ໃນໄລຍະຕໍ່ສູ້ກູ້ຊາດຕ້ານອາເມລິກາ, ຫວຽດນາມ ໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າຈາກການນຳ ແລະປະຊາຊົນອູການດາ. ປະເທດເພື່ອນໄດ້ສ້າງຕັ້ງຄະນະກຳມະການອູການດາສາມັກຄີກັບຫວຽດນາມ; ອອກຖະແຫຼງການຮ່ວມກັບຊີຣີ ກ່ຽວກັບການສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ຢ່າງເຕັມສ່ວນ ແລະຮຽກຮ້ອງໃຫ້ ອາເມລິກາ ຖອນກອງທັບອອກຈາກຫວຽດນາມ ເນື່ອງໃນໂອກາດປະທານາທິບໍດີອູການດາ ໄປຢ້ຽມຢາມ ຊີຣີ ໃນຊຸມປີ 1970. ລັດຖະມົນຕີການຕ່າງປະເທດອູການດາ ໄດ້ອອກສຽງສະໜັບສະໜູນຫວຽດນາມ ຢູ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 29 ໃນປີ 1974. ການສະໜັບສະໜູນຂອງ ອູການດາ ແລະ ບັນດາປະເທດເພື່ອນມິດຢູ່ທະວີບອາຟະລິກາ ທີ່ຫ່າງໄກແມ່ນແຫຼ່ງກຳລັງໜູນ,   ລະດົມກໍາລັງໃຈໃຫ້ປະຊາຊົນຫວຽດນາມຢ່າງໃຫຍ່ຫຼວງ ໃນການຕໍ່ສູ້ທີ່ຍືດເຍື້ອຍາວນານ ເພື່ອປົດປ່ອຍຊາດ.

ບົນພື້ນຖານການພົວພັນອັນດີງາມນັບແຕ່ອະດີດຕະການ, ເຖິງວ່າຢູ່ຫ່າງໄກກັນທາງດ້ານພູມສັນຖານກໍ່ຕາມ, ແຕ່ມາຮອດປະຈຸບັນ, ການພົວພັນລະຫວ່າງ ຫວຽດນາມ ແລະ ອູການດາ ຍັງໄດ້ຮັບການຮັກສາໄວ້ ແລະພັດທະນາໃນຫຼາຍຂົງເຂດ ຄື: ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ. ສອງຝ່າຍໄດ້ຕັ້ງໜ້າສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດຂອງສະຫະປະຊາຊາດ (ສປຊ). ອູການດາ ໄດ້ປ່ອນບັດສະໜັບສະໜູນ ເພື່ອໃຫ້ຫວຽດນາມ ໄດ້ເປັນສະມາຊິກຂອງບັນດາອົງການ, ອົງການຈັດຕັ້ງຂອງ ສປຊ  ຄື ສະພາສິດທິມະນຸດສະຫະປະຊາຊາດ, ຄະນະກຳມະການກົດໝາຍສາກົນ, ສະພາເສດຖະກິດ ແລະ ສັງຄົມຂອງສະຫະປະຊາຊາດ, ສະພາຄວາມໝັ້ນຄົງ ສປຊ...

leftcenterrightdel
ທ່ານ Yoweri Kaguta Museveni ປະທານາທິບໍດີ ອູການດາ. ພາບ: qdnd.vn

ດ້ວຍທ່າແຮງບົ່ມຊ້ອນ ແລະຄວາມມານະພະຍາຍາມຊຸກຍູ້ພົວພັນແລກປ່ຽນການຄ້າຂອງສອງປະເທດ, ການຮ່ວມມືດ້ານການຄ້າ ແລະການລົງທຶນໄດ້ຮັບການພັດທະນາຢ່າງຕັ້ງໜ້າ. ວົງເງິນການຄ້າໂດຍກົງໃນປີ 2021 ບັນລຸ 14,3 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 39,8% ເມື່ອທຽບໃສ່ປີ 2020. ໄລ່ຮອດເດືອນ ຕຸລາ 2022, ອູການດາ ມີ 3 ໂຄງການລົງທຶນໂດຍກົງຢູ່ ຫວຽດນາມ, ຫວຽດນາມ ມີ 2 ໂຄງການລົງທຶນຢູ່ອູການດາ ດ້ວຍຍອດເງິນລົງທຶນທັງໝົດ 35,5 ລ້ານໂດລາສະຫະລັດ. ສອງຝ່າຍໄດ້ຕີລາຄາວ່າ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືດ້ານການຄ້າ, ກະສິກຳ, ການສຶກສາ - ບຳລຸງສ້າງ, ຖະແຫຼງຂ່າວສື່ສານ.

ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດກະສິກຳ ແລະສິນໃນນໍ້າທີ່ສອງປະເທດໄດ້ລົງນາມໃນປີ 2019 ໄດ້ສ້າງພື້ນຖານໃຫ້ທັງສອງຝ່າຍຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳ ເຊິ່ງລ້ວນແຕ່ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ. ໃນຊຸມປີຜ່ານມາ, ອູການດາ ມີຄວາມສົນໃຈຢາກຊຸກຍູ້ການຮ່ວມມືດ້ານກະສິກຳກັບຫວຽດນາມ, ຕັ້ງໜ້າຈັດສົ່ງຄະນະຜູ້ແທນມາເຮັດວຽກກັບກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ, ຢ້ຽມຢາມເຂດຜະລິດກາເຟຢູ່ແຂວງດັກລັກ (ປີ 2019). ຢູ່ອູການດາ, ກະສິກຳແມ່ນຂະແໜງການທີ່ສຳຄັນ, ມີກຳລັງດຶງດູດແຮງງານຫຼາຍກວ່າ 80%, ມີທ່າແຮງດ້ານການລ້ຽງສັດ, ການຫາປາ ແລະ ອຸດສາຫະກຳປຸງແຕ່ງນ້ຳນົມ. ສິ່ງທີ່ເປັນໜ້າເອົາໃຈໃສ່, ນັ້ນແມ່ນອູການດາ ພວມຜັນຂະຫຍາຍການປະຕິຮູບຢ່າງແຮງ, ໃຫ້ບຸລິມະສິດພັດທະນາກະສິກຳ ແລະການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ແລະການສື່ສານ; ປະຕິບັດວິໄສທັດປີ 2040 ໃຫ້ກາຍເປັນປະເທດທີ່ມີລາຍຮັບປານກາງ; ...

ໃນສະພາບການທີ່ ອູການດາ ກໍ່ຄືບັນດາປະເທດຢູ່ທະວີບອາຟະລິກາ ໃຫ້ການຢືນຢັນ ຖືເປັນສຳຄັນການສ້າງຕັ້ງ ແລະພັດທະນາການພົວພັນຮ່ວມມືກັບບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ, ໃນນັ້ນມີ ຫວຽດນາມ, ການຢ້ຽມຢາມຈະສ້າງປະຖົມປັດໄຈໃຫ້ ສອງປະເທດ ຊຸກຍູ້ການຮ່ວມມືໃນຂົງເຂດບຸລິມະສິດທີ່ໄດ້ກຳນົດໄວ້.

ໂດຍເປັນປະເທດຢູ່ອາຟະລິກາຕາເວັນອອກ, ອູການດາ ພວມນັບມື້ນັບເພີ່ມທະວີບົດບາດຂອງຕົນຢູ່ພາກພື້ນ ດ້ວຍການຕັ້ງໜ້າເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງອົງການສະຫະປະຊາຊາດ ແລະແກ້ໄຂການປະທະກັນຢູ່ອາຟະລິກາ. ອູການດາ ຍັງເປັນສະມາຊິກຂອງອົງການຈັດຕັ້ງສາກົນຫຼາຍຝ່າຍ ຄື: ສະຫະປະຊາຊາດ, ສະຫະພັນອາຟະລິກາ (AU) ແລະ ເປັນປະເທດຂຶ້ນກັບປະຊາຄົມອາຟະລິກາຕາເວັນອອກ (EAC), ...

ອາດເຫັນໄດ້ວ່າ ຫວຽດນາມ ແລະ ອູການດາ ໄດ້ພ້ອມກັນແບ່ງປັນຄວາມສົນ ໃຈລວມ ນັ້ນແມ່ນ ຊຸກຍູ້ບັນດາເປົ້າໝາຍພັດທະນາເສດຖະກິດ, ເພີ່ມທະວີ ແລະເປີດກວ້າງການພົວພັນຮ່ວມມືສາກົນ, ເພີ່ມທະວີບົດບາດ ແລະຄວາມຮັບຜິດຊອບໃນບັນດາບັນຫາລວມຂອງໂລກ, ໃນສະພາບການດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດຂອງໂລກ ມີການຜັນແປຢ່າງສັບສົນ.

ໃນສະພາບແວດລ້ອມທີ່ມີຄວາມສະດວກທີ່ສຸດ, ໄດ້ສ້າງທ່ວງທ່າເພື່ອພັດທະນາການພົວພັນລະຫວ່າງຫວຽດນາມ - ອູການດາ, ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ Yoweri Kaguta Museveni ໄດ້ຮັບຄວາມເຊື່ອໝັ້ນວ່າ ຈະສ້າງກໍາລັງໜູນຢ່າງແຮງ ເພື່ອໃຫ້ສອງປະເທດຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານ, ຂຸດຄົ້ນບັນດາທ່າແຮງບົ່ມຊ້ອນຮ່ວມມື ທີ່ສອງຝ່າຍມີທ່າແຮງ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືພັດທະນາໃນໂລກ.

ໂດຍ: ທະນາພອນ