ສາມາດເວົ້າໄດ້ວ່າ, ຍັງບໍ່ເຄີຍມີເວລາໃດ ທີ່ການປະຕິບັດສອງໜ້າທີ່ຍຸດທະສາດສ້າງສາ ແລະປົກປັກຮັກສາປະເທດຊາດຢູ່ປະເທດເຮົາ ໄດ້ດໍາເນີນໄປໃນສະພາບການພິເສດຄືໃນປັດຈຸບັນ. ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງທີ່ສຸດຕໍ່ທຸກພາກພື້ນໃນທົ່ວໂລກ, ເຮັດໃຫ້ຫຼາຍປະເທດມະຫາອໍານາດ ຕົກເຂົ້າສູ່ວິກິດການ. ຢູ່ຫວຽດນາມ, ພາຍໃຕ້ການນໍາພາຂອງພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ, ພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າຮົບທົ່ວປວງຊົນປ້ອງກັນຊາດ ໄດ້ໝູນໃຊ້, ເສີມຂະຫຍາຍສູງສຸດໃນການປະຕິບັດໜ້າທີ່ “ສູ້ຮົບໃນສະໄໝສັນຕິພາບ”. ເຂົ້າຮ່ວມການຕ້ານພະຍາດໂຄວິດ-19 ຢູ່ດ່ານໜ້າ, ກອງທັບປະຊາຊົນຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດຫຼັກແຫຼ່ງແກ່ນສານ, ປະຈັນບານ ໃນການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ຢ່າງຈະແຈ້ງ. ຈິດໃຈຍອມເສຍສະຫຼະ, ອຸທິດຊີວິດເພື່ອປະຊາຊົນຂອງພະນັກງານ, ນັກຮົບທົ່ວກອງທັບ, ຂອງກໍາລັງທະຫານລາດ, ປ້ອງກັນຕົວທົ່ວປະເທດໄດ້ປະກອບສ່ວນສໍາຄັນເຂົ້າໃນການຫຼຸດຜ່ອນຜົນເສຍຫາຍ ຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ. ປະຊາຊົນເຮົາ ຍາມໃດກໍຮັກແພງ, ມີຄວາມເຊື່ອໝັ້ນ ແລະເອກອ້າງທະນົງໃຈຕໍ່ກອງທັບຂອງຕົນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ລະດົມກໍາລັງໃຈແພດທະຫານຍິງ ກ່ອນຈະເດີນທາງໄປປະຕິບັດໜ້າທີ່ຕ້ານພະຍາດໂຄວິດ-19 ຢູ່ພາກໃຕ້. ພາບ: Qdnd.vn

ຜ່ານວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ຄຸນທາດທະຫານລຸງໂຮ່ ຍິ່ງເປັ່ງປະກາຍແຜ່ຂະຫຍາຍ,  ພ້ອມກັນນັ້ນຍິ່ງສະແດງໃຫ້ເຫັນຄຸນຄ່າ-ກໍາລັງແຮງຊະນະເລີດຂອງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າຮົບທົ່ວປວງຊົນປ້ອງກັນຊາດ ເຊິ່ງ ຫຼັກແຫຼ່ງແກ່ນສານແມ່ນສາມັກຄີເປັນຈິດໜຶ່ງໃຈດຽວກັນລະຫວ່າງທະຫານ ແລະປະຊາຊົນ.

ຫວນຄືນປະຫວັດສາດ 77 ປີກ່ອນນີ້, ກອງທະຫານ ໂຄສະນາປົດປ່ອຍ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນຕາມຄໍາສັ່ງຂອງປະທານ ໂຮ່ຈີມິນ. ນີ້ແມ່ນເຫດການການເມືອງ-ປະຫວັດສາດສໍາຄັນຍິ່ງ, ເປັນຂີດໝາຍແຫ່ງການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນຫວຽດນາມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການປະຕິວັດ. ພາຍໃຕ້ການນໍາພາຂອງພັກ, ກອງທັບເຮົາ ທີ່ຫາກໍ່ໄດ້ສ້າງຂຶ້ນນັ້ນ ໄດ້ພ້ອມກັບທົ່ວປວງຊົນ ດໍາເນີນການລຸກຮື້ຂຶ້ນເດືອນສິງຫາ ປີ 1945 ສໍາເລັດຜົນ, ສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແລະຫຼັງຈາກນັ້ນສືບຕໍ່ເປັນຫຼັກແຫຼ່ງແກ່ນສານ ພ້ອມກັບທົ່ວປວງຊົນ ຕີຊະນະພວກລ່າເມືອງຂຶ້ນຝຣັ່ງ, ຈັກກະພັດອາເມລິກາ ຜູ້ຮຸກຮານ, ຍາດເອົາເອກະລາດ, ເສລີພາບ, ທ້ອນໂຮມປະເທດຊາດເປັນເອກະພາບ. ແນວທາງທົ່ວປວງຊົນຕໍ່ຕ້ານ, ຮອບດ້ານ, ສົງຄາມປະຊາຊົນ, ທົ່ວປວງຊົນປ້ອງກັນຊາດ ໂດຍ ກອງທັບປະຊາຊົນຫວຽດນາມ ເປັນຫຼັກແຫຼ່ງແກ່ນສານ, ພາຍໃຕ້ການນໍາພາຢ່າງເດັດຂາດ, ໂດຍກົງໃນທຸກດ້ານຂອງພັກ ໄດ້ສ້າງວິລະກໍາດັງກ້ອງກັງວານ, ກາຍເປັນຂີດໝາຍອັນຮຸ່ງເຮືອງເຫຼືອງເຫຼື້ອມຂອງຊົນຊາດ ໃນຍຸກສະໄໝໂຮ່ຈີມິນ.

ພ້ອມກັບການເສີມຂະຫຍາຍກໍາລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນພາລະກິດແຫ່ງການປັບປຸງ, ເພີ່ມທະວີການປ້ອງກັນຊາດ, ພັກ, ລັດເຮົາ ຍາມໃດກໍເອົາໃຈໃສ່ກໍ່ສ້າງກອງທັບປະຊາຊົນປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ເປັນກໍາລັງຫຼັກແຫຼ່ງຂອງພື້ນຖານທົ່ວປວງຊົນປ້ອງກັນຊາດ, ຂອງພາລະກິດແຫ່ງການປົກປັກຮັກສາປະເທດຊາດ ຢ່າງແທດຈິງ. ພາຍໃຕ້ການນໍາພາຢ່າງເດັດຂາດ, ໂດຍກົງໃນທຸກດ້ານຂອງພັກ ແລະຄວາມຮັກແພງອຸ້ມຊູຊ່ວຍເຫຼືອຢ່າງໝົດຈິດໝົດໃຈຂອງປະຊາຊົນ, ກອງທັບເຮົາ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ປະຕິບັດສໍາເລັດພາລະໜ້າທີ່ກອງທະຫານສູ້ຮົບ, ກອງທະຫານປະຕິບັດງານ ແລະກອງທະຫານອອກແຮງງານທໍາການຜະລິດ, ສົມເປັນ “ກອງທັບວິລະຊົນ ຂອງຊົນຊາດວິລະຊົນ” ຢ່າງແທ້ຈິງ. 

ພາລະກິດແຫ່ງການສ້າງສາ ແລະປົກຮັກຮັກສາປະເທດຊາດ ກໍາລັງຢືນຢູ່ຕໍ່ໜ້າກາລະໂອກາດ, ຄວາມສະດວກ ແຕ່ກໍ່ຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ; ສະພາບການໂລກ ແລະພາກພື້ນຜັນແປຢ່າງສັບສົນ, ໄວວາ, ຄາດເດົາໄດ້ຍາກ... ຮຽກຮ້ອງໃຫ້ປະເທດເຮົາ ຕ້ອງປັບປຸງ, ເພີ່ມທະວີກໍາລັງແຮງດ້ານການທະຫານ-ການປ້ອງກັນຊາດຢ່າງບໍ່ຢຸດຢັ້ງ, ປົກປັກຮັກສາປະເທດຊາດໃນທຸກກໍລະນີໄວ້ໃຫ້ໝັ້ນຄົງ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອໃຫ້ປະເທດ ພັດທະນາ. ເພື່ອປະຕິບັດບັນດາເປົ້າໝາຍ, ໜ້າທີ່ສັງກັດໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ກໍານົດໄວ້ໃຫ້ມີໄຊນັ້ນ, ກ່ອນອື່ນໝົດຄະນະພັກ, ອໍານາດການປົກຄອງທຸກຂັ້ນ, ທົ່ວລະບົບການເມືອງ ແລະພະນັກງານ, ສະມາຊິກພັກ, ປະຊາຊົນທຸກຄົນ ຄວນຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຖານະບົດບາດ ແລະທີ່ຕັ້ງ,  ພ້ອມທັງມີຄວາມຮັບຜິດຊອບສູງໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ; ແກ້ໄຂຂໍ້ຂາດຕົກບົກພ່ອງໃນວຽກງານນີ້ໃຫ້ເຖິງຖອງ ເປັນຕົ້ນແມ່ນປະກົດການມີທ້ອງຖິ່ນ “ມອບວຽກ” ໃຫ້ກໍາລັງປະກອບອາວຸດ; ຍັງບໍ່ທັນຄໍານຶງເຖິງປັດໄຈການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນໂຄງການເສດຖະກິດ-ສັງຄົມ, ເພື່ອຜົນປະໂຫຍດສະເພາະໜ້າ ເຊິ່ງຍັງຖືເບົາວຽກງານປ້ອງກັນຊາດ...

ໂດຍແມ່ນກໍາລັງຫຼັກແຫຼ່ງແກ່ນສານໃນພາລະກິດແຫ່ງການປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ, ພັກ, ລັດ ແລະປະຊາຊົນ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລກໍ່ສ້າງກອງທັບເຮົາ ກ້າວຂຶ້ນໃຫ້ທັນສະໄໝ. ຍິ່ງກວ່າໃຜໝົດ, ພະນັກງານ, ນັກຮົບແຕ່ລະຄົນຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນຫວຽດນາມວິລະຊົນ, ສູ້ຊົນໃຫ້ສົມກັບຮຸ່ນພໍ່ຮຸ່ນອ້າຍທີ່ໄດ້ອຸທິດ, ເສຍສະຫຼະຊີວິດເພື່ອປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ ແລະການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບເຮົາ. ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບຄັ້ງທີ XI, ທົ່ວກອງທັບ ມານະພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຕັດສິນໃຈກໍ່ສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ສະເພາະໜ້າແມ່ນຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ. ຈິດໃຈປະຕິວັດຂອງພະນັກງານ, ນັກຮົບແຕ່ລະຄົນ ຄວນສະແດງອອກໃຫ້ເຫັນດ້ວຍການກະທໍາ, ໜ້າທີ່ວຽກງານຢ່າງລະອຽດ, ແທດຈິງ, ມີປະສິດທິຜົນ ເຊິ່ງຍາມໃດກໍຕ້ອງສົມກັບນາມມະຍົດທະຫານລຸງໂຮ່ ອັນສູງສົ່ງ, ເສີມສ້າງມູນເຊື້ອ “ກອງທັບເຮົາ ຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ, ກຽມພ້ອມສູ້ຮົບເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອສັງຄົມນິຍົມ. ໜ້າທີ່ໃດກໍ່ເຮັດສຳເລັດ, ຄວາມຫຍຸ້ງຍາກໃດກໍຜ່ານຜ່າ, ສັດຕູໂຕໃດ ກໍຕີເອົາຊະນະ” ຢ່າງບໍ່ຢຸດຢັ້ງ. ແນ່ນອນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ, ດ້ວຍກໍາລັງແຮງ ແລະອິດທິພົນຊື່ສຽງຂອງກອງທັບເຮົາ ຈະເປັນບ່ອນອີງອັນໜັກແໜ້ນເພື່ອໃຫ້ທົ່ວລະບົບການເມືອງ, ປະຊາຊົນທຸກຊັ້ນວັນນະ ແລະທຸກພາກສ່ວນເສດຖະກິດ ມີຄວາມເຊື່ອໝັ້ນ, ພ້ອມ ກັນຕັ້ງໜ້າປະກອບສ່ວນກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ ໃຫ້ໝັ້ນຄົງເຂັ້ມແຂງຕື່ມອີກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ປົກປັກຮັກສາປະເທດຊາດ, ພັດທະນາປະເທດ ໃນໄລຍະໃໝ່.

ໂດຍ: ໄຊຊະນະ