ ໃນຕອນຄ່ຳວັນທີ 26 ກໍລະກົດ 2023. ພາບ: qdnd.vn

ດ້ວຍເນື້ອໃນຈິດໃຈດັ່ງກ່າວ, ກ່ອນໜ້ານີ້ 76 ປີ, ເມື່ອການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ພວມຢູ່ໃນໄລຍະດຸເດືອດ, ຂ້ຽວຂາດ, ປະທານໂຮ່ຈີມິນ ໄດ້ອອກຄຳສັ່ງເລືອກເອົາມື້ໜຶ່ງເປັນວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດ. ແນວໂຮມຫວຽດມິງ, ສູນກາງສະຫະພັນແມ່ຍິງກູ້ຊາດ, ສູນກາງຄະນະຊາວໜຸ່ມກູ້ຊາດ, ກົມການເມືອງ ກອງທັບແຫ່ງຊາດຫວຽດນາມ, ກະຊວງຖະແຫຼງຂ່າວສື່ສານ ແລະບາງທ້ອງຖິ່ນໄດ້ໂຮມປະຊຸມ, ປຶກສາຫາລືໂດຍເປັນເອກະພາບເລືອກເອົາວັນທີ 27 ກໍລະກົດ ແມ່ນວັນທະຫານເສຍອົງຄະ ທົ່ວປະເທດ, ຫຼັງຈາກນັ້ນຈຶ່ງປ່ຽນມາເປັນວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ.

ໃນການດຳເນີນການປະຕິວັດ, ພັກ, ລັດ, ທົ່ວລະບົບການເມືອງ ແລະທົ່ວສັງຄົມ ຍາມໃດກໍ່ເອົາໃຈໃສ່ຊີ້ນຳ, ນຳພາ, ປະຕິບັດລະບອບ, ນະໂຍບາຍຕໍ່ກັບທະຫານເສຍອົງຄະ, ທະຫານເຈັບປ່ວຍ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະນະໂຍບາຍແນວຫຼັງກອງທັບ. ຂະບວນການ “ຕອບບຸນແທນຄຸນ” ຕາມນັ້ນແລ້ວຍິ່ງນັບມື້ນັບພັດທະນາທັງລວງກວ້າງ ແລະລວງເລິກ. ທຸກຂັ້ນ, ທຸກຂະແໜງການໄດ້ຈັດຕັ້ງຫຼາຍກິດຈະການທີ່ມີຄວາມໝາຍມະນຸດສະທຳຢ່າງເລິກເຊິ່ງເຖິງຖອງ, ມີກຳລັງແຜ່ຂະຫຍາຍໃນສັງຄົມຢ່າງແຂງແຮງ, ຄື: ສ້າງເຮືອນສົງເຄາະ, ລ້ຽງດູເບິ່ງແຍງດູແລແມ່ ຫວຽດນາມ ວິລະຊົນ, ອຸປະກາລະລູກຂອງຜູ້ທີ່ເສຍສະຫຼະຊີວິດເພື່ອຊາດ, ທະຫານເຈັບໜັກ; ຢ້ຽມຢາມ, ມອບຂອງຂວັນໃຫ້ເປົ້າໝາຍນະໂຍບາຍ, ໜູນຊ່ວຍພາຫະນະ, ວັດຖຸອຸປະກອນການແພດໃຫ້ແກ່ສູນເບິ່ງແຍງດູແລ, ຮັກສາສຸຂະພາບທະຫານເສຍອົງຄະ; ແກ້ໄຂລະບອບເງິນໜູນຊ່ວຍໃຫ້ເປົ້າໝາຍທີ່ເຂົ້າຮ່ວມການຕໍ່ສູ້ຕ້ານລ່າເມືອງຂຶ້ນຝລັ່ງ, ເຂົ້າຮ່ວມການຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມລິກາ, ເຂົ້າຮ່ວມການຕໍ່ສູ້ປົກປັກຮັກສາປະເທດຊາດ, ປະຕິບັດໜ້າທີ່ສາກົນ... ເຖິງຢ່າງໃດກໍ່ຕາມ, ຢູ່ບາງທ້ອງຖິ່ນ, ກົມກອງ, ຂະບວນການ “ຕອບບຸນແທນຄຸນ” ດໍາເນີນຍັງບໍ່ເປັນປະຈໍາ, ບໍ່ຕໍ່ເນື່ອງ, ຄ່າຄອງຊີບຂອງຜູ້ທີ່ມີຄຸນງາມຄວາມດີ ແລະຄອບຄົວເປົ້າໝາຍນະໂຍບາຍຍັງຕ່ຳ. ການຢັ້ງຢືນເອກະສານທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງຄ້າງຢູ່ບາງບ່ອນຍັງຊັກຊ້າຢູ່.

ກິດຈະການປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດ, ເຊື່ອມໂຍງເຂົ້າກັບສາກົນຂອງປະເທດຫວຽດນາມ ໃນຊຸມປີຈະມາເຖິງ, ໄປຄຽງຄູ່ກັບຄວາມສະດວກ, ຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ສົ່ງຜົນສະທ້ອນຖິງວຽກງານຮັບປະກັນຊີວິດສັງຄົມ ແລະຊີວິດການເປັນຢູ່ຂອງທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ເພື່ອໃຫ້ການເຄື່ອນໄຫວຕອບບຸນແທນຄຸນນັບມື້ນັບເລິກເຊິ່ງເຖິງຖອງ, ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ຊີ້ອອກ: ສົມດຸນງົບປະມານ ເພື່ອສືບຕໍ່ປະຕິບັດວຽກງານຍົກລະດັບເງິນອຸດໜູນສັງຄົມ, ເງິນບຸລິມະສິດໃຫ້ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ແກ້ໄຂນະໂຍບາຍຕໍ່ກັບຜູ້ທີ່ມີຄຸນງາມຄວາມດີ; ຍົກລະດັບບັນດາກິດຈະການ “ຕອບບຸນແທນຄຸນ”. ຊາບຊຶມແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດຢ່າງເລິກເຊິ່ງ, ທຸກຂັ້ນ, ທຸກຂະແໜງການຈາກສູນກາງລົງຮອດຮາກຖານຕ້ອງສືບຕໍ່ໂຄສະນາຢ່າງເລິກເຊິ່ງ ແລະຈັດຕັ້ງປະຕິບັດວຽກງານນະໂຍບາຍ, ເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະຂະບວນການ “ຕອບບຸນແທນຄຸນ” ຢ່າງເຂັ້ມງວດ.

ສືບຕໍ່ຍູ້ແຮງວຽກງານຊອກຫາ, ຢັ້ງຢືນຊື່ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດ. ມີຫຼາຍຮູບການໃນການເອົາໃຈໃສ່, ເບິ່ງແຍງດູແລ, ລະດົມກຳລັງໃຈບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດຜ່ານຜ່າຄວາມຫຍຸ້ງຍາກ, ມານະພະຍາຍາມສູ້ຊົນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວົງຄະນະຍາດ ແລະສັງຄົມ,  ເປັນແບບຢ່າງທີ່ໃສແຈ້ງໃຫ້ຄົນຮຸ່ນໜຸ່ມປະຕິບັດຕາມ.

ຂະບວນການສ້າງສາ, ຕໍ່ສູ້ ແລະເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນ ຫວຽດນາມ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ຄະນະພັກ, ຄະນະນຳ, ຫົວໜ້າການເມືອງບັນດາອົງການ, ກົມກອງຍາມໃດກໍ່ເອົາໃຈໃສ່ຊີ້ນຳ, ນຳພາຜັນຂະຫຍາຍວຽກງານນະໂຍບາຍ, ຂະບວນການ “ຕອບບຸນແທນຄຸນ” ຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ບັນລຸໝາກຜົນແທດຈິງ. ພະນັກງານ, ນັກຮົບໃນທົ່ວກອງທັບ ຍາມໃດກໍ່ຖືວຽກງານປະຕິບັດບັນດາການເຄື່ອນໄຫວສາຍຈິດມິດໃຈ, ຕອບບຸນແທນຄຸນຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດປຽບເໝືອນດັ່ງຄຳສັ່ງຈາກຫົວໃຈຕົນ, ສະແດງໃຫ້ເຫັນລັກສະນະມະນຸດສະທຳ, ວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊາດຫວຽດນາມ ແລະກອງທັບປະຊາຊົນຫວຽດນາມ; ປະກອບສ່ວນຮັກສາຄວາມເຊື່ອໝັ້ນຢ່າງເລິກເຊິ່ງ, ເດັດດ່ຽວຂອງພັກ, ລັດ ແລະປະຊາຊົນຕໍ່ກັບກອງທັບ, ເຮັດໃຫ້ຄຸນທາດອັນສູງສົ່ງຂອງທະຫານລຸງໂຮ່ ຍິ່ງໃສແຈ້ງແວວວາວ.

ໂດຍ: ແສງເດືອນ