ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງປະມຸກລັດຕ່າງປະເທດມາຫວຽດນາມ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະກໍ່ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານນາງ Halimah Yacob ນັບແຕ່ເມື່ອພະຍາດໂຄວິດ-19 ແຜ່ລະບາດ. ການຢ້ຽມຢາມຍິ່ງມີຄວາມໝາຍໃນສະພາບການທີ່ຫວຽດນາມ ແລະສິງກະໂປ ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2023.

ການຢ້ຽມຢາມຂອງທ່ານນາງ Halimah Yacob ດຳເນີນໄປໃນສະພາບການສາຍພົວພັນຫວຽດນາມ-ສິງກະໂປ, ໄດ້ຜ່ານເກືອບເຄິ່ງສະຕະວັດແຫ່ງການພັດທະນາດ້ວຍການຫັນປ່ຽນຂອງປະຫວັດສາດ, ເຊິ່ງການນຳ ແລະປະຊາຊົນສອງປະເທດໄດ້ເພີ່ມພູນຄູນສ້າງ ແລະນັບມື້ນັບເຂົ້າສູ່ແທດຈິງ ແລະມີປະສິດທິຜົນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ພົບປະກັບທ່ານນາງ Halimah Yacob ປະທານາທິບໍດີສິງກະໂປ ໃນການຢ້ຽມຢາມສິງກະໂປ ເມື່ອເດືອນກຸມພາ 2022. ພາບ: dangcongsan.vn

ຫວນຄືນຫຼັງເກືອບ 50 ປີກ່ອນ, ຫວຽດນາມ ແລະສິງກະໂປ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນເດືອນສິງຫາ 1973. ໃນຊຸມປີ 1990, ພ້ອມກັບການປ່ຽນແປງລວມຂອງສະຖານະການສາກົນ ແລະພາກພື້ນກໍ່ຄືແຜນນະໂຍບາຍປ່ຽນແປງໃໝ່, ເປີດປະຕູຂອງຫວຽດນາມ, ສາຍພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງວ່ອງໄວ, ພິເສດແມ່ນພາຍຫຼັງຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ໃນປີ 1995, ໄດ້ຄຽງບ່າຄຽງໄຫຼ່ພ້ອມກັບສິງກະໂປ ພາຍໃຕ້ “ຊາຍຄາລວມ”. ຖ້າຫາກວ່າປີ 1973, ສິງກະໂປ ແມ່ນໜຶ່ງໃນບັນດາປະເທດທໍາອິດສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ພາຍຫຼັງສັນຍາປາຣີ ໄດ້ຮັບການລົງນາມ, ຮອດປີ 2013, ສິງກະໂປ ກາຍເປັນໜຶ່ງໃນບັນດາປະເທດສະມາຊິກອາຊຽນ ທຳອິດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ, ເປີດສັງກາດໃໝ່ແຫ່ງການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບ ແລະໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ.

ນັບແຕ່ນັ້ນມາຮອດປະຈຸບັນ, ຖ້າວ່າການຮ່ວມມືໃນຊ່ອງທາງພັກ, ລັດ, ລັດຖະບານ ແລະສະພາແຫ່ງຊາດ ກໍ່ຄືການຮ່ວມມືໃນຂະແໜງອື່ນໆໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ, ການຮ່ວມມືດ້ານເສດຖະກິດແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງການພົວພັນຫວຽດນາມ-ສິງກະໂປ. ໄລ່ຮອດເດືອນສິງຫາ 2022, ຍອດວົງເງິນການຄ້າລະຫວ່າງສອງປະເທດຄາດຄະເນບັນລຸ 6,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 16,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ສິງກະໂປ ແມ່ນໜຶ່ງໃນບັນດານັກລົງທຶນແຖວໜ້າເຂົ້າຫວຽດນາມ ດ້ວຍເກືອບ 3.000 ໂຄງການຍັງມີຜົນສັກສິດ, ດ້ວຍຍອດຈຳນວນທຶນຈົດທະບຽນເກືອບ 70 ຕື້ໂດລາສະຫະລັດ. ບັນດາເຂດອຸດສາຫະກໍາຫວຽດນາມ-ສິງກະໂປ (VSIP) ໄດ້ກາຍເປັນສັນຍາລັກຂອງການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ, ດ້ວຍວົງເງິນສົ່ງອອກບັນລຸ 32 ຕື້ໂດລາສະຫະລັດ, ຍອດຈຳນວນທຶນຈົດທະບຽນບັນລຸກວ່າ 18 ຕື້ໂດລາສະຫະລັດ, ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານໂດຍກົງ ເກືອບ 300.000 ຄົນ. ພິເສດ, ນັບແຕ່ເກີດພະຍາດໂຄວິດ-19, ສິງກະໂປ ແມ່ນໜຶ່ງໃນບັນດາປະເທດສະມາຊິກອາຊຽນທຳອິດທີ່ໜູນຊ່ວຍວັດຖຸ, ອຸປະກອນການແພດໃຫ້ຫວຽດນາມ. ບໍ່ພຽງແຕ່ໃນລະດັບສອງຝ່າຍເທົ່ານັ້ນ, ຫວຽດນາມ ແລະສິງກະໂປ ຍັງຮ່ວມມືກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສພາກພື້ນ ແລະສາກົນ, ເປັນຕົ້ນແມ່ນການປະກອບສ່ວນຢ່າງຕັ້ງໜ້າຂອງສອງປະເທດສະມາຊິກທີ່ຂະຫຍັນຂັນເຄື່ອນໃຫ້ວິວັດການສ້າງປະຊາຄົມອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ ແລະຄວາມວັດທະນາຖາວອນ.

ຫວນຄືນຫຼັງໄລຍະທາງເກືອບເຄິ່ງສະຕະວັດຜ່ານມາຂອງສາຍພົວພັນຫວຽດນາມ-ສິງກະໂປ, ຕ້ອງຢັ້ງຢືນວ່າ ຜົນງານທີ່ບັນລຸໄດ້ແມ່ນບົນພື້ນຖານຄວາມຈິງໃຈ, ຄວາມເຄົາລົບ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງປະເທດເຊິ່ງໄດ້ສະໜິດຕິດພັນຍ້ອນຄວາມໃກ້ຊິດດ້ານພູມີປະເທດ ແລະຜົນປະໂຫຍດຮ່ວມກັນໃນພາກພື້ນ ແລະສາກົນ. ເຖິງຢ່າງໃດກໍ່ຕາມ, ບໍ່ສາມາດປະຕິເສດໄດ້ວ່າ ຄວາມສາມາດບົ່ມຊ້ອນພັດທະນາສາຍພົວພັນຫວຽດນາມ-ສິງກະໂປ ຍັງໃຫຍ່ຫຼວງຢູ່, ເຊິ່ງໄດ້ຮັບການຍູ້ແຮງຈາກກຳລັງແຮງພາຍໃນທີ່ອຸດົມສົມບູນຂອງແຕ່ລະປະເທດ ກໍ່ຄືຍຸກສະໄໝຂອງການປະຕິວັດວິທະຍາສາດ-ເຕັກໂນໂລຢີ, ການຮ່ວມສໍາພັນ, ການເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນຢ່າງເລິກເຊິ່ງ.

ໃນສະພາບການຄືແນວນັ້ນ, ການຢ້ຽມຢາມທາງລັດຖະກິດຂອງທ່ານນາງ Halimah Yacob ແມ່ນໂອກາດເພື່ອໃຫ້ສອງຝ່າຍຢັ້ງຢືນຄຳໝັ້ນສັນຍາຢ່າງແຮງກໍ່ຄືການແລກປ່ຽນບັນດາມາດຕະການແນໃສ່ນໍາການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ນໍາມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດ, ປະກອບສ່ວນນັບມື້ນັບມີປະສິດທິຜົນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ