ທ່ານ ຫງວຽນຊວນຟຸກ, ກໍາມະການກົມການເມືອງ, ປະທານປະເທດ, ປະທານສະພາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຜູ້ບັນຊາການສູງສຸດບັນດາກໍາລັງປະກອບອາວຸດປະຊາຊົນເຂົ້າຮ່ວມ ແລະຊີ້ນໍາກອງປະຊຸມດັ່ງກ່າວ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn.

ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານກອງປະຊຸມ.

leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ເລຮຸຍວີ້ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສະເໜີບົດລາຍງານທີ່ກອງປະຊຸມ. ພາບ: qdnd.vn.

ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຍັງມີບັນດາສະຫາຍການນໍາຂອງພັກ, ລັດ, ກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງ ແລະບັນດາອົງການ, ກົມກອງສັງກັດກະຊວງປ້ອງກັນປະເທດ. ກອງປະຊຸມດໍາເນີນການຕີລາຄາໝາກຜົນວຽກງານການທະຫານ, ການປ້ອງກັນຊາດປີ 2021, ກໍານົດທິດທາງ, ໜ້າທີ່ປີ 2022; ຈັດການປຸກລະດົມຂະບວນການແຂ່ງຂັນເດັດຂາດມີໄຊປີ 2022.

ໂດຍ: ທູຈາງ