ສໍາຜັດກັບຮ່າງໂຄງການການເມືອງກ່ຽວກັບບັນຫາຊົນຊາດ ແລະບັນຫາຫົວເມືອງຂຶ້ນຂອງເລນິນ ທີ່ລົງໃນໜັງສືພິມມະນຸດສະທໍາ (L’Humanite)  ຂອງ ຝຣັ່ງ, ສະບັບອອກວັນທີ 16 ແລະວັນທີ 17 ກໍລະກົດ 1920, ໄດ້ໄຂເສັ້ນທາງໃຫ້ ຫງວຽນອ໊າຍກ໊ວກ ເຂົ້າເຖິງລັດທິມາກ-ເລນິນ ເຊິ່ງເປັນທິດສະດີການເມືອງປະຕິວັດ, ມີວິທະຍາສາດຂອງຍຸກສະໄໝ. ເພິ່ນ ຊອກເຫັນທິດທາງເດີນອັນຖືກຕ້ອງໃຫ້ແກ່ການປະຕິວັດຫວຽດນາມ ຢູ່ໃນທິດສະດີ. ຢູ່ທີ່ນັ້ນ, ການປະຕິວັດຊາດໄດ້ຕິດພັນກັບການປະຕິວັດກໍາມະຊີບ, ເອກະລາດແຫ່ງຊາດຕິດພັນກັບສັງຄົມນິຍົມ, ນໍາເອົາອິດສະຫຼະພາບ, ຄວາມອີ່ມໜໍາສໍາລານ, ຄວາມຜາສຸກມາໃຫ້ປະຊາຊົນ. ເພິ່ນ ໄດ້ຕັ້ງໜ້າເຜີຍແຜ່, ນໍາເອົາລັດທິມາກ-ເລນິນ ແຊກຊຶມເຂົ້າໃນຂະບວນການກໍາມະກອນ ແລະຂະບວນການຮັກຊາດຫວຽດນາມ.

ໃນຖານະເປັນຜູ້ນໍາຂອງຂະບວນການຮັກຊາດຫວຽດນາມ ແລະໄດ້ຮັບການມອບສິດຈາກສາກົນກອມມູນິດ, ລະດູບານໃໝ່ປີ 1930, ຫງວຽນອ໊າຍກ໊ວກ ໄດ້ເປັນປະທານກອງປະຊຸມໂຮມບັນດາອົງການຈັດຕັ້ງກອມມູນິດເຂົ້າເປັນໜຶ່ງດຽວ ເພື່ອສ້າງຕັ້ງພັກກອມມູນິດຫວຽດນາມ.  ພັກກໍາເນີດເກີດຂຶ້ນແມ່ນໝາກຜົນທີ່ຈໍາເປັນແຫ່ງການຕໍ່ສູ້ຊົນຊາດ, ຕໍ່ສູ້ຊົນຊັ້ນຢູ່ປະເທດເຮົາ; ໝາກຜົນແຫ່ງການສົມທົບລັດທິມາກ-ເລນິນ ເຂົ້າກັບຂະບວນການກໍາມະກອນ ແລະຂະບວນການຮັກຊາດ; ເປັນຂີດໝາຍບາດລ້ຽວອັນຍິ່ງໃຫຍ່ໃນວິວັດທະນາການຂອງການປະຕິວັດຫວຽດນາມ. 

leftcenterrightdel
ຫງວຽນອ໊າຍກ໊ວກ ກ່າວຄໍາເຫັນທີ່ກອງປະຊຸມໃຫຍ່ Tours ຂອງພັກສັງຄົມຝຣັ່ງ, ເດືອນ 12-1920. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍໃຕ້ຄັນທຸງນໍາພາຂອງພັກກອມມູນິດຫວຽດນາມ ໂດຍປະທານໂຮ່ຈີມິນ ເປັນຜູ້ກໍ່ຕັ້ງ ແລະຝຶກຝົນຫຼໍ່ຫຼອມ, ການປະຕິວັດຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ, ອຸປະສັກນາໆປະການ, ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ, ເປີດອອກຍຸກສະໄໝໃໝ່-ຍຸກສະໄໝໂຮ່ຈີມິນ. ຈາກປະເທດຫົວເມືອງຂຶ້ນເຄິ່ງສັກດິນາ, ປະເທດເຮົາ ໄດ້ກາຍເປັນປະເທດເອກະລາດ, ປະຊາຊົນເຮົາຈາກຊາຕາກໍາທີ່ເປັນຂ້ອຍຂ້າໄດ້ກາຍມາເປັນເຈົ້າຂອງປະເທດ. ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ, ຈັກກະພັດອາເມລິກາ ແລະການຕໍ່ສູ້ປົກປັກຮັກສາປະເທດຊາດ, ຊາດຫວຽດນາມ ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ພິລະອາດຫານ, ສ້າງວິລະກໍາອັນຮຸ່ງເຮືອງເຫຼືອງເຫຼື້ອມ. ພິເສດ, ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່, ປະເທດເຮົາ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ; ຂອບຂະໜາດ, ລະດັບພື້ນຖານເສດຖະກິດໄດ້ຮັບການຍົກສູງຂຶ້ນ; ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໄດ້ຮັບການປົວແປງຢ່າງຈະແຈ້ງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງ ແລະຮັກສາ... ອິດທິພົນຊື່ສຽງຂອງປະເທດນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ຜົນງານນັ້ນ, ຍາມໃດກໍຕິດພັນກັບປະທານໂຮ່ຈີມິນ - ເພິ່ນ ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ເອກະລາດແຫ່ງຊາດ ແລະສັງຄົມນິຍົມ. ເພິ່ນ ໄດ້ສ້າງມໍລະດົກທາງດ້ານຈິດໃຈອັນໃຫຍ່ຫຼວງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ນັ້ນແມ່ນແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈີມິນ.

ປັດຈຸບັນ, ສະພາບການໂລກສືບຕໍ່ຜັນແປຢ່າງວ່ອງໄວ, ສັບສົນ, ຄາດເດົາໄດ້ຍາກ; ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່, ທ່າແຮງ ແລະກໍາລັງແຮງສັງລວມຂອງຊາດ, ອິດທິພົນຊື່ສຽງຂອງປະເທດ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ເຖິງຢ່າງໃດກໍ່ຕາມ, ພື້ນຖານເສດຖະກິດຂອງປະເທດ ຍັງບໍ່ທັນພັດທະນາໝັ້ນຄົງ, ຍັງມີຂໍ້ຈໍາກັດ, ມີຈຸດອ່ອນ, ຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກ, ສິ່ງທ້າທາຍໃໝ່; ຄວາມສ່ຽງ ເຊິ່ງ ພັກເຮົາໄດ້ຍົກອອກມານັ້ນຍັງຄົງຢູ່, ມີບາງດ້ານຮ້າຍແຮງກວ່າ; ບັນດາອິດທິກໍາລັງປໍລະປັກສືບຕໍ່ເພີ່ມທະວີການຕ້ານ ແລະທໍາລາຍການປະຕິວັດຂອງປະເທດເຮົາ. ເພື່ອສືບຕໍ່ເຕົ້າໂຮມກໍາລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດສູ້ຊົນເພື່ອປະເທດຫວຽດນາມ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ, ສີວິໄລ” ຕາມແນວຄິດປະທານໂຮ່ຈີມິນ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຕ້ອງຢຶດໝັ້ນ ແລະໝູນໃຊ້, ພັດທະນາລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງ, ຢຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ແລະສັງຄົມນິຍົມ; ຢຶດໝັ້ນແນວທາງປ່ຽນແປງໃໝ່ເພື່ອສ້າງສາ ແລະປົກປັກຮັກສາປະເທດຊາດ. ສືບຕໍ່ກໍ່ສ້າງ ແລະປັບປຸງພື້ນຖານປະຊາທິປະໄຕສັງຄົມນິຍົມ, ຮັບປະກັນສິດອໍານາດເປັນຂອງປະຊາຊົນ, ທຸກແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດລ້ວນແຕ່ແມ່ນເພື່ອຜົນປະໂຫຍດຂອງປະຊາຊົນ; ພະນັກງານ, ນັກຮົບເປັນຜູ້ຮັບໃຊ້ຂອງປະຊາຊົນຢ່າງແທ້ຈິງ.

ກອງທັບປະຊາຊົນຫວຽດນາມ ໂດຍພັກກອມມູນິດຫວຽດນາມ ແລະປະທານໂຮ່ຈີມິນ ສ້າງຕັ້ງ, ນໍາພາ, ສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມ, ເປັນກໍາລັງຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ. ວິວັດແຫ່ງການກໍ່ສ້າງ, ສູ້ຮົບ, ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ, ດ້ວຍອາລົມຈິດທີ່ສັກກາລະບູຊາ, ຮູ້ບຸນຄຸນລຸງໂຮ່, ພະນັກງານ, ນັກຮົບໃນທົ່ວກອງທັບຍາມໃດກໍ່ອອກແຮງສູ້ຊົນຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນຂອງເພິ່ນ, ສາມັກຄີເປັນຈິດໜຶ່ງໃຈດຽວ, ຜ່ານຜ່າຄວາມຫຍຸ້ງຍາກລໍາບາກ, ເສຍສະຫຼະ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນໄຊຊະນະລວມຂອງຊາດ. ໃນຊຸມປີຜ່ານມາ, ການຮໍ່າຮຽນ ແລະປະຕິບັດຕາມເພິ່ນ, ກອງທັບຍາມໃດກໍຢຶດໝັ້ນ ແລະເສີມຂະຫຍາຍທາດແທ້, ມູນເຊື້ອກອງທັບວິລະຊົນ, ສາມັກຄີ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມານະພະຍາຍາມປະຕິບັດສໍາເລັດໜ້າທີ່ຢ່າງຮອບດ້ານ, ຫຼາຍໜ້າທີ່ແມ່ນປະຕິບັດໄດ້ດີ, ດ້ວຍຂີດໝາຍພົ້ນເດັ່ນຫຼາຍຢ່າງ... ຮັກສາ, ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງທະຫານລຸງໂຮ່.

ສະເຫຼີມສະຫຼອງ 110 ປີແຫ່ງວັນລຸງໂຮ່ ເດີນທາງໄປຊອກຫາເສັ້ນທາງກູ້ຊາດ, ແມ່ນໂອກາດເພື່ອໃຫ້ປະຊາຊົນຫວຽດນາມແຕ່ລະຄົນໄດ້ຫວນຄືນການປະກອບສ່ວນອັນໃຫຍ່ຫຼວງ, ເພີ່ມຄວາມເອກອ້າງທະນົງໃຈກ່ຽວກັບຜົນງານອັນໃຫຍ່ຫຼວງຂອງຜູ້ນໍາ ຫງວຽນອ໊າຍກ໊ວກ-ປະທານໂຮ່ຈີມິນ ຕໍ່ກັບພາລະກິດການປະຕິວັດຂອງຊາດ. ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຍິ່ງເຫັນຄວາມຮັບຜິດຊອບດ້ານການເມືອງຢ່າງຈະແຈ້ງກວ່າ ແລະມີຄວາມຈໍາເປັນຕ້ອງ “ຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ”; ແຂ່ງຂັນກັນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ຢ່າງມີໄຊ, ປຸກລຸກນໍ້າໃຈຮັກຊາດ, ເຈດຈໍານົງສ້າງຄວາມເຂັ້ມແຂງຂອງຊາດດ້ວຍຕົນເອງ, ກໍາລັງແຮງມະຫາສາມັກຄີ ແລະຄວາມ ຄາດຫວັງໃນການພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ.

ໂດຍ: ໄຊຊະນະ