ນີ້ແມ່ນກອງປະຊຸມຄັ້ງທຳອິດລະຫວ່າງບັນດາການນຳອາຊຽນ ທີ່ໄດ້ຈັດຂຶ້ນໂດຍກົງໃນປີປະທານອາຊຽນ 2021 ຂອງບຣູໄນ. ດ້ວຍຫົວຂໍ້ “ພວກເຮົາເອົາໃຈໃສ່, ພວກເຮົາກະກຽມ, ພວກເຮົາວັດທະນາຖາວອນ” (“We Care, We Prepare, We Prosper”), ພາຍໃຕ້ການນໍາພາຂອງປະເທດປະທານບຣູໄນ, ໃນປີ 2021, ອາຊຽນ ໄດ້ສຸມໃສ່ການກໍ່ສ້າງມາດຕະການສຳຜັດສັງລວມຂອງອາຊຽນ ໃນການຊຸກຍູ້ການຮ່ວມມືຫຼາຍຝ່າຍ, ກໍ່ສ້າງໂຄງປະກອບພາກພື້ນອີງໃສ່ລະບຽບກົດໝາຍ, ຮັບມືກັບສະພາວະສຸກເສີນ ແລະໄພພິບັດ, ເບິ່ງແຍງດູແລສຸຂະພາບ ແລະຈິດໃຈຂອງປະຊາຊົນ...

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ອອກຈາກຮ່າໂນ້ຍ ເດີນທາງໄປເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ. ພາບ: ສຳນັກຂ່າວສານຫວຽດນາມ.

ກອງປະຊຸມບັນດາການນຳອາຊຽນ ໄດ້ດຳເນີນໃນສະພາບການທີ່ອາຊຽນ ພວມມານະພະຍາຍາມກໍ່ສ້າງປະຊາຄົມ, ຮັບມືກັບພະຍາດໂຄວິດ-19 ແລະບັນດາບັນຫາຄວາມໝັ້ນຄົງບໍ່ແມ່ນການທະຫານ. ຍ້ອນເຫດນັ້ນ, ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາການນຳປຶກສາຫາລືກ່ຽວກັບວິວັດການກໍ່ສ້າງປະຊາຄົມອາຊຽນ, ເປັນຕົ້ນແມ່ນກໍ່ສ້າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025, ຕີລາຄາການຜັນຂະຫຍາຍກົດບັດອາຊຽນ, ການຮ່ວມມືອະນຸພາກພື້ນ ແລະຮັດແຄບໄລຍະຫ່າງພັດທະນາ, ຜັນຂະຫຍາຍບັນດາຂໍ້ລິເລ່ີ່ມລວມເພື່ອຮັບມືກັບໂລກພະຍາດ, ຄືກອບຟື້ນຟູສັງລວມຂອງອາຊຽນ, ກອງທຶນອາຊຽນເພື່ອຮັບມືກັບພະຍາດໂຄວິດ-19, ສາງແຮວັດຖຸອຸປະກອນການແພດອາຊຽນ, ສູນອາຊຽນ ຮັບມືກັບບັນດາສາພາວະການແພດສາທາລະນະສຸກເສີນ ແລະໂລກພະຍາດທີ່ຫາກໍ່ປະກົດຂຶ້ນ, ກໍ່ຄືການພົວພັນຕ່າງປະເທດຂອງອາຊຽນ. ພິເສດ, ບັນດາການຜັນແປໃນໄລຍະມໍ່ໆມານີ້ຢູ່ມຽນມາ ໄດ້ສົ່ງຜົນສະທ້ອນເຖິງສັນຕິພາບ ແລະຄວາມໝັ້ນຄົງບໍ່ພຽງແຕ່ຂອງມຽນມາ ເທົ່ານັ້ນ ຫາກຍັງຂອງທົ່ວພາກພື້ນອີກດ້ວຍ. ຍ້ອນເຫດນັ້ນ, ກອງປະຊຸມບັນດາການນຳອາຊຽນ ກໍ່ແມ່ນກາລະໂອກາດເພື່ອໃຫ້ອາຊຽນ ສົມທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍບົດບາດ, ນຳໃຊ້ບັນດາເຄື່ອງມື, ກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ ເພື່ອຊ່ວຍມຽນມາ ຜ່ານຜ່າຄວາມຫຍຸ້ງຍາກ, ເພື່ອຜົນປະໂຫຍດຂອງປະຊາຊົນ ແລະປະເທດມຽນມາ, ເພື່ອສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນພາກພື້ນກໍ່ຄືຄວາມສາມັກຄີ, ອິດທິພົນຊື່ສຽງຂອງອາຊຽນ.

ການເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ ຢູ່ສຳນັກງານຄະນະເລຂາອາຊຽນ ແມ່ນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານ ຟ້າມມິງຈິ໊ງ ໃນຖານະຕຳແໜ່ງເປັນນາຍົກລັດຖະມົນຕີຫວຽດນາມ ເປັນການສະແດງໃຫ້ເຫັນການສະໜັບສະໜູນ ແລະຮ່ວມມືຢ່າງແໜ້ນແຟ້ນຂອງຫວຽດນາມ ກັບປະເທດປະທານອາຊຽນບຣູໄນ ກໍ່ຄືບັນດາປະເທດສະມາຊິກອາຊຽນ ໃນການປະຕິບັດບັນດາບູລິມະສິດທີ່ວາງອອກໃຫ້ປີອາຊຽນ 2021, ພ້ອມທັງເປັນການຢັ້ງຢືນວ່າຫວຽດນາມ ຖືເປັນສຳຄັນໃນການຮັດແໜ້ນ ແລະປັບປຸງຄວາມສາມັກຄີ, ຊ່ວຍເຫຼືອກັນກັບບັນດາປະເທດສະມາຊິກອາຊຽນ, ປະກອບສ່ວນຍົກສູງບົດບາດໃຈກາງ ແລະຖານະທີ່ຕັ້ງຂອງອາຊຽນ ໃນການແກ້ໄຂບັນດາສິ່ງທ້າທາຍທີ່ປະກົດຂຶ້ນ, ຜ່່ານນັ້ນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສ້າງຄວາມສະດວກໃຫ້ແກ່ການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະຂອງທົ່ວພາກພື້ນ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າຕໍ່ກັບວິວັດການກໍ່ສ້າງປະຊາຄົມອາຊຽນ, ໃນນັ້ນມີການສືບທອດບັນດາໝາກຜົນທີ່ບັນລຸໄດ້ຂອງປີປະທານອາຊຽນ 2020, ພ້ອມທັງເປັນການສົ່ງສານກ່ຽວກັບຄຳໝັ້ນສັນຍາ, ຄວາມຮັບຜິດຊອບກໍ່ຄືການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າຂອງຫວຽດນາມ ຕໍ່ກັບບັນດາບັນຫາລວມຂອງພາກພື້ນ ແລະສາກົນ. ພິເສດ, ໃນຖານະຕຳແໜ່ງເປັນປະເທດປະທານສະພາຄວາມໝັ້ນຄົງ ສປຊ ເດືອນ ເມສາ 2021 ແລະສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ຫວຽດນາມ ຈະມານະພະຍາຍາມຊຸກຍູ້ອາຊຽນ ເສີມຂະຫຍາຍບົດບາດໃຈກາງຢ່າງບໍ່ຢຸດຢັ້ງ, ແມ່ນຂົວເຊື່ອມຕໍ່ລະຫວ່າງອາຊຽນ ກັບສະພາຄວາມໝັ້ນຄົງ ສປຊ ເພື່ອຮັບປະກັນຂໍ້ມູນຂ່າວສານແບບພາວະວິໄສ, ສະເໝີພາບ, ໜູນຊ່ວຍມຽນມາ ຜ່ານຜ່າຄວາມຫຍຸ້ງຍາກ.

ພວກເຮົາເຊື່ອໝັ້ນຢ່າງແນວແນ່ວ່າ ການເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ ຂອງຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ນຳໜ້າຈະປະສົບຜົນສຳເລັດຢ່າງຈົບງາມ, ໃນນັ້ນ ມີຄະນະຜູ້ແທນຫວຽດນາມ ຈະສືບຕໍ່ມີບັນດາຂໍ້ລິເລີ່ມ, ປະກອບສ່ວນສຳຄັນໃນການເສີມຂະຫຍາຍຄວາມສາມັກຄີ, ເຫັນດີເປັນເອກະພາບ, ບົດບາດໃຈກາງຂອງອາຊຽນ ໃນບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ ແລະພັດທະນາຢູ່ພາກພື້ນ.

ໂດຍ:  ແສງເດືອນ