ປີຂານ 2022 ຜ່ານມາແມ່ນປີທີ່ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍໃຫຍ່, ສິ່ງບັງເອີນປະກົດ, ສົ່ງຜົນກະທົບຫຼາຍດ້ານ ແລະຜົນສະທ້ອນຢ່າງໜັກໜ່ວງບໍ່ພຽງແຕ່ພາຍໃນປະເທດເທົ່ານັ້ນຫາກຍັງຕໍ່ທົ່ວໂລກ. ໃນສະພາບພິເສດນັ້ນ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາໄດ້ເສີມຂະຫຍາຍນ້ຳໃຈຮັກຊາດ, ເຈດຕະນາຕັດສິນໃຈ, ຄວາມສາມັກຄີ, ຂະຫຍັນຂັນເຄື່ອນ, ປະດິດສ້າງ, ມານະພະຍາຍາມສູ້ຊົນເພື່ອບັນລຸໄດ້ຫຼາຍຜົນງານທີ່ສໍາຄັນ, ຮອບດ້ານ, ດ້ວຍຫຼາຍຂີດໝາຍພົ້ນເດັ່ນ. ຫວຽດນາມ ທັງສຸມໃສ່ປ້ອງກັນ, ຕ້ານ, ຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ທັງຊຸກຍູ້ການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ, ສ້າງພື້ນຖານເສດຖະກິດເອກະລາດຕິດພັນກັບການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ; ການເມືອງ-ສັງຄົມມີສະຖຽນລະພາບ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບປະກັນ; ຮັກສາສະພາບແວດລ້ອມສັນຕິພາບ, ມີສະຖຽນລະພາບເພື່ອພັດທະນາປະເທດ; ປັບປຸງ ແລະຍົກສູງຄວາມເຊື່ອຂອງປະຊາຊົນຕໍ່ກັບພັກ, ລັດ ແລະລະບອບສັງຄົມນິຍົມ, ໄດ້ຮັບການຮັບຮູ້, ຕີລາຄາສູງຈາກປະຊາຄົມສາກົນ. ອາດສາມາດເຫັນໄດ້ວ່າ ບັນດາຜົນງານທີ່ບັນລຸໄດ້ໃນປີຜ່ານມາສືບຕໍ່ພິສູດໃຫ້ເຫັນຢ່າງຈະແຈ້ງການນໍາພາທີ່ສະຫຼາດຜ່ອງໃສ, ປີຊາສາມາດຂອງພັກ, ໃຫ້ຄຸນທາດ, ພູມປັນຍາ ແລະຄວາມສາມາດຮັບມືຂອງຊາວຫວຽດນາມ, ຂອງຊາດຫວຽດນາມ.

leftcenterrightdel
ພາບປະກອບຈາກ: toquoc.vn

ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງປະເທດ, ພາຍໃຕ້ການຊີ້ນໍາ, ນໍາພາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະຄະນະພັກ, ຜູ້ບັນຊາການທຸກຂັ້ນ, ທ່ົວກອງທັບໄດ້ສາມັກຄີ, ທ້ອນໂຮມປະເທດຊາດເປັນເອກະພາບ, ມານະພະຍາຍາມສູ້ຊົນປະຕິບັດສໍາເລັດໜ້າທີ່ຢ່າງຮອບດ້ານ, ມີຫຼາຍໜ້າທີ່ປະຕິບັດສໍາເລັດຢ່າງດີເລີດ; ໄດ້ເປັນເຈົ້າການໃນການຄົ້ນຄວ້າ, ກໍາແໜ້ນ, ຕີລາຄາໃຫ້ຖືກຕ້ອງສະພາບການ, ເປັນເສນາທິການກັບພັກ, ລັດຢ່າງທັນການເພື່ອແກ້ໄຂບັນດາສະຖານະການດ້ານການທະຫານ, ການປ້ອງກັນຊາດຢ່າງມີໄຊ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ,  ຜືນແຜ່ນດິນອັນຄົບຖ້ວນຂອງປະເທດໄວ້ຢ່າງໝັ້ນຄົງ. ຄຸນນະພາບການສັງລວມ, ກໍາລັງແຮງ, ລະດັບຄວາມຮູ້, ຄວາມສາມາດກຽມພ້ອມສູ້ຮົບຂອງກອງທັບໄດ້ຍົກສູງຂຶ້ນ; ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດຢ່າງແທດຈິງ, ມີປະສິດທິຜົນ, ເປັນຂີດໝາຍໃໝ່; ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງຕິດພັນກັບການກໍ່ສ້າງອົງຄະນະພັກກອງທັບໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ເປັນແບບຢ່າງ, ພົ້ນເດັ່ນ; ຮັກສາ ແລະເພີ່ມທະວີການຊີ້ນໍາຢ່າງເດັດຂາດ, ໂດຍກົງໃນທຸກດ້ານຂອງພັກຕໍ່ກັບກອງທັບ. ບັນດາຜົນງານພົ້ນເດັ່ນຂອງທ່ົວກອງທັບໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບ, ຄວາມຕັດສິນໃຈດ້ານການເມືອງສູງສຸດຂອງກອງທັບຕໍ່ພັກ, ລັດ, ປະເທດ ແລະປະຊາຊົນ.

ປີເຖາະ 2023 ໄດ້ຮັບການຄາດຄະເນວ່າຈະປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ສະພາບແວດລ້ອມສາກົນຍັງສັບສົນ, ດ້ວຍການປະທະກັນການທະຫານ, ການຂາດສະຖຽນລະພາບດ້ານພູມສາດການເມືອງ, ການກະທົບທີ່ຫຍ້ໍທໍ້ຫຼາຍດ້ານ, ພິເສດແມ່ນຂົງເຂດເສດຖະກິດ. ໃນຂະນະນັ້ນ, ນີ້ແມ່ນປີບານພັບ, ມີຄວາມໝາຍສໍາຄັນຍິ່ງໃນການປະຕິບັດມະຕິກອງປະຊຸມໃຫຍ່ທ່ົວປະເທດ ຄັ້ງທີ XIII ຂອງພັກ ແລະມະຕິກອງປະຊຸມໃຫຍ່ ອົງຄະນະພັກກອງທັບ ຄັ້ງທີ XI. ຍ້ອນເຫດນັ້ນ, ນີ້ແມ່ນໄລຍະທົ່ວພັກ, ທົ່ວປວງຊົນຕ້ອງສືບຕໍ່ຍົກສູງຈິດໃຈສາມັກຄີ, ເສີມຂະຫຍາຍພູມປັນຍາ, ຄຸນທາດ, ເຈດຕະນາສູງສຸດຂອງຊາວຫວຽດນາມ ແຕ່ລະຄົນ, ປຸກລຸກຄວາມເອກອ້າງທະນົງໃຈຂອງຊາດ, ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ຍາດເອົາໄຊຊະນະໃໝ່. ໃນຊຸມວັນບຸນເຕັດຜ່ານມາ, ຢູ່ຫຼາຍກິດຈະການຈຸດສຸມໃນທົ່ວປະເທດຄືໂຄງການເສັ້ນທາງໄຟດ່ວນເໜືອ-ໃຕ້ ທິດຕາເວັນອອກ, ບັນດາກິດຈະການນໍ້າມັນອາຍແກັດ... ພະນັກງານ, ກໍາມະກອນໄດ້ອອກແຮງງານຢ່າງຫ້າວຫັນ. ນັກຮົບຢູ່ຊາຍແດນ, ທະເລໝູ່ເກາະຂອງປະເທດຍັງກໍາແໜ້ນມືປືນ, ປົກປັກຮັກສາຄວາມສະຫງົບໃຫ້ປະຊາຊົນ. ຈິດໃຈນັ້ນ, ຄວາມຮັບຜິດຊອບນັ້ນຕ້ອງໄດ້ຮັບການແຜ່ຂະຫຍາຍ.

ໂດຍ: ໄຊນີດາ