ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງແມ່ນທະນາຄານພັດທະນາອາຊີ (ADB) ລິເລີ່ມໃນປີ 1992 ລວມມີປະເທດສະມາຊິກ ແມ່ນ: ຫວຽດນາມ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະຈີນ (ມີສອງແຂວງເປັນຕົວແທນແມ່ນແຂວງຢຸນນານ ແລະກວາງຊີ). ເປົ້າໝາຍຂອງ GMS ແມ່ນຊຸກຍູ້ ແລະສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືດ້ານເສດຖະກິດພ້ອມກັນມີຜົນປະໂຫຍດລະຫວ່າງບັນດາປະເທດ, ນໍາພາກພື້ນແມ່ນໍ້າຂອງກາຍເປັນພາກພື້ນທີ່ມີການພັດທະນາໄວ ແລະວັດທະນາຖາວອນ. ມາຮອດປະຈຸບັນ, GMS ໄດ້ຜ່ານ 6 ກອງປະຊຸມສຸດຍອດ, ຫຼ້າສຸດແມ່ນກອງປະຊຸມສຸດຍອດ  GMS 6 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ໃນປີ 2018.

ເຄີຍເປັນພາກພື້ນຂອງບັນດາປະເທດທີ່ທຸກຍາກ, ດ້ອຍພັດທະນາ ແລະຢູ່ໂດດດ່ຽວໃນສະຕະວັດທີ່ຜ່ານມາ, ມາຮອດປະຈຸບັນ, GMS ໄດ້ບືນຕົວຂຶ້ນ ແລະເອກອ້າງທະນົງໃຈຕໍ່ພື້ນຖານເສດຖະກິດທີ່ເຕີບໂຕໄວທີ່ສຸດໃນໂລກ, ເປີດກວ້າງ, ເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ ແລະມີຕະຫຼາດທີ່ກວ້າງໃຫຍ່ ແລະຄຶກຄື້ນ. ໃນໄລຍະເກືອບ 30 ປີທີ່ຜ່ານມາ, ການຮ່ວມມື GMS ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງທັງດ້ານຂອບເຂດ, ລົງເລິກກ່ຽວກັບເນື້ອໃນ, ຢືນຢັນໄດ້ສີສັນສະເພາະຂອງຕົນເປັນກົນໄກການຮ່ວມມືໃນພາກພື້ນທີ່ມີອິດທິພົນຊື່ສຽງດ້ວຍຍຸດທະສາດ "ເຊື່ອມຕໍ່, ປະຊາຄົມ ແລະແກ່ງແຍ້ງ". ໂຄງການນັບຫຼາຍຮ້ອຍໂຄງການດ້ວຍຕົ້ນທຶນທັງໝົດຂຶ້ນເຖິງຫຼາຍສິບຕື້ໂດລາສະຫະລັດໄດ້ຜັນຂະຫຍາຍໃນຫຼາຍຂົງເຂດ, ນັບແຕ່ການຄົມມະນາຄົມຂົນສົ່ງ, ພະລັງງານ, ໂທລະຄົມມະນາຄົມຕະຫຼອດຮອດການຄ້າ, ກະສິກຳ, ສິ່ງແວດລ້ອມ, ໃນນັ້ນ, ການຄົມມະນາຄົມຂົນສົ່ງຖືວ່າເປັນຂົງເຂດທີ່ເຕີບໂຕໄວທີ່ສຸດດ້ວຍການສ້າງແລວເສດຖະກິດຕາເວັນອອກ-ຕາເວັນຕົກ (EWEC), ເໜືອ-ໃຕ້ (NSEC) ແລະພາກໃຕ້ (SEC). ໝາກຜົນດີເດັ່ນເຊິ່ງ GMS ບັນລຸໄດ້ນັ້ນໄດ້ພິສູດໃຫ້ເຫັນຄວາມຄາດຫວັງ ແລະຄວາມຕັດສິນໃຈສ້າງພາກພື້ນແມ່ນໍ້າຂອງທີ່ສັນຕິພາບ, ວັດທະນາຖາວອນ ແລະພັດທະນາແບບຍືນຍົງ, ເພື່ອປະຊາຊົນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: baochinhphu.vn.

ໂດຍຮັບຮູ້ໄດ້ເຖິງຄວາມສໍາຄັນຂອງພາກພື້ນແມ່ນໍ້າຂອງປຽບເໜືອນດັ່ງ "ຂົງເຂດຄວາມໝັ້ນຄົງ ແລະພັດທະນາ" ໂດຍກົງຂອງຕົນ, ຫວຽດນາມ ໄດ້ ແລະພວມເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງໜ້າໃນທຸກຂອບເຂດການຮ່ວມມືແມ່ນໍ້າຂອງ, ພ້ອມກັບບັນດາປະເທດສະມາຊິກສ້າງກົນໄກເຮັດວຽກທີ່ມີປະສິດທິຜົນ, ເສີມຂະຫຍາຍທ່າແຮງຂອງແຕ່ລະຝ່າຍທີ່ເຂົ້າຮ່ວມ ແລະຕອບສະໜອງຄວາມຕ້ອງການພັດທະນາຂອງພາກພື້ນ. ໃນ ¼ ສະຕະວັດຜ່ານມາ, ຫວຽດນາມ  ຍາມໃດກໍ່ຖືເປັນສໍາຄັນ ແລະປະກອບສ່ວນເຂົ້າໃນການລິເລີ່ມ ແລະຂົງເຂດຮ່ວມມືເກືອບທັງໝົດຂອງ GMS ໃນຂົງເຂດການຄົມມະນາຄົມຂົນສົ່ງ, ການຄ້າ, ການລົງທຶນ, ພະລັງງານ, ໂທລະຄົມມະນາຄົມ, ການພັດທະນາແຫຼ່ງຊັບພະຍາກອນມະນຸດ, ສິ່ງແວດລ້ອມ, ກະສິກໍາ, ການທ່ອງທ່ຽວ... ຫວຽດນາມ ກໍ່ສົມທົບກັນຢ່າງຕັ້ງໜ້າກັບບັນດາປະເທດສະມາຊິກ, ADB ແລະບັນດາຄູ່ຮ່ວມພັດທະນາ ເພື່ອລະດົມແຫຼ່ງກຳລັງແຮງຮັບໃຊ້ການຜັນຂະຫຍາຍບັນດາໂຄງການຮ່ວມມື GMS.

ບົນພື້ນຖານຜົນງານທີ່ໜ້າພາກພູມໃຈເຊິ່ງ GMS ບັນລຸໄດ້ຢູ່ແມ່ນໍ້າຂອງໃນເກືອບ 1/3 ສະຕະວັດຜ່ານມາ, ພວກເຮົາເຊື່ອໝັ້ນວ່າ ກອງປະຊຸມສຸດຍອດ GMS 7 ຈະປະສົບຜົນສໍາເລັດຢ່າງຈົບງາມ, ສ້າງເງື່ອນໄຂເພື່ອໃຫ້ GMS ສືບຕໍ່ກ້າວໄປດ້ວຍບົດບາດເປັນກົນໄກສໍາຄັນໃນການເພີ່ມທະວີການເຊື່ອມຕໍ່, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດສະມາຊິກ, ພ້ອມກັນຮັບມືກັບສິ່ງທ້າທາຍລວມຢູ່ພາກພື້ນແມ່ນໍ້າຂອງ, ພິເສດແມ່ນໃນສະພາບການພະຍາດໂຄວິດ-19 ສືບຕໍ່ຜັນແປຢ່າງສັບສົນ, ເພື່ອສັນຕິພາບ, ການພັດທະນາແບບຍືນຍົງ ແລະນຳເອົາຄວາມຈະເລີນມາໃຫ້ປະຊາຊົນ. ດ້ວຍທ່າ ແລະກໍາລັງແຮງໄດ້ຮັບການຍົກສູງຂຶ້ນພ້ອມກັບບົດຮຽນ, ປະສົບການພັດທະນາ ແລະເຊື່ອມໂຍງເຂົ້າກັບສາກົນທີ່ໄດ້ສະສົມໃນຫຼາຍປີຜ່ານມາ, ພວກເຮົາຍັງໝັ້ນໃຈວ່າ ຫວຽດນາມ ມີເງື່ອນໄຂທີ່ດີກວ່າເມື່ອເຂົ້າຮ່ວມການຮ່ວມມື GMS, ຜ່ານນັ້ນຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະປະກອບສ່ວນໃຫ້ແກ່ສັນຕິພາບ, ການຮ່ວມມື ແລະການພັດທະນາໃນພາກພື້ນ.

ໂດຍ: ທະນາພອນ