ນີ້ແມ່ນການຢ້ຽມຢາມສອງຝ່າຍຢ່າງເປັນທາງການຄັ້ງທໍາອິດຢູ່ປະເທດເອີລົບ ນັບແຕ່ ທ່ານ ຟ້າມມິງຈີ໊ງ ໄດ້ຮັບຕໍາແໜ່ງເປັນນາຍົກລັດຖະມົນຕີຫວຽດນາມ, ມີຄວາມໝາຍຢ່າງໃຫຍ່ຫຼວງໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະຝຣັ່ງ ໃຫ້ເຂົ້າສູ່ລວງເລິກ ແລະແທດຈິງກວ່າ.

ຜ່ານການຜັນແປຂອງປະຫວັດສາດ, ການພົວພັນຫວຽດນາມ-ຝຣັ່ງ ພວມຢູ່ໃນທ່າພັດທະນາຢ່າງຕັ້ງໜ້າ. ໃນໄລຍະມໍ່ໆມານີ້, ການນໍາຂັ້ນສູງຫວຽດນາມ ແລະຝຣັ່ງ ລ້ວນແຕ່ເນັ້ນໜັກເຖິງຄວາມຈໍາເປັນໃນການເພີ່ມທະວີການພົວພັນສອງຝ່າຍໃນທຸກດ້ານ. ເດືອນກັນຍາ ປີ 2013, ສອງປະເທດ ໄດ້ເຊັນຖະແຫຼງການຮ່ວມວ່າດ້ວຍການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຝຣັ່ງ. ການພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດ ໄດ້ສ້າງເປັນຂີດໝາຍດ້ວຍບັນດາການຢ້ຽມຢາມຂັ້ນສູງ, ເຊິ່ງພົ້ນເດັ່ນໃນມໍ່ໆມານີ້ແມ່ນການຢ້ຽມຢາມຝຣັ່ງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເມື່ອເດືອນມີນາ ປີ 2018 ແລະການຢ້ຽມຢາມຫວຽດນາມ ຂອງທ່ານ Édouard Philippe ນາຍົກລັດຖະມົນຕີ ຝຣັ່ງ ເມື່ອເດືອນພະຈິກ ປີ 2018. ສອງປະເທດ ໄດ້ຮັກສາຫຼາຍກົນໄກຮ່ວມມືເປັນຕົ້ນແມ່ນ: ການເຈລະຈາຍຸດທະສາດດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການເຈລະຈາຂັ້ນສູງປະຈໍາປີກ່ຽວກັບເສດຖະກິດ ແລະການເຈລະຈາຍຸດທະສາດດ້ານປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ມາຮອດສະໜາມບິນ Prestwick, Scotland, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມ COP26. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຝຣັ່ງ, ການຮ່ວມມືດ້ານເສດຖະກິດ ໄດ້ຮັບຖືວ່າແມ່ນຈຸດພົ້ນເດັ່ນສໍາຄັນ. ຢູ່ເອີລົບ, ຝຣັ່ງແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 5 ຂອງຫວຽດນາມ (ຖັດຈາກເຢຍລະມັນ, ອັງກິດ, ໂຮນລັງ ແລະອີຕາລີ). ການແລກປ່ຽນການຄ້າສອງຝ່າຍ ໃນ 7 ເດືອນປີ 2021 ບັນລຸ 2,81 ຕື້ໂດລາສະຫະລັດ, ໃນນັ້ນ ຫວຽດນາມ ສົ່ງອອກໄປຍັງຝຣັ່ງ ສ່ວນຫຼາຍແມ່ນເກີບໜັງ, ເຄື່ອງຕໍ່າແຜ່ນຕັດຫຍິບ, ຊັບພະຍາກອນນໍ້າ, ອຸປະກອນເຄື່ອງຈັກ, ເຄື່ອງອາໄຫຼ່ເອເລັກໂຕນິກ... ແລະນໍາເຂົ້າສິນຄ້າຂອງຝຣັ່ງ ຄື: ອຸປະກອນການບິນ, ເຄື່ອງອຸດສາຫະກໍາ, ການຢາ, ຜະລິດຕະພັນກະສິກໍາ - ສະບຽງອາຫານ...   ນອກຈາກນີ້, ຝຣັ່ງ ຍັງແມ່ນນັກອຸປະຖໍາ ODA ແຖວໜ້າໃຫ້ແກ່ຫວຽດນາມ ໃນອີຢູ, ສຸມໃສ່ໜູນຊ່ວຍ 3 ຂົງເຂດບຸລິມະສິດ ນັ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ, ພະລັງງານຫັນປ່ຽນ ແລະການເຕີບໂຕຂຽວ.

ໃນການພັດທະນາລວມຂອງການພົວພັນສອງປະເທດຫວຽດນາມ-ຝຣັ່ງ, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ນັບມື້ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ສອງປະເທດໄດ້ເຊັນສັນຍາຮ່ວມມືຂໍ້ຕົກລົງແມ່ ໃນປີ 1997, ເປັນເອກະພາບຜັດປ່ຽນກັນຈັດກອງປະຊຸມຄະນະກໍາມະການປະສົມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ (ຂັ້ນຮອງລັດຖະມົນຕີ) ໃນແຕ່ລະປີ. ກົນໄກນີ້ໄດ້ປ່ຽນຊື່ມາເປັນການເຈລະຈາຍຸດທະສາດດ້ານປ້ອງກັນຊາດ ແລະຈັດຕັ້ງກອງປະຊຸມຄັ້ງທໍາອິດເມື່ອເດືອນ ກໍລະກົດ ປີ 2019. ເດືອນກັນຍາ ປີ 2018, ສອງປະເທດ ເຊັນຂໍ້ຕົກລົງປັບປຸງຂໍ້ຕົກລົງວ່າດ້ວຍການຮ່ວມມືໃນຂົງເຂດປ້ອງກັນຊາດ ທີ່ໄດ້ລົງນາມໃນປີ 2009 ແລະຖະແຫຼງການວິໄສທັດຮ່ວມວ່າດ້ວຍການພົວພັນດ້ານປ້ອງກັນຊາດຫວຽດນາມ - ຝຣັ່ງ ໄລຍະ 2018-2028. ບັນດາຂົງເຂດຮ່ວມມືລະຫວ່າງສອງຝ່າຍ ໄດ້ຜັນຂະຫຍາຍຮອບດ້ານພໍສົມຄວນ ຄື: ການແລກປ່ຽນຄະນະຜູ້ແທນ, ການກໍ່ສ້າງ, ເສນາຮັກ, ຮັກສາສັນຕິພາບ... ໃນການຢ້ຽມຢາມຂອງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ໃນມໍ່ໆມານີ້, ສອງຝ່າຍເຫັນດີເປັນເອກະພາບວ່າ ຫວຽດນາມ ແລະຝຣັ່ງ ແມ່ນການພົວພັນຄູ່ຮ່ວມມືຍຸດທະສາດໃນຂົງເຂດປ້ອງກັນຊາດ.

ການຮ່ວມມືດ້ານການສຶກສາ-ກໍ່ສ້າງລະຫວ່າງສອງປະເທດ ໄດ້ກໍາເນີດເກີດຂຶ້ນ ແລະພັດທະນາມາແຕ່ຕົ້ນທົດສະວັດ 1980. ຝຣັ່ງ ຍາມໃດກໍຖືການສຶກສາ-ກໍ່ສ້າງເປັນເປົ້າໝາຍບຸລິມະສິດໃນການເຄື່ອນໄຫວຮ່ວມມືຂອງຕົນຢູ່ຫວຽດນາມ, ສ່ວນຫຼາຍແມ່ນສຸມໃສ່ການສິດສອນ ແລະຂະຫຍາຍພາສາຝຣັ່ງ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດຂັ້ນມະຫາວິທະຍາໄລ, ເໜືອວິທະຍາໄລໃນຫຼາຍຂົງເຂດ: ຄຸ້ມຄອງເສດຖະກິດ, ທະນາຄານ, ການເງິນ, ກົດໝາຍ, ເຕັກໂນໂລຢີໃໝ່... ຈໍານວນນັກສຶກສາຫວຽດນາມ ໄປຮຽນຢູ່ຝຣັ່ງ ເພີ່ມຂຶ້ນປະມານ 40% ໃນຮອບ 10 ປີຜ່ານມາ ແລະປັດຈຸບັນມີນັກສຶກສາເກືອບ 10.000 ຄົນ (ຝຣັ່ງ ແມ່ນປະເທດ ທີ່ມີນັກສຶກສາຫວຽດນາມ ຮຽນຢູ່ຫຼາຍອັນດັບທີ 3 ໃນໂລກ).  ຝຣັ່ງ ຢືນອັນດັບທີ 7 ໃນບັນດາປະເທດ ແລະເຂດແຄວ້ນ ທີ່ລົງທຶນຫຼາຍທີ່ສຸດໃນຂົງເຂດການທ່ອງທ່ຽວຢູ່ຫວຽດນາມ, ດ້ວຍ 14 ໂຄງການລວມມູນຄ່າທັງໝົດ 188 ລ້ານໂດລາສະຫະລັດ. ຫວຽດນາມ ກຳນົດ ຝຣັ່ງແມ່ນຕະຫຼາດນັກທ່ອງທ່ຽວຈຸດສຸມ.

ໜຶ່ງໃນບັນດາຂົວຕໍ່ສໍາຄັນຂອງການພົວພັນຝຣັ່ງ - ຫວຽດນາມ ແມ່ນປະຊາຄົມຊາວຫວຽດນາມ ອາໄສຢູ່ຝຣັ່ງ ດ້ວຍຈຳນວນ 300.000 ຄົນ, ສ່ວນຫຼາຍຖືສັນຊາດຝຣັ່ງແລ້ວ. ພູມປັນຍາແມ່ນທ່າແຮງຂອງປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ຝຣັ່ງ ດ້ວຍຈຳນວນປະມານ 40.000 ຄົນຈົບມະຫາວິທະຍາໄລ ຫຼື ເໜືອມະຫາວິທະຍາໄລ ໃນຂະແໜງອາຊີບ, ຂົງເຂດແຕກຕ່າງກັນ.

ພວກເຮົາ ເຊື່ອໝັ້ນວ່າ ການຢ້ຽມຢາມ ສາທາລະນະລັດ ຝຣັ່ງ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຝຣັ່ງ, ນໍາການພົວພັນລະຫວ່າງສອງປະເທດເຂົ້າສູ່ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ ເຊິ່ງສອງຝ່າຍມີຄວາມສາມາດບົ່ມຊ້ອນ, ມີຄວາມຕ້ອງການ ແລະຜົນປະໂຫຍດ.  

ໂດຍ: ໄຊຊະນະ