ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Adylbek Kasimalyev ໄດ້ດໍາເນີນໃນເວລາສັ້ນ ພາຍຫຼັງທີ່ ທ່ານ ໄດ້ຮັບການແຕ່ງຕັ້ງ, ສະແດງໃຫ້ເຫັນວ່າ ກິກີດສະຖານ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ; ຜ່ານນັ້ນກໍ່ສະແດງໃຫ້ເຫັນຖານະບົດບາດ, ທີ່ຕັ້ງຂອງຫວຽດນາມ ຢູ່ພາກພື້ນອາຊີ-ປາຊີຟິກ.

ຫວຽດນາມ ແລະ ກິກີດສະຖານ ສ້າງຕັ້ງການພົວພັນທາງການທູດ ຢ່າງເປັນທາງການໃນວັນທີ 4 ມິຖຸນາ 1992, ແຕ່ວ່າໃນຕົວຈິງ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະກິກີດສະຖານ ໄດ້ກຳເນີດມາແຕ່ດົນນານແລ້ວ, ໄດ້ສືບທອດຈາກໄລຍະໂຊວຽດ ແລະປະຈຸບັນ ໄດ້ສືບຕໍ່ພັດທະນາຢ່າງດີງາມ.

ສຳລັບການເມືອງ-ການຕ່າງປະເທດ, ເຖິງວ່າສອງປະເທດຍັງບໍ່ທັນມີອົງການຜູ້ຕາງໜ້າປະຈຳຢູ່ຜືນແຜ່ນດິນຂອງກັນ ແລະບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຍັງໜ້ອຍຢູ່ກໍ່ຕາມ, ແຕ່ວ່າດ້ວຍພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ, ສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາອົງການຈັດຕັ້ງສາກົນ ກໍ່ຄື ເວທີປາໄສຫຼາຍຝ່າຍ. ກິກີດສະຖານ ແມ່ນໜຶ່ງໃນບັນດາປະເທດທຳອິດຢູ່ອາຊີກາງ ທີ່ສະໜັບສະໜູນຫວຽດນາມ ເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ແລະກາຍເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2008-2009, 2020-2021; ສະໜັບສະໜູນຫວຽດນາມ ເປັນສະມາຊິກຂອງສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023-2025 ແລະສະພາຂຸດຄົ້ນໄປສະນີ ສັງກັດສະຫະພັນໄປສະນີໂລກ ອາຍຸການ 2022-2025. ຫວຽດນາມ ສະໜັບສະໜູນ ກິກີດສະຖານ ຮັບສະໝັກເຂົ້າເປັນສະມາຊິກຂອງສະພາເສດຖະກິດ-ສັງຄົມ ສະຫະປະຊາຊາດ ອາຍຸການ 2013-2015.

leftcenterrightdel
ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ຕ້ອນຮັບທ່ານ Adylbek Kasimalyev ນາຍົກລັດຖະມົນຕີ ກິກີດສະຖານ ຢູ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ສໍານັກຂ່າວສານຫວຽດນາມ.

ສຳລັບເສດຖະກິດ-ການຄ້າ, ຫວຽດນາມ ແລະອົງການສະຫະພັນເສດຖະກິດ ອາຊີ-ເອີລົບ (ເຊິ່ງ ກິກີດສະຖານ ເປັນສະມາຊິກ, ພ້ອມກັບບັນດາປະເທດ ລັດເຊຍ, ກາຊັກສະຖານ, ອາກເມນີ, ເບລາຣຸດ) ໄດ້ເຊັນສັນຍາການຄ້າເສລີ ໃນປີ 2015. ໄລຍະ 2017-2021, ການແລກປ່ຽນການຄ້າລະຫວ່າງຫວຽດນາມ ແລະກິກີດສະຖານ ບັນລຸລະດັບສະເລ່ຍແຕ່ 1,36 ລ້ານໂດລາ ສະຫະລັດ/ປີ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະມໍ່ໆມານີ້, ວົງເງິນການຄ້າສອງສົ້ນ ມີບາດກ້າວເຕີບໂຕຢ່າງຕັ້ງໜ້າຢູ່ລະດັບ 70,9% ໃນປີ 2022 ແລະ 66,7% (ບັນລຸ 7,5 ລ້ານໂດລາສະຫະລັດ) ໃນປີ 2023. ປີ 2024, ວົງເງິນການຄ້າສອງຝ່າຍ ບັນລຸ 21,5 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 172% ເມື່ອທຽບໃສ່ ກັບປີ 2023, ໃນນັ້ນ, ມູນຄ່າການສົ່ງອອກຂອງຫວຽດນາມ ໄປຍັງ ກິກີດສະຖານ ບັນລຸ 10,8 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າຈາກ ກິກີດສະຖານ ບັນລຸ 10,7 ລ້ານໂດລາສະຫະລັດ. ຫວຽດນາມ ສົ່ງອອກໄປຍັງ ກິກີດສະຖານ ສ່ວນຫຼາຍແມ່ນ: ໝາກພິກໄທ, ຊາ, ໝາກມ່ວງຫິມະພານ, ຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ, ເຄື່ອງອາໄຫຼ່... ແລະນຳເຂົ້າຈາກ ກິກີດສະຖານ ບັນດາປະເພດເຄື່ອງຈັກ, ອຸປະກອນ, ເຄື່ອງອາໄຫຼ່, ຜະລິດຕະພັນຢາສູບ... ໄລ່ຮອດເດືອນຕຸລາ 2024, ກິກີດສະຖານ ມີໂຄງການລົງທຶນເຂົ້າແຂວງແຄ໊ງຮວ່າ ໃນຂົງເຂດການຜະລິດ, ດຳເນີນທຸລະກິດເຫຼົ້າອຸດສາຫະກຳ, ເຄື່ອງດື່ມມີທາດເຫຼົ້າ ແລະເຄື່ອງດື່ມຕ່າງໆ ດ້ວຍຍອດທຶນຈົດທະບຽນແມ່ນ 5 ລ້ານໂດລາສະຫະລັດ, ຢືນອັນດັບທີ 83/148 ປະເທດ, ເຂດແຄ້ວນທີ່ລົງທຶນຢູ່ຫວຽດນາມ. ຂໍ້ມູນຕົວຈິງໄດ້ຊີ້ໃຫ້ເຫັນວ່າ ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນ ຮ່ວມມືຫຼາຍ.

ຫວຽດນາມ ຕ້ອນຮັບທ່ານ Adylbek Kasimalyev ນາຍົກລັດຖະມົນຕີກິກີດສະຖານ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແມ່ນສະແດງໃຫ້ເຫັນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ມະຕິສະບັບເລກທີ 34-NQ/TW ຂອງກົມການເມືອງ ແລະຄໍາສັ່ງສະບັບເລກທີ 25-CT/TW ຂອງຄະນະເລຂາທິການ ກ່ຽວກັບການຍູ້ແຮງ ແລະຍົກລະດັບການທູດຫຼາຍຝ່າຍເຖິງປີ 2030. ການຢ້ຽມຢາມກໍ່ປະກອບສ່ວນຢັ້ງຢືນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກປັບປຸງການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ກິກີດສະຖານ; ສະແດງໃຫ້ເຫັນຄວາມຕັດສິນໃຈພ້ອມກັບ ກິກີດສະຖານ ຊຸກຍູ້ການພົວພັນສອງປະເທດໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ຊຸກຍູ້ການຮ່ວມມືໃນຂົງເຂດການເມືອງ-ການຕ່າງປະເທດ, ເສດຖະກິດ-ການຄ້າ-ການລົງທຶນ, ເປີດກວ້າງການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນໆ, ຄື: ການຄົມມະນາຄົມຂົນສົ່ງ, ກະສິກຳ, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ການຮ່ວມມືທ້ອງຖິ່ນ ແລະການພົບປະແລກປ່ຽນປະຊາຊົນ, ມຸ່ງໄປເຖິງການຍົກລະດັບການພົວພັນສອງຝ່າຍໃນ ໄລຍະທີ່ເໝາະສົມ, ສອດຄ່ອງກັບສະພາບການໃໝ່.

ພວກເຮົາ ເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານ Adylbek Kasimalyev ນາຍົກລັດຖະມົນຕີ ກິກີດສະຖານ ຈະປະສົບຜົນສຳເລັດຢ່າງຈົບງາມ, ສ້າງກຳລັງໜູນເພື່ອໃຫ້ສອງຝ່າຍເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອເລິກເຊິ່ງກວ່າອີກ, ຜ່ານນັ້ນຊຸກຍູ້ການຮ່ວມມືສອງຝ່າຍ ຫວຽດນາມ - ກິກີດສະຖານ ໃຫ້ພັດທະນາຢ່າງແຂງແຮງໃນທຸກຂົງເຂດບຸລິມະສິດ ແລະຍັງມີຄວາມສາມາດບົ່ມຊ້ອນ.

ໂດຍ: ແສງເດືອນ