ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດໃນປີ 2023 ພ້ອມທັງແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີລຸກຊຳບວກ ໃນກວ່າ 20 ປີຜ່ານມາ. ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ລຸກຊຳບວກ ແມ່ນການເຄື່ອນໄຫວທາງການທູດຂັ້ນສູງຄັ້ງທຳອິດເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລຸກຊຳບວກ (1973 – 2023).

ນັບແຕ່ວັນສ້າງຕັ້ງການພົວພັນທາງການທູດ (ວັນທີ 15 ພະຈິກ 1973), ການພົວພັນລະຫວ່າງຫວຽດນາມ ແລະລຸກຊຳບວກ ໄດ້ມີບັນດາບາດກ້າວພັດທະນາອັນດີງາມ. ສອງປະເທດຮັກສາການພົບປະຢູ່ທຸກຂັ້ນເປັນປະຈຳ, ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍ, ຄື: ASEM, ຂອບເຂດການພົວພັນອາຊຽນ - ອີຢູ, ບັນດາອົງການສັງກັດສະຫະປະຊາຊາດ, ພິເສດແມ່ນສອງປະເທດກໍ່ແມ່ນສະມາຊິກສະພາສິດທິມະນຸດ ເພື່ອແນໃສ່ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Xavier Bettel ນາຍົກລັດຖະມົນຕີລຸກຊຳບວກ. ພາບ: ສໍານັກຂ່າວສານຫວຽດນາມ

ດ້ວຍທ່າແຮງດ້ານການຄ້າ, ການບໍລິການທະນາຄານ ແລະການປະກັນໄພ, ລຸກຊຳບວກ ແມ່ນສູນກາງການລົງທຶນໃຫຍ່ອັນດັບສອງໃນໂລກ ແລະເປັນສູນກາງທະນາຄານເອກະຊົນທີ່ສຳຄັນທີ່ສຸດໃນພາກພື້ນ Eurozone. ໄລ່ຮອດເດືອນ ມີນາ 2023, ລຸກຊຳບວກ ມີ 64 ໂຄງການລົງທຶນດ້ວຍຍອດຈຳນວນທຶນ 2,6 ຕື້ໂດລາສະຫະລັດ, ຢືນອັນດັບ 3 ໃນຈຳນວນ 24 ປະເທດສະມາຊິກ ສະຫະພາບ ເອີລົບ (ອີຢູ) ແລະຢືນອັນດັບ 17 ໃນຈຳນວນ 139 ປະເທດ ແລະເຂດແຄ້ວນລົງທຶນເຂົ້າຫວຽດນາມ, ສຸມໃສ່ເຂົ້າບາງຂົງເຂດສື່ສານ, ກໍ່ສ້າງ, ອະສັງຫາລິມະຊັບ ຢູ່ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ບ່າເຣ້ຍ-ຫວູງເຕົາ...  ນັບແຕ່ເມື່ອສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ມີຜົນສັກສິດ ໃນວັນທີ 1 ສິງຫາ 2020, ການແລກປ່ຽນການຄ້າລະຫວ່າງຫວຽດນາມ ແລະລຸກຊຳບວກ ໄດ້ເຕີບໂຕໄວ. ປີ 2022, ຍອດວົງເງິນການຄ້າສອງຝ່າຍບັນລຸ 187,1 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 69% ເມື່ອທຽບໃສ່ປີ 2020.

ສອງປະເທດກໍ່ມີການຮ່ວມມືດ້ານການເງິນ - ທະນາຄານຫຼາຍຢ່າງ, ໂດຍສະເພາະແມ່ນດ້ານການກໍ່ສ້າງ, ຍົກສູງກຳລັງຄວາມສາມາດ, ຖ່າຍທອດເຕັກໂນໂລຢີດ້ານການເງິນ, ການພັດທະນາຕະຫຼາດຫຼັກຊັບ. ການພົວພັນລະຫວ່າງບັນດາທະນາຄານການຄ້າຫວຽດນາມ ແລະບັນດາຄູ່ຮ່ວມມື ລຸກຊຳບວກ ເບິ່ງລວມແມ່ນຕັ້ງໜ້າ. ເລື່ອງໃນໂອກາດການຢ້ຽມຢາມ ລຸກຊຳບວກ ຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ (ເດືອນທັນວາ ປີ 2022), ສອງຝ່າຍເຫັນດີສ້າງຂອບເຂດຄູ່ຮ່ວມມືຍຸດທະສາດດ້ານການເງິນສີຂຽວໂດຍໄວ, ເພື່ອແນໃສ່ໝູນໃຊ້ທ່າແຮງຂອງລຸກຊຳບວກ ກ່ຽວກັບແຫຼ່ງທຶນເງິນລົງທຶນ, ພິເສດແມ່ນການເງິນສີຂຽວ, ໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕສີຂຽວ ແລະຄວາມພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນມີການປະຕິບັດບັນດາຄຳໝັ້ນສັນຍາທີ່ວາງອອກໃນ COP26. ສອງຝ່າຍກໍ່ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງພະແນກຫຼັກຊັບຫວຽດນາມ ແລະພະແນກຫຼັກຊັບ ລຸກຊຳບວກ.

ລຸກຊຳບວກ ຖືວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດບຸລິມະສິດໃນການໜູນຊ່ວຍການພັດທະນາດ້ວຍຍອດເງິນອຸປະຖໍາມາຮອດປະຈຸບັນ ບັນລຸ 129 ລ້ານເອີໂຣ. ຂົງເຂດອຸປະຖໍາຂອງ ລຸກຊຳບວກ ໄດ້ປ່ຽນແປງເພື່ອເໝາະສົມກັບຄວາມຕ້ອງການ ແລະເປົ້າໝາຍການພັດທະນາຂອງຫວຽດນາມ ຕາມແຕ່ລະໄລຍະ. ກ່ອນປີ 2005, ການອຸປະຖໍາຂອງ ລຸກຊຳບວກ ແມ່ນສຸມໃສ່ການພັດທະນາຊົນນະບົດ. ແຕ່ປີ 2005 – 2010, ການອຸປະຖໍາຂອງ ລຸກຊຳບວກ ແມ່ນອີງໃສ່ຍຸດທະສາດ ແລະແຜນພັດທະນາເສດຖະກິດ 5 ປີ ໄລຍະ 2005 - 2010 ຂອງຫວຽດນາມ, ໜູນຊ່ວຍການປະຕິບັດສໍາເລັດເປົ້າໝາຍສະຫັດສະວັດຂອງລັດຖະບານ, ໃນນັ້ນສຸມໃສ່ການລົບລ້າງຄວາມອຶດຫິວ ແລະຫຼຸດຜ່ອນຄວາມທຸກຍາກ, ມຸ່ງໄປເຖິງບັນດາແຂວງ, ເຂດຫ່າງໄກສອກຫຼີກ ແລະທຸກກຍາກທີ່ສຸດ. ໃນໄລຍະ 2011-2015, ລຸກຊຳບວກ ໄດ້ສຸມໃສ່ພັດທະນາການແພດ ແລະບຳລຸງສ້າງວິຊາຊີບໃຫ້ຫວຽດນາມ. ຫຼັງປີ 2015, ລຸກຊຳບວກ ໜູນຊ່ວຍ ຫວຽດນາມ ໃນຂົງເຂດການທະນາຄານ, ການເງິນ ແລະການສຶກສາ. ປະຈຸບັນ, ສອງຝ່າຍໄດ້ຕັ້ງໜ້າເປີດກວ້າງ ແລະຍູ້ແຮງການຮ່ວມມືໃນບັນດາຂົງເຂດ, ຄື: ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ... 

ດ້ວຍການພົວພັນມິດຕະພາບ ແລະພັດທະນາໃນຫຼາຍຂົງເຂດ, ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel ສະແດງໃຫ້ເຫັນຄວາມສຳຄັນ ແລະປາດຖະໜາຢາກນຳການພົວພັນລະຫວ່າງສອງປະເທດກ້າວຂຶ້ນສູ່ໄລຍະພັດທະນາໃໝ່. ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Xavier Bettel ຈະປະສົບຜົນສຳເລັດອັນດີງາມ, ປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ-ບຳລຸງສ້າງ ແລະ ວັດທະນະທຳ...

ໂດຍ: ທະນາພອນ