ຕ້ອນຮັບປີໃໝ່ກໍ່ແມ່ນເວລາຫວນຄືນອະນຸສອນຂອງປີເກົ່າ. ປີ 2021 ເລີ່ມຕົ້ນດ້ວຍຄວາມສະຫງົບ, ສະດວກ, ການພັດທະນາເປັນປົກກະຕິ, ດ້ວຍແງ່ຫວັງບຸກທະລຸໃນການປະຕິບັດເປົ້າໝາຍຄວບຄູ່: ທັງປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ທັງພັດທະນາເສດເສດຖະກິດ. ແຕ່ວ່າທ້າຍເດືອນເມສາ 2021, ສາຍພັນໃໝ່ຂອງໄວຣັດ SARS-CoV-2 ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງໃນຫຼາຍດ້ານ, ຫຼາຍຂົງເຂດ. ເປັນຄັ້ງທຳອິດພາຍຫຼັງຫຼາຍປີີ, ເສດຖະກິດຫວຽດນາມ ມີສັນຍານຢຸດຕິໄວ້, ມີບາງໄລຍະການເຕີບໂຕເສດຖະກິດຫຼຸດລົງລະດັບຕ່ຳສຸດນັບແຕ່ປີ 2000 ຮອດປະຈຸບັນ.

leftcenterrightdel
ພາບປະກອບຄັດຈາກ: qdnd.vn.

ຍິ່ງປະສົບກັບຄວາມຫຍຸ້ງຍາກ, ພັກເຮົາຍິ່ງຢັ້ງຢືນຄຸນນະທາດ, ພູມປັນຍາ ແລະວິໄສທັດເບິ່ງກວ້າງມອງໄກ; ຖັນແຖວພະນັກງານ, ສະມາຊິິກພັກຍິ່ງມີຄວາມຮັກຕໍ່ປະເທດຊາດ ແລະປະຊາຊົນ, ມານະພະຍາມປ່ຽນແປງໃໝ່, ປະດິດສ້າງ, ປະຕິບັດຕາມແບບຢ່າງທີ່ດີເດັ່ນ, ສຸດຈິດສຸດໃຈ, ອຸທິດສ່ວນເພື່ອຜົນປະໂຫຍດລວມ. ພິເສດ, ກິດຈະການກໍ່ສ້າງ, ປັບປຸງພັກໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ມີປະສິດທິຜົນ, ຊ່ວຍທົ່ວລະບົບການເມືອງມີຄວາມປອດໃສ, ຍົກສູງປະສິດທິພາບ, ປະສິດທິຜົນ, ຂອງການເຄື່ອນໄຫວຊີ້ນຳ, ນຳພາ, ບໍລິຫານ; ຍູ້ຖອຍການເສື່ອມທາດຂາດຄຸນ ແລະປະກົດການ “ຜັນແປເອງ”, “ຜັນປ່ຽນເອງ”...

ຈາກນັ້ນປະຊາຊົນຫວຽດນາມ ຈຶ່ງມີຄວາມໄວ້ເນື້ອເຊື່ອໃຈຕໍ່ໍ່ບົດບາດນຳພາຂອງພັກ. ຜ່ານການທົດສອບ, ປະຊາຊົນເປັນຈິດໜຶ່ງໃຈດຽວປະຕິບັດມະຫາສາມັກຄີຢ່າງກວ້າງຂວາງໃນປະເທດ ແລະສາກົນ, ແຜ່ຂະຫຍາຍຈິດໃຈມະນຸດຊາດຢ່າງເລິກເຊິ່ງ ແລະສິນທຳທີ່ເປັນມູນເຊື້ອອັນສູງສົ່ງ ແລະດີງາມທີ່ມີມານັບພັນປີ. ນັ້ນແມ່ນພະລັງງານພາຍໃນ-ກົກເຄົ້າກຳລັງແຮງເພື່ອໃຫ້ພວກເຮົາຜ່ານຜ່າສິ່ງທົດສອບຮ້າຍແຮງທີ່ສຸດ.

ພ້ອມກັບທົ່ວພັກ, ທົ່ວປວງຊົນ, ອົງຄະນະພັກກອງທັບ ແລະທົ່ວກອງທັບໄດ້ມານະພະຍາຍາມສູ້ຊົນ, ບັນລຸຜົນງານສຳຄັນຫຼາຍຢ່າງ; ສຳເລັດໜ້າທີ່ການເມືອງຢ່າງດີເດັ່ນ, ຢັ້ງຢືນບົດບາດຫຼັກແຫຼ່ງແກ່ນສານໃນກິດຈະການປົກປັກຮັກສາປະເທດຊາດ. ພິເສດ, ແມ່ນໃນການຕໍ່ສູ້ຕ້ານ “ສັດຕູໂຄວິດ-19”, ກອງທັບແມ່ນໜຶ່ງໃນບັນດາກຳລັງຫຼັກແຫຼ່ງພົ້ນເດັ່ນທີ່ສຸດ, ນຳໜ້າໃນການຈັດສົ່ງຄົນ ແລະວັດຖຸເຖິງບັນດາອົງການ, ກົມກອງ, ທ້ອງຖິ່ນບ່ອນທີ່ມີການແຜ່ລະບາດພະຍາດໂຄວິດ 19 ຢ່າງສັບສົນ. ພະນັກງານ, ນັກຮົບກອງທັບຫຼາຍຄົນໄດ້ອຸທິດສ່ວນ, ເສຍສະຫຼະຊີວິດຢ່າງກ້າຫານເພື່ອຄວາມປອດໄພ, ຄວາມຜາສຸກຂອງປະຊາຊົນໃນການຕໍ່ສູ້ຍູ້ໂລກລະບາດໃຫຍ່ທີ່ສຸດໃນປະຫວັດສາດຂອງມວນມະນຸດໃຫ້ຖອຍໄປ. ຄຸນທາດທະຫານລຸງໂຮ່ ຍິ່ງແຜ່ແສງສະຫວ່າງຕື່ມອີກ!

ກ້າວເຂົ້າສູ່ປີ 2022, ພວກເຮົາສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ແຕ່ວ່າ, ດ້ວຍຈິດໃຈມະຫາສາມັກຄີ, ມູນເຊື້ອຮັກຊາດ ແລະຄວາມຫວັງພັດທະນາ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ມີຄວາມຕັດສິນໃຈ, ຄວາມເຊື່ອໝັ້ນ, ພູມປັນຍາ ແລະກຳລັງແຮງຢ່າງພຽງພໍເພື່ອຜ່ານຜ່າສິ່ງກີດຂວາງທຸກຢ່າງ, ຮັບມືຢ່າງປອດໄພ, ຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ນຳປະເທດພັດທະນາໃນສະພາບການປົກກະຕິໃໝ່.

ຕ້ອນຮັບລະດູບານໃໝ່ ປີຂານ 2022, ພວກເຮົາຍິ່ງຊາບຊຶມບັນດາບົດຮຽນທີ່ຖອດຖອນມາໄດ້ໃນວຽກງານຊີ້ນຳ, ນຳພາການຜັັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງພັກໃນທຸກຂັ້ນ ແລະບົດຮຽນລັດໜ້າ, ປະເຊີນໜ້າ, ຜ່ານຜ່າສິ່ງທ້າທາຍ, ຄວາມຫຍຸ້ງຍາກລຳບາກ. ພິເສດ, ຊາວຫວຽດນາມ ແຕ່ລະຄົນເຖິງວ່າຈະຢູ່ບ່ອນໃດກໍ່ຕ້ອງເຊີດຊູຈິດໃຈແຂ່ງຂັນຮັກຊາດ, ສູ້ຊົນປະຕິບັດສຳເລັດເປົ້າໝາຍ, ໜ້າທີ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະແຜນການປີ 2022; ຍາມໃດແນວຄິດ ແລະການກະທຳກໍ່ຕ້ອງສະເໝີຕົ້ນສະເໝີປາຍ: ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບເພື່ອຜົນປະໂຫຍດລວມ.

ປີ 2022 ແມ່ນປີທີສອງທີ່ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI. ເສີມຂະຫຍາຍມູນເຊື້ອກອງທັບວິລະຊົນ ດ້ວຍກວ່າ 77 ປີແຫ່ງການກໍ່ສ້າງ, ສູ້ຮົບ, ເຕີບໃຫຍ່, ພະນັກງານ, ນັກຮົບທົ່ວກອງທັບສືບຕໍ່ປະກອບສ່ວນ, ປະຕິບັດພາລະກິດປົກປັກຮັກສາປະເທດຊາດໃນສະພາບການໃໝ່ຢ່າງມີໄຊ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດ.

ອົງຄະນະພັກກອງທັບສຸມໃສ່ປະຕິບັດສຳເລັດກົນໄກນຳພາ, ຍູ້ແຮງການກໍ່ສ້າງ, ປັບປຸງພັກ, ເດັດດ່ຽວປະຕິບັດມະຕິສະເພາະຂອງຄະນະພັກການທະຫານສູນກາງ ກ່ຽວກັບ “ເສີມຂະຫຍາຍຄຸນນະທາດທະຫານລຸງໂຮ່, ເດັດດ່ຽວຕ້ານລັດທິສ່ວນຕົວ”; ແຜນງານ “ກອງທັບກັບໜ້າທີ່ສະກັດກັ້ນ ແລະຕ້ານໄພຫຍໍ້ທໍ້, ສໍ້ຫຼາດບັງຫຼວງ, ຟຸມເຟືອຍ”; ກໍ່ສ້າງກອງທັບໃຫ້ມີຄວາມໝັ້ນຄົງເຂັ້ມແຂງຮອບດ້ານ, ກ່ອນອື່ນໝົດແມ່ນໝັ້ນຄົງເຂັ້ມແຂງດ້ານການເມືອງ; ເຖິງປີ 2025 ກໍ່ສ້າງກອງທັບຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ, ສ້າງປະຖົມປັດໄຈໝັ້ນແກ່ນ, ສູ້ຊົນເຖິງປີ 2030 ກໍ່ສ້າງກອງທັບປະຊາຊົນປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ; ສົມເປັນບ່ອນອີງທີ່ໄວ້ເນື້ອເຊື່ອໃຈ, ໝັ້ນແກ່ນຂອງພັກ, ລັດ ແລະປະຊາຊົນ.

ຂ່ຳນັບຮັບຕ້ອນລະດູບານໃໝ່-ປີໃໝ່, ເພື່ອຊີວິດດີງາມກວ່າ ແລະຄວາມມຸ່ງຫວັງເພື່ອຊາດຫວຽດນາມເຂັ້ມແຂງແຮງກ້າ, ທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບເຮົາ ຕ້ອງເປັນຈິດໜຶ່ງໃຈດຽວປຸກລຸກພະລັງງານພາຍໃນອັນລ້ຳຄ່າເພື່ອໃຫ້ທຸກສິ່ງທຸກຢ່າງດີງາມກວ່າປີເກົ່າ.

ໂດຍ: ແສງເດືອນ