ໂດຍໄດ້ຮັບການສ້າງຕັ້ງໃນປີ 1976, G7 ແມ່ນພັນທະມິດລວມມີ 7 ປະເທດທີ່ມີພື້ນຖານອຸດສາຫະກຳກ້າວໜ້າ: ອັງກິດ, ອາເມລິກາ, ເຢຍລະມັນ, ຍີ່ປຸ່ນ, ຝະລັ່ງ, ການາດາ ແລະອີຕາລີ. ປີ 2023, ຍີ່ປຸ່ນ ຮັບດຳລົງບົດບາດປະທານ G7 ແລະເປັນປະທານຈັດຕັ້ງກອງປະຊຸມສຸດຍອດ G7 ພ້ອມກັບກອງປະຊຸມສຸດຍອດ G7 ເປີດກວ້າງຢູ່ນະຄອນ Hiroshima.

ກອງປະຊຸມສຸດຍອດ G7 ປີນີ້ໄດ້ຈັດຕັ້ງໃນລະຫວ່າງວັນທີ 19-22 ພຶດສະພາ ແລະແມ່ນກອງປະຊຸມຫຼາຍຝ່າຍທີ່ສຳຄັນ, ດຳເນີນໃນສະພາບການເມືອງ, ເສດຖະກິດ, ຄວາມໝັ້ນຄົງໃນໂລກສືບຕໍ່ມີການຜັນແປສັບສົນ, ຄາດຄະເນລ່ວງໜ້າໄດ້ຍາກ, ສົ່ງຜົນກະທົບຫຼາຍດ້ານເຖິງສະພາບແວດລ້ອມຄວາມໝັ້ນຄົງ ແລະການພັດທະນາຂອງຫຼາຍປະເທດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Kishida Fumio ນາຍົກລັດຖະມົນຕີ ຍີ່ປຸ່ນ ໃນການຢ້ຽມຢາມທາງລັດຖະກິດ ຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ. ພາບ: VGP

ໃນຂະນະນັ້ນ, ກອງປະຊຸມສຸດຍອດ G7 ເປີດກວ້າງໄດ້ຈັດຕັ້ງໃນຂອບເຂດກອງປະຊຸມສຸດຍອດ G7, ດໍາເນີນໃນລະຫວ່າງວັນທີ 20-21 ພຶດສະພາ ດ້ວຍບັນດາແຂກຖືກເຊີນແມ່ນການນຳຂັ້ນສູງຂອງ 8 ປະເທດ ແລະ 6 ອົງການຈັດຕັ້ງສາກົນ. ກອງປະຊຸມລວມມີ 3 ວາລະປະຊຸມ, ດ້ວຍບັນດາຫົວຂໍ້: ຮ່ວມມືແກ້ໄຂວິກິດການ (ສຸມໃສ່ບັນດາບັນຫາສະບຽງອາຫານ, ການແພດ, ການພັດທະນາ, ຄວາມສະເໝີພາບລະຫວ່າງຍິ່ງ-ຊາຍ); ຄວາມມານະພະຍາຍາມລວມເພື່ອໜ່ວຍໂລກຍືນຍົງ (ສຸມໃສ່ບັນດາບັນຫາອາກາດ, ສິ່ງແວດລ້ອມ ແລະພະລັງງານ); ການມຸ່ງໄປເຖິງໂລກແຫ່ງສັນຕິສຸກ, ສະຖຽນລະພາບ ແລະວັດທະນາຖາວອນ (ສຸມໃສ່ບັນດາບັນຫາສັນຕິພາບ, ເຄົາລົບກົດໝາຍສາກົນ, ການຮ່ວມມືຫຼາຍຝ່າຍ).

ນີ້ແມ່ນຄັ້ງທີ 3 ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ ແລະແມ່ນຄັ້ງທີ 2 ເຂົ້າຮ່ວມຕາມຄຳເຊີນຂອງຍີ່ປຸ່ນ. ສິ່ງນີ້ພິສູດໃຫ້ເຫັນວ່າ ຍີ່ປຸ່ນ ເວົ້າສະເພາະ ແລະກຸ່ມ G7 ເວົ້າລວມຖືເປັນສຳຄັນຕໍ່ຖານະ, ບົດບາດຂອງຫວຽດນາມ ໃນພາກພື້ນ. ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ກອງປະຊຸມສຸດຍອດ G7 ເປີດກວ້າງຄັ້ງນີ້ຍັງຢັ້ງຢືນບັນດາການປະກອບສ່ວນຂອງ ຫວຽດນາມ ໃຫ້ຄວາມມານະພະຍາຍາມລວມເພື່ອແນໃສ່ຊຸກຍູ້ການຮ່ວມມື, ຮັກສາການເຕີບໂຕ ແລະແກ້ໄຂບັນດາສິ່ງທ້າທາຍລວມ ເຊິ່ງປະຊາຄົມສາກົນຕ້ອງປະເຊີນໜ້າ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ຜັນຂະຫຍາຍຢ່າງແຮງແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII “ເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍ; ສົ່ງສານກ່ຽວກັບຫວຽດນາມ ພັດທະນາ, ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ; ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ,  ປະກອບຄວາມຮັບຜິດຊອບຕໍ່ສັນຕິພາບ, ການພັດທະນາ ແລະບັນດາຄວາມເອົາໃຈໃສ່ລວມຂອງປະຊາຄົມສາກົນ”.

ໃນໄລຍະຜ່ານມາ, ການພົວພັນຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງຫວຽດນາມ-ຍີ່ປຸ່ນ ໄດ້ພັດທະນາຢ່າງແຮງ, ຮອບດ້ານດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ. ການນໍາຂັ້ນສູງສອງປະເທດຮັກສາການຢ້ຽມຢາມ ແລະການພົບປະທີ່ບັນດາເວທີປາໄສສາກົນ ແລະພາກພື້ນເປັນປະຈໍາ. ຍີ່ປຸ່ນ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າຂອງຫວຽດນາມ ແລະແມ່ນປະເທດອຸປະຖຳ ODA ໃຫຍ່ທີ່ສຸດໃຫ້ຫວຽດນາມ. ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ, ໂດຍສະເພາະແມ່ນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການລົງທຶນ, ການຄ້າ, ODA, ການແພດ, ກະສິກໍາ,  ວິທະຍາສາດ-ເຕັກໂນໂລຢີ, ການຫັນປ່ຽນດີຈີຕອນ, ການສຶກສາ-ກໍ່ສ້າງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ... ໄດ້ຜັນຂະຫຍາຍຢ່າງຕັ້ງໜ້າ. ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະສະໜັບສະໜູນກັນທີ່ບັນດາເວທີປາໄສຫຼາຍຝ່າຍ ກໍ່ຄືໃນບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ປີ 2023, ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະຍີ່ປຸ່ນ, ການໄປປະຕິບັດງານຢູ່ ຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ  ເພື່ອແນໃສ່ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກວ່າອີກ, ຊຸກຍູ້ການພົວພັນສອງຝ່າຍໃຫ້ນັບມື້ນັບພັດທະນາ; ຊຸກຍູ້ບັນດາເນື້ອໃນຮ່ວມມືຈຸດສຸມ, ຄື: ເສດຖະກິດ, ການຄ້າ, ການລົງທຶນ, ODA ລຸ້ນໃໝ່, ພື້ນຖານໂຄງລ່າງຄຸນນະພາບສູງ, ຫັນປ່ຽນສີຂຽວ, ຫັນປ່ຽນພະລັງງານ...

ການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ ແລະເຮັດວຽກຢູ່ ຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ສະແດງໃຫ້ເຫັນຄວາມຫວັງສືບຕໍ່ນຳການພົວພັນຕ່າງປະເທດລະຫວ່າງຫວຽດນາມ ກັບ ຍີ່ປຸ່ນ ແລະກັບປະເທດຕ່າງໆໃຫ້ເຂົ້າສູ່ລວງເລິກ, ປະກອບສ່ວນຫຼາຍກ່ວາອີກໃຫ້ສັນຕິພາບ ແລະການພັດທະນາ; ຍາດແຍ່ງການຮ່ວມມື, ການສະໜັບສະໜູນຈາກບັນດາສະມາຊິກ G7 ແລະຄູ່ຮ່ວມມືສາກົນໃນບັນດາບັນຫາພາກພຶ້ນ ແລະສາກົນຕິດພັນກັບຜົນປະໂຫຍດຂອງຫວຽດນາມ, ພ້ອມທັງດຶງດູດແຫຼ່ງກຳລັງສາກົນ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ໂດຍ: ແສງເດືອນ