ນີ້ແມ່ນການຢ້ຽມຢາມ ສ.ເກົາຫຼີ ຄັ້ງທຳອິດຂອງທ່ານປະທານປະເທດ ຫງວຽນຊວນຟຸກ ໃນຖານະຕຳແໜ່ງໃໝ່, ທັງແມ່ນການຢ້ຽມຢາມຂັ້ນສູງສຸດຂອງການນຳພັກ ແລະລັດຫວຽດນາມ ເຖິງ ສ.ເກົາຫຼີ ນັບແຕ່ເມື່ອປະເທດນີ້ມີປະທານາທິບໍດີຄົນໃໝ່.

ຫວຽດນາມ ແລະ ສ.ເກົາຫຼີ ສ້າງຕັ້ງການພົວພັນທາງການທູດໃນວັນທີ  22 ທັນວາ 1992. ເດືອນສິງຫາປີ 2001, ສອງປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານໃນສະຕະວັດທີ 21; ຮອດເດືອນຕຸລາປີ 2009, ການພົວພັນລະຫວ່າງຫວຽດນາມ ແລະສ.ເກົາຫຼີ ໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມມື ຮ່ວມມືຍຸດທະສາດ. ປະຈຸບັນ, ບັນດາອົງການຂອງຫວຽດນາມ ແລະ ສ.ເກົາຫຼີ ພວມສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສອງປະເທດ.

ເມື່ອຫວນຄືນ 3 ທົດສະວັດຜ່ານມາ, ພວກເຮົາຈະເຫັນການພັດທະນາກະໂດດຂັ້ນໃນການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ  ດ້ວຍບັນດາໝາກຜົນສໍາຄັນ, ແທດຈິງ ແລະມີປະສິດທິຜົນ. ໃນຊຸມປີມໍ່ໆມານີ້, ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ແລະການພົບປະສອງຝ່າຍທັງທາງອອນໄລ ແລະໂດຍກົງລະຫວ່າງການນຳຂັ້ນສູງຂອງສອງປະເທດສືບຕໍ່ໄດ້ຮັບການຮັກສາ. ສອງຝ່າຍພວມຮັກສາບັນດາກົນໄກ ຄື: ການເຈລະຈາຍຸດທະສາດການທູດ - ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີ, ການເຈລະຈາຄວາມໝັ້ນຄົງ ຫວຽດນາມ - ສ.ເກົາຫຼີ ຂັ້ນຮອງລັດຖະມົນຕີ ແລະການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ - ສ.ເກົາຫຼີ ຂັ້ນຮອງລັດຖະມົນຕີ. ການນຳ ສ.ເກົາຫຼີ ຍາມໃດກໍ່ຢືນຢັນວ່າ ສ.ເກົາຫຼີ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະຍຸດທະສາດມະຫາສະໝຸດ ອິນເດຍ-ປາຊີຟິກ ຂອງ ສ.ເກົາຫຼີ.

leftcenterrightdel
ພາບປະກອບ: Vietnamplus

ບັນດາຂີດໝາຍ ແລະໝາກຜົນແຫ່ງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສອງປະເທດຍັງສະແດງອອກໃນຊີວິດທາງດ້ານເສດຖະກິດ - ສັງຄົມຢູ່ຫຼາຍທ້ອງຖິ່ນຂອງຫວຽດນາມ. ໄລ່ຮອດເດືອນ ກັນຍາ 2022, ສ.ເກົາຫຼີ ຍັງຮັກສາອັນດັບ 1 ໃນດ້ານການລົງທຶນໂດຍກົງ (FDI) ຢູ່ ຫວຽດນາມ ດ້ວຍ ຈຳນວນ 80,52 ຕື້ໂດລາສະຫະລັດ, ກວມເອົາ 18,6% ຍອດຈຳນວນເງິນລົງທຶນຢູ່ ຫວຽດນາມ. ກ່ຽວກັບການໜູນຊ່ວຍພັດທະນາ (ODA), ສ.ເກົາຫຼີ ຢືນອັນດັບທີ 2 ໃນບັນດາປະເທດສະໜອງ ODA ໃຫ້ຫວຽດນາມ. ກ່ຽວກັບດ້ານການຄ້າ, ສ.ເກົາຫຼີ ຢືນອັນດັບທີ 3 ກ່ຽວກັບການຮ່ວມມືດ້ານການຄ້າກັບຫວຽດນາມ, ວົງເງິນການຄ້າສອງປະເທດບັນລຸ 66,65 ຕື້ໂດລາສະຫະລັດ (2019), 65 ຕື້ ໂດລາສະຫະລັດ (2020) ແລະ 78 ຕື້ໂດລາສະຫະລັດ (2021). ມາຮອດປະຈຸບັນ, ບັນດານັກລົງທຶນ ສ.ເກົາຫຼີ ມີໜ້າຢູ່ 59 ທ້ອງຖິ່ນຂອງຫວຽດນາມ.

ຄຽງຂ້າງນັ້ນ, ສອງຝ່າຍໄດ້ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍ ແລະຫຼາຍຝ່າຍ ຄື: ສັນຍາການຄ້າເສລີ ຫວຽດນາມ - ສ.ເກົາຫຼີ (VKFTA), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ຮັກສາວົງເງິນການຄ້າສອງຝ່າຍໃຫ້ເຕີບໂຕຢ່າງໝັ້ນຄົງຕາມທິດດຸນດ່ຽງ, ມຸ່ງໄປເຖິງຄາດໝາຍ 100 ຕື້ໂດລາສະຫະລັດ ໃນປີ 2023 ແລະ 150 ຕື້ໂດລາສະຫະລັດໃນປີ 2030. ສອງປະເທດພວມສືບຕໍ່ຮັກສາບັນດາກົນໄກຮ່ວມມືສອງຝ່າຍ ຄື: ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດເຕັກນິກຫວຽດນາມ - ສ.ເກົາຫຼີ; ຄະນະກໍາມະການປະສົມຂັ້ນລັດຖະມົນຕີກ່ຽວກັບການຮ່ວມມືໃນຂົງເຂດໄຟຟ້ານິວເຄຼຍ, ພະລັງງານ ແລະອຸດສາຫະກຳ;...

ຄຽງຂ້າງນັ້ນ, ຫວຽດນາມ ແລະ ສ.ເກົາຫຼີ ຍັງຕັ້ງໜ້າຮ່ວມມືໃນຫຼາຍຂົງເຂດ ຄື: ແຮງງານ, ທ່ອງທ່ຽວ, ຍຸຕິທຳ, ສຶກສາ, ກະສິກຳ,... ສ່ວນຫຼາຍບັນດາແຂວງ, ນະຄອນ, ທ້ອງຖິ່ນຂອງຫວຽດນາມ ໄດ້ລົງນາມໃນສັນຍາຮ່ວມມືກັບຫຼາຍທ້ອງຖິ່ນ, ອົງການຕັດຕັ້ງ ແລະວິສາຫະກິດ ສ.ເກົາຫຼີ. ສອງຝ່າຍໄດ້ຈັດຕັ້ງການພົບປະແລກປ່ຽນມິດຕະພາບຢູ່ແຕ່ລະປະເທດເປັນປະຈຳ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນສອງປະເທດ.

ສອງປະເທດກໍ່ຮ່ວມມືຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມກັນນັ້ນກໍ່ຊຸກຍູ້ການຮ່ວມມືຢູ່ບັນດາອົງການຈັດຕັ້ງ ແລະເວທີປາໄສຫຼາຍຝ່າຍ ຄື: ສະຫະປະຊາຊາດ, ອາຊຽນ, APEC ... ກໍ່ຄືບັນດາສັນຍາການຄ້າເສລີສອງຝ່າຍ ເຊິ່ງທັງຫວຽດນາມ ແລະ ສ.ເກົາຫຼີ ເຂົ້າຮ່ວມ ແລະລົງນາມ.

ການຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ຄັ້ງນີ້ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຈະປະກອບສ່ວນຢັ້ງຢືນແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ; ຫັນການພົວພັນຕ່າງປະເທດຂອງຫວຽດນາມ ເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ; ສືບຕໍ່ນໍາການພົວພັນລະຫວ່າງສອງຝ່າຍ, ໃນນັ້ນມີການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ ເຂົ້າສູ່ລວງເລິກ, ທັງສ້າງຜົນປະໂຫຍດ ແລະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ.

ການຢ້ຽມຢາມ ກໍ່ນຳເອົາຄວາມໄວ້ເນື້ອເຊື່ອໃຈ ແລະຄວາມມຸ່ງຫວັງອັນໃຫຍ່ຫຼວງກ່ຽວກັບການສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນອັນດີງາມ, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງການນຳ ກໍ່ຄືປະຊາຊົນສອງປະເທດ, ຈາກນັ້ນ ປະກອບສ່ວນນຳບັນດາຂົງເຂດຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ເຂົ້າສູ່ໄລຍະພັດທະນາແຂງແຮງກວ່າເກົ່າ.

ໂດຍ: ທະນາພອນ