ວັນທີ 20 ກັນຍາ 1977, ຫວຽດນາມ ເຂ້ົາເປັນສະມາຊິກຂອງ ສປຊ ຢ່າງເປັນທາງການ, ເຊິ່ງແມ່ນອົງການຈັດຕັ້ງທີ່ສວມບົດບາດໃຈກາງໃນການກໍ່ສ້າງກົດໝາຍສາກົນ, ຮັກສາສັນຕິພາບ, ສະກັດກັ້ນການປະທະກັນ ແລະຮັບມືກັບສິ່ງທ້າທາຍທ່ົວໂລກ. ກວ່າ 40 ປີຜ່ານມາ, ການພົວພັນຮ່ວມມືກັບ ສປຊ ໄດ້ປະກອບສ່ວນປົກປັກຮັກສາ ແລະຊຸກຍູ້ຜົນປະໂຫຍດຂອງປະເທດ-ຂອງຊາດ ຫວຽດນາມ, ໂດຍສະເພາະແມ່ນຮັກສາ, ປັບປຸງສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະຄວາມສະດວກໃຫ້ແກ່ການພັດທະນາຂອງປະເທດ; ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະປະກອບສ່ວນຍົກສູງຖານະບົດບາດ, ຮູບພາບຂອງຫວຽດນາມ ໃນເວທີສາກົນ; ພ້ອມທັງເຮັດໃຫ້ການພົວພັນຂອງຫວຽດນາມ ກັບປະເທດ, ຄູ່ຮ່ວມມືຫຼັກແຫຼ່ງ ແລະເພື່ອນມິດຕ່າງໆໃຫ້ເລິກເຊິ່ງກວ່າ, ຍາດແຍ່ງເອົາແຫຼ່ງກຳລັງສຳຄັນເພື່ອມາຮັບໃຊ້ກິດຈະການພັດທະນາປະເທດ.

leftcenterrightdel
ທ່ານ Salvador Valdés Mesa ປະທານປະເທດກູບາ ຕ້ອນຮັບທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຢູ່ສະໜາມບິນສາກົນ Jose MartiHabana. ພາບ: ສຳນັກຂ່າວສານຫວຽດນາມ.

ຫວຽດນາມ ແລະ ສປຊ ພວມຕັ້ງໜ້າຜັນຂະຫຍາຍແຜນການຍຸດທະສາດລວມ ໄລຍະ 2017-2021 ໃນຂອບຂໍ້ລິເລີ່ມຂອງ ສປຊ ທີ່ໄດ້ເຊັນໃນເດືອນ ກໍລະກົດ 2017. ໂຄງການນີ້ໄດ້ສຸມໃສ່ເປົ້າໝາຍໜູນຊ່ວຍລັດຖະບານຫວຽດນາມ ປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 2016-2020 ແລະບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs).

ນັບແຕ່ພະຍາດໂຄວິດ-19 ແຜ່ລະບາດຈົນມາຮອດປະຈຸບັນ, ບັນດາອົງການຈັດຕັ້ງຂອງ ສປຊ ທີ່ປະຈຳຢູ່ ຫວຽດນາມ, ພິເສດແມ່ນອົງການອະນາໄມໂລກ (WHO) ໄດ້ໜູນຊ່ວຍຫວຽດນາມ ໃນ 5 ຂົງເຂດ, ລວມມີ: ກະກຽມດ້ານການແພດສາທາລະນະໂດຍດ່ວນ; ຕິດຕາມກວດກາ, ຕີລາຄາຄວາມສ່ຽງ; ຫ້ອງທົດລອງ; ຄວບຄຸມ ແລະສະກັດກັ້ນການລະບາດ ແລະຄຸ້ມຄອງທາງຄຼີນິກ; ສື່ສານດ້ານຄວາມສ່ຽງ. ຄຽງຂ້າງກັນນັ້ນ, ບັນດາອົງການຈັດຕັ້ງ ສປຊ ກໍ່ຍົກອອກຄຳແນະນຳປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ເດັກນ້ອຍ, ຜູ້ອອກແຮງງານ ແລະທົ່ວສັງຄົມ, ພ້ອມທັງມີສອງບົດລາຍງານສັງລວມຕີລາຄາຜົນກະທົບຂອງພະຍາດໂຄວິດ-19 ຢູ່ຫວຽດນາມ ແລະຂໍ້ສະເໜີແນະມາດຕະການຮັບມື.

ສຳລັບຫວຽດນາມ ແມ່ນສືບຕໍ່ຕັ້ງໜ້າເຂົ້າຄວາມມານະພະຍາຍາມລວມຂອງ ສປຊ ໃນການແກ້ໄຂບັນຫາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະສາກົນ, ຊຸກຍູ້ສິດທິມະນຸດ. ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມປຶກສາຫາລື ແລະເຊັນສັນຍາຫ້າມອາວຸດນິວເຄຼຍ 2018 ແລະແມ່ນປະເທດທີ 10 ທີ່ໃຫ້ສັດຕະຍາບັນສັນຍາສະບັບນີ້.

ໃນຂົງເຂດຮັກສາສັນຕິພາບ ສປຊ, ຫວຽດນາມ ໄດ້ຈັດສົ່ງນາຍທະຫານຫວຽດນາມ ກວ່າ 240 ເທື່ອຄົນໄປປະຕິບັດໜ້າທີ່ຢູ່ບັນດາຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້, ສ. ອາຟະລິກາກາງ ແລະກົມຮັກສາສັນຕິພາບຢູ່ສຳນັກງານ ສປຊ; ຜັນຂະຫຍາຍໂຮງໝໍກາງສະໜາມ ຂັ້ນ 2 ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ 3 ຄັ້ງ. ພິເສດ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີອັດຕາຜູ້ຍິງເຂົ້າຮ່ວມສູງສຸດໃນຈຳນວນປະເທດທີ່ຈັດສົ່ງກຳລັງໄປຄະນະປະຕິບັດງານຕ່າງໆ.

ພາຍຫຼັງໄດ້ຮັບການເລືອກຕັ້ງເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ໃນຖານະຕ່ໍາແໜ່ງນີ້, ຫວຽດນາມ ເສີມຂະຫຍາຍໄດ້ບົດບາດ, ເປັນເຈົ້າ ການ ແລະຕັ້ງໜ້າປະກອບສ່ວນເຂົ້າຮ່ວມວຽກງານລວມຂອງສະພາຄວາມໝັ້ນຄົງບົນຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຕັ້ງໜ້າ, ຮັບຜິດຊອບ ແລະມີຄວາມສະເໝີພາບ; ປະກອບ ສ່ວນຢ່າງແທດຈິງເຂົ້າວິວັດການປຶກສາຫາລື, ຊອກຫາມາດຕະການ, ຕອບສະໜອງຄວາມເອົາໃຈໃສ່ລວມຂອງປະຊາຄົມສາກົນ; ຊຸກຍູ້ການພົວພັນສອງຝ່າຍກັບປະເທດສະມາຊິກສະພາຄວາມໝັ້ນຄົງ ແລະເສີມຂະຫຍາຍ “ບົດບາດຄວບຄູ່”: ສະມາຊິກບໍ່ຖາວອນຄວາມໝັ້ນຄົງ ສປຊ ແລະປະທານອາຊຽນ 2020. ຫວຽດນາມ ສືບຕໍ່ຮ່ວມມືຢ່າງຕັ້ງໜ້າກັບກົນໄກ ສປຊ ກ່ຽວກັບສິດທິມະນຸດ, ປົກປ້ອງບົດລາຍງານແຫ່ງຊາດຕາມກົນໄກກວດກາປະຈຳໄລຍະທົ່ວໄປ (UPR) ແລະບົດລາຍງານປະຕິບັດສົນທິສັນຍາສາກົນວ່າດ້ວຍສິດທິມະນຸດ ເຊິ່ງຫວຽດນາມ ແມ່ນສະມາຊິກ, ພ້ອມທັງພວມອອກສະໝັກເລືອກຕັ້ງສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025.

ກໍ່ຕ້ອງເຕື້ອງເຖິງການສົມທົບເປັນຢ່າງດີລະຫວ່າງຫວຽດນາມ ແລະ ສປຊ ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19, ໃນນັ້ນຫວຽດນາມ ໄດ້ສະເໜີມະຕິວ່າດ້ວຍການຖືເອົາວັນທີ 27 ທັນວາ ຂອງທຸກປີເປັນວັນສາກົນປ້ອງກັນ, ຕ້ານໂລກລະບາດ ແລະສະພາຄວາມໝັ້ນຄົງ ສປຊ ກໍ່ໄດ້ຮັບຮອງເອົາ. ຫວຽດນາມ ກໍ່ໄດ້ປະກອບເງິນຈຳນວນ 50.000 ໂດລາສະຫະລັດ ໃຫ້ກອງທຶນຮັບມືກັບພະຍາດໂຄວິດ-19 ຂອງ WHO, 500.000 ໂດລາສະຫະລັດ ໃຫ້ແກ່ໂຄງການໂຄແວັກ...

ຫວນຄືນກວ່າ 40 ປີຜ່ານມາ, ຍິ່ງເຫັນຄວາມໝາຍອັນໃຫຍ່ຫຼວງຢ່າງຈະແຈ້ງກວ່າຂອງການຮ່ວມມືລະຫວ່າງຫວຽດນາມ ແລະ ສປຊ ນັບແຕ່ໄລຍະສ້າງສາ ແລະຟື້ນຟູປະເທດຫຼັງ ສົງຄາມຮອດໄລຍະມ້າງທ່າປິດລ້ອມຂວ້ຳບາດ ແລະເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກວ້າງຂວາງເທື່ອລະກ້າວ. ການພົວພັນຮ່ວມມືດັ່ງກ່າວທັງຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ, ຜົນປະໂຫຍດຂອງຫວຽດນາມ ໃນແຕ່ລະໄລຍະ, ທັງປະກອບສ່ວນເພີ່ມທະວີບົດບາດ, ທັດສະນະ ແລະຂີດໝາຍປະກອບສ່ວນຂອງຫວຽດນາມ ຢູ່ ສປຊ. ເມື່ອເບິ່ງໄປທີ່ອະນາຄົດ, ໝາກຜົນເຫຼົ່ານ້ີໄດ້ສ້າງເງື່ອນໄຂສະດວກໃຫ້ຄວາມມານະພະຍາຍາມລວມຂອງຫວຽດນາມ ແລະສປຊ ໃນການແກ້ໄຂຂໍ້ຄົງຄ້າງຕ່າງໆ, ເປີດກວ້າງ ແລະຍົກສູງປະສິດທິຜົນການຮ່ວມມືກວ່າອີກ, ຕັ້ງໜ້າໜູນຊ່ວຍກິດຈະການພັດທະນາປະເທດ, ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ແລະປະກອບສ່ວນຍົກສູງບົດບາດຂອງ ສປຊ ໃນໄລຍະໃໝ່.

ດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະຄວາມມຸ່ງຫວັງດັ່ງກ່າວ, ເລື່ອງທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ສະໄໝທີ 76 ແລະດຳເນີນການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ແມ່ນເພື່ອສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະບັນດາປະເທດ, ອົງການຈັດຕັ້ງສາກົນໃຫ້ເຂົ້າສູ່ລວງເລິກ, ເປັນການສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນ. ຜ່ານສິ່ງດັ່ງກ່າວຍັງເປັນການສົ່ງສານຢູ່ຂັ້ນສູງສຸດໃຫ້ເພື່ອນມິດສາກົນກ່ຽວກັບຮູບພາບປະເທດຫວຽດນາມ ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ຄາດຫວັງພັດທະນາ, ຮັກຫອມສັນຕິພາບ, ເຊີດຊູລັດທິຫຼາຍຝ່າຍ; ເປັນການສະແດງໃຫ້ເຫັນຖານະບົດບາດ, ທີ່ຕັ້ງແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ປະກອບສ່ວນຢ່າງແທດຈິງເຂົ້າການເຄື່ອນໄຫວຕ່າງໆຂອງ ສປຊ ແລະປະຊາຄົມສາກົນ.

ໂດຍ: ແສງເດືອນ