leftcenterrightdel
ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: baochinhphu.vn.

ກອງປະຊຸມສາກົນກ່ຽວກັບ "ອະນາຄົດຂອງອາຊີ" ໄດ້ລິເລີ່ມໃນປີ 1995, ແມ່ນໜຶ່ງໃນບັນດາເວທີປາໄສປະຈຳປີທີ່ມີອິດທິພົນຊື່ສຽງທີ່ສຸດໃນອາຊີ ໂດຍກຸ່ມບໍລິສັດ Nikkei ເປັນເຈົ້າພາບ. ກອງປະຊຸມໄດ້ດຶງດູດຄວາມສົນໃຈ ແລະການເຂົ້າຮ່ວມຂອງການນຳຂັ້ນສູງ, ນັກການເມືອງ, ນັກຮຽນຮູ້, ວິສາຫະກິດຈາກບັນດາປະເທດອາຊີ ກໍ່ຄືຜູ້ຕາງໜ້າຂອງກຸ່ມບໍລິສັດເສດຖະກິດໃຫຍ່ໃນໂລກ. ທີ່ກອງປະຊຸມຄັ້ງນີ້, ບັນດາຜູ້ແທນໄດ້ປຶກສາຫາລືຢ່າງເປີດອົກເປີດໃຈກ່ຽວກັບບັນຫາພາກພື້ນ, ບົດບາດ ແລະຄວາມສາມາດບົ່ມຊ້ອນຂອງອາຊີໃນທົ່ວໂລກ ແລະບັນດາມາດຕະການຍົກສູງທີ່ຕັ້ງຂອງພາກພື້ນ. ເຖິງຢ່າງໃດກໍ່ຕາມ, ໃນປີ 2020, ປະເທດເຈົ້າພາບໄດ້ຍົກເລີກການຈັດຕັ້ງກອງປະຊຸມເປັນຄັ້ງທຳອິດ ຍ້ອນການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19.

ໃນຊຸມປີມໍ່ໆມານີ້, ການນຳລັດ ແລະລັດຖະບານຫວຽດນາມ ໄດ້ເຂົ້າຮ່ວມຢ່າງເປັນປົກກະຕິ ແລະມີບົດກ່າວປາໄສທີ່ກອງປະຊຸມສາກົນກ່ຽວກັບ "ອະນາຄົດຂອງອາຊີ", ດ້ວຍການສົມທົບກັບການຢ້ຽມຢາມຍີ່ປຸ່ນ, ຄື: ນາຍົກລັດຖະມົນຕີ ຟານວັນຂ໋າຍ (ປີ 2004), ທ່ານຮອງນາຍົກລັດຖະມົນຕີ ຟ້າມຢາຄຽມ (ປີ 2007)...

ກອງປະຊຸມສາກົນກ່ຽວກັບ "ອະນາຄົດຂອງອາຊີ" ຄັ້ງທີ 26 ດ້ວຍຫົວຂໍ້ "ກໍານົດສັງກາດຫຼັງພະຍາດໂຄວິດ-19: ບົດບາດຂອງອາຊີໃນການຟື້ນຟູທົ່ວໂລກ" ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 20 - 21 ພຶດສະພາປີ 2021 ຜ່ານລະບົບທາງໄກ. ກອງປະຊຸມປີນີ້ຈະສຸມໃສ່ປຶກສາຫາລືເນື້ອໃນຕ່າງໆ, ຄື: ການຮ່ວມມືເພື່ອຮັບມືກັບພະຍາດໂຄວິດ-19; ສ້າງການເຊື່ອມຕໍ່ກັບພື້ນຖານເສດຖະກິດຄືນໃໝ່; ການພັດທະນາແບບຍືນຍົງ, ປ່ຽນແປງໃໝ່, ປະດິດສ້າງໃນສັງກາດຫຼັງພະຍາດໂຄວິດ-19; ບົດບາດຂອງອາຊີໃນການຟື້ນຕົວເສດຖະກິດທົ່ວໂລກຫລັງໂລກລະບາດ. ກອງປະຊຸມດັ່ງກ່າວມີການກ່າວປາໄສຂອງການນຳຂັ້ນສູງຈາກປະເທດຕ່າງໆ ແລະວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບ: ສ້າງການເຊື່ອມຕໍ່ພາກພື້ນຄືນໃໝ່ຜ່ານການແລກປ່ຽນວັດທະນະທຳ; ອາຊີ ແລະອໍານາດການປົກຄອງໃໝ່ຢູ່ອາເມລິກາ; ການພັດທະນາແບບຍືນຍົງ ແລະການປ່ຽນແປງຂອງອາຊີ; ບັນດາຂົງເຂດປ່ຽນແປງໃໝ່ປະດິດສ້າງໃນສັງກາດພະຍາດໂຄວິດ-19.

ເປັນໜ້າເອົາໃຈໃສ່, ກອງປະຊຸມສາກົນກ່ຽວກັບ "ອະນາຄົດຂອງອາຊີ" ຄັ້ງທີ 26 ໄດ້ສ້າງຂີດໝາຍເປັນຄັ້ງທຳອິດທີ່ໄດ້ຈັດຂຶ້ນຜ່ານລະບົບທາງໄກພາຍໃຕ້ອໍານາດການປົກຄອງຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄາດຄະເນວ່າທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ຈະມີບົດກ່າວປາໄສສຳຄັນ.

ກ່ຽວກັບການພົວພັນຫວຽດນາມ - ຍີ່ປຸ່ນ, ສອງປະເທດໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 21 ກັນຍາ 1973 ແລະໃນຊຸມປີມໍ່ໆມານີ້, ການພົວພັນສອງຝ່າຍໄດ້ມີບາດກ້າວພັດທະນາຢ່າງວ່ອງໄວ. ໃນໄລຍະຜ່ານມາ, ການນຳຂັ້ນສູງຂອງສອງປະເທດກໍ່ໄດ້ຮັກສາການຢ້ຽມຢາມ ແລະພົບປະຢູ່ເວທີປາໄສສາກົນ ແລະພາກພື້ນຢ່າງເປັນປະຈໍາ. ຄຽງຂ້າງນັ້ນ, ການຮ່ວມມືດ້ານເສດຖະກິດ ກໍ່ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ປະຊາຊົນສອງປະເທດ, ຫວຽດນາມ ແລະຍີ່ປຸ່ນ ຍັງໄດ້ເອົາໃຈໃສ່ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ຄື: ກະສິກຳ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຮ່ວມມືດ້ານແຮງງານ, ການສຶກສາ, ການທ່ອງທ່ຽວ, ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງສອງປະເທດ...

ສະນັ້ນ, ສາມາດເຊື່ອໝັ້ນໄດ້ວ່າການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ໃນກອງປະຊຸມສາກົນກ່ຽວກັບ "ອະນາຄົດຂອງອາຊີ" ຄັ້ງທີ 26  ຈະປະກອບສ່ວນຢັ້ງຢືນບົດບາດ ແລະທີ່ຕັ້ງຂອງຫວຽດນາມ ໃນເວທີປາໄສພາກພື້ນ, ພ້ອມກັນນັ້ນກໍ່ສະແດງໃຫ້ເຫັນທັດສະນະຂອງຫວຽດນາມ ຕໍ່ບັນຫາໃຫຍ່ຂອງອາຊີ ກໍ່ຄືບົດຮຽນ, ມາດຕະການຮັບມືກັບສິ່ງທ້າທາຍລວມຢູ່ພາກພື້ນ, ມານະພະຍາຍາມຄວບຄຸມໂລກລະບາດ ແລະຟື້ນຕົວເສດຖະກິດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ໂຄສະນາຜົນງານເສດຖະກິດ - ສັງຄົມທີ່ພົ້ນເດັ່ນ, ນະໂຍບາຍພັດທະນາໃໝ່ ແລະດຶງດູດຄວາມສົນໃຈຂອງວິສາຫະກິດຍີ່ປຸ່ນ ແລະສາກົນ. ພ້ອມກັນນັ້ນ, ຜ່ານກອງປະຊຸມດັ່ງກ່າວຍັງປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງຫວຽດນາມ ແລະຍີ່ປຸ່ນ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ.

ໂດຍ: ທະນາພອນ