ນີ້ແມ່ນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຄັ້ງທຳອິດຂອງທ່ານປະທານາທິບໍດີແຫ່ງ ສ. ເກົາຫຼີ Yoon Suk Yeol  ແລະຫວຽດນາມ ກໍ່ແມ່ນປະເທດອາຊີຕາເວັນອອກສ່ຽງໃຕ້ທຳອິດ ເຊິ່ງທ່ານ Yoon Suk Yeol ມາຢ້ຽມຢາມນັບແຕ່ໄດ້ດຳລົງຕໍາແໜ່ງໃນເດືອນ ພຶດສະພາ 2022.

ທ່ານ Yoon Suk Yeol ແລະພັນລະຍາ ມາຮ່າໂນ້ຍ ໃນສະພາບທີ່ການພົວພັນ ຫວຽດນາມ-ສ. ເກົາຫຼີ ພວມພັດທະນາຢ່າງດີງາມ, ໜຶ່ງໃນບັນດາພະຍານຫຼັກຖານທີ່ພິສູດໃຫ້ເຫັນຢ່າງຈະແຈ້ງທີ່ສຸດນັ້ນແມ່ນເລື່ອງສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2022, ກົງກັບໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ກ່ຽວກັບການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ການນຳສອງປະເທດໄດ້ຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນກໍ່ຄືບັນດາການພົບປະສອງຝ່າຍຕາມຮູບແບບເຊິ່ງໜ້າ ແລະທາງອອນລາຍ. ລັດຖະບານ ສ. ເກົາຫຼີ ສືບຕໍ່ຢັ້ງຢືນການຖືເປັນສຳຄັນການພົວພັນຮ່ວມມືກັບຫວຽດນາມ ເວົ້າສະເພາະ ແລະກັບອາຊຽນ ເວົ້າລວມ.

leftcenterrightdel
ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ແລະທ່ານປະທານາທິບໍດີ Yoon Suk Yeol ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ ທີ່ພິທີຕ້ອນຮັບ. ພາບ: ຕ໊ວນຮຸຍ

ເມື່ອຫວນຄືນໄລຍະທາງແຫ່ງການພັດທະນາການພົວພັນລະຫວ່າງສອງປະເທດໃນຊຸມປີມໍ່ໆມານີ້, ສາມາດເຫັນໄດ້ວ່າ ການຮ່ວມມືດ້ານເສດຖະກິດກໍ່ຮັກສາທີ່ຕັ້ງແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ, ຢືນອັນດັບທີໜຶ່ງກ່ຽວກັບການລົງທຶນໂດຍກົງ (FDI), ທີສອງກ່ຽວກັບການໜູນຊ່ວຍພັດທະນາ (ODA) ແລະທີສາມກ່ຽວກັບການຄ້າ. ປີ 2022, ວົງເງິນການຄ້າສອງຝ່າຍບັນລຸ 87 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ກັບປີ 2021. ໃນໄຕມາດທີ I-2023, ວົງເງິນການຄ້າລະຫວ່າງຫວຽດນາມ ແລະສ. ເກົາຫຼີ ບັນລຸ 18,1  ຕື້ໂດລາສະຫະລັດ. ບັນດາກົນໄກຮ່ວມມືສອງຝ່າຍສືບຕໍ່ໄດ້ຮັກສາ, ຄື: ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະວິທະຍາສາດເຕັກນິກ ຫວຽດນາມ-ສ. ເກົາຫຼີ; ຄະນະກຳມະການປະສົມຂັ້ນລັດຖະມົນຕີ ກ່ຽວກັບການຮ່ວມມືໃນຂົງເຂດໄຟຟ້ານິວເຄຼຍ, ພະລັງງານ ແລະອຸດສາຫະກຳ; ການເຈລະຈາກ່ຽວກັບເສດຖະກິດຂັ້ນຮອງນາຍົກລັດຖະມົນຕີຫວຽດນາມ-ສ. ເກົາຫຼີ.

ການຮ່ວມມືດ້ານແຮງງານ, ການທ່ອງທ່ຽວລະຫວ່າງສອງປະເທດ ກໍ່ບັນລຸທ່າເຕີບໂຕດີ. ໃນໄລຍະມໍ່ໆມານີ້, ສ. ເກົາຫຼີ ໄດ້ພົ້ນເດັ່ນຂຶ້ນແມ່ນໜຶ່ງໃນບັນດາຕະຫຼາດສະໜອງແຂກທ່ອງທ່ຽວຈຸດສຸມຂອງຫວຽດນາມ. ສອງປະເທດຍັງໄດ້ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດແຕກຕ່າງກັນຢ່າງແຂງແຮງ, ຄື: ດ້ານຕຸລາການ, ການສຶກສາ, ກະສິກຳ, ວິທະຍາສາດເຕັກນິກ, ການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືລະຫວ່າງບັນດາທ້ອງຖິ່ນ. ຕາມການສະຖິຕິຂອງກະຊວງຍຸຕິທຳ ສ. ເກົາຫຼີ, ໄລ່ມາຮອດທ້າຍເດືອນມັງກອນ 2023, ຈຳນວນຄົນຫວຽດນາມ ທີ່ພວມດຳລົງຊີວິດ ແລະເຮັດວຽກຢູ່ ສ. ເກົາຫຼີ ແມ່ນ 206.728, ເພີ່ມຂຶ້ນເກືອບ 23.500 ຄົນເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2022. ມາຮອດປະຈຸບັນ, ບັນດາແຂວງ, ນະຄອນ, ທ້ອງຖິ່ນຂອງຫວຽດນາມ ໄດ້ເຊັນຂໍ້ຕົກລົງຮ່ວມມືກັບຫຼາຍທ້ອງຖິ່ນ, ອົງການຈັດຕັ້ງ, ວິສາຫະກິດ ສ. ເກົາຫຼີ ແລະບັນດານັກລົງທຶນທີ່ມາຈາກ ສ. ເກົາຫຼີ ກໍ່ໄດ້ມີໜ້າຢູ່ 59 ທ້ອງຖິ່ນຂອງຫວຽດນາມ.

ນອກຈາກນັ້ນ, ສອງປະເທດຍັງໄດ້ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢູ່ເວທີປາໄສສາກົນ ແລະພາກພື້ນ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ ແລະອາຊຽນ.

ສາມາດຢັ້ງຢືນໄດ້ວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Yoon Suk Yeol ມີຄວາມໝາຍສຳຄັນ, ຍ້ອນວ່າໄດ້ດຳເນີນໄປໃນປິທຳອິດທີ່ຫວຽດນາມ ແລະສ. ເກົາຫຼີ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ເລື່ອງທ່ານ Yoon Suk Yeol ເລືອກຫວຽດນາມ ແມ່ນປະເທດທໍາອິດຢູ່ອາຊີຕາເວັນອອກສ່ຽງໃຕ້ ເພື່ອປະຕິບັດການຢ້ຽມຢາມທາງລັດຖະກິດ ພາຍຫຼັງດຳລົງຕໍາແໜ່ງ ກໍ່ສະແດງໃຫ້ເຫັນການຖືເປັນສຳຄັນຂອງລັດຖະບານ ສ. ເກົາຫຼີ ແລະສ່ວນຕົວທ່ານປະທານາທິບໍດີ ທີ່ມີຕໍ່ການພົວພັນສອງປະເທດ.

ໃນຂະນະນັ້ນ, ເລື່ອງ ຫວຽດນາມ ຕ້ອນຮັບທ່ານປະທານາທິບໍດີແຫ່ງ ສ. ເກົາຫຼີ Yoon Suk Yeol ມາຢ້ຽມຢາມທາງລັດຖະກິດ ກໍ່ໄດ້ພິສູດໃຫ້ເຫັນແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ; ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍທິດ ແລະຫຼາຍຝ່າຍ; ສືບຕໍ່ນຳການພົວພັນສອງຝ່າຍໃຫ້ເຂົ້າສູ່ລວງເລິກ; ຢັ້ງຢືນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຖືເປັນສຳຄັນການພົວພັນກັບ ສ. ເກົາຫຼີ ແລະປາດຖະໜາຢາກຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຍາວນານ. ນີ້ກໍ່ແມ່ນໂອກາດ ເພື່ອເພີ່ມທະວີການແລກປ່ຽນ, ຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.

ມີຄວາມປິຕິຊົມຊື່ນເມື່ອເຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສ. ເກົາຫຼີ ມີພື້ນຖານທີ່ໜັກແໜ້ນ ແລະຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ພວກເຮົາຍິ່ງເຊື່ອໝັ້ນວ່າ ການພົວພັນທີ່ກ່າວມາຂ້າງເທິງນັ້ນຈະບັນລຸບາດກ້າວພັດທະນາໃໝ່ໃນຫຼາຍຂົງເຂດພາຍຫຼັງການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານປະທານາທິິບໍດີ Yoon Suk Yeol.

ໂດຍ: ແສງເດືອນ