ທວນຄືນປີ 2024, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ແຕ່ພວກເຮົາສາມາດເອກອ້າງທະນົງໃຈວ່າພາຍໃຕ້ການນຳພາຂອງພັກ, ການຄຸ້ມຄອງຂອງລັດ; ການບໍລິຫານຢ່າງຂ້ຽວຂາດ, ມີໄຫວພິບຂອງລັດຖະບານ ພ້ອມກັບຄວາມມານະພະຍາຍາມສູ້ຊົນຂອງທຸກຂັ້ນ, ຂະແໜງການ, ທ້ອງຖິ່ນ ແລະທົ່ວລະບົບການເມືອງ, ປະເທດຫວຽດນາມ ຍາດໄດ້ໝາກຜົນຮອບດ້ານໃນທຸກຂົງເຂດ. ໃນຜົນງານລວມດັ່ງກ່າວ, ກອງທັບມີການປະກອບສ່ວນສຳຄັນຫຼາຍຢ່າງ, ຍາມໃດກໍ່ສຳເລັດພາລະບົດບາດ, ໜ້າທີ່ເປັນກອງສູ້ຮົບ, ກອງປະຕິບັດງານ ແລະກອງອອກແຮງງານທຳການຜະລິດ, ໃນນັ້ນຄຸນນະພາບການຫັດແອບ, ລະດັບຄວາມຮູ້, ຄວາມສາມາດກຽມພ້ອມສູ້ຮົບໄດ້ຮັບການຍົກສູງ, ສວມບົດບາດສຳຄັນເພື່ອໃຫ້ກອງທັບສຳເລັດໜ້າທີ່ການເມືອງຂອງຕົນ.
ປີ 2025 ຈະດຳເນີນຫຼາຍເຫດການສຳຄັນຂອງຊາດ, ໂດຍສະເພາະແມ່ນສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ; 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນສະຖາປະນາປະເທດທີ 2 ກັນຍາ. ພິເສດ, ປີ 2025 ສືບຕໍ່ສັບຊ້ອນອົງການຈັດຕັ້ງກອງທັບປະຊາຊົນຫວຽດນາມ “ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ” ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI ໄດ້ກໍານົດ, ໃນເງື່ອນໄຂພັກ, ລັດ ແລະທົ່ວລະບົບການເມືອງຍູ້ແຮງການປະຕິບັດມະຕິສະບັບເລກທີ 18 ຂອງສູນກາງ ກ່ຽວກັບບາງບັນຫາສືບຕໍ່ປ່ຽນແປງໃໝ່, ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງຕາມທິດຍອດຢ້ຽມ, ກະທັດຮັດ, ເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ. ເພາະສະນັ້ນ, ວຽກງານຫັດແອບຕ້ອງສືບຕໍ່ປ່ຽນແປງໃໝ່, ສ້າງບາດກ້າວບຸກທະລຸໃໝ່, ຕອບສະໜອງຄວາມຮຽກຮ້ອງກໍ່ສ້າງກອງທັບໃນສັງກາດບືນຕົວຂຶ້ນຂອງຊາດ.
    |
 |
ພະນັກງານ, ນັກຮົບບັນດາອົງການທະຫານເຂດ 2 ກ້າວຂຶ້ນພາຍໃຕ້ທຸງກອງທັບເດັດຂາດມີໄຊ. ພາບ: qdnd.vn |
ເພື່ອສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ຄະນະພັກ, ການນຳບັນດາອົງການ, ກົມກອງສືບຕໍ່ສຸມໃສ່ຊີ້ນຳ, ນຳພາສ້າງຄວາມບຸກທະລຸຍົກສູງຄຸນນະພາບການຫັດແອບຕາມເນື້ອໃນຈິດໃຈມະຕິສະບັບເລກທີ 1659-NQ/QUTW ລົງວັນທີ 20 ທັນວາ 2022 ຂອງຄະນະພັກການທະຫານສູນກາງ ກ່ຽວກັບການຍົກສູງຄຸນນະພາບວຽກງານຫັດແອບ ໄລຍະ 2023-2030 ແລະຊຸມປີຕໍ່ໄປ; ຄໍາສັ່ງວຽກງານການທະຫານ, ການປ້ອງກັນຊາດ ປີ 2025 ຂອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ.
ຢາກເຮັດໄດ້ສິ່ງດັ່ງກ່າວ, ກ່ອນອື່ນໝົດ, ຄະນະພັກ, ການນຳບັນດາອົງການ, ກົມກອງຕ້ອງຖືເປັນສຳຄັນວຽກງານກະກຽມຫັດແອບຢ່າງຄົບຖ້ວນ, ຮອບຄອບຖີ່ຖ້ວນກ່ຽວກັບຄົນ, ພື້ນຖານໂຄງລ່າງດ້ານວັດຖຸ, ສະໜາມຫັດແອບ, ຝຶກຊ້ອມ. ເອົາໃຈໃສ່ວຽກງານການຈັດຕັ້ງ, ແຕ່ງຕັ້ງ, ຍົກຍ້າຍພະນັກງານຫັດແອບ, ສິດສອນທຸກຂັ້ນ; ບຸລິມະສິດໃຫ້ບັນດາກົມກອງເຂົ້າຮ່ວມການຫັດແອບໂດຍກົງ, ເຮັດໜ້າທີ່ສຳຄັນຢູ່ພາກພື້ນ, ບໍລິເວນຈຸດສຸມ; ຮັບປະກັນໃນໂຄງປະກອບພະນັກງານຫັດແອບມີຜູ້ທີ່ມີຄວາມເກັ່ງກ້າສາມາດສິດສອນຄົນອ່ອນ, ພະນັກງານມີບົດຮຽນປະສົບການກັບພະນັກງານໃໝ່, ພະນັກງານໜຸ່ມ. ວຽກງານຝຶກຊ້ອມ, ບຳລຸງສ້າງພະນັກງານທຸກຂັ້ນ, ໂດຍສະເພາະແມ່ນພະນັກງານເຮັດວຽກງານຫັດແອບໂດຍກົງຕ້ອງດຳເນີນຢ່າງເປັນປະຈຳ, ທັງໄລຍະກ່ອນ ແລະໃນວິວັດການຫັດແອບ. ສຸມໃສ່ບຳລຸງສ້າງ, ຝຶກອົບຮົມເນື້ອໃນໃໝ່, ຍາກ; ເອົາໃຈໃສ່ບັນດາເນື້ອໃນທີ່ຍັງອ່ອນ ແລະຂາດເຂີນເຊິ່ງກອງປະຊຸມປະເມີນຜົນ, ສະຫຼຸບຂອງທຸກຂັ້ນ, ທຸກຂະແໜງການໄດ້ຊີ້ອອກ. ເຮັດໄດ້ຄືແນວນັ້ນ, ຄຸນນະພາບການຫັດແອບຈຶ່ງກ້າວໜ້າສະເໝີກັນ, ໝັ້ນຄົງເຂັ້ມແຂງ.
ຕໍ່ໜ້າຄວາມຮຽກຮ້ອງຂອງສະພາບຕົວຈິງ, ການປັບປຸງ, ໂຮມເຂົ້າ, ສັບຊ້ອນບັນດາອົງການ, ກົມກອງໃນທົ່ວກອງທັບຄືນໃໝ່ຕ້ອງສຳເລັດຢ່າງຮີບດ່ວນ. ບົນພື້ນຖານດັ່ງກ່າວ, ຄະນະພັກ, ການນຳທຸກຂັ້ນຕ້ອງເປັນເຈົ້າການກວດກາຄືນ, ປັບປຸງແຜນການ, ເນື້ອໃນ, ວິທີການຫັດແອບຖືກຕາມທິດນຳ, ທັດສະນະ, ຫຼັກການ. ຫັດແອບຖືກຕາມພາລະບົດບາດ, ໜ້າທີ່, ຮັບປະກັນຄົບຊຸດ, ລົງເລິກ, ຕິດພັນກັບເປົ້າໝາຍ, ບໍລິເວນສູ້ຮົບ ແລະສະພາບຕົວຈິງຂອງສະໜາມຮົບ. ຖືເປັນສຳຄັນວຽກງານຫັດແອບໃຫ້ທະຫານນຳໃຊ້ອາວຸດຍຸດໂທປະກອນເຕັກນິກທີ່ໄດ້ປະກອບແລ້ວຢ່າງຄ່ອງແຄ້ວ, ໂດຍສະເພາະແມ່ນອາວຸດຍຸດໂທປະກອນໃໝ່. ເພີ່ມທະວີການໝູນໃຊ້ວິທະຍາສາດເຕັກນິກ, ໂດຍສະເພາະແມ່ນເຕັກໂນໂລຢີຂໍ້ມູນຂ່າວສານ, ປັນຍາປະດິດ (AI) ເຕັກໂນໂລຢີຈໍາລອງເຂົ້າໃນການຫັດແອບ. ເອົາໃຈໃສ່ຄົ້ນຄວ້າ, ອັບເດດບັນດາບັນຫາໃໝ່ຈາກສົງຄາມ, ການປະທະກັນດ້ານການທະຫານຢູ່ໂລກໃນໄລຍະມໍ່ໆມານີ້ເພື່ອເປັນເສນາທິການກັບຂັ້ນເທິງແນໃສ່ຈັດຕັ້ງການຫັດແອບໃຫ້ທະຫານ, ຮັບປະກັນວ່າໃນບໍ່ວ່າກໍລະນີໃດ, ກອງທັບກໍ່ບໍ່ຕົກຢູ່ໃນທ່າຮັບ, ບັງເອີນຕໍ່ໜ້າທຸກຮູບການສົງຄາມຂອງສັດຕູ.
ໃນການຊີ້ນຳ, ແນະນຳ, ບໍລິຫານການຫັດແອບ, ອົງການກ່ຽວຂ້ອງຂັ້ນເທິງຕ້ອງກໍ່ສ້າງ, ປະກາດໃຊ້ລະບົບເອກະສານເໝາະສົມກັບລັກສະນະຈຳເພາະ, ໜ້າທີ່ຂອງແຕ່ລະຮູບການຂອງກົມກອງ; ປະຕິບັດກົນໄກຄຸ້ມຄອງການຫັດແອບຢ່າງເຄັ່ງຄັດຕາມທິດ “ລວມສູນ, ເປັນເອກະພາບ, ຄົບຊຸດ, ມີປະສິດທິຜົນ, ບໍ່ຊ້ອນກັນ”. ວຽກງານກວດກາ, ຕີລາຄາວຽກງານຫັດແອບຕ້ອງດຳເນີນຢ່າງແໜ້ນແຟ້ນ, ມີເນື້ອແທ້. ຜ່ານການກວດກາຕ້ອງເຮັດໃຫ້ບັນດາອົງການ, ກົມກອງ, ໂຮງຮຽນເຫັນໄດ້ຈຸດດີເພື່ອເສີມຂະຫຍາຍ, ຈຸດອ່ອນເພື່ອແກ້ໄຂໂດຍໄວ. ພາຍຫຼັງການກວດກາຕ້ອງເຮັດໃຫ້ບັນດາອົງການ, ກົມກອງ, ໂຮງຮຽນມີກຳລັງໜູນໃໝ່, ແຂງແຮງກວ່າໃນການປະຕິບັດໜ້າທີ່ຫັດແອບ.
ພ້ອມກັນນັ້ນ, ຖັນແຖວພະນັກງານທຸກຂັ້ນຕ້ອງຕັ້ງໜ້າປ່ຽນແປງໃໝ່ເນື້ອໃນ, ວິທີຈັດຕັ້ງງານແຂ່ງຂັນ, ການແຂ່ງຂັນກິລາ, ກວດກາ, ຕີລາຄາໝາກຜົນການຫັດແອບ, ເພີ່ມທະວີການຝຶກງານ, ຝຶກຊ້ອມທຸກຮູບການ ແລະທຸກລະດັບ; ຫັດແອບຕິດພັນກັບການຝຶກຝົນຫຼໍ່ຫຼອມກຳລັງກາຍ. ພິເສດ, ຕ້ອງຖືເປັນສຳຄັນວຽກງານຮັບປະກັນຄວາມປອດໄພ. ບັນດາຫຼັກການ, ຂັ້ນຕອນ, ຂໍ້ກຳນົດຮັບປະກັນຄວາມປອດໄພຕ້ອງໄດ້ເຜີຍແຜ່ຢ່າງລະອຽດເຖິງພະນັກງານ, ນັກຮົບ. ແຜນການຫັດແອບຕ້ອງໄດ້ກໍ່ສ້າງຢ່າງມີວິທະຍາສາດ, ສອດຄ່ອງກັບຄວາມຮູ້, ຮ່າງກາຍ ແລະກຳລັງແຮງຂອງທະຫານ. ວຽກງານກວດກາ, ຄວບຄຸມ, ຕິດຕາມກວດກາສະໜາມຝຶກຊ້ອມຕ້ອງມີຄວາມເຄັ່ງຄັດ, ເປັນປະຈຳ. ຍົກສູງຄວາມຮັບຜິດຊອບຂອງຜູ້ບັນຊາການ, ຕິດພັນກັບວິວັດທະນາການຈັດຕັ້ງການຫັດແອບ.
ຍົກສູງຄຸນນະພາບການຫັດແອບແມ່ນເງື່ອນໄຂຕັດສິນການຍົກສູງຄວາມຮູ້, ຄວາມສາມາດກຽມພ້ອມສູ້ຮົບ, ແມ່ນໜ້າທີ່ຈຸດສຸມຂອງກອງທັບໃນໄລຍະສັນຕິພາບ, ກຽມພ້ອມໃຫ້ໄລຍະສົງຄາມ. ເພາະສະນັ້ນ, ຄະນະພັກ, ການນຳທຸກຂັ້ນຕ້ອງມີມາດຕະການຍູ້ແຮງການໂຄສະນາເຜີຍແຜ່, ການສຶກສາກໍ່ສ້າງເຈດຈຳນົງຕັດສິນໃຈໃຫ້ແກ່ພະນັກງານ, ນັກຮົບ, ສ້າງບາດກ້າວຫັນປ່ຽນຢ່າງແຮງ, ໝັ້ນຄົງເຂັ້ມແຂງນັບແຕ່ຊຸມວັນທຳອິດ, ອາທິດທຳອິດຂອງການຫັດແອບ.
ໂດຍ: ແສງເດືອນ