ກ່ອນນີ້ 45 ກວ່າປີ, ວັນທີ 20 ກັນຍາ 1977, ຫວຽດນາມ ໄດ້ເຂົ້າເປັນສະມາຊິກຂອງອົງການ ສປຊ ຢ່າງເປັນທາງການ ເຊິ່ງເປັນອົງການທີ່ສວມບົດບາດໃຈກາງໃນການສ້າງກົດໝາຍສາກົນ, ຮັກສາສັນຕິພາບ, ສະກັດກັ້ນການປະທະກັນ ແລະຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ. ພາຍຫຼັງເຂົ້າເປັນສະມາຊິກຂອງ ສປຊ, ຫວຽດນາມ ຍາດແຍ່ງຄວາມເຫັນດີເຫັນພ້ອມ ແລະການສະໜັບສະໜູນຈາກບັນດາປະເທດສະມາຊິກ ສປຊ ເພື່ອໃຫ້ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 32 (1977) ຮັບຮອງເອົາມະຕິ 32/2 ແນໃສ່ຮຽກຮ້ອງບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ຊ່ວຍເຫຼືອຫວຽດນາມ ສ້າງສາປະເທດຄືນໃໝ່ຫຼັງສົງຄາມ. ຫວຽດນາມ ກໍໄດ້ຍາດແຍ່ງການຊ່ວຍເຫຼືອດ້ານທຶນຮອນ, ພູມປັນຍາ, ເຕັກນິກຂອງ ສປຊ ເພື່ອຮັບໃຊ້ກິດຈະການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ຂີດໝາຍສໍາຄັນທີ່ເປັນພະຍານຫຼັກຖານໃຫ້ແກ່ການຮ່ວມເດີນທາງລະຫວ່າງຫວຽດນາມ ແລະສປຊ ໃນຊຸມປີຜ່ານມາ ແມ່ນຫວຽດນາມ ໄດ້ເຮັດສໍາເລັດໜ້າທີ່ຢ່າງດີເດັ່ນໃນຖານະເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2008-2009. ນີ້ເປັນຄັ້ງທໍາອິດທີ່ ຫວຽດນາມ ເຂົ້າຮ່ວມກົນໄກສໍາຄັນທີ່ສຸດຂອງ ສປຊ ກ່ຽວກັບສັນຕິພາບ, ຄວາມໝັ້ນຄົງສາກົນໃນສະພາບການສະພາຄວາມໝັ້ນຄົງ ຕ້ອງແກ້ໄຂຫຼາຍວຽກງານທີ່ສຸດ ຍ້ອນເກີດຫຼາຍບັນຫາຄວາມໝັ້ນຄົງທີ່ສັບສົນ, ຍິ່ງໄປກວ່ານັ້ນແມ່ນບັນດາສິ່ງທ້າທາຍຄວາມໝັ້ນຄົງທົ່ວໂລກໃໝ່ ແລະການກະທົບທີ່ຫຍໍ້ທໍ້ຂອງວິກິດການເສດຖະກິດ-ການເງິນທົ່ວໂລກ ທີ່ຮ້າຍແຮງທີ່ສຸດໃນປະຫວັດສາດໂລກຍຸກປັດຈຸບັນ.

leftcenterrightdel
ສໍານັກງານຂອງອົງການສະຫະປະຊາຊາດ ຢູ່ ນິວຢອກ (ອາເມລິກາ). ພາບ: UN.

ໃນຊຸມປີມໍ່ໆມານີ້, ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະສປຊ ສືບຕໍ່ໄດ້ຮັບການປັບປຸງ ແລະເພີ່ມທະວີ ເຊິ່ງ ສະແດງອອກຜ່ານເລື່ອງຫວຽດນາມ ນັບມື້ນັບເປັນເຈົ້າການ, ມີຄວາມຮັບຜິດຊອບ, ປະກອບສ່ວນຢ່າງແທດຈິງ, ເລິກເຊິ່ງໃນທຸກຂົງເຂດເຄື່ອນໄຫວເສົາຄໍ້າຂອງ ສປຊ. ສອງຝ່າຍ ໄດ້ປະຕິບັດສໍາເລັດແຜນຍຸດທະສາດລວມໄລຍະ 2017-2021 ລະຫວ່າງຫວຽດນາມ ແລະ ສປຊ ໃນຂອບເຂດຂໍ້ລິເລີ່ມໜຶ່ງ ສປຊ ທີ່ໄດ້ລົງນາມ ໃນເດືອນກໍລະກົດ ປີ 2017, ສຸມໃສ່ເຂົ້າໃນເປົ້າໝາຍໜູນຊ່ວຍລັດຖະບານຫວຽດນາມ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 2016-2020 ແລະບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs). ຫວຽດນາມ ກໍໄດ້ຮັບຮອງເອົາບັນດາໂຄງການແຫ່ງຊາດ ທີ່ຮ່ວມມືກັບອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ກອງທຶນປະຊາກອນ ສປຊ (UNFPA) ແລະອົງການ UNICEF ໄລຍະ 2022-2026 ແລະຂອບການຮ່ວມມືພັດທະນາແບບຍືນຍົງລະຫວ່າງ ຫວຽດນາມ-ສປຊ ໄລຍະ 2022-2026.

ຫວຽດນາມ ສືບຕໍ່ຕັ້ງໜ້າເຂົ້າຮ່ວມເຂົ້າຄວາມມານະພະຍາຍາຍາມລວມຂອງ ສປຊ ໃນການແກ້ໄຂບັນດາບັນຫາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະໃນໂລກ, ຊຸກຍູ້ສິດທິມະນຸດ. ຫວຽດນາມ ໄດ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າ ແລະນັບມື້ນັບແທດຈິງເຂົ້າໃນການເຄື່ອນໄຫວຂອງ ສປຊ, ໃນນັ້ນມີການເຊີດຊູບົດບາດຂອງ ສປຊ ແລະລັດທິຫຼາຍຝ່າຍ, ຊຸກຍູ້ການເຄົາລົບກົດບັດສະປະຊາຊາດ, ກົດໝາຍສາກົນ, ການພົວພັນສະເໝີພາບ, ການຮ່ວມມືພັດທະນາລະຫວ່າງບັນດາປະເທດ ແລະສິດຕັດສິນດ້ວຍຕົນເອງຂອງປະຊາຊາດ, ຄັດຄ້ານການກະທໍາກົດຂີ່, ຮຸກຮານ, ຂວໍ້າບາດ ພຽງຝ່າຍດຽວໃນການພົວພັນສາກົນ; ປະກອບສ່ວນເຂົ້າໃນວິວັດການປຶກສາຫາລື, ຮັບຮອງເອົາມະຕິ, ຖະແຫຼງການສໍາຄັນຂອງ ສປຊ ຫຼາຍສະບັບກ່ຽວກັບການ ຮ່ວມມືພັດທະນາ, ຫຼຸດຜ່ອນກໍາລັງອາວຸດ ແລະທະຫານ, ຕ້ານການເຜີຍແຜ່ອາວຸດລ້າງຜານ, ຕ້ານການກໍ່ການຮ້າຍ, ຮັບປະກັນສິດທິມະນຸດ. ໃນຂົງເຂດຮັກສາສັນຕິພາບ ສປຊ, ຫວຽດນາມ ໄດ້ຈັດສົ່ງນາຍທະຫານກອງທັບ ນັບຮ້ອຍເທື່ອຄົນໄປປະຕິບັດໜ້າທີ່ຢູ່ບັນດາຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້, ສາທາລະນະລັດ ອາຟຣີກາກາງ ແລະກົມຮັກສາສັນຕິພາບ ຢູ່ສໍານັກງານຂອງ ສປຊ; ຜັນຂະຫຍາຍໂຮງໝໍກາງສະໜາມ ເລກ 2 ຈໍານວນ 4 ເທື່່ອເຖິງຄະນະປະຕິບັດງານຊູດັງໃຕ້ ແລະ 1 ກອງຊ່າງແສງ ເຖິງຄະນະປະຕິບັດງານຄວາມໝັ້ນຄົງຊົ່ວຄາວຂອງ ສປຊ ຢູ່ເຂດ Abyei (UNISFA).

ພິເສດແມ່ນຫວຽດນາມ ໄດ້ປະຕິບັດສໍາເລັດໜ້າທີ່ໃນຖານະເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ສະແດງໃຫ້ເຫັນຄວາມຮັບຜິດຊອບສູງ, ປະກອບສ່ວນໂດຍກົງເຂົ້າໃນຄວາມພະຍາຍາມຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ແລະພາກພື້ນ. ພ້ອມທັງສືບຕໍ່ຮ່ວມມືຢ່າງຕັ້ງໜ້າກັບບັນດາກົນໄກ ສປຊ ກ່ຽວກັບສິດທິມະນຸດ.

ດ້ວຍການປະກອບສ່ວນຢ່າງຕັ້ງໜ້ານັ້ນ, ຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າໃນຫຼາຍຕໍາແໜ່ງ, ອົງການສໍາຄັນຂອງ ສປຊ ແລະສ້າງຂີດໝາຍພົ້ນເດັ່ນຫຼາຍຢ່າງ. ຫວ່າງມໍ່ໆມານີ້, ຫວຽດນາມ ໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025.

ການພົວພັນ ຫວຽດນາມ - ສປຊ ຍັງໄດ້ຮັບການຢັ້ງຢືນຄືນໃໝ່ໃນໄລຍະພະຍາດໂຄວິດ-19 ແຜ່ລະບາດເມື່ອຫວຽດນາມ ຮັບເອົາການຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ-19 ຈໍານວນ 61,7 ລ້ານໂດສ ຜ່ານໂຄງການໂຄແວັກ ແລະອຸປະກອນການແພດ ທີ່ມີມູນຄ່າ 45 ລ້ານໂດລາສະຫະລັດ ຈາກບັນດາອົງການຂອງ ສປຊ.

ຫວນຄືນໄລຍະທາງ 45 ກວ່າປີທີ່ຜ່ານມາ, ສາມາດເຫັນໄດ້ວ່າ ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ສປຊ ໄດ້ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາ ແລະຊຸກຍູ້ຜົນປະໂຫຍດຂອງປະເທດ-ຂອງຊາດ ຂອງຫວຽດນາມ. ໂດຍສະເພາະແມ່ນການຮັກສາ, ປັບປຸງສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະອໍານວຍຄວາມສະດວກໃຫ້ແກ່ການພັດທະນາປະເທດ; ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງກວ່າ, ປະກອບສ່ວນຍົກສູງຖານະບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມ ບົນເວທີສາກົນ.

ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່ Antonio Guterres ແມ່ນສານທີ່ແຂງແຮງຂອງ ສປຊ ກ່ຽວກັບການຖືເປັນສໍາຄັນຕໍ່ການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ ແລະ ສປຊ. ການຢ້ຽມຢາມ ກໍ່ເປີດໂອກາດເພື່ອໃຫ້ສອງຝ່າຍແກ້ໄຂດ້ານທີ່ຍັງຄົງຄ້າງ, ເປີດກວ້າງ ແລະຍົກສູງປະສິດທິຜົນການຮ່ວມມືກວ່າອີກ ຈາກນັ້ນ ທັງໜູນຊ່ວຍຢ່າງຕັ້ງໜ້າໃຫ້ແກ່ກິດຈະການພັດທະນາປະເທດ, ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ທັງປະກອບສ່ວນຍົກສູງບົດບາດຂອງ ສປຊ.

ໂດຍ: ໄຊຊະນະ