ນີ້ແມ່ນເຫດການການເມືອງທີ່ມີຄວາມໝາຍສໍາຄັນໃນການຜັນຂະຫຍາຍບັນດາຂໍ້ຕົກລົງ ທີ່ບັນລຸໄດ້ລະຫວ່າງການນໍາຂັ້ນສູງສອງປະເທດ, ສືບຕໍ່ ແລະພັດທະນາການພົວພັນພິເສດຫວຽດນາມ-ກູບາ ໂດຍປະທານ ໂຮ່ຈີມິນ ແລະຜູ້ນໍາ Fidel Castro ເປັນຜູ້ກໍ່ຕັ້ງ; ສະແດງໃຫ້ເຫັນການຕັດສິນໃຈຂອງສອງຝ່າຍໃນການສືບຕໍ່ຮັດແໜ້ນ ແລະພັດທະນາການພົວພັນມິດຕະພາບ, ຄວາມສາມັກຄີບໍລິສຸດຜຸດຜ່ອງ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງລັດຖະບານ ແລະປະຊາຊົນສອງປະເທດ ກວ່າອີກ.
ໃນປະຫວັດສາດໂລກ ຍຸກປັດຈຸບັນ, ຍາກທີ່ຈະມີການພົວພັນໃດພິເສດ ຄືການພົວພັນ ຫວຽດນາມ-ກູບາ. ກ່ອນນີ້ 60 ກວ່າປີ, ຄືວັນທີ 2 ທັນວາ 1960, ຫວຽດນາມ ແລະກູບາ ໄດ້ສ້າງຕັ້ງການພົວພັນທາງການທູດ. ເຖິງວ່າຢູ່ຫ່າງໄກກັນເຄິ່ງຊີກໂລກ ແລະມີຄວາມແຕກຕ່າງກັນທາງດ້ານພາສາ ກໍ່ຕາມ ແຕ່ຫວຽດນາມ ແລະກູບາ ຍາມໃດກໍສາມັກຄີສະໜິດຕິດພັນ, ຄຽງບ່າຄຽງໄຫຼ່ຊ່ວຍເຫຼືອກັນໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປົກປັກຮັກສາໝາກຜົນການປະຕິວັດ ແລະພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ ຢູ່ແຕ່ລະປະເທດ.
ກູບາ ຍາມໃດກໍນໍາໜ້າໃນຂະບວນການສາກົນສະໜັບສະໜູນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ເສລີພາບຂອງຫວຽດນາມ. ເຫດການທີ່ເປັນພະຍານຫຼັກຖານໃຫ້ແກ່ນໍ້າໃຈສາມັກຄີລະຫວ່າງສອງປະເທດ ນັ້ນແມ່ນການຢ້ຽມຢາມຂອງຜູ້ນໍາກູບາ Fidel Castro, ເຊິ່ງເປັນປະມຸກລັດຕ່າງປະເທດທໍາອິດ ແລະໜຶ່ງດຽວທີ່ເຂົ້າໄປເຂດ “ດິນແດນແຫ່ງສົງຄາມ” ກວ໋າງຈິ ໃນເດືອນ ກັນຍາ ປີ 1973. ປະຊາຊົນຫວຽດນາມ ຍາມໃດກໍຈົດຈໍາອາລົມຈິດອັນເລິກເຊິ່ງ ແລະການຊ່ວຍເຫຼືອຢ່າງໝົດຈິດໝົດໃຈຂອງກູບາ, ເຊິ່ງໄດ້ສະແດງໃຫ້ເຫັນຜ່ານຄໍາເວົ້າອະມະຕະ ທີ່ວ່າ “ເພື່ອຫວຽດນາມ, ກູບາ ພ້ອມແລ້ວທີ່ຈະອຸທິດເລືອດເນື້ອຂອງຕົນ” ຂອງຜູ້ນໍາ Fidel Castro.
    |
 |
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Manuel Marrero Cruz ນາຍົກລັດຖະມົນຕີກູບາ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຫວຽດຈຸງ. |
ການນໍາຮຸ່ນຕ່າງໆ ແລະປະຊາຊົນສອງປະເທດ ຍາມໃດກໍຖືການພົວພັນ ຫວຽດນາມ-ກູບາ ເປັນຊັບສົມບັດອັນລໍ້າຄ່າຂອງສອງຊາດ. ພັກ, ລັດ ແລະປະຊາຊົນຫວຽດນາມ ມີແຜນນະໂຍບາຍສະເໝີຕົ້ນສະເໝີປາຍພັດທະນາ ແລະຮັດແໜ້ນກວ່າອີກຕໍ່ການພົວພັນມິດຕະພາບ, ຄວາມສາມັກຄີອັນບໍລິສຸດຜຸດຜ່ອງ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຢ່າງບໍ່ຢຸດຢັ້ງ; ສະໜັບສະໜູນພາລະກິດປະຕິວັດຂອງພັກ, ລັດ ແລະປະຊາຊົນກູບາ ອ້າຍນ້ອງ ຢ່າງແຮງ.
ໃນຊຸມປີມໍ່ໆມານີ້, ເຖິງວ່າສະພາບການໂລກ ມີການຜັນປ່ຽນຫຼາຍຢ່າງກໍ່ຕາມ ແຕ່ການພົວພັນສາມັກຄີ, ການສະໜັບສະໜູນເຊິ່ງກັນ ແລະກັນ ແລະການຮ່ວມມືຮອບດ້ານ ຫວຽດນາມ-ກູບາ ໄດ້ຮັບການເອົາໃຈໃສ່ປັບປຸງ, ຊຸກຍູ້ ແລະພັດທະນາໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ນັບແຕ່ຂົງເຂດການເມືອງ, ເສດຖະກິດ-ການຄ້າ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກະສິກໍາ, ກໍ່ສ້າງ, ການສຶກສາ, ສາທາລະນະສຸກ, ການຄົມມະນາຄົມ ຈົນເຖິງ ກິລາກາຍະກໍາ... ຫວຽດນາມ ແລະກູບາ ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ ໄປຢ້ຽມຢາມເຊິ່ງກັນ ແລະກັນເປັນປະຈໍາ. ຕໍ່ໜ້າຜົນກະທົບຈາກພະຍາດໂຄວິດ-19, ການນໍາຂັ້ນສູງ ແລະບັນດາກະຊວງ, ຂະແໜງການສອງປະເທດ ສືບຕໍ່ຮັກສາການແລກປ່ຽນຜ່ານຮູບການທາງໄກ. ສອງຝ່າຍຍັງຜັນຂະຫຍາຍບັນດາກົນໄກ ຄື: ຄະນະກໍາມະການຮ່ວມມືລະຫວ່າງລັດຖະບານ, ກອງປະຊຸມສໍາມະນາທິດສະດີລະຫວ່າງສອງພັກ, ການເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ.
ກ່ຽວກັບການແລກປ່ຽນການຄ້າ, ວົງເງິນການຄ້າສອງສົ້ນປີ 2020 ບັນລຸ 178,5 ລ້ານໂດລາສະຫະລັດ. ວັນທີ 1 ເມສາ 2020, ສັນຍາການຄ້າ ຫວຽດນາມ-ກູບາ (ລົງນາມໃນວັນທີ 9 ພະຈິກ 2018) ມີຜົນສັກສິດຢ່າງເປັນທາງການ ດ້ວຍຄໍາໝັ້ນສັນຍາບຸລິມະສິດການຄ້າໃໝ່ຫຼາຍສະບັບ, ນໍາເອົາຜົນປະໂຫຍດມາໃຫ້ວິສາຫະກິດສອງປະເທດ ແລະສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວສົ່ງອອກ, ນໍາເຂົ້າສິນຄ້າສອງຝ່າຍ.
ໃນຂົງເຂດການທູດຫຼາຍຝ່າຍ, ສອງຝ່າຍຮັກສາການພົວພັນຮ່ວມມື ແລະສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ອົງການຈັດຕັ້ງສາກົນ ແລະເວທີຫຼາຍຝ່າຍ, ໂດຍສະເພາະແມ່ນ ສປຊ. ຫວ່າງມໍ່ໆມານີ້, ຫວຽດນາມ ໄດ້ສະໜັບສະໜູນກູບາ ອອກສະໜັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2021-2023; ຕັ້ງໜ້າຊຸກຍູ້, ໜູນຊ່ວຍ ກູບາ ລົງນາມສົນທິສັນຍາມິດຕະພາບ ແລະການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) (ວັນທີ 10 ພະຈິກ 2020). ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍສະໜັບສະໜູນການຢຸດຕິນະໂຍບາຍຂວໍ້າບາດ, ປິດລ້ອມດ້ານເສດຖະກິດ-ການເງິນຂອງອາເມລິກາ ຕ້ານກູບາ. ສ່ວນ ກູບາ ກໍ່ໄດ້ສະໜັບສະໜູນຫວຽດນາມ ອອກສະໜັກເລືອກຕັ້ງເປັນສະມາຊິກສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021.
ຫວນຄືນໄລຍະປະຫວັດສາດກວ່າ 60 ປີຜ່ານມາ, ພວກເຮົາ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ ແລະສິ່ງທົດສອບນາໆປະການ, ສາຍພົວພັນສາມັກຄີ, ສະໜິດແໜ້ນ, ບໍລິສຸດຜຸດຜ່ອງ, ໃສແຈ້ງ ແລະໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະກັນລະຫວ່າງສອງປະເທດ ນັບມື້ນັບໝັ້ນແກ່ນ ແລະອົບອຸ່ນ.
ຂໍ່ານັບຮັບຕ້ອນທ່ານນາຍົກລັດຖະມົນຕີກູບາ ມາຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ, ພວກເຮົາ ເຊື່ອໝັ້ນຢ່າງແນວແນ່ວ່າ ການຢ້ຽມຢາມຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນສໍາຄັນນໍາການພົວພັນ ຫວຽດນາມ-ກູບາ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ, ນໍາການພົວພັນດ້ານເສດຖະກິດ, ການຄ້າ ແລະການລົງທຶນໃຫ້ສົມກັບການພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດ ເທື່ອລະກ້າວ.
ໂດຍ: ໄຊຊະນະ