ການຢ້ຽມຢາມຂອງທ່ານປະທານປະເທດ ຫງວຽນຊວນຟຸກ ແມ່ນການຢ້ຽມຢາມຄັ້ງທຳອິດ ຂອງການນຳຂັ້ນສູງຫວຽດນາມ ເຖິງປະເທດໄທ ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະເປັນຄັ້ງທຳອິດຂອງທ່ານປະທານປະເທດຫວຽດນາມ ພາຍຫຼັງ 20 ກວ່າປີ. ການຢ້ຽມຢາມໄດ້ດຳເນີນໄປໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງຫວຽດນາມ-ໄທ ສືບຕໍ່ພັດທະນາຢ່າງຈົບງາມ ເຖິງວ່າຈະໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19.
ໃນເກືອບເຄິ່ງສະຕະວັດທີ່ຜ່ານມາ, ການພົວພັນ ຫວຽດນາມ-ໄທ ໄດ້ມີບາດກ້າວພັດທະນາກະໂດດຂັ້ນ, ນຳເອົາຜົນປະໂຫຍດອັນແທດຈິງ ມາໃຫ້ປະຊາຊົນສອງປະເທດ. ສອງປະເທດ ລ້ວນແຕ່ຢືນຢັນຖືເປັນສໍາຄັນ ແລະຕັດສິນໃຈພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ-ໄທ ໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ ແລະແທດຈິງບົນພື້ນຖານເຄົາລົບ, ເຂົ້າໃຈເຊິ່ງກັນ ແລະກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ການເຄື່ອນໄຫວພົບປະຂັ້ນສູງ, ບັນດາກົນໄກສອງຝ່າຍ ໄດ້ຮັບການຮັກສາເປັນປະຈຳ ແລະມີປະສິດທິຜົນ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ສືບຕໍ່ແມ່ນຈຸດພົ້ນເດັ່ນໃນຂະນະທີ່ ໄທ ສືບຕໍ່ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດ ຂອງຫວຽດນາມ ຢູ່ອາຊຽນ ແລະເປັນນັກລົງທຶນໃຫຍ່ອັນດັບ 9 ຂອງຫວຽດນາມ. ສອງຝ່າຍຮັກສາບັນດາກົນໄກສອງຝ່າຍກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສົມທົບກັນຢ່າງແໜ້ນແຟ້ນໃນການຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ, ການຮ່ວມມືບຳລຸງສ້າງ ແລະໜູນຊ່ວຍເຊິ່ງກັນ ແລະກັນໃນການປ້ອງກັນ ແລະຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນ ທີ່ບັນດາອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍ...
    |
 |
ທ່ານປະທານປະເທດ ຫງວຽນຊວນຟຸກ ແລະພັນລະຍາ. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນຂະນະນັ້ນ, ກອງປະຊຸມບັນດາຜູ້ນຳ APEC ຄັ້ງທີ 29 ດຳເນີນໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງສັບສົນ, ຊ້ອນແຝງເຫດບໍ່ດີທີ່ຄາດເດົາໄດ້ຍາກ. ເສດຖະກິດໂລກຟື້ນຟູຊັກຊ້າ ແລະປະສົບຄວາມຫຍຸ້ງຍາກດ້ວຍລະດັບໄພເງິນເຟີ້ສູງ, ຊ້ອນແຝງຄວາມສ່ຽງຊຸດໂຊມ. ບັນດາບັນຫາຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ ເຊັ່ນ: ໄພພິບັດທໍາມະຊາດ, ໂລກລະບາດ, ແລະການປ່ຽນແປງຂອງດິນຟ້າອາກາດຍັງສືບຕໍ່ສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງ ແລະຫຼາຍດ້ານຕໍ່ຊີວິດເສດຖະກິດ-ສັງຄົມ ຂອງຫຼາຍປະເທດ. ພາກພື້ນອາຊີ-ປາຊີຟິກ ສືບຕໍ່ນຳໜ້າໃນການຟື້ນຟູ, ການພັດທະນາ ແລະການເຊື່ອມໂຍງເສດຖະກິດ, ແມ່ນເຂດຈຸດສຸມແຫ່ງການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດມະຫາອໍານາດ.
APEC 2022 ດ້ວຍຫົວຂໍ້ “ເປີດກວ້າງ, ເຊື່ອມຕໍ່, ດຸ່ນດ່ຽງ”, ນີ້ແມ່ນປີທຳອິດ ທີ່ APEC ຜັນຂະຫຍາຍແຜນການດໍາເນີນງານ Aotearoa ແລະວິໄສທັດ APEC ຮອດປີ 2040. ກອງປະຊຸມຜູ້ນຳ APEC ຄັ້ງທີ 29 ມີຄວາມໝາຍ ແລະຄວາມສຳຄັນພິເສດ ເມື່ອບັນດາພື້ນຖານເສດຖະກິດສະມາຊິກ ສືບຕໍ່ຖືເປັນສໍາຄັນບົດບາດຂອງ APEC ຄືດັ່ງກົນໄກເຊື່ອມໂຍງເສດຖະກິດແຖວໜ້າ ຢູ່ອາຊີ-ປາຊີຟິກ, ໃຫ້ບຸລິມະສິດແກ່ການຮ່ວມມືໃນການຟື້ນຟູເສດຖະກິດຫຼັງໂລກລະບາດ, ເພີ່ມທະວີການເຊື່ອມໂຍງເສດຖະກິດ ແລະການເຊື່ອມຕໍ່ພາກພື້ນ, ຊຸກຍູ້ການເຕີບໂຕທີ່ສົມດຸນ, ຍືນຍົງ ແລະກວມລວມ.
ສຳລັບ ຫວຽດນາມ, ພາກພື້ນອາຊີ-ປາຊີຟິກ ແລະ APEC ແມ່ນບຸລິມະສິດສຳຄັນໃນການຜັນຂະຫຍາຍແນວທາງການຕ່າງປະເທດ, ຍູ້ແຮງ ແລະຍົກລະດັບການທູດຫຼາຍຝ່າຍ. ໃນໄລຍະ 24 ປີແຫ່ງການເຂົ້າຮ່ວມ APEC, ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວຮ່ວມມືຂອງເວທີປາໄສ, ພິເສດແມ່ນເມື່ອພວກເຮົາ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດສະມາຊິກ ທີ່ໄດ້ຮັບບົດບາດເປັນເຈົ້າພາບຈັດຕັ້ງ APEC ສຳເລັດຜົນ 2 ຄັ້ງ. ໃນປີ 2022, ຫວຽດນາມ ໄດ້ຕັ້ງໜ້າສະໜັບສະໜູນ ແລະສົມທົບຢ່າງແໜ້ນແຟ້ນກັບປະເທດເຈົ້າພາບ ໄທ, ບັນດາສະມາຊິກ APEC ທີ່ຫຼັກແຫຼ່ງ ແລະບັນດາສະມາຊິກອາຊຽນ ໃນ APEC ຮັກສາຫຼັກການການຄ້າ ແລະການລົງທຶນເສລີ, ຊຸກຍູ້ທ່ວງທ່າຮ່ວມມື, ເຊື່ອມໂຍງເສດຖະກິດໃນພາກພື້ນ ແລະເພີ່ມທະວີຄວາມມານະພະຍາຍາມເພື່ອຮັບມືກັບການແຜ່ລະບາດຂອງໂລກລະບາດ, ຟື້ນຟູເສດຖະກິດ ແລະການເຕີບໂຕແບບຍືນຍົງ, ກວມລວມໃນໄລຍະຍາວ; ເຮັດສໍາເລັດບົດບາດເປັນປະທານກຸ່ມອາຊຽນໃນ APEC ປີ 2022; ຊຸກຍູ້ຄວາມສາມັກຄີ ແລະເຊີດຊູບົດບາດຂອງອາຊຽນ, ພ້ອມກັນນັ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາການເຄື່ອນໄຫວ ແລະຄວາມສົນໃຈລວມຂອງ APEC, ສວມບົດບາດຕັ້ງໜ້າໃນການຜັນຂະຫຍາຍແຜນການດໍາເນີນງານ Aotearoa ແລະວິໄສທັດ APEC ຮອດປີ 2040.
ພວກເຮົາ ເຊື່ອໝັ້ນຢ່າງແນວແນ່ວ່າ ການຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການ ແລະການເຂົ້າຮ່ວມກອງປະຊຸມຜູ້ນຳ APEC ຄັ້ງທີ 29 ຂອງທ່ານປະທານປະເທດ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະສ້າງປະຖົມປັດໄຈທີ່ສະດວກໃຫ້ແກ່ການປັບປຸງພື້ນຖານການພົວພັນ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ-ໄທ ໃຫ້ເລິກເຊິ່ງຂຶ້ນຕື່ມ, ພ້ອມທັງສະແດງໃຫ້ເຫັນ ສານກ່ຽວກັບປະເທດຫວຽດນາມ ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະເລິກເຊິ່ງກວ້າງຂວາງ, ປະກອບສ່ວນຊຸກຍູ້ສັນຕິພາບ, ການຮ່ວມມື ແລະການເຊື່ອມໂຍງເສດຖະກິດ ຢູ່ພາກພື້ນອາຊີ-ປາຊີຟິກ.
ໂດຍ: ໄຊຊະນະ