ນີ້ແມ່ນການໄປຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດຂອງການນໍາຂັ້ນສູງຫວຽດນາມ ໃນອາຍຸການໃໝ່  ແລະກໍ່ແມ່ນການຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດຂອງທ່ານ ຫງວຽນຊວນຟຸກ ໃນຖານະຕຳແໜ່ງເປັນປະທານປະເທດຫວຽດນາມ ພາຍຫຼັງການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຂອງທ່ານ ທອງລຸນ ສີສຸລິດ ໃນທ້າຍເດືອນມິຖຸນາຜ່ານມາ. ການຢ້ຽມຢາມຄັ້ງນີ້ເພື່ອແນໃສ່ສືບຕໍ່ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບລາວ.

ໂດຍແມ່ນສອງປະເທດບ້ານໃກ້ເຮືອນຄຽງອ້າຍນ້ອງ, ປະຊາຊົນ ຫວຽດນາມ-ລາວ ມີສາຍພົວພັນທີ່ເປັນມູນເຊື້ອ, ສັດຊື່ບໍລິສຸດ, ສະໜິດຕິດພັນມາແຕ່ດົນນານ. ສອງພັກ, ສອງລັດ ແລະປະຊາຊົນສອງປະເທດຍາມໃດກໍ່ສະໜັບສະໜູນ ແລະຊ່ວຍເຫຼືອກັນຢ່າງສຸດອົກສຸດໃຈໃນຕະຫຼອດວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ, ກໍ່ຄືໃນພາລະກິດແຫ່ງການປ່ຽນໃໝ່, ສ້າງສາ, ພັດທະນາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດແຫ່ງ ສສ ຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ຫວນຄືນໄລຍະທາງທີ່ຜ່ານມາ, ພວກເຮົາຮູ້ສຶກເອກອ້າງທະນົງໃຈເມື່ອເຫັນວ່າ ສາຍພົວພັນສາມັກຄີສັດຊື່ບໍລິສຸດແບບພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໄດ້ຮັບການພັດທະນາ ແລະເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ. ການພົວພັນນີ້ໄດ້ກາຍເປັນກົດເກນການພັດທະນາ, ແມ່ນປັດໄຈສໍາຄັນຮັບປະກັນໃຫ້ພາລະກິດການປະຕິວັດຂອງແຕ່ລະປະເທດໄດ້ຮັບໄຊຊະນະ ແລະແມ່ນຊັບສິນລວມທີ່ລໍ້າຄ່າຂອງສອງພັກ, ສອງຊາດ. ສອງຝ່າຍຍາມໃດກໍ່ຢັ້ງຢືນວ່າມີຄວາມຮັບຜິດຊອບລວມໃນການຮັກສາ, ປ້ອງກັນ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງໃນທຸກຂົງເຂດບົນພື້ນຖານເສີມຂະຫຍາຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມືສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະຫງວນບຸລິມະສິດ, ໜູນຊ່ວຍ ແລະສ້າງເງື່ອນໄຂທີ່ສະດວກໃຫ້ກັນເພື່ອພ້ອມກັນພັດທະນາ, ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາໃນພາກພື້ນ ແລະໃນໂລກ.

ເຖິງຢ່າງໃດກໍ່ຕາມໃນໄລຍະຜ່ານມາ, ສະພາບການໃນພາກພື້ນ ແລະໂລກສືບຕໍ່ຜັນແປ່ຢ່າງວ່ອງໄວ ແລະສັບສົນ, ພ້ອມກັບການກະທົບຢ່າງຫຍໍ້ທໍ້ຈາກພະຍາດໂຄວິດ-19, ແຕ່ຫວຽດນາມ ແລະລາວ ຍັງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອພັດທະນາການພົວພັນສອງຝ່າຍໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ຄື: ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ-ການລົງທຶນ, ການກໍ່ສ້າງ-ສຶກສາ, ການພົບປະແລກປ່ຽນປະຊາຊົນ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນທີ່ເວທີປາໄສພາກພື້ນ ແລະສາກົນ.

ໃນສະພາບການຄືດັ່ງກ່າວ, ການຢ້ຽມຢາມສັນຖະວະໄມຕີປະເທດ ສປປ ລາວ ຢ່າງເປັນທາງການຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງພັກ ແລະລັດຫວຽດນາມ ແມ່ນໂອກາດເພື່ອໃຫ້ການນໍາຂັ້ນສູງສອງຝ່າຍແລກປ່ຽນ, ເຫັນດີເປັນເອກະພາບກ່ຽວກັບແຜນນະໂຍບາຍ, ມາດຕະການເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນສອງຝ່າຍໃນທຸກຂົງເຂດ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ, ພ້ອມທັງແລກປ່ຽນບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍມີຄວາມສົນໃຈ. ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນນໍາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາຢູ່ພາກພື້ນ ແລະໂລກ.

ໂດຍ: ຈາງຫງວຽນ