ນີ້ແມ່ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Anthony Albanese ນັບແຕ່ເມື່ອຮັບດໍາລົງຕຳແໜ່ງ. ດຳເນີນໃນສະພາບການຫວຽດນາມ ແລະ ອົດສະຕາລີ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2023) ແລະ 5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ (2018-2023), ຫວັງວ່າການຢ້ຽມຢາມ ຈະປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະອົດສະຕາລີ ເລິກເຊິ່ງກວ່າອີກ.

ຫວນຄືນຫຼັງ, ເມື່ອປີ 1973, ອົດສະຕາລີ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບ ຫວຽດນາມ ພາຍຫຼັງສັນຍາປາຣີໄດ້ຮັບການລົງນາມ. ຜ່ານໄລຍະເຄິ່ງສະຕະວັດ, ການພົວພັນ ຫວຽດນາມ - ອົດສະຕາລີ ໄດ້ພັດທະນາໝັ້ນຄົງເທື່ອລະກ້າວ, ບັນລຸໄດ້ບັນດາຜົນງານປະທັບໃຈ, ມຸ່ງໄປເຖິງເປົ້າໝາຍຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ໃນຊຸມປີຜ່ານມາ, ການນຳຂັ້ນສູງສອງປະເທດໄດ້ຮັກສາການຢ້ຽມຢາມ ແລະພົບປະຢູ່ບັນດາເວທີປາໄສສາກົນ ແລະພາກພື້ນເປັນປະຈຳ. ຫວ່າງແລ້ວນີ້, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ພົບປະກັບຜູ້ມີອໍານາດເຕັມ ແລະນາຍົກລັດຖະມົນຕີ ອົດສະຕາລີ ທີ່ພິທີຂຶ້ນຄອງລາດຂອງກະສັດອັງກິດ (ເດືອນພຶດສະພາ 2023). ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີ Anthony Albanese ກໍ່ໄດ້ມີການພົບປະຢູ່ນອກກອງປະຊຸມສຸດຍອດອາຊຽນ ຄັ້ງທີ 41 (ກຳປູເຈຍ, ເດືອນພະຈິກ 2022) ແລະກອງປະຊຸມສຸດຍອດ G7 ເປີດກວ້າງ (ຍີ່ປຸ່ນ, ພຶດສະພາ 2023). ຜ່ານບັນດາການຢ້ຽມຢາມ ແລະພົບປະຂອງການນຳຂັ້ນສູງ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີ, ສ້າງທ່າໃຫ້ບັນດາຂົງເຂດຮ່ວມມືຕ່າງໆພັດທະນາຢ່າງແຮງ, ພິເສດແມ່ນການຮ່ວມມືດ້ານເສດຖະກິດການຄ້າ ແລະການລົງທຶນ. ປີ 2022, ວົງເງິນການຄ້າສອງສົ້ນບັນລຸເກືອບ 15,7 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 26,7% ເມື່ອທຽບໃສ່ປີ 2021, ນໍາ ອົດສະຕາລີ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 7 ຂອງ ຫວຽດນາມ ແລະ ຫວຽດນາມ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 10 ຂອງ ອົດສະຕາລີ. ໄລ່ຮອດທ້າຍເດືອນກຸມພາ 2023, ອົດສະຕາລີ ມີ 590 ໂຄງການລົງທຶນຢູ່ ຫວຽດນາມ ດ້ວຍຍອດຈຳນວນທຶນປະມານ 2 ຕື້ໂດລາສະຫະລັດ. ໃນຂະນະນັ້ນ, ຫວຽດນາມ ໄດ້ລົງທຶນເຂົ້າອົດສະຕາລີ  88 ໂຄງການດ້ວຍຍອດຈຳນວນທຶນ 592,3 ລ້ານໂດລາສະຫະລັດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Anthony Albanese ນາຍົກລັດຖະມົນຕີ ອົດສະຕາລີ ທີ່ການພົບປະໃນວັນທີ 12 ພະຈິກ 2022, ຢູ່ນະຄອນຫຼວງພະນົມເປັນ, ກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ

ໜ້າສົນໃຈ, ອົດສະຕາລີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສອງຝ່າຍທີ່ສະໜອງ ODA ຊ່ວຍເຫຼືອລ້າໃຫຍ່ທີ່ສຸດໃຫ້ແກ່ຫວຽດນາມ. ໃນສາຍພົວພັນລະຫວ່າງຫວຽດນາມ - ອົດສະຕາລີ, ການຮ່ວມມືໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນຈຸດພົ້ນເດັ່ນ. ສອງຝ່າຍຮັກສາການແລກປ່ຽນຄະນະຜູ້ແທນເປັນປະຈຳ, ຮ່ວມມືໃນການປ້ອງກັນ ແລະຕ້ານອາດຊະຍາກຳ, ຄຸ້ມຄອງການເຂົ້າ-ອອກເມືອງ, ຕ້ານການອົບພະຍົບຢ່າງຜິດກົດໝາຍ, ...

ພິເສດ,  ຫວຽດນາມ ແລະອົດສະຕາລີ ມີການເຄື່ອນໄຫວຮ່ວມມືແທດຈິງຫຼາຍຢ່າງໃນຂົງເຂດຮັກສາສັນຕິພາບຂອງສະຫະປະຊາຊາດ. ດ້ວຍບົດຮຽນປະສົບການມາຫຼາຍປີໃນການບຳລຸງສ້າງ, ຝຶກອົບຮົມ ແລະຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ອົດສະຕາລີ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເປັນພິເສດ, ສະໜັບສະໜູນ ແລະໜູນຊ່ວຍຢ່າງຕັ້ງໜ້າ, ມີປະສິດທິຜົນໃຫ້ແກ່ຫວຽດນາມ ໃນວິວັດເຂົ້າຮ່ວມການເຄື່ອນໄຫວນີ້. ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືກໍ່ສ້າງວຽກງານຮັກສາສັນຕິພາບ ແລະຄົ້ນຫາ, ທໍາລາຍລູກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ ປີ 2016... ປະຈຸບັນ, ສອງຝ່າຍພວມປຶກສາຫາລື ແລະກະກຽມລົງນາມໃນຂໍ້ຕົກລົງຄູ່ຮ່ວມມືຮັກສາສັນຕິພາບ.

ເພື່ອສືບຕໍ່ຊຸກຍູ້ທ່າພັດທະນາການພົວພັນໃນປະຈຸບັນ, ສອງຝ່າຍເອົາໃຈໃສ່ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດໃໝ່, ຄື: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນ, ການຫັນປ່ຽນພະລັງງານ. ນອກຈາກນັ້ນ, ການສຶກສາ - ບຳລຸງສ້າງ, ແຮງງານ, ກະສິກຳ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ... ກໍ່ແມ່ນບັນດາຂົງເຂດຮ່ວມມືພັດທະນາອັນດີງາມ ແລະຍັງມີທ່າແຮງບົ່ມຊ້ອນຫຼາຍຢ່າງ.

ບໍ່ພຽງແຕ່ມີການຮ່ວມມືສອງຝ່າຍເທົ່ານັ້ນ, ສອງປະເທດຍັງຍັງມີການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍກໍ່ຄືໃນບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສຳລັບ ອົດສະຕາລີ, ຫວຽດນາມ ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ. ບົດບາດ ແລະຖານະທີ່ຕັ້ງຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງໃນເວທີສາກົນອັນໄດ້ສ້າງກໍາລັງໜູນເພື່ອໃຫ້ສອງປະເທດສົມທົບກັນຢ່າງແໜ້ນແຟ້ນກວ່າອີກໃນບັນດາກົນໄກຮ່ວມມືຫຼາຍຝ່າຍ.

ດ້ວຍການພົວພັນຮ່ວມມືຍາວນານ ແລະເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ, ຫວັງວ່າການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Anthony Albanese ຈະນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ຂຶ້ນສູ່ລະດັບສູງໃໝ່.

ໃນສະພາບການທີ່ສອງປະເທດພວມຢືນຢູ່ຕໍ່ໜ້າການຮ່ວມມືໃໝ່ ແລະຍົກລະດັບການພົວພັນສອງຝ່າຍ, ການຢ້ຽມຢາມຈະປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງກຳລັງໜູນໃໝ່ເພື່ອຊ່ວຍໃຫ້ສາຍພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອົດສະຕາລີ ພັດທະນາກວ່າໃນທຸກຂົງເຂດ.

ໂດຍ: ທະນາອນ