ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານປະທານາທິບໍດີ Julius Maada Bio ແລະກໍ່ແມ່ນການແລກປ່ຽນຄະນະຜູ້ແທນຂັ້ນປະມຸກລັດທໍາອິດຂອງສອງປະເທດ. ການຢ້ຽມຢາມມີຄວາມໝາຍປະຫວັດສາດສຳຄັນໃນການສືບຕໍ່ປັບປຸງ ແລະເພີ່ມທະວີການພົວພັນຫວຽດນາມ-ເຊຍຣາລີໂອນ ສືບຕໍ່ໃນທ່າພັດທະນາ.

ໂດຍແມ່ນປະເທດຢູ່ເຂດອາຟະລິກາຕາເວັນຕົກ, ເຊຍຣາລີໂອນ ໄດ້ ແລະພວມຜັນຂະຫຍາຍແຜນການພັດທະນາປະເທດໃນໄລຍະກາງແຕ່ປີ 2019-2023 ດ້ວຍ 4 ເສົາຄ້ຳຫຼັກ, ລວມມີ: ກໍ່ສ້າງພື້ນຖານເສດຖະກິດສີຂຽວ, ຫຼາຍຮູບຫຼາຍແບບ ແລະຍືນຍົງ; ຍົກສູງຄວາມສາມາດໃນການເຂົ້າເຖິງການສຶກສາ, ການແພດຂອງປະຊາຊົນ; ຮັບປະກັນສັງຄົມທ່ຽງທຳ, ກົມກ່ຽວ, ໝັ້ນຄົງ; ລົງທຶນໃສ່ພື້ນຖານໂຄງລ່າງ ເພື່ອຍົກສູງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດ. ສຳລັບການພົວພັນຕ່າງປະເທດ, ເຊຍຣາລີໂອນ ປະຕິບັດນະໂຍບາຍຫັນການພົວພັນເປັນຫຼາຍຮູບແບບ, ຖືເປັນສຳຄັນການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ພັດທະນາການພົວພັນກັບບັນດາປະເທດໃຫຍ່, ພ້ອມທັງຖືເປັນສຳຄັນຊຸກຍູ້ການຮ່ວມມືກັບບັນດາປະເທດພວມພັດທະນາໃນຂອບເຂດການຮ່ວມມືໃຕ້-ໃຕ້, ໃນນ້ັນມີຫວຽດນາມ.

leftcenterrightdel
ປະທານປະເທດ ຫງວຽນຊວນຟຸກ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Julius Maada Bio ປະທານາທິບໍດີແຫ່ງ ເຊຍຣາລີໂອນ ທີ່ການພົບປະຢູ່ທີ່ນອກວາລະປຶກສາຫາລືຂັ້ນສູງ ສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 76. ພາບ: ສຳນັກຂ່າວສານຫວຽດນາມ.

ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງປະທານາທິບໍດີ Julius Maada Bio ແລະພັນລະຍາ ໄດ້ດຳເນີນເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (24-6-1982 / 24-6-2022). ຄຽງຂ້າງກັນນັ້ນ, ໄລຍະຜ່ານມາ, ການພົວພັນດ້ານການເມືອງລະຫວ່າງສອງປະເທດແມ່ນພັດທະນາດີງາມໂດຍຜ່ານການຢ້ຽມຢາມ, ການພົບປະທຸກຂັ້ນ.

ການຮ່ວມມືດ້ານເສດຖະກິດ-ການຄ້າ ລະຫວ່າງສອງປະເທດໄດ້ຮັບຮູ້ບາດກ້າວພັດທະນາຢ່າງຕັ້ງໜ້າ ແລະມີຄວາມສາມາດບົ່ມຊ້ອນຊຸກຍູ້ຫຼາຍຢ່າງ. ວົງເງິນການຄ້າສອງຝ່າຍປີ 2020 ບັນລຸ 49,26 ລ້ານໂດລາສະຫະລັດ, ເພີ່ມຂຶ້ນກວ່າ 200% ເມື່ອທຽບໃສ່ລະດັບ 17 ລ້ານໂດລາສະຫະລັດ ໃນປີ 2018. ໃນນ້ັນ, ຫວຽດນາມ ສົ່ງອອກຕົ້ນຕໍໄປຍັງ  ເຊຍຣາລີໂອນ ແມ່ນຢາສູບ, ຄອມພິວເຕີ, ເຄື່ອງຕ່ຳແຜ່ນຕັດຫຍິບ ແລະວັດຖຸດິບ; ນຳເຂົ້າຕົ້ນຕໍແມ່ນໄມ້ ແລະຜະລິດຕະພັນຈາກໄມ້. ປະຈຸບັນ ເຊຍຣາລີໂອນ ມີໂຄງການລົງທຶນໃນຂົງເຂດ marketing ແລະຄຸ້ມຄອງຊັບພະຍາກອນມະນຸດຢູ່ຫວຽດນາມ; ຫວຽດນາມ ໄດ້ຈັດສົ່ງຄະນະປະຕິບັດງານຈຳນວນໜຶ່ງຂອງບັນດາສະຖາບັນຄົ້ນຄວ້າ ແລະກະຊວງກະສິກຳ ແລະພັດທະນາຊົນນະບົດ ໄປສຳຫຼວດສຶກສາຄວາມເປັນໄປໄດ້ໃນການຮ່ວມມື, ກໍ່ສ້າງໂຄງການກະສິກຳຢູ່ ເຊຍຣາລີໂອນ.

ສອງຝ່າຍໄດ້ລົງນາມເອກະສານຮ່ວມມືຫຼາຍສະບັບ, ໃນນ້ັນມີ: ບົດບັນທຶກຊ່ວຍຈຳ (MoU)  ວ່າດ້ວຍການຮ່ວມມືກະສິກຳ, ຜະລິດເກືອ (2001); ສັນຍາເສດຖະກິດ-ການຄ້າ, ວັດທະນະທຳ ແລະເຕັກໂນໂລຢີ (2003); ສັນຍາ MoU ລະຫວ່າງກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ກັບກະຊວງກະສິກຳ ແລະປ່າໄມ້ ເຊຍຣາລີໂອນ ກ່ຽວກັບການຮ່ວມມືສອງຝ່າຍໃນຂົງເຂດກະສິກຳ (2010); ສັນຍາ MoU ລະຫວ່າງກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ ກັບກະຊວງສິນໃນນ້ຳ ແລະຊັບພະຍາກອນທະເລ ເຊຍຣາລີໂອນ ກ່ຽວກັບການຮ່ວມມືສອງຝ່າຍໃນຂົງເຂດສິນໃນນ້ໍາ (2010); ບົດບັນທຶກເຮັດວຽກລະຫວ່າງສອງກະຊວງການຕ່າງປະເທດ (2010); ສັນຍາ MoU ລະຫວ່າງສອງກະຊວງອຸດສາຫະກຳ ແລະການຄ້າວ່າດ້ວຍການຊື້ຂາຍເຂົ້າສານ (2011)...

ນອກຈາກນັ້ນ, ສອງຝ່າຍຍັງສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນສະຫະປະຊາຊາດ. ເຊຍຣາລີໂອນ ໄດ້ສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງເຂົ້າສະພາບໍລິຫານງານ UNESCO ອາຍຸການ 2015-2019,  ສະພາເສດຖະກິດ-ສັງຄົມ ສະຫະປະຊາຊາດ (ECOSOC) ອາຍຸການ 2016-2018, ສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021.

ດ້ວຍບາດກ້າວພັດທະນາຢ່າງຕ້ັງໜ້າໃນການພົວພັນສອງຝ່າຍໃນໄລຍະຜ່ານມາ, ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດຫວຽດນາມ ຄັ້ງນີ້ຂອງທ່ານປະທານາທິບໍດີ Julius Maada Bio ແລະພັນລະຍາ ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳຂັ້ນສູງ ແລະປະຊາຊົນສອງປະເທດ, ພ້ອມທັງນຳການພົວພັນສອງຝ່າຍເຂົ້າສູ່ແທດຈິງ, ມີປະສິດທິຜົນໃນຂົງເຂດ ເຊິ່ງສອງຝ່າຍມີຄວາມສາມາດບົ່ມຊ້ອນ, ມີຄວາມຕ້ອງການ ແລະມີຜົນປະໂຫຍດ, ເພື່ອສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ກໍ່ຄືໃນໂລກ.

ໂດຍ: ແສງເດືອນ