ການຕົກລົງເປີດເສັ້ນທາງໂຮ່ຈີມິນ ຢູ່ທະເລຢ່າງກ້າຫານນັ້ນໄດ້ສະແດງໃຫ້ເຫັນເຈດຈຳນົງ ແລະຄວາມຄາດຫວັງຍາດເອົາເອກະລາດ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດເຮົາ. ຈິດໃຈກ້າຫານ, ຄວາມສະຫຼາດຫຼັກແຫຼມ ແລະມີຫົວຄິດປະດິດສ້າງນັ້ນໄດ້ຜ່ານຜ່າການເສຍສະຫຼະ ແລະຄວາມລໍາບາກຍາກເຂັນຂອງພະນັກງານ, ນັກຮົບກໍາປັ່ນບໍ່ມີເລກໝາຍ ເພື່ອຂົນສົ່ງ, ລຳລຽງກໍາລັງ, ອາວຸດ ແລະວັດຖຸທີ່ຈໍາເປັນສູ່ສະໜາມຮົບເພື່ອສ້າງເສັ້ນທາງມະຫັດສະຈັນຢູ່ທະເລ.

ສະພາບຕົວຈິງໄດ້ພິສູດໃຫ້ເຫັນວ່າ, ການຕົກລົງເຫັນດີສ້າງກອງຂົນສົ່ງທາງທະເລ 759 (ຕົ້ນກໍາເນີດຂອງກອງພົນນ້ອຍ 125 ທະຫານເຮືອ) ແລະການກຳເນີດເສັ້ນທາງໂຮ່ຈີມິນ ຢູ່ທະເລໄດ້ເປີດເສັ້ນທາງຍຸດທະສາດທາງທະເລ, ບໍ່ພຽງແຕ່ຮັບໃຊ້ຄວາມຕ້ອງການຢ່າງຮີບດ່ວນໃຫ້ແກ່ພາລະກິດຕໍ່ສູ້ຕ້ານຈັກກະພັດອາເມລິກາ, ກູ້ຊາດເທົ່ານັ້ນຫາກຍັງເປີດຊ່ອງທາງໃຫ້ແກ່ການພັດທະນາກຳລັງຂົນສົ່ງ, ລຳລຽງທາງທະເລຂອງກອງທັບປະຊາຊົນເຮົາ, ປະເທດຊາດເຮົາອີກດ້ວຍ.

ສະພາບຕົວຈິງກໍ່ໄດ້ພິສູດໃຫ້ເຫັນວ່າ ຄວາມສະຫຼາດຫຼັກແຫຼມ, ການມີຫົວຄິດປະດິດສ້າງໂດຍສະເພາະແມ່ນນໍ້າໃຈຢຶດໝັ້ນ, ອົງອາດກ້າຫານ ແລະຍອມເສຍສະຫຼະຂອງທະຫານ “ກໍາປັ່ນບໍ່ມີເລກໝາຍ” ເປັນປັດໄຈຕັດສິນຄວາມສໍາເລັດຂອງເສັ້ນທາງໂຮ່ຈີມິນ ຢູ່ທະເລ.

leftcenterrightdel
ເຂດປູສະນີຍະສະຖານ K15 (ໂດ໋ເຊີນ, ຫ໋າຍຟ່ອງ) ສະຖານທີ່ກໍາປັ່ນບໍ່ມີເລກໝາຍເລີ່ມຂົນສົ່ງອາວຸດສູ່ສະໜາມຮົບພາກໃຕ້. ພາບເອກະສານ

ວິໄສທັດຍຸດທະສາດ, ແຜນນະໂຍບາຍທີ່ສະຫຼາດສ່ອງໄສ ແລະກ້າຫານຂອງກົມການເມືອງ, ຄະນະພັກການທະຫານສູນກາງ ແລະກອງບັນຊາການສູງສຸດນັ້ນ, ທະຫານ “ກຳປັ່ນບໍ່ມີເລກໝາຍ” ແລະປະຊາຊົນຢູ່ເຂດແຄມທະເລສະໜັບສະໜູນ, ເປັນຈິດໜຶ່ງໃຈດຽວກັນພະຍາຍາມປະຕິບັດ, ຊ່ວຍເຫຼືອໄດ້ສ້າງຜົນສຳເລັດ-ສິ່ງມະຫັດສະຈັນຂອງເສັ້ນທາງໂຮ່ຈີມິນ ຢູ່ທະເລ, ປະກອບສ່ວນສຳຄັນພິເສດຕໍ່ໄຊຊະນະແຫ່ງການປົດປ່ອຍພາກໃຕ້ຫວຽດນາມ ແລະທ້ອນໂຮມປະເທດຊາດເປັນເອກະພາບ.

ດ້ວຍຄວາມພາກພູມໃຈຫວນຄືນປະຫວັດສາດ, ມູນເຊື້ອ, ພວກເຮົາໄດ້ຮັບຮູ້ຄຸນຄ່າພິເສດຂອງເສັ້ນທາງໂຮ່ຈີມິນ ຢູ່ທະເລຢ່າງຈະແຈ້ງ ແລະມີຄວາມເຄົາລົບນັບຖືພະນັກງານ, ນັກຮົບ “ກຳປັ່ນບໍ່ມີເລກໝາຍ, ພວກເຮົາຍິງເຫັນໄດ້ຄວາມຈຳເປັນໃນການເສີມຂະຫຍາຍຄຸນຄ່າເສັ້ນທາງໂຮ່ຈີມິນ ມະຫັດສະຈັນນີ້ໃນຍຸກສະໄໝໃໝ່.

ປຸກລຸກຄວາມເອກອ້າງທະນົງໃຈແຫ່ງຊາດ, ຄວາມມານະພະຍາຍາມປ່ຽນແປງໃໝ່, ປະດິດຄິດສ້າງ ເພື່ອປະຕິບັດຄວາມຄາດຫວັງໃນການພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ, ສ້າງສາ ແລະປົກປັກຮັກສາປະເທດຊາດໄວ້ຢ່າງໝັ້ນຄົງແມ່ນເນື້ອໃນຈິດໃຈລວມ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ເນັ້ນໜັກ. ເພື່ອສ້າງການພັດທະນາຢ່າງວ່ອງໄວ ແລະຍືນຍົງ, ພັກເຮົາ ໄດ້ສົ່ງເສີມໃຫ້ພະນັກງານກ້າຄິດ, ກ້າທໍາ, ກ້າຮັບຜິດຊອບ, ກ້າປ່ຽນແປງໃໝ່ປະດິດສ້າງ, ກ້າປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະປະຕິບັດຢ່າງຂ້ຽວຂາດ ເພື່ອຜົນປະໂຫຍດລວມຂອງປະຊາຊົນ. ນັ້ນແມ່ນການໝູນໃຊ້ບົດຮຽນອັນລໍ້າຄ່າທີ່ໄດ້ສ້າງເສັ້ນທາງໂຮ່ຈີມິນ ມະຫັດສະຈັນຢູ່ທະເລ ເຊິ່ງພະນັກງານ, ສະມາຊິກພັກ ແລະຊາວຫວຽດນາມ ແຕ່ລະຄົນຄວນສູ້ຊົນປະຕິບັດ.

ຍຸດທະສາດທາງທະເລຂອງຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ໄດ້ກຳນົດວ່າ ປະເທດຂອງພວກເຮົາຕ້ອງກາຍເປັນປະເທດທີ່ເຂັ້ມແຂງທາງທະເລ, ສ້າງຄວາມຮັ່ງມີຈາກທະເລ, ພັດທະນາແບບຍືນຍົງ, ວັດທະນາຖາວອນ, ມີຄວາມໝັ້ນຄົງ, ປອດໄພ, ຕິດພັນກັບການຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ... ເພື່ອປະຕິບັດຍຸດທະສາດທາງທະເລໃຫ້ມີປະສິດທິຜົນນັ້ນບົດຮຽນ, ປະສົບການ ແລະມູນເຊື້ອເປີດເສັ້ນທາງໂຮ່ຈີມິນ ຢູ່ທະເລ, ຕ້ອງໄດ້ໝູນໃຊ້ ແລະເສີມຂະຫຍາຍເພື່ອແນໃສ່ສ້າງບາດກ້າວພັດທະນາຢ່າງກະໂດດຂັ້ນ.

ສຳລັບພະນັກງານ, ນັກຮົບກອງທັບເຮົາ, ຄຸນຄ່າ, ບົດຮຽນອັນລ້ຳຄ່າທີ່ສຸດ - ປັດໄຈຕັດສິນສ້າງເສັ້ນທາງໂຮ່ຈີມິນ ມະຫັດສະຈັນ ຢູ່ທະເລ ແມ່ນຄຸນທາດທີ່ອົງອາດກ້າຫານ, ຍອມເສຍສະຫຼະເພື່ອປະເທດຊາດຂອງທະຫານ “ກໍາປັ່ນບໍ່ມີເລກໝາຍ”. ເມື່ອໄດ້ຕັດສິນໃຈແລ້ວ, ບໍ່ວ່າຈະອັນຕະລາຍ, ລຳບາກກາກກໍາ ປານໃດກໍ່ຕາມ ກໍ່ຈະຊອກຫາວິທີຜ່ານຜ່າເພື່ອຍາດເອົາໄຊຊະນະໃຫ້ໄດ້. ຍ້ອນເຫດນັ້ນ, ການນຳ, ຜູ້ບັນຊາການອົງການ, ກົມກອງໃນທົ່ວກອງທັບຕ້ອງເປັນແບບຢ່າງກ່ຽວກັບຈິດໃຈເສຍສະຫຼະ, ອຸທິດຢ່າງແທ້ຈິງ, ພ້ອມທັງປະຕິບັດວຽກງານສຶກສາອົບຮົມ, ບຳລຸງສ້າງ, ຝຶກຝົນຫຼໍ່ຫຼອມ, ປຸກລຸກລັດທິວິລະຊົນປະຕິວັດ ເພື່ອໃຫ້ທະຫາຍາມໃດກໍ່ມີຄຸນທາດ, ມີຈິດໃຈນັ້ນ; ຮັບປະກັນວ່າ ບໍ່ວ່າຈະຢູ່ໃນສະຖານະການໃດກໍໍ່ຕາມກໍ່ຕ້ອງປະຕິບັດທຸກໜ້າທີ່ໃຫ້ສຳເລັດເປັນຢ່າງດີ.

ຜົນສໍາເລັດຈະມາຈາກແນວທາງທີ່ຖືກຕ້ອງ, ພ້ອມກັບຄວາມຕັດສິນໃຈສູງ ແລະຄວາມມານະພະຍາຍາມປະດິດສ້າງ ແລະບຸກທະລຸ. ມູນເຊື້ອ ແລະບົດຮຽນຈາກເສັ້ນທາງໂຮ່ຈີມິນ ມະຫັດສະຈັນຢູ່ທະເລ ແມ່ນຍັງມີຄຸນຄ່າເໝືອນເດີມຕໍ່ກໍາລັງປະຕິບັດໜ້າທີ່ຢູ່ທະເລໃນປະຈຸບັນ ແລະໃນອະນາຄົດ!

ໂດຍ: ທະນາພອນ