ການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການເປັນຄັ້ງທຳອິດຂອງທ່ານ ຫງວຽນຊວນຟຸກ ໃນຖານະຕຳແໜ່ງເປັນປະທານປະເທດຫວຽດນາມ, ແຕ່ວັນທີ 29 ພະຈິກ ຮອດວັນທີ 2 ທັນວາ, ໄດ້ດຳເນີນໃນສະພາບການສອງປະເທດພວມສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2001-2021).

ປະຫວັດສາດສະແດງໃຫ້ເຫັນວ່າການພົວພັນລະຫວ່າງຫວຽດນາມ ກັບໂຊວຽດ ແລະສະຫະພັນລັດເຊຍ ໃນປະຈຸບັນຍາມໃດກໍ່ອົບອຸ່ນ, ໄວ້ເນື້ອເຊື່ອໃຈ, ຜ່ານຜ່າຄວາມທົດສອບຫຼາຍຢ່າງຂອງການເວລາ ແລະການຜັນແປຂອງຍຸກສະໄໝ. ໂຊວຽດ ແມ່ນໜຶ່ງໃນບັນດາປະເທດທຳອິດໃນໂລກຮັບຮູ້ ແລະສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ໃນວັນທີ 30 ມັງກອນ 1950, ສ້າງພື້ນຖານໃຫ້ນ້ໍາໃຈໄມຕີຈິດມິດຕະພາບທີ່ໝັ້ນແກ່ນ ແລະການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດ.

leftcenterrightdel
ບັນຍາກາດທ່ີການພົບປະລະຫວ່າງການນຳສອງປະເທດຫວຽດນາມ-ລັດເຊຍ ໃນເດືອນພຶດສະພາ 2019. ພາບ: ສຳນັກຂ່າວສານຫວຽດນາມ.

ການພົວພັນສອງປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່ພາຍຫຼັງເຊັນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ໃນວັນທີ 16 ມີຖຸນາ 1994. ຂອບເຂດການພົວພັນຫວຽດນາມ-ສະຫະພັນລັດເຊຍ ໃນສະຕະວັດທີ 21 ໄດ້ຫັນເປັນທາງການດ້ວຍເລື່ອງເຊັນຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດເນື່ອງໃນໂອກາດທ່ານ V.Putin ປະທານາທິບໍດີລັດເຊຍ ຢ້ຽມຢາມ ຫວຽດນາມ (ແຕ່ວັນທີ 28 ກຸມພາ ຮອດວັນທີ 2 ມີນາ 2001). ວັນທີ 27 ກໍລະກົດ 2012, ສອງປະເທດອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກວ່າອີກ.

ໃນຊຸມປີຜ່ານມາ, ການແລກປ່ຽນຄະນະຜູ້ແທນຂັ້ນສູງໄດ້ດຳເນີນຢ່າງເປັນປະຈຳ, ອັນໄດ້ສ້າງກຳລັງໜູນຢ່າງແຮງໃຫ້ແກ່ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ, ໃນນັ້ນຕ້ອງເວົ້າເຖິງການຢ້ຽມຢາມຫວຽດນາມ ຂອງທ່ານ V.Putin (ປີ 2001, 2006, 2013), ຂອງທ່ານ D.Medvedev ນາຍົກລັດຖະມົນຕີລັດເຊຍ (ປີ 2012, 2015, 2018); ການຢ້ຽມຢາມສະຫະພັນລັດເຊຍ ຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ (ປີ 2014, 2018), ຂອງທ່ານນາຍົກລັດຖະມົນຕີ (ປະຈຸບັນແມ່ນປະທານປະເທດ) ຫງວຽນຊວນຟຸກ (ປີ 2016, 2019)... ແຕ່ປີ 2020, ເຖິງວ່າ ພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນ, ແຕ່ການພົບປະຂັ້ນສູງລະຫວ່າງການນໍາຫຼັກແຫຼ່ງຂອງສອງປະເທດຍັງຄົງດຳເນີນເປັນປະຈຳຜ່ານການສົນທະນາທາງໂທລະສັບ, ກອງປະຊຸມຜ່ານລະບົບທາງໄກ, ຄື: ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ສົນທະນາທາງໂທລະສັບກັບທ່ານ V.Putin ປະທານາທິບໍດີລັດເຊຍ (ເດືອນ ເມສາ 2021)...

ຄຽງຂ້າງນັ້ນ, ສອງຝ່າຍຍັງຮັກສາຫຼາຍກົນໄກສົມທົບກັນ ແລະເຈລະຈາ, ຄື: ການເຈລະຈາຍຸດທະສາດການຕ່າງປະເທດ-ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບປະຈຳປີຂັ້ນຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ; ການເຈລະຈາຍຸດທະສາດການປ້ອງກັນຊາດຂັ້ນຮອງລັດຖະມົນຕີປ້ອງກັນປະເທດ... ສອງຝ່າຍຮ່ວມທັດສະນະກ່ຽວກັບຫຼາຍບັນຫາສາກົນ ແລະພາກພື້ນ, ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນກັນໃນເວທີປາໄສສາກົນ, ຄື: ສະຫະປະຊາຊາດ, ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ, ເວທີປາໄສຮ່ວມມືອາຊີ-ເອີຣົບ, ເວທີປາໄສພາກພື້ນອາຊຽນ...

ການພົວພັນຮ່ວມມືເສດຖະກິດ, ການຄ້າຫວຽດນາມ-ສະຫະພັນລັດເຊຍ ໃນໄລຍະຜ່ານມາພັດທະນາຢ່າງຂະຫຍັນຂັນເຄື່ອນ, ໂດຍສະເພາະແມ່ນເມື່ອສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພັນເສດຖະກິດອາຊີ-ເອີຣົບ ມີຜົນສັກສິດແຕ່ເດືອນຕຸລາ 2016. ວົງເງິນການຄ້າສອງສົ້ນໃນປີ 2020 ບັນລຸເກືອບ 4,85 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 9% ເມື່ອທຽບໃສ່ປີ 2019. ໃນ 9 ເດືອນຂອງປີ 2021, ວົງເງິນການຄ້າສອງຝ່າຍບັນລຸ 3,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ກ່ຽວກັບການລົງທຶນ, ໄລ່ຮອດເດືອນ ເມສາ 2021, ສະຫະພັນລັດເຊຍ ຢືນອັນດັບທີ 25 ໃນຈຳນວນປະເທດ ແລະເຂດແຄວ້ນລົງທຶນເຂົ້າຫວຽດນາມ ດ້ວຍ 144 ໂຄງການ ແລະຈຳນວນເງິນທຶນຈົດທະບຽນປະມານ 944 ລ້ານໂດລາສະຫະລັດ. ຄຽງຂ້າງກັນນັ້ນເລື່ອງຜັນຂະຫຍາຍບັນດາໂຄງການໃນຂົງເຂດຮ່ວມມືທີ່ເປັນມູນເຊື້ອ, ຄື: ພະລັງງານ, ນ້ຳມັນອາຍແກັສ, ສອງຝ່າຍພວມເປີດກວ້າງການຮ່ວມມືສູ່ຂົງເຂດໃໝ່ເຊິ່ງ ລັດເຊຍ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການຄືວິທະຍາສາດເຕັກໂນໂລຢີສູງ ແລະຄົ້ນຄວ້າວິທະຍາສາດ, ຊຸກຍູ້ໂຄງການຈຸດສຸມ, ສົ່ງເສີມ ແລະສ້າງເງື່ອນໄຂໃຫ້ບໍລິສັດຮ່ວມທຸລະກິດຫວຽດນາມ-ລັດເຊຍ ກໍ່ຄືວິສາຫະກິດສອງປະເທດລົງທຶນເຂົ້າແຕ່ລະປະເທດ.

ນັບແຕ່ເມື່ອພະຍາດໂຄວິດ-19 ແຜ່ລະບາດມາຮອດປະຈຸບັນ, ສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຮັບມືກັບໂລກລະບາດ, ພິເສດໃນລະບົບສະໜອງ ແລະຖ່າຍທອດເຕັກໂນໂລຢີ, ຜະລິດວັກຊິນກັນພະຍາດໂຄວິດ-19 ໃນໄລຍະປະຈຸບັນ, ເລີ່ມຕົ້ນຜັນຂະຫຍາຍບັນດາສັນຍາສະໜອງວັກຊິນ Sputnik V ຂອງລັດເຊຍ ໃຫ້ຫວຽດນາມ ແລະຮ່ວມມືຜະລິດວັກຊິນລັດເຊຍ ຢູ່ຫວຽດນາມ.

ຍ້ອນປັດໄຈປະຫວັດສາດ, ປະຊາຄົມຊາວຫວຽດນາມ ໄດ້ອາໄສ ແລະທຳມາຫາກິນຢູ່ ສະຫະພັນລັດເຊຍ ມາເປັນເວລາ 3 ທົດສະວັດແລ້ວ. ດ້ວຍຈຳນວນປະມານ 60.000-80.000 ຄົນ, ປະຊາຄົມຊາວຫວຽດນາມ ປະຈຳ ສະຫະພັນລັດເຊຍ ມີການປະກອບສ່ວນພໍສົມຄວນໃຫ້ປະເທດປະຈຳຖິ່ນ, ຍາມໃດກໍ່ນຳໜ້າໃນການເຄື່ອນໄຫວກຸສົນ. ເຂົາເຈົ້າແມ່ນຂົວເຊື່ອມຕໍ່ສຳຄັນ, ຊຸກຍູ້ການພົວພັນສອງຝ່າຍຫວຽດນາມ-ສະຫະພັນລັດເຊຍໃຫ້ພັດທະນາໃນທຸກຂົງເຂດ.

ໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດພັດທະນາຢ່າງແຮງ, ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານສອງປະເທດໃນຫຼາຍຂົງເຂດຮ່ວມມື, ຄື: ການເມືອງ, ການຄ້າ-ການລົງທຶນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ-ກໍ່ສ້າງ, ວັດທະນະທຳ, ການທ່ອງທ່ຽວ... ພ້ອມທັງຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຖືສະຫະພັນລັດເຊຍ ແມ່ນຄູ່ຮ່ວມມືບູລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດ.

ໂດຍ: ແສງເດືອນ