ມະຕິກໍ່ລະບຸໄວ້ວ່າ: “ກຳລັງໜູນ ແລະແຫຼ່ງກຳລັງໜູນພັດທະນາສຳຄັນຂອງປະເທດແມ່ນປຸກລຸກຈິດໃຈຮັກຊາດ, ເຈດຈຳນົງສ້າງຊາດໃຫ້ເຂັ້ມແຂງດ້ວຍຕົນເອງ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ແລະຄວາມຄາດຫວັງພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງສີວິໄລ, ຜາສຸກ. ສິ່ງນີ້ແມ່ນເໝາະສົມກັບຄວາມຄາດຫວັງຂອງ ຫງວຽນອ໊າຍກ໊ວກ-ໂຮ່ຈີມິນ. ໃນຕະຫຼອດຊີວິດ, ເພິ່ນ ໄດ້ເຕື້ອງເຖິງຫຼາຍເທື່ອ ແລະທຸກການກະທຳກໍ່ເພື່ອປະຕິບັດຄວາມຄາດຫວັງນີ້ໃຫ້ປະກົດຜົນເປັນຈິງ.

ນັບແຕ່ຄາວຍັງນ້ອຍ, ໄດ້ເຫັນປະເທດຖືກກົດຂີ່ຂູດຮີດ, ທຸກຍາກລຳບາກ, ຫງວຽນເຕີດແທັ່ງ (ໂຮ່ຈີມິນ) ໄດ້ມີຄວາມປາດຖະໜາຢາກໄປຊອກຫາເສັ້ນທາງກູ້ຊາດ, ນຳປະຊາຊົນຫວຽດນາມ ກາຍເປັນປະຊາຊົນຂອງປະເທດທີ່ມີເອກະລາດ. ຜ່ານເວລາ 30 ປີ ທີ່ເດີນທາງໄປຊອກຫາເສັ້ນທາງກູ້ຊາດທີ່ລຳບາກກາກກຳຢູ່ຕ່າງປະເທດ, ດຳລົງຊີວິດ ແລະເຄື່ອນໄຫວປະຕິວັດຢູ່ 28 ປະເທດໃນໂລກ, ເພິ່ນ ຍາມໃດກໍ່ຢຶດໝັ້ນຕໍ່ຄວາມເຊື່ອໝັ້ນ ແລະຄວາມຄາດຫວັງ: “ເອົາເອກະລາດມາໃຫ້ພໍ່ແມ່ປະຊາຊົນຕົນ, ເອົາເອກະລາດໃຫ້ປະເທດຊາດຕົນ, ນັ້ນແມ່ນທຸກສິ່ງທຸກຢ່າງທີ່ ຂ້າພະເຈົ້າ ຕ້ອງການ, ນັ້ນແມ່ນທຸກສິ່ງທີ່ຂ້າພະເຈົ້າ ເຂົ້າໃຈ. ນັ້ນແມ່ນການພິສູດໃຫ້້ເຫັນຢ່າງຈະແຈ້ງທີ່ສຸດກ່ຽວກັບແນວຄິດ, ເຈດຈຳນົງເປັນເຈົ້າຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຄວາມຄາດຫວັງອັນໃຫຍ່ຫຼວງ, ມີວິໄສທັດຍຸກສະໄໝຂອງຜູ້ນຳ ໂຮ່ຈີມິນ.

leftcenterrightdel
ປະທານໂຮ່ຈີມິນ ປີ 1969. ພາບເອກະສານຂອງຫໍພິພິທະພັນໂຮ່ຈີມິນ.

ໃນຕະຫຼອດຊຸມປີເດືອນນັ້ນ, ເຊື່ອມຕົວເຂົ້າກັບກະແສການປະຕິວັດໂລກ, ເຂົ້າເຖິງແນວຄິດທີ່ກ້າວໜ້າ, ເພິ່ນ ໄດ້ຍົກສູງຄວາມຮັບຮູ້ກ່ຽວກັບລັດທິລ່າເມືອງຂຶ້ນ, ພວກຈັກກະພັດ ແລະກາຍເປັນນັກກອມມູນິດທີ່ແທ້ຈິງ, ຕັ້ງໜ້າເຄື່ອນໄຫວໃຫ້ແກ່ການພັດທະນາຂອງການປະຕິວັດໂລກເວົ້າລວມ ແລະການປະຕິວັດ ຫວຽດນາມ ເວົ້າສະເພາະ. ພາຍຫຼັງອ່ານ “ຮ່າງໂຄງການການເມືອງກ່ຽວກັບບັນຫາຊົນຊາດ ແລະບັນຫາລ່າເມືອງຂຶ້ນ” ຂອງເລນິນ ເທື່ອທຳອິດ, ເພິ່ນ ໄດ້ປ່ອນບັດຮັບຮອງສາກົນ III, ກາຍເປັນໜຶ່ງໃນບັນດາຜູ້ທີ່ກໍ່ຕັ້ງພັກກອມມູນິດຝລັ່ງ ແລະແມ່ນນັກກອມມູນິດຄົນຫວຽດນາມ ຜູ້ທຳອິດ. ນີ້ແມ່ນຂີດໝາຍສຳຄັນໃນພາລະກິດປະຕິວັດຂອງເພິ່ນ ແລະຕໍ່ຈາກນີ້, ແນວຄິດປົດປ່ອຍຊາດຕາມເສັ້ນທາງປະຕິວັດກຳມະຊີບໄດ້ເລີ່ມຂຶ້ນ. ເພິ່ນ ກຳນົດໄວ້ວ່າ: ຢາກມີເອກະລາດ, ເສລີພາບ ບັນດາຊາດທີ່ຖືກກົດຂີ່ຂູດຮີດບໍ່ອາດນັ່ງລໍຖ້າ, ຍິ່ງໄປກວ່ານັ້ນບໍ່ຄອງຄອຍການ “ໂມທະນາ” ຂອງພວກຈັກກະພັດ, ພວກລ່າເມືອງຂຶ້ນ. ຢາກມີຊີວິດທີ່ອີ່ມໜຳສຳລານ, ມີຄວາມຜາສຸກຢ່າງແທ້ຈິງນັ້ນບັນຫາຕັດສິນທຳອິດແມ່ນຕ້ອງຍາດໄດ້ເອກະລາດ, ເສລີພາບ. “ຢາກກູ້ຊາດ ແລະປົດປ່ອຍຊາດ ແມ່ນບໍ່ມີເສັ້ນທາງອື່ນແລ້ວນອກຈາກເສັ້ນທາງປະຕິວັດກຳມະຊີບ. ເພິ່ນ ໄດ້ສ້າງຕັ້ງພັກກອມມູນິດ, ກຳລັງນຳພາຂະບວນການປະຕິວັດຫວຽດນາມ, ຫັນຄວາມຄາດຫວັງ, ຄວາມປາດຖະໜາກ່ຽວກັບປະເທດເອກະລາດ, ເສລີພາບໃຫ້ປະກົດຜົນເປັນແທ້ຈິງເທື່ອກ້າວ.

ປີ 1941, ເພິ່ນ ໄດ້ກັບເມືອປະເທດນຳພາການປະຕິວັດຫວຽດນາມ. ພຽງແຕ່ໃນຮອບເວລາ 5 ປີ (1941-1945), ເພິ່ນ ໄດ້ນໍາພາປະຊາຊົນຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ໄປສູ່ໄຊຊະນະອັນສະຫງ່າລາສີ ເປັນຂີດໝາຍຮຸ່ງເຮືອງເຫຼືອງເຫຼື້ອມນັ້ນແມ່ນການປະຕິວັດເດືອນສິງຫາ ປີ 1945. ກໍ່ໃນໄລຍະນີ້, ເພິ່ນ ໄດ້ມີ 3 ການສ້າງຕັ້ງອັນຍິ່ງໃຫຍ່ຕໍ່ກັບປະຫວັດສາດຫວຽດນາມ ນັ້ນແມ່ນສ້າງຕັ້ງສຳພັນທະມິດ ຫວຽດນາມ ເອກະລາດ (ເອີ້ນຫຍໍ້ວ່າ ແນວໂຮມຫວຽດມິງ) ໃນປີ 1941, ສ້າງຕັ້ງກອງທະຫານໂຄສະນາປົດປ່ອຍຫວຽດນາມ (ຕົ້ນກຳເນີດຂອງກອງທັບປະຊາຊົນຫວຽດນາມ) ໃນປີ 1944 ແລະສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໃນປີ 1945. ນີ້ແມ່ນພື້ນຖານ ເພື່ອປະຕິບັດຄວາມຄາດຫວັງກ່ຽວກັບປະເທດເອກະລາດ, ວັດທະນາຖາວອນ ແລະຜາສຸກ.

leftcenterrightdel
ປະທານໂຮ່ຈີມິນ ກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ບັນດານັກຮົບແຂ່ງຂັນ ແລະພະນັກງານແບບຢ່າງທົ່ວປະເທດ ຄັ້ງທີ 1 (1-5-1952). ພາບເອກະສານຂອງຫໍພິພິທະພັນໂຮ່ຈີມິນ.

ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ຮັບການສ້າງຕັ້ງ, ປະທານໂຮ່ຈີມິນ ປາດຖະໜາຢາກສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ນຳເອົາເສລີພາບ, ຄວາມອີ່ມໜຳສຳລານ, ຄວາມຜາສຸກມາໃຫ້ປະຊາຊົນ. ເພິ່ນ ໄດ້ເວົ້າວ່າ “ຖ້າວ່າປະເທດມີເອກະລາດແຕ່ປະຊາຊົນບໍ່ໄດ້ຊົມໃຊ້ຄວາມຜາສຸກ, ເສລີພາບ, ເອກະລາດ ກໍ່ບໍ່ມີຄວາມໝາຍຫຍັງ”. ເພິ່ນ ໄດ້ວາງໜ້າທີ່ຮີບດ່ວນຂອງອຳນາດການປົກຄອງຄາວນັ້ນແມ່ນຕໍ່ສູ້ໄພອຶດຫິວ, ຕໍ່ຕ້ານຄວາມໂງ່ຈ້າຫຼ້າຫຼັງ ແລະພວກສັດຕູຮຸກຮານຈາກພາຍນອກ. ກໍ່ຍ້ອນມີການແກ້ໄຂສອງບັນຫາສຳຄັນ: ຟື້ນຟູ ແລະພັດທະນາກຳລັງແຮງພາຍໃນປະເທດ; ການທູດມີໄຫວພິບຫຼີກລ້ຽງອັນຕະລາຍຂອງພວກສັດຕູຮຸກຮານຈາກພາຍນອກ, ແກ່ຍາວເວລາກະກຽມໃຫ້ແກ່ການຕໍ່ສູ້ກູ້ຊາດ. ຄວາມຄາດຫວັງນີ້ໄດ້ປະຕິບັດຜ່ານບັນດາລັດຖະນະໂຍບາຍ, ການຊີ້ນຳລະອຽດ, ເໝາະສົມ, ປະດິດສ້າງ ແລະຂ້ຽວຂາດຂອງພັກ ແລະປະທານໂຮ່ຈີມິນ.

ກ່ອນຈະເສຍຊີວິດ, ໃນ “ພິໄນກໍາ” ເພິ່ນ ຍົກອອກໃຫ້ເຫັນຄວາມຕ້ອງການສຸດທ້າຍ, ນັ້ນກໍ່ແມ່ນຄວາມຄາດຫວັງ: “ທົ່ວພັກ, ທົ່ວປວງຊົນທັງຊາດສາມັກຄີກັນສູ້ຊົນ, ສ້າງສາປະເທດຫວຽດນາມ ສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ ແລະຮັ່ງມີເຂັ້ມແຂງ ແລະປະກອບສ່ວນເຂົ້າໃນພາລະກິດປະຕິວັດໂລກ. ບັນດາແນວຄິດ, ຄວາມຄາດຫວັງຂອງປະທານໂຮ່ຈີມິນ ກ່ຽວກັບຫວຽດນາມ ເຂັ້ມແຂງແຮງກ້າ ທົ່ວພັກ, ທົ່ວປວງຊົນທັງຊາດໄດ້ສືບຕໍ່ປະຕິບັດໃນກິດຈະການສ້າງສາປະເທດຕາມເສັ້ນທາງສັງຄົມນິຍົມ, ກິດຈະການປ່ຽນແປງໃໝ່, ພັດທະນາປະເທດກວ່າ 35 ປີຜ່ານມາ ແລະໃນໄລຍະທາງຕໍ່ໄປ. ໝາກຜົນ, ຜົນງານໄດ້ນຳມາເຊິ່ງ “ຄວາມສຳຄັນທີ່ສຸດ, ຮອບດ້ານພໍສົມຄວນ, ສ້າງໄດ້ຫຼາຍຂີດໝາຍພົ້ນເດັ່ນ” ຄືເອກະສານກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໄດ້ຢັ້ງຢືນ: “ປະເທດຫວຽດນາມ ຍັງບໍ່ເຄີຍມີພາລະກິດທີ່ໃຫຍ່ຫຼວງ, ກຳລັງຄວາມສາມາດບົ່ມຊ້ອນ, ອິດທິພົນຊື່ສຽງ ແລະທີ່ຕັ້ງບົດບາດສາກົນ ຄືແບບນີ້ມາກ່ອນ”.

ກໍ່ສ້າງພື້ນຖານເສດຖະກິດໃຫ້ໝັ້ນຄົງເຂັ້ມແຂງກໍ່ແມ່ນບາດກ້າວສຳຄັນເພື່ອປະຕິບັດຄວາມຄາດຫວັງປະເທດວັດທະນາຖາວອນ, ຜາສຸກຕາມແນວຄິດໂຮ່ຈີມິນ ໃຫ້ປະກົດຜົນເປັນຈິງ. ນັບແຕ່ຊຸມວັນທຳອິດທີ່ໄດ້ຮັບເອກະລາດ, ເພິ່ນ ໄດ້ສ້າງຕັ້ງຄະນະກຳມະການຄົ້ນຄວ້າແຜນການສ້າງສາຂອງລັດຖະບານ. ເພິ່ນ ປາດຖະໜາຢາກໃຫ້ທຸກຄົນ “ນຳເອົາຄວາມສາມາດ, ພູມປັນຍາມາຫຼໍ່ລ້ຽງດ້ານເສດຖະກິດ ແລະສັງຄົມ”; “ເຮັດໃຫ້ປະຊາຊົນມີແນວກິນ. ເຮັດໃຫ້ປະຊາຊົນມີເຄື່ອງນຸ່ງຫົ່ມ. ເຮັດໃຫ້ປະຊາຊົນມີບ່ອນຢູ່. ເຮັດໃຫ້ປະຊາຊົນໄດ້ໄປຮຽນ”. ຍາມໃດ ເພິ່ນ ກໍ່ໃຫ້ກໍາລັງໃຈວ່າ: “ປະຊາຊົນຫວຽດນາມ, ພິເສດແມ່ນກຳມະກອນ ແລະຊາວນາ, ຕ້ອງແຂ່ງຂັນກັນຮັກຊາດຢ່າງຈູບຈ້າວຫ້າວຫັນ, ປະຕິບັດຄຳຂວັນ: ເຮັດຫຼາຍ, ໄວ, ດີ, ຖືກ”. “ເພິ່ງຕົນເອງກຸ້ມຕົນເອງ, ເພີ່ມພູນຜະລິດຜົນ, ປະຕິບັດການປະຢັດ”. ຮ່ວມແຮງຮ່ວມໃຈກັບທົ່ວພັກ, ທົ່ວສັງຄົມ, ຄືແນວນັ້ນຈຶ່ງພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່ດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ, ຊຸກຍູ້ກິດຈະການສ້າງລັດທິສັງຄົມນິຍົມໃຫ້ນັບມື້ນັບໄດ້ຮັບໄຊຊະນະ, ສ້າງສາປະເທດຊາດໃຫ້ວັດທະນາຖາວອນ, ຜາສຸກ.

ຄວາມຄາດຫວັງກ່ຽວກັບປະເທດເອກະລາດ, ເສລີພາບ, ຮຸ່ງເຮືອງ, ພັດທະນາຂອງ ຫງວຽນເຕີດແທັ່ງ-ຫງວຽນອ໊າຍກ໊ວກ-ໂຮ່ຈີມິນ ພ້ອມກັບຄວາມຢຶດໝັ້ນ, ຕໍ່ສູ້, ການເຄື່ອນໄຫວຢ່າງບໍ່ຢຸດຢັ້ງ; ການຊີ້ນຳ, ນຳພາຢ່າງສະຫຼາດຫຼັກແຫຼມຂອງພັກ, ລັດ ໄດ້ສ້າງໃຫ້ປະເທດຫວຽດນາມ ມີພາລະກິດອັນໃຫຍ່ຫຼວງ, ຄວາມສາມາດບົ່ມຊ້ອນ, ຖານະບົດບາດ ແລະອິດທິພົນຊື່ສຽງສາກົນ ຄືປະຈຸບັນ. ຄວາມຄາດຫວັງຂອງປະທານໂຮ່ຈີມິນ ໄປຄຽງຄູ່ກັບຄວາມຄາດຫວັງຂອງຊາດ, ສົມທົບກັບການມີຫົວຄິດປະດິດຄິດສ້າງ ແລະຖືກຕ້ອງໃນພຶດຕິກຳຕົວຈິງໄດ້ນຳພາຊາດໜຶ່ງຈາກການເປັນຂ້າທາດ, ທຸກຍາກລຳບາກໄປເຖິງການເປັນເຈົ້າຕົນເອງ, ກຸ້ມຕົນເອງ, ປະຊາຊົນຫວຽດນາມ ບືນຕົວຂຶ້ນສ້າງຊີວິດທີ່ອີ່ມໜຳສຳລານ, ມີຄວາມຜາສຸກ.

ໂດຍ: ແສງເດືອນ