ຈາກບັນດາກອງທະຫານທຳອິດເຄື່ອນໄຫວໃນຂະບວນການປະຕິວັດຂອງພັກ, ກອງທັບ, ໄດ້ຮັບການສ້າງຕັ້ງໃນຊຸມວັນກ່ອນທີ່ດໍາເນີນຂະບວນການລຸກຮື້ຂຶ້ນ, ພາຍໃຕ້ການນຳພາຂອງພັກ, ໄດ້ພ້ອມກັບທົ່ວປວງຊົນລຸກຂຶ້ນເຮັດການປະຕິວັດເດືອນສິງຫາອັນຍິ່ງໃຫຍ່, ທັບມ້າງແອກປົກຄອງຂອງລ່າເມືອງຂຶ້ນ, ສັກດິນາ, ສ້າງຕັ້ງລັດກຳມະກອນ-ຊາວກະສິກອນແຫ່ງທຳອິດໃນອາຊີຕາເວັນອອກສ່ຽງໃຕ້,  ນຳປະຊາຊົນຂອງພວກເຮົາຈາກຊາຕາກຳເປັນຂ້ອຍຂ້າກາຍເປັນເຈົ້າຂອງປະເທດຊາດ; ພ້ອມກັນນັ້ນ, ສືບຕໍ່ດໍາເນີນການເດີນທັບອັນຍິ່ງໃຫຍ່ ເພື່ອຕີເອົາຊະນະສັດຕູຜູ້ຮຸກຮານ, ທ້ອນໂຮມປະເທດຊາດເປັນເອກະພາບ, ເຊິ່ງຈຸດຍອດແມ່ນໄຊຊະນະດ້ຽນບຽນຝູ ປີ 1954 ແລະໄຊຊະນະລະດູບານໃໝ່ປີ 1975. ວິລະກຳອັນຮຸ່ງເຮືອງເຫຼືອງເຫຼື້ອມນັ້ນສະແດງໃຫ້ເຫັນກໍາລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ແມ່ນການເຕີບໃຫຍ່ຂອງກອງທັບວິລະຊົນ.

78 ປີແຫ່ງການສູ້ຮົບພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ກອງທັບຂອງພວກເຮົາຍາມໃດກໍ່ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະປະຊາຊົນ; ຍົກສູງເຈດຈໍານົງຕໍ່ສູ້ພິລະອາດຫານ, ສະຫຼາດຫຼັກແຫຼມ,  ປະດິດຄິດສ້າງ, ຕັ້ງໜ້າຮໍ່າຮຽນ, ຄົ້ນຄວ້າເປັນເຈົ້າວິທະຍາສາດ ແລະສິລະປະການທະຫານ; ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມານະພະຍາຍາມສູ້ຊົນຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ; ຮ່ວມທຸກຮ່ວມສຸກ, ຮັກແພງເພື່ອນຮ່ວມກົມກອງ, ຜູກພັນເລືອດເນື້ອກັບປະຊາຊົນ, ສ້າງວິລະກໍາອັນສະຫງ່າລາສີ, ສ້າງຮູບພາບອັງສູງສົ່ງ: ທະຫານລຸງໂຮ່.

leftcenterrightdel
ທະຫານດັກກົງຝຶກແອບຢູ່ສະໜາມຝຶກຊ້ອມ. ພາບ: qdnd.vn

ພ້ອມກັບທົ່ວພັກ ແລະທົ່ວປວງຊົນ, ພວກເຮົາຍາມໃດກໍ່ເອກອ້າງທະນົງໃຈຕໍ່ມູນເຊື້ອເດັດດ່ຽວສູ້ຮົບເດັດຂາດມີໄຊຂອງກອງທັບຂອງເຮົາ, ເອກອ້າງທະນົງໃຈຕໍ່ພັກອັນສະຫງ່າລາສີ, ລຸງໂຮ່ ຜູ້ຍິ່ງໃຫຍ່; ເອກອ້າງທະນົງໃຈຕໍ່ປະຊາຊົນວິລະຊົນທີ່ໄດ້ລ້ຽງດູ, ສຶກສາ ແລະຝຶກຝົນຫຼໍ່ຫຼອມທະຫານເຮົາໃຫ້ເຕີບໃຫຍ່, ເຂັ້ມແຂງ, ສົມເປັນກຳລັງການເມືອງທີ່ຈົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈຢ່າງເດັດຂາດຂອງພັກ, ແມ່ນກຳລັງຫຼັກແຫຼ່ງແກ່ນສານຂອງສົງຄາມປະຊາຊົນ, ທ່າຮົບທົ່ວປວງຊົນປ້ອງກັນຊາດ; ສົມເປັນກອງທັບທີ່ມາຈາກປະຊາຊົນ, ເພື່ອປະຊາຊົນຮັບໃຊ້.

ພາຍຫຼັງກວ່າ 35 ປີແຫ່ງການປະຕິບັດນະໂຍບາຍປ່ຽນແປງໃໝ່, ພາຍໃຕ້ການນຳພາຂອງພັກ, ປະເທດເຮົາໄດ້ຮັບຜົນສຳເລັດອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ມີສະຖຽນລະພາບດ້ານການເມືອງ, ຊີວິດດ້ານເສດຖະກິດ - ສັງຄົມນັບມື້ນັບພັດທະນາ, ອະທິປະໄຕຂອງປະເທດຊາດໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ, ຖານະບົດບາດຂອງຫວຽດນາມ ໃນເວທີສາກົນນັບມື້ນັບໄດ້ຮັບການຢືນຢັນ ແລະຍົກສູງ. ຕໍ່ໜ້າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍໃນສະພາບການໃໝ່, ໜ້າທີ່ປົກປັກຮັກສາປະເທດຊາດ ວາງອອກໃຫ້ກໍາລັງປະກອບອາວຸດປະຊາຊົນເວົ້າລວມ ແລະກອງທັບເວົ້າສະເພາະແມ່ນສູງສົ່ງ ແລະໜັກໜ່ວງທີ່ສຸດ.

ເພື່ອປະຕິບັດສໍາເລັດໜ້າທີ່ການເມືອງອັນສະຫງ່າລາສີຂອງຕົນຕໍ່ປະເທດຊາດ ແລະປະຊາຊົນ, ທົ່ວກອງທັບຕ້ອງສຸມເຈດຈໍານົງເປັນເອກະພາບ ແລະປັນຍາປະດິດສ້າງ, ດໍາເນີນພາລະກິດປ່ຽນແປງໃໝ່ຢ່າງແຮງ ແລະມີປະສິດທິຜົນ. ກໍ່ສ້າງອົງຄະນະພັກກອງທັບໃຫ້ໝັ້ນຄົງ ເຂັ້ມແຂງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ຄຸນສົມບັດສິນທຳ ແລະພະນັກງານ, ກາຍເປັນແບບຢ່າງພົ້ນເດັ່ນໃນທົ່ວພັກ.

ແຕ່ລະວິລະກໍາໃນເສັ້ນທາງອັນສະຫງ່າລາສີຂອງກອງທັບເຮົາລ້ວນແຕ່ຕິດພັນກັບການນຳພາຂອງພັກ, ການລ້ຽງດູ ແລະອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ, ການຊ່ວຍເຫຼືອ ແລະສະໜັບສະໜູນຂອງເພື່ອນມິດສາກົນ...; ຕິດພັນກັບຜົນງານແຫ່ງການສ້າງສາປະເທດຊາດ ແລະຄວາມໝັ້ນຄົງເຂັ້ມແຂງຂອງລະບົບການເມືອງທົ່ວປະເທດ. ສະນັ້ນ, ພະນັກງານ, ນັກຮົບແຕ່ລະຄົນເວົ້າສະເພາະ ແລະທົ່ວກອງທັບ ເວົ້າລວມຕ້ອງຮັບຮູ້ຢ່າງເລິກເຊິ່ງ, ກວ້າງຂວາງ, ສຸມໃສ່ປະຕິບັດ 3 ພາລະໜ້າທີ່ຂອງກອງທັບ: ກອງທະຫານສູ້ຮົບ, ກອງທະຫານປະຕິບັດງານ, ກອງທະຫານອອກແຮງງານ ທໍາການຜະລິດຢ່າງມີປະສິດທິຜົນ, ຄົບຊຸດ.

ປົກປັກຮັກສາປະເທດຊາດ, ປົກປັກຮັກສາພັກ, ປົກປັກຮັກສາລະບອບລະບຽບການ, ປົກປັກຮັກສາຜົນງານແຫ່ງການປະຕິວັດ, ຊີວິດສັນຕິພາບ ຂອງປະຊາຊົນແມ່ນໜ້າທີ່ອັນສັກກະລະບູຊາ, ສູງສົ່ງຂອງກອງທັບເວົ້າສະເພາະ ແລະກໍາລັງປະກອບອາວຸດປະຊາຊົນເວົ້າລວມ. ກໍ່ສ້າງກອງທັບປະຕິວັດ, ປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ຍາມໃດກໍ່ປະຕິບັດສໍາເລັກທຸກໜ້າທີ່ບໍວ່າເງື່ອນໄຂໃດ, ສະພາບການໃດ,  ຮຽກຮ້ອງການສູ້ຊົນມານະພະຍາຍາມສູງກວ່າອີກຂອງພະນັກງານ, ນັກຮົບແຕ່ລະຄົນ ແລະທົ່ວກອງທັບ. ບໍ່ມີການເສຍສະຫຼະໃດທີ່ສູງສົ່ງກວ່າ, ບໍ່ມີສະຫງ່າລາສີໃດທີ່ຮຸ່ງເຮືອງເຫຼືອງເຫຼື້ອມກວ່າຄວາມເສຍສະຫຼະ, ອຸທິດສ່ວນໃຫ້ປະເທດຊາດ, ໃຫ້ປະຊາຊົນ. ກໍ່ສ້າງກອງທັບທີ່ໝັ້ນຄົງ ເຂັ້ມແຂງ ແມ່ນປະຖົມປັດໄຈເພື່ອປັບປຸງພື້ນ ຖານທົ່ວປວງຊົນປ້ອງກັນຊາດ, ທ່າສະໜາມຮົບສົງຄາມປະຊາຊົນ, ສ້າງສາ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມໄວ້ຢ່າງໝັ້ນຄົງ.

ໂດຍ: ທະນາພອນ