ນີ້ແມ່ນບັນດາການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍທາງການທີ່ມີຂອບຂະໜາດໃຫຍ່ໃນປີ 2023 ເຊິ່ງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມ. ເລື່ອງທ່ານ ຟ້າມມິງຈິ໊ງ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ 42 ທັງສະແດງໃຫ້ເຫັນການສະໜັບສະໜູນຂອງຫວຽດນາມ ຕໍ່ກັບ ອິນໂດເນເຊຍ ໃນບົດບາດປະທານອາຊຽນ 2023, ທັງຕັ້ງໜ້າຜັນຂະຫຍາຍແຜນນະໂຍບາຍ, ແນວທາງພົວພັນຕ່າງປະເທດ ເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກໄດ້ວາງອອກກ່ຽວກັບການ “ສືບຕໍ່ຍູ້ແຮງ ແລະຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນ”. ໂດຍແມ່ນກອງປະຊຸມສຸດຍອດທາງການທໍາອິດໃນປີເປັນປະທານອາຊຽນ 2023, ກອງປະຊຸມສຸດຍອດອາຊຽນ 42 ໄດ້ດຳເນີນໃນສະພາບການໂລກ ແລະພາກພື້ນ ສືບຕໍ່ຜັນແປຢ່າງສັບສົນ, ເຕັມໄປດ້ວຍຄວາມສ່ຽງຫຼາຍຢ່າງ. ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ທີ່ມີທ່າອ່ຽງເພີ່ມຂຶ້ນ. ເຖິງວ່າເສດຖະໂລກມີບັນດາສັນຍານຟື້ນຟູພາຍຫຼັງພະຍາດໂຄວິດ-19 ກໍ່ຕາມ, ແຕ່ວ່າລະດັບການເຕີບໂຕເວົ້າລວມຍັງຕໍ່າ ແລະບໍ່ໝັ້ນຄົງ.

leftcenterrightdel
ອິນໂດເນເຊຍ ປະທານອາຊຽນ ປີ 2023. ພາບ: dangcongsan.vn

ສຳລັບອາຊຽນ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ພວມມານະພະຍາຍາມສໍາເລັດແຜນການສັງລວມ 2025 ໃນທັງ 3 ເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະວັດທະນະທຳ-ສັງຄົມ, ພ້ອມທັງກະກຽມໃຫ້ໄລຍະພັດທະນາຕໍ່ໄປດ້ວຍການກໍ່ສ້າງວິໄສທັດປະຊາຄົມອາຊຽນ ພາຍຫຼັງ 2025, ເອົາໃຈໃສ່ຍົກສູງຄວາມສາມາດຂອງລະບອບ, ລະບຽບການ, ຊຸກຍູ້ການຮ່ວມມືຕາມບັນດາທ່າອ່ຽງໃຫຍ່ໃນປະຈຸບັນ, ຄື: ຟື້ນຟູກວມລວມ, ຫັນປ່ຽນດີຈີຕອນ, ເສດຖະກິດໝູນວຽນ, ການພັດທະນາແບບຍືນຍົງ... ອາຊຽນ ສືບຕໍ່ກຳນົດຖານະບົດບາດໃຈກາງໃນໂຄງປະກອບຂອງພາກພື້ນ, ເຊິ່ງສະແດງໃຫ້ເຫັນຜ່ານບັນດາຂໍ້ລິເລີ່ມ, ຂໍ້ສະເໜີ ເຊິ່ງບາງຄູ່ຮ່ວມມືຍົກອອກຄືຍົກລະດັບການພົວພັນ, ຜັນຂະຫຍາຍບັນດາເນື້ອໃນບຸລິມະສິດໃນການພົວພັນ, ຈັດຕັ້ງກອງປະຊຸມສຸດຍອດສະເຫຼີມສະຫຼອງ ຫຼືກອງປະຊຸມສຸດຍອດທຳອິດກັບອາຊຽນ. ເຖິງຢ່າງໃດກໍ່ຕາມ, ຕ້ອງຍອມຮັບວ່າ ໃນເມື່ອຄວາມສາມັກຄີພາຍໃນກຸ່ມ ແລະບົດບາດໃຈກາງຂອງອາຊຽນ ສືບຕໍ່ເສີມຂະຫຍາຍ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງທັງພາຍໃນ ແລະພາຍນອກ.

ໃນສະພາບການດັ່ງກ່າວ, ກອງປະຊຸມສຸດຍອດ ອາຊຽນ 42 ດ້ວຍຫົວຂໍ້: “ອາຊຽນ ດ້ວຍຂອບຂະໜາດ: ຈຸດໃຈກາງຂອງການເຕີບໂຕ” ແມ່ນໂອກາດເພື່ອໃຫ້ການນໍາບັນດາປະເທດສະມາຊິກປຶກສາຫາລື, ວາງທິດທາງປັບປຸງປະຊາຄົມ, ຍົກສູງການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມສາມາດປັບຕົວ ແລະເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ຕໍ່ໜ້າບັນດາຄວາມສັບສົນ, ການຜັນແປໃນປະຈຸບັນ.

ປະຫວັດສາດກວ່າ 55 ປີແຫ່ງການສ້າງຕັ້ງ ແລະພັດທະນາຂອງອາຊຽນ ໄດ້ພິສູດໃຫ້ເຫັນວ່າ ພາຍຫຼັງປະສົບກັບຄວາມຫຍຸ້ງຍາກ,  ສິ່ງທ້າທາຍ ແລະວິກິດການ, ອາຊຽນ ຍິ່ງແຂງແຮງກວ່າອີກ,  ປະຈຸບັນອາດສາມາດເອກອ້າງທະນົງໃຈວ່າ ນີ້ແມ່ນຮູບແບບເຊື່ອມຕໍ່ພາກພື້ນປະສົບຜົນສຳເລັດ. ບັນດາຜົນງານທີ່ບັນລຸໄດ້ນັ້ນແມ່ນພື້ນຖານໝັ້ນແກ່ນເພື່ອໃຫ້ອາຊຽນ ກໍ່ສ້າງປະຊາຄົມສາມັກຄີ, ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີບົດບາດ, ຖານະທີ່ຕັ້ງສາກົນສູງ, ເພື່ອຜົນປະໂຫຍດລວມຂອງພວກເຮົາ.

ເກືອບ 30 ປີທີ່ເຂົ້າເປັນສະມາຊິກ “ຊາຍຄາລວມ” ອາຊຽນ, ມາຮອດປະຈຸບັນ, ຫວຽດນາມ ໄດ້ຢັ້ງຢືນວ່າ ແມ່ນພາກສ່ວນໜຶ່ງບໍ່ສາມາດຕັດແຍກອອກຈາກອາຊຽນ ແລະພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້, ການພັດທະນາປະເທດໄດ້ຕິດກັບອາຊຽນ. ນະໂຍບາຍຕໍ່ກັບ ອາຊຽນ ກໍ່ກາຍເປັນພາກສ່ວນໜຶ່ງທີ່ສຳຄັນໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ. ຫວຽດນາມ ຍາມໃດກໍ່ເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບເມື່ອເຂົ້າຮ່ວມເຂົ້າບັນດາວຽກງານຂອງອາຊຽນ, ພ້ອມກັບບັນດາປະເທດສະມາຊິກຮັກສາ, ເຊີດຊູວິທີການເຂົ້າເຖິງຢ່າງສົມດູນ, ກົມກຽວໃນບັນດາບັນຫາພາກພື້ນ ແລະສາກົນ, ເສີມຂະຫຍາຍຄວາມຮັບຜິດຊອບ, ທັດສະນະຂອງອາຊຽນ ຕໍ່ກັບສັນຕິພາບ, ສະຖຽນລະພາບ ແລະການພັດທະນາ. ດ້ວຍຈິດໃຈເປັນເຈົ້າການ, ຕັ້ງໜ້າ, ຈິງໃຈ, ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບ, ມີໄຫວພິບ ແລະປະດິດຄິດສ້າງ, ຫວຽດນາມ ໄດ້, ພວມ ແລະຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນພ້ອມກັບບັນດາປະເທດສະມາຊິກປັບປຸງຄວາມສາມັກຄີພາຍໃນກຸ່ມ, ຮັບມືຢ່າງມີປະສິດທິຜົນກັບບັນດາສິ່ງທ້າທາຍທີ່ພວມວາງອອກ, ຢັ້ງຢືນບົດບາດ, ຮູບພາບ ແລະຄວາມໄວ້ເນື້ອເຊື່ອໃຈຂອງອາຊຽນ, ຜ່ານນັ້ນພ້ອມກັນສ້າງບັນດາຜົນສຳເລັດຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້, ປະກອບສ່ວນສຳຄັນ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາໃນພາກພື້ນ ແລະໃນໂລກ.

ໂດຍ: ແສງເດືອນ