ປີ 2022 ເປັນປີທີ່ເຕັມໄປດ້ວຍສິ່ງທ້າທາຍຕໍ່ກັບຊາດຫວຽດນາມ. ກະດ່ຽວວ່າ ເມື່ອພະຍາດໂຄວິດ-19 ໄດ້ຮັບການຄວບຄຸມແລ້ວ, ຫວຽດນາມ ເລີ່ມເປີດປະເທດແຕ່ເດືອນ ມີນາ ນັ້ນ ບັນຫາທີ່ຍັງຄົງຄ້າງຈະໄດ້ຮັບການແກ້ໄຂ ແຕ່ທຸກສິ່ງທຸກຢ່າງບໍ່ງ່າຍດາຍຄືແນວນັ້ນ. ການຜັນແປດ້ານພູມສາດການເມືອງໃນໂລກ ໄດ້ສົ່ງຜົນສະທ້ອນເຖິງການພົວພັນສາກົນ, ຕ່ອງໂສ້ການສະໜອງທົ່ວໂລກ, ໄພເງິນເຟີ້ເພີ່ມຂຶ້ນສູງ, ວິກິດການລາຄາພະລັງງານ ເຮັດໃຫ້ເສດຖະກິດໂລກ ປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ມີລະດັບການເປີດປະເທດແຖວໜ້າ ກໍຈະໄດ້ຮັບຄວາມສ່ຽງແຖວໜ້າ ຍ້ອນຜົນກະທົບທາງລົບ. ໃນຄວາມຫຍຸ້ງຍາກນັ້ນ ເສດຖະກິດຫວຽດນາມ ຍັງໝັ້ນຄົງດ້ວຍລະດັບເຕີບໂຕໃນປີ 2022 ແມ່ນ 8,02%, ສູງສຸດໃນ 12 ປີຜ່ານມາ ແລະກໍສູງສຸດໃນພາກພື້ນອາຊຽນ. ໄພເງິນເຟີ້ ໄດ້ຮັບການຄວບຄຸມຕາມຄາດໝາຍທີ່ໄດ້ວາງອອກ, ດ້ວຍດັດຊະນີລາຄາໃຊ້ສອຍເພີ່ມຂຶ້ນພຽງ 3,15% ເທົ່ານັ້ນ. ໃນຂະນະນັ້ນ ຕະຫຼາດສົ່ງອອກຫຼຸດລົງ ຍ້ອນໄພເງິນເຟີ້ ແຕ່ຫວຽດນາມ ຍັງສົ່ງອອກໄດ້ປະມານ  371,85 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 10,6% ເມື່ອທຽບໃສ່ປີກາຍ. ການສົ່ງອອກເກີນດຸນ ແມ່ນ 11,2 ຕື້ໂດລາສະຫະລັດ. ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຮັກສາໄວ້ເປັນປົກກະຕິໂດຍພື້ນຖານ.

leftcenterrightdel
ປະຊາຊົນ ຕ້ອນຮັບປີໃໝ່ ຢູ່ ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາຜົນສໍາເລັດນັ້ນໄດ້ສະແດງໃຫ້ເຫັນຄຸນນະທາດຜ່ານຜ່າຄວາມຫຍຸ້ງຍາກ ແລະພູມປັນຍາຂອງຫວຽດນາມ. ຄວາມຮັບຮູ້ຖືກຕ້ອງກ່ຽວກັບໂລກປັດຈຸບັນ ໄດ້ເຕົ້າໂຮມເປັນ “ການທູດໄມ້ໄຜ່” ທີ່ເປັນເອກະລັກສະເພາະຂອງຫວຽດນາມ”, ບໍ່ເລືອກຝ່າຍໃດ ຫາກເລືອກຄວາມເປັນທໍາ ແລະຄວາມຖືກຕ້ອງ. ຄວາມຮັບຮູ້ຖືກຕ້ອງ, ການປະພຶດຖືກຕ້ອງໃນການພົວພັນສາກົນ ໄດ້ສ້າງກໍາລັງໜູນພັດທະນາໃຫ້ແກ່ປະເທດ ໃນບໍ່ວ່າເງື່ອນໄຂ, ສະພາບການໃດ.

ກອງປະຊຸມສູນກາງ ຄັ້ງທີ 5 ແລະກອງປະຊຸມສູນກາງ ຄັ້ງທີ 6, ຊຸດທີ XIII ຂອງພັກ ໄດ້ຍົກອອກບັນດາແຜນນະໂຍບາຍໃຫຍ່ ເພື່ອແກ້ໄຂຈຸດປິດຕັນດ້ານລະບອບລະບຽບການ, ປ່ຽນແປງໃໝ່ແບບວິທິນໍາພາ, ກໍາອໍານາດຂອງພັກ, ເປັນການພິເສດໃຫ້ເຫັນວ່າ ບັນດາມະຕິຂອງພັກ ຍາມໃດກໍກໍາໄດ້ລົມຫາຍໃຈຂອງຊີວິດ, ເປັນປະຖົມປັດໄຈອັນສໍາຄັນໃຫ້ແກ່ໄລຍະພັດທະນາຈະມາເຖິງ. ພ້ອມກັນນັ້ນ, ພັກ ຈະສືບຕໍ່ຍູ້ແຮງການຕໍ່ສູ້ ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ຂ້ຽວຂາດ, ບໍ່ມີຂອບເຂດຈໍາກັດ, ເພື່ອຮັກສາສະພາບແວດລ້ອມດ້ານການເມືອງ-ສັງຄົມ ໃຫ້ປອດໃສ, ຮັກສາຄວາມເຊື່ອໝັ້ນຂອງປະຊາຊົນ.

ໃນສະພາບການແກ່ງແຍ້ງຍຸດທະສາດທີ່ຂ້ຽວຂາດ, ການປະທະກັນດ້ານການທະຫານ ໄດ້ເກີດຂຶ້ນໃນໂລກ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະທົ່ວກອງທັບ ໄດ້ປະຕິບັດພາລະບົດບາດ ເປັນເສນາທິການຍຸດທະສາດໃຫ້ພັກ ແລະລັດ ກ່ຽວກັບການທະຫານ, ການປ້ອງກັນຊາດ ເປັນຢ່າງດີ; ເຮັດວຽກງານຄາດຄະເນ, ກໍາແນ້ນສະພາບການເປັນຢ່າງດີ, ຈາກນັ້ນສະເໜີຫຼາຍແຜນນະໂຍບາຍ, ມາດຕະການທີ່ເໝາະສົມກັບທຸກສະຖານະການ, ໂດຍສະເພາະແມ່ນໃນຈຸດເວລາສະດຸ້ງໄວ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ. ນີ້ແມ່ນສິ່ງທີ່ເປັນພື້ນຖານທີ່ສຸດເພື່ອຮັກສາສະຖຽນລະພາບທັງ “ພາຍໃນ, ພາຍນອກ”. ຄຸນນະພາບການສັງລວມ, ກໍາລັງແຮງ, ລະດັບຄວາມຮູ້, ຄວາມສາມາດກຽມພ້ອມສູ້ຮົບຂອງກອງທັບໄດ້ຮັບການຍົກສູງຂຶ້ນ. ພ້ອມກັນນັ້ນ, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ກໍໄດ້ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນເພື່ອລະດົມ, ຄຸ້ມຄອງ, ນໍາໃຊ້ບັນດາແຫຼ່ງກໍາລັງຢ່າງມີປະສິດທິຜົນ, ເສີມຂະຫຍາຍບົດບາດຫຼັກແຫຼ່ງຂອງກອງທັບ ໃນການກໍ່ສ້າງ “ທ່າຮົບໃນຈິດໃຈປະຊາຊົນ, ຕິດພັນກັບການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ ໃຫ້ໝັ້ນຄົງເຂັ້ມແຂງ.

ປີ 2023 ໄດ້ຮັບການຄາດຄະເນວ່າ ການແກ່ງແຍ້ງຍຸດທະສາດໃນໂລກ ຈະສືບຕໍ່ຂ້ຽວຂາດ ແລະອັນຕະລາຍ. ຫຼາຍພື້ນຖານເສດຖະກິດໃຫຍ່ ໃນໂລກ ປະເຊີນໜ້າກັບຄວາມສ່ຽງຊຸດໂຊມ. ຕໍ່ໜ້າສະພາບການນັ້ນອີກເທື່ອໜຶ່ງໄດ້ເຮັດໃຫ້ຊົນຊາດເຮົາ, ປະເທດເຮົາ ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍໃໝ່. ແຕ່ວ່າ ບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຕ້ານພະຍາດໂຄວິດ-19, ໝາກຜົນຂອງປີ 2022 ແມ່ນພື້ນຖານ ເພື່ອໃຫ້ພວກເຮົາມີຄວາມເຊື່ອໝັ້ນຕໍ່ຄຸນນະທາດຜ່ານຜ່າຄວາມຫຍຸ້ງຍາກຂອງປະເທດ ເພື່ອບັນລຸບັນດາເປົ້າໝາຍທີ່ວາງອອກ. ຢາກເຮັດໄດ້ຄືແນວນັ້ນ ທົ່ວປວງຊົນທັງຊາດ ຕ້ອງຮັກສາກຸ່ມກ້ອນມະຫາສາມັກຄີ ພາຍໃຕ້ຄັນທຸງນໍາພາຂອງພັກ. ແຕ່ລະໝູ່ຄະນະ, ບຸກຄົນ ຕ້ອງຍົກສູງຈິດໃຈ, ຄວາມຮັບຜິດຊອບ, ປະຕິບັດບົດບາດ, ພາລະໜ້າທີ່ຂອງຕົນໃຫ້ເປັນຢ່າງດີ. ພະນັກງານ, ນັກຮົບທົ່ວກອງທັບແຕ່ລະຄົນ ຕ້ອງສືບຕໍ່ມານະພະຍາຍາມຮັກສາສະຕິ, ລະບຽບວິໄນ, ຍົກສູງຄຸນນະພາບການຝຶກແອບ, ກຽມພ້ອມສູ້ຮົບ, ອອກແຮງງານ, ຮໍ່າຮຽນ, ປະຕິບັດງານ ເພື່ອເພີ່ມທະວີກໍາລັງແຮງສັງລວມຂອງກອງທັບ, ສືບຕໍ່ສ້າງທ່າຮົບທົ່ວປວງຊົນປ້ອງກັນຊາດ ໃຫ້ໝັ້ນຄົງເຂັ້ມແຂງ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດ.

ໂດຍ: ໄຊຊະນະ