ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງສະຫາຍ ພັນຄໍາ ວິພາວັນ ໃນຖານະເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ. ການຢ້ຽມຢາມເພື່ອແນໃສ່ສືບຕໍ່ຢືນຢັນບຸລິມະສິດແກ່ການພົວພັນຕ່າງປະເທດຂອງສອງປະເທດແມ່ນປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ສ້າງຄວາມເປັນເອກະພາບໃນການຊີ້ນຳຊຸກຍູ້ຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ, ຍູ້ແຮງການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ນີ້ກໍ່ແມ່ນການຢ້ຽມຢາມເປີດສາກປີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022 ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ.

leftcenterrightdel
ເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະເຈລະຈາກັບເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໃນເດືອນມິຖຸນາ 2021. ພາບ: ສໍານັກຂ່າວສານຫວຽດນາມ

ໂດຍແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ທີ່ມີແມ່ນ້ຳລຳເຊ ແລະສາຍພູຫຼວງຕິດຈອດກັນຕາມທຳມະຊາດ, ການພົວພັນສະໜິດຕິດພັນລະຫວ່າງສອງປະເທດຫວຽດນາມ - ລາວ ໄດ້ຮັບການສ້າງຕັ້ງຂຶ້ນໂດຍຜ່ານປະຫວັດສາດນັບພັນປີແຫ່ງການກໍ່ສ້າງ ແລະປົກປັກຮັກສາປະເທດຊາດ. ປະຊາຊົນສອງປະເທດຍາມໃດກໍ່ຄຽງບ່າຄຽງໄຫຼ່, ຮ່ວມທຸກຮ່ວມສຸກ, ກໍ່ສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ. ສາຍພົວພັນນີ້ໄດ້ກາຍເປັນຊັບສົມບັດອັນລ້ຳຄ່າ, ເປັນແຫຼ່ງກຳລັງລ້ຳຄ່າ ແລະເປັນປັດໄຈສຳຄັນທີ່ສຸດຮັບປະກັນຜົນສຳເລັດຂອງການປະຕິວັດຂອງແຕ່ລະປະເທດເຊິ່ງລຸ້ນປະຈຸບັນຕ້ອງປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະສືບທອດໃຫ້ແກ່ຄົນລຸ້ນຫຼັງ.

ຕໍ່ໜ້າການຜັນແປຢ່າງວ່ອງໄວ ແລະສັບສົນຂອງສະພາບການໂລກ ແລະພາກພື້ນ, ນໍ້າໃຈສັດຊື່ບໍລິສຸດຫວຽດນາມ - ລາວ ໂດຍປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ທີ່ແສນເຄົາລົບຮັກກໍ່ຕັ້ງຂຶ້ນ ແລະຜູ້ນຳລຸ້ນສືບທອດຂອງສອງພັກ, ສອງລັດ ແລະປະຊາຊົນຂອງສອງປະເທດເພີ່ມພູນຄູນສ້າງນັ້ນນັບມື້ນັບຝັງເລິກໃນໃຈປະຊາຊົນທຸກຊັ້ນວັນນະຂອງແຕ່ລະປະເທດ. ບົນພື້ນຖານເສີມຂະຫຍາຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມືຢ່າງສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ສົມທົບລັກສະນະພິເສດຂອງການພົວພັນຫວຽດນາມ - ລາວ ດ້ວຍທຳນຽມສາກົນຢ່າງເໝາະສົມ, ສອງຝ່າຍຍາມໃດກໍ່ໃຫ້ບຸລິມະສິດ, ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກໃຫ້ກັນເພື່ອພ້ອມກັນພັດທະນາ ເພື່ອຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ບົນຈິດໃຈນັ້ນ, ໃນຊຸມປີຜ່ານມາ, ຍ້ອນຄວາມມານະພະຍາຍາມ ແລະຄວາມຕັດສິນໃຈສູງຂອງການນຳ ແລະປະຊາຊົນສອງປະເທດ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໄດ້ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະມີປະສິດທິຜົນໃນທຸກໆຂົງເຂດ; ນັບແຕ່ດ້ານການເມືອງ-ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຖິງເສດຖະກິດ-ການຄ້າ-ການລົງທຶນ, ການສຶກສາ-ກໍ່ສ້າງ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ການສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສສາກົນ ແລະພາກພື້ນ. ພິເສດ, ໃນຂະນະທີ່ສອງປະເທດໄດ້ຮັບຜົນກະທົບຈາກພະຍາດໂຄວິດ–19, ຫວຽດນາມ ແລະລາວ ຍາມໃດກໍ່ໃຫ້ການຊ່ວຍເຫຼືອທາງດ້ານຈິດໃຈ ແລະວັດຖຸ, ສະແດງໃຫ້ເຫັນມູນເຊື້ອຮ່ວມທຸກຮ່ວມສຸກ, “ເຂົ້າເມັດຫັກຜັກເສັ້ນໜຶ່ງກໍແບ່ງປັນກັນ”, ພ້ອມແລ້ວທີ່ຈະແບ່ງປັນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອພ້ອມກັນຜ່ານຜ່າໂລກລະບາດໂດຍໄວ ເພື່ອຟື້ນຟູເສດຖະກິດ-ສັງຄົມ ແລະສືບຕໍ່ພັດທະນາແບບຍືນຍົງ.

ດ້ວຍຄວາມເອກອ້າງທະນົງໃຈ, ຄວາມພາກພູມໃຈຕໍ່ບາດກ້າວພັດທະນາອັນດີງາມຂອງສາຍພົວພັນມິດຕະພາບທີ່ເປັນແບບຢ່າງ, ຊື່ສັດ ແລະບໍລິສຸດຜຸດຜ່ອງລະຫວ່າງ ຫວຽດນາມ-ລາວ, ພວກເຮົາຂໍ່ານັບຊົມເຊີຍທ່ານ ພັນຄຳ ວິພາວັນ  ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາວ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ເປັນປະທານຮ່ວມກອງປະຊຸມຄັ້ງທີ 44 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ - ລາວ ແລະປຸກລະດົມປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ  2022. ສະພາບການໃນປະຈຸບັນພວມເຮັດໃຫ້ສອງປະເທດທັງມີຫຼາຍໂອກາດພັດທະນາແຕ່ກໍ່ຕ້ອງປະເຊີນກັບສິ່ງທ້າທາຍໃໝ່ໆບໍ່ແມ່ນໜ້ອຍ. ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ, ລຳບາກປານໃດກໍ່ຕາມ, ແຕ່ພວກເຮົາກໍ່ໝັ້ນໝາຍຈະຮັກສາ, ປົກປັກຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ໃຫ້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ, ຂຽວສົດງົດງາມໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ.

ໂດຍ: ທະນາພອນ