ໂດຍແມ່ນການຢ້ຽມຢາມທາງລັດຖະກິດຫວຽດນາມ ທຳອິດຂອງປະມຸກລັດຕ່າງປະເທດ ໃນປີ 2023, ການຢ້ຽມຢາມຄັ້ງນີ້ຍິ່ງມີຄວາມໝາຍກວ່າເມື່ອດຳເນີນໃນໄລຍະທີ່ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2023).

leftcenterrightdel
ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ແລະທ່ານ David Hurley ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

ຜ່ານເຄິ່ງສະຕະວັດ, ການພົວພັນຫວຽດນາມ-ອົດສະຕາລີ ມີບັນດາບາດກ້າວພັດທະນາກ້າກະໂດດຂັ້ນ ແລະບັນລຸໄດ້ຫຼາຍຜົນງານປະທັບໃຈ. ເບື້ອງຕົ້ນແມ່ນຄູ່ຮ່ວມມືອຸປະຖຳ, ມາຮອດປະຈຸບັນ, ສອງປະເທດກາຍເປັນຄູ່ຮ່ວມມືຍຸດທະສາດບົນເນື້ອໃນຈິດໃຈສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ການພົວພັນສອງປະເທດສືບຕໍ່ໄດ້ຍົກຂຶ້ນລະດັບໃໝ່ຢ່າງຕໍ່ເນື່ອງນັບແຕ່ພາຍຫຼັງສ້າງຕັ້ງການພົວພັນທາງການທູດແຕ່ວັນທີ 26 ກຸມພາ 1973. ສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2009, ຄູ່ຮ່ວມມືຮອບດ້ານເພີ່ມທະວີ ໃນປີ 2015 ແລະຍົກຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2018. ປີ 2020, ສອງຝ່າຍໄດ້ເຊັນໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ- ອົດສະຕາລີ ໄລຍະ 2020-2023, ສຸມໃສ່ເຂົ້າ 3 ເສົາຄໍ້າ: ເພີ່ມທະວີຄວາມສະໜິດຕິດພັນດ້ານເສດຖະກິດ; ເຮັດໃຫ້ຄູ່ຮ່ວມມືຍຸດທະສາດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເລິກເຊິ່ງກວ່າເກົ່າ; ສ້າງການພົວພັນຄູ່ຮ່ວມມືດ້ານພູມປັນຍາ ແລະປ່ຽນແປງໃໝ່. ນີ້ແມ່ນພື້ນຖານຢ່າງໝັ້ນຄົງເຂັ້ມແຂງ ເພື່ອໃຫ້ສອງປະເທດສືບຕໍ່ຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືໃນບັນດາຂົງເຂດ, ນຳການຮ່ວມມືເຂົ້າສູ່ລວງເລິກ, ແທດຈິງ, ເປີດແງ່ຫວັງ ເພື່ອການພົວພັນຫວຽດນາມ-ອົດສະຕາລີ ມຸ່ງໄປເຖິງລະດັບສູງກວ່າ.

ຊຸມປີຜ່ານມາ, ການພົວພັນສອງປະເທດສືບຕໍ່ໄດ້ຮັບການຊຸກຍູ້ ແລະເພີ່ມທະວີທາງດ້ານສອງຝ່າຍ ແລະຫຼາຍຝ່າຍ. ຜ່ານການຮັກສາການແລກປ່ຽນຄະນະຜູ້ແທນ ແລະພົບປະຂັ້ນສູງ, ຂັ້ນຕ່າງໆ, ການພົວພັນດ້ານການເມືອງລະຫວ່າງສອງປະເທດນັບມື້ນັບສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈກວ່າເກົ່າ. ໃນເວລາເກີດພະຍາດໂຄວິດ-19, ສອງຝ່າຍກໍ່ຮັກສາການພົບປະຂັ້ນສູງຕາມຮູບການອອນລາຍ; ຮັກສາກົນໄກການຮ່ວມມືສອງຝ່າຍໄດ້ກວ່າ 20 ກົນໄກຢ່າງມີໄຫວພິບ.

leftcenterrightdel
ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ແລະທ່ານ David Hurley ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ. ພາບ: qdnd.vn

ໂດຍແມ່ນໜຶ່ງໃນ 3 ເສົາຄ້ຳການຮ່ວມມືຂອງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອົດສະຕາລີ, ການຮ່ວມມືໃນຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັດແໜ້ນ, ດ້ວຍການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ເຊັນບົດບັນທຶກວ່າດ້ວຍການຮ່ວມມື, ການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ, ຄຸ້ມຄອງການເຂົ້າ-ອອກເມືອງ, ຕ້ານການຍົກຍ້າຍພູມລຳເນົາຕາມລຳພັງໃຈ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ບຳລຸງພາສາອັງກິດ... ປີ 2016, ສອງປະເທດໄດ້ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືບຳລຸງສ້າງການຮັກສາສັນຕິພາບ, ເກັບກູ້ ແລະທຳລາຍລະເບີດບໍ່ທັນແຕກ; ທະຫານອາກາດລາຊະອານາຈັກ ອົດສະຕາລີ ໄດ້ໜູນຊ່ວຍການຂົນສົ່ງໂຮງໝໍສະໜາມຂັ້ນ 2 ຂອງຫວຽດນາມ ໄປຍັງຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດ ຢູ່ ຊູດັງໃຕ້  4 ຄັ້ງ.

ໄປພ້ອມກັບທ່າແຮງ ແລະຄວາມສາມາດບົ່ມຊ້ອນພັດທະນາອັນໃຫຍ່ຫຼວງ, ສອງພື້ນຖານເສດຖະກິດທີ່ມີລັກສະນະໜູນຊ່ວຍເຊິ່ງກັນ ແລະກັນຢ່າງສູງນັ້ນ, ຫວຽດນາມ ແລະອົດສະຕາລີ ບັນລຸໄດ້ຜົນງານການຮ່ວມມືດ້ານເສດຖະກິດ, ການຄ້າຫຼາຍຢ່າງ. ວົງເງິນການຄ້າສອງຝ່າຍມີການເຕີບໂຕດີ, ບັນລຸ 15,7 ຕື້ໂດລາສະຫະລັດ ໃນປີ 2022, ເພີ່ມຂຶ້ນ 26,7% ເມື່ອທຽບໃສ່ກັບປີ 2021. ປະຈຸບັນ ອົດສະຕາລີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 7 ຂອງຫວຽດນາມ ແລະຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ອັນດັບທີ 10 ຂອງອົດສະຕາລີ. ການສຶກສາຖືວ່າແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດຍ້ອນວ່ານີ້ແມ່ນຄວາມຕ້ອງການຂອງຫວຽດນາມ ແລະອົດສະຕາລີ ມີທ່າແຮງໃນຂົງເຂດນີ້. ປະຊາຄົມຊາວຫວຽດນາມ ອາໄສຢູ່ ອົດສະຕາລີ ມີປະມານ 350.000 ຄົນ, ຢືນອັນດັບທີ 5 ໃນບັນດາປະຊາຄົມມີເຊື້ອຊາດຕ່າງປະເທດຢູ່ອົດສະຕາລີ, ແມ່ນປັດໄຈເຊື່ອມຕໍ່ນຳການພົວພັນລະຫວ່າງສອງປະເທດໃຫ້ສະໜິດຕິດພັນກວ່າເກົ່າ.

leftcenterrightdel
ສອງຝ່າຍດຳເນີນການເຈລະຈາ. ພາບ: qdnd.vn

ເພື່ອສືບຕໍ່ຊຸກຍູ້ທ່າພັດທະນາການພົວພັນໃນປະຈຸບັນ, ໄປພ້ອມກັບບັນດາຂົງເຂດຮ່ວມມືທີ່ເປັນເສົາຄ້ຳ, ສອງຝ່າຍໄດ້ເປີດກວ້າງການຮ່ວມມືໄປສູ່ຂົງເຂດໃໝ່, ຄື: ພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕສີຂຽວ, ຕ່ອງໂສ້ການສະໜອງແບບຍືນຍົງ, ເສດຖະກິດດີຈີຕອນ... ໄດ້ປະກອບສ່ວນນຳການພົວພັນສອງປະເທດພັດທະນາຢ່າງຮອບດ້ານ. ການຮ່ວມມືດ້ານກະສິກຳ, ວັດທະນະທຳ, ການທ່ອງທ່ຽວ... ຍາມໃດກໍ່ໄດ້ຊຸກຍູ້.

ໃນການຮ່ວມມືຫຼາຍຝ່າຍ, ຫວຽດນາມ ແລະອົດສະຕາລີ ສະໜັບສະໜູນກັນຢູ່ເວທີປາໄສ, ອົງການຈັດຕັ້ງພາກພື້ນ ແລະສາກົນ, ຄື: ສະຫະປະຊາຊາດ, ອາຊຽນ, ອາເປັກ, ອາແຊມ, EAS... ດ້ວຍຖານະບົດບາດ ແລະທີ່ຕັ້ງຂອງຫວຽດນາມ ທີ່ນັບມື້ນັບໄດ້ຮັບການຍົກສູງຂຶ້ນຢູ່ເວທີສາກົນໄດ້ສ້າງກຳລັງໜູນ ເພື່ອໃຫ້ຫວຽດນາມ ແລະອົດສະຕາລີ ສົມທົບກັນຢ່າງແໜ້ນແຟ້ນກວ່າຢູ່ກົນໄກຮ່ວມມືຫຼາຍຝ່າຍ. ສອງປະເທດພວມດຳລົງຕຳແໜ່ງປະທານຮ່ວມໂຄງການອາຊີຕາເວັນອອກສ່ຽງໃຕ້ຂອງອົງການຈັດຕັ້ງຮ່ວມມື ແລະພັດທະນາເສດຖະກິດ (OECD) ໄລຍະ 2022-2025. ອົດສະຕາລີ ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງອາຊຽນ ເຊິ່ງ ຫວຽດນາມ ແມ່ນສະມາຊິກ, ສອງຝ່າຍໄດ້ແບ່ງປັນຜົນປະໂຫຍດ ແລະທັດສະນະລວມຫຼາຍຢ່າງ ເພື່ອພາກພື້ນສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນ.

ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານ David Hurley  ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ໄດ້ເປີດສາກໃຫ້ແກ່ປີທີ່ມີຄວາມໝາຍສໍາຄັນໃນການພົວພັນສອງປະເທດ, ສ້າງຂີດໝາຍໃໝ່ໃນປະຫວັດສາດ 50 ປີແຫ່ງການພົວພັນຫວຽດນາມ-ອົດສະຕາລີ. ເຊື່ອໝັ້ນວ່າ ການຢ້ຽມຢາມ ຈະສ້າງໂອກາດຮ່ວມມືໃນບັນດາຂົງເຂດ ແລະສ້າງກຳລັງໜູນຫຼາຍຢ່າງ ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດທີ່ກຳລັງຢູ່ໃນທ່າພັດທະນາຢ່າງບໍ່ຢຸດຢັ້ງ.

ໂດຍ: ແສງເດືອນ