ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ສະຫງວນເວລາ ເພື່ອປຶກສາຫາລື, ຕີລາຄາການປະຕິບັດງານຂອງສະພາແຫ່ງຊາດ ຊຸດທີ XIV; ພິຈາລະນາບົດລາຍງານກ່ຽວກັບວຽກງານຕ່າງໆໃນອາຍຸການ 2016-2021 ຂອງປະທານປະເທດ, ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ, ສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ. ບັນດາບົດລາຍງານ ແລະຄຳຄິດເຫັນ, ປຶກສາຫາລືຂອງບັນດາສະມາຊິກສະພາແຫ່ງຊາດ ໄດ້ຍົກອອກຜົນງານທີ່ບັນລຸໄດ້ໃນອາຍຸການຂອງບັນດາອົງການໃນແຕ່ລະຂົງເຂດປະຕິບັດງານ. ຄຽງຂ້າງນັ້ນ, ກໍ່ໄດ້ຮັບຮູ້ຂໍ້ຄົງຂ້າງ, ຈຳກັດຢ່າງກົງໄປກົງມາ ເພື່ອຈາກນັ້ນໄຈແຍກສາຍເຫດ, ຖອດຖອນບົດຮຽນ. ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາມະຕິກ່ຽວກັບການສະຫຼຸບວຽກງານອາຍຸການ 2016-2021 ຂອງສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ. ນີ້ແມ່ນພື້ນຖານ ເພື່ອໃຫ້ບັນດາອົງການສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິພາບ, ປະສິດທິຜົນ ການເຄື່ອນໄຫວໃນອາຍຸການຈະມາເຖິງ.

leftcenterrightdel
ບັນດາສະຫາຍການນຳ, ອະດີດການນຳພັກ, ລັດ ແລະຜູ້ແທນເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 11, ສະພາແຫ່ງຊາດຊຸດທີ XIV. ພາບ: ຫວຽດຈູງ.

ກໍ່ໃນລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການສະກັດກັ້ນ, ຕ້ານຢາເສບຕິດ (ສະບັບປັບປຸງ); ພິຈາລະນາ, ຕັດສິນຈຳນວນສະມາຊິກສະເພາະກິດຂອງສະພາປະຊາຊົນນະຄອນຮ່າໂນ້ຍ ອາຍຸການ 2021-2026. ເນື້ອໃນສໍາຄັນອື່ນຂອງສະພາແຫ່ງຊາດທີ່ໄດ້ລາຍງານຢູ່ກອງປະຊຸມຄັ້ງນີ້, ໃນນັ້ນມີການສັງລວມຄຳຄິດເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະປະຊາຊົນສົ່ງເຖິງກອງປະຊຸມສະໄໝສາມັນເທື່ອທີ 11; ໝາກຜົນການຕິດຕາມການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງສົ່ງເຖິງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XIV; ໝາກຜົນການເຄື່ອນໄຫວຂອງສະພາເລືອກຕັ້ງແຫ່ງຊາດ ນັບແຕ່ເມື່ອສ້າງຕັ້ງຈົນຮອດເດືອນມີນາ 2021... ບັນດາຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ປະຊາຊົນສົ່ງເຖິງສະພາແຫ່ງຊາດລ້ວນແຕ່ໄດ້ສັງລວມ, ສົ່ງເຖິງບັນດາອົງການກ່ຽວຂ້ອງເພື່ອພິຈາລະນາ, ແກ້ໄຂ, ຕອບ, ສະແດງໃຫ້ເຫັນຈິດໃຈ, ຄວາມຮັບຜິດຊອບສູງຕໍ່ບັນດາບັນຫາເຄັ່ງຮ້ອນທີ່ພວມເກີດຂຶ້ນໃນຕົວຈິງກໍ່ຄືຄວາມມຸ່ງມາດປາດຖະໜາອັນຊອບທຳຂອງຜູ້ມີສິດເລືອກຕັ້ງ, ປະຊາຊົນ.

ໜຶ່ງໃນບັນດາເນື້ອໃນຈຸດສຸມຂອງກອງປະຊຸມຄັ້ງນີ້ແມ່ນສະພາແຫ່ງຊາດໄດ້ພິຈາລະນາ, ຕົກລົງກ່ຽວກັບວຽກງານບຸກຄະລາກອນ ເພື່ອແນໃສ່ຕອບສະໜອງວຽກງານນຳພາຂອງພັກ, ການຊີ້ນຳ, ບໍລິຫານຂອງລັດ, ສະພາແຫ່ງຊາດ, ລັດຖະບານຢ່າງທັນການ. ກອງປະຊຸມສະໄໝສາມັນເທື່ອທີ 11 ໄດ້ດຳເນີນໃນສະພາບທີ່ທົ່ວປະເທດພວມສຸມໃສ່ຜັນຂະຫຍາຍ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026. ເລື່ອງສະພາແຫ່ງຊາດຕົກລົງໃຫ້ພົ້ນຕຳແໜ່ງ, ເລືອກຕັ້ງ, ໃຫ້ສັດຕະຍາບັນບຸກຄະລາກອນຂັ້ນສູງຈຳນວນໜຶ່ງເຂົ້າໃນກົງຈັກລັດ ໄດ້ປະກອບສ່ວນສ້າງຄວາມຄົບຊຸດ, ເປັນເອກະພາບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຜັນຂະຫຍາຍ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ  XIII ຂອງພັກ, ບູລະນະ, ປັບປຸງສະພາເລືອກຕັ້ງແຫ່ງຊາດ ເພື່ອສືບຕໍ່ຊີ້ນໍາວຽກງານເລືອກຕັ້ງ. ພ້ອມທັງ, ຮັບປະກັນວຽກງານບຸກຄະລາກອນໄດ້ຮັບການປະຕິບັດຢ່າງເຄັ່ງຄັດ, ລະມັດລະວັງ, ຖືກຕາມກົດໝາຍ, ມີປະຊາທິປະໄຕ ແລະຮັບປະກັນການນຳພາຂອງພັກ. ທີ່ກອງປະຊຸມສະໄໝສາມັນ ເທື່ອທີ 11, ສະພາແຫ່ງຊາດໄດ້ເລືອກຕັ້ງປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ; ປະທານປະເທດ; ນາຍົກລັດຖະມົນຕີ; ຮອງປະທານສະພາແຫ່ງຊາດ 3 ທ່ານ; ກໍາມະການຄະນະປະຈໍາສະພາແຫ່ງຊາດ 4 ທ່ານ; ຮອງປະທານປະເທດ; ເລຂາທິການສະພາແຫ່ງຊາດ; ປະທານຂອງ 3 ຄະນະກຳມາທິການສະພາແຫ່ງຊາດ; ປະທານອົງການກວດສອບແຫ່ງລັດ. ສະພາແຫ່ງຊາດກໍ່ໄດ້ໃຫ້ສັດຕະຍາບັນແຕ່ງຕັ້ງຮອງນາຍົກລັດຖະມົນຕີ 2 ທ່ານ, ລັດຖະມົນຕີ ແລະສະມາຊິກລັດຖະບານ 12 ທ່ານ; ໃຫ້ສັດຕະຍາບັນບັນຊີລາຍຊື່ຮອງປະທານ, ກຳມະການສະພາເລືອກຕັ້ງແຫ່ງຊາດ ແລະບັນຊີລາຍຊ່ືຮອງປະທານ, ກຳມະການສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບຈຳນວນໜຶ່ງ.

ອາຍຸການຜ່ານມາ, ສະພາແຫ່ງຊາດ ບັນລຸໄດ້ຜົນສຳເລັດທີ່ພົ້ນເດັ່ນ, ຮອບດ້ານໃນວຽກງານນິຕິບັນຍັດ, ຕັດສິນທຸກບັນຫາສຳຄັນຂອງປະເທດ ແລະໄດ້ຕິດຕາມກວດກາຢ່າງສູງສຸດ. ໝາກຜົນນີ້ເປັນການຢັ້ງຢືນຜົນສຳເລັດຈາກການປ່ຽນແປງໃໝ່, ປະດິດສ້າງຢ່າງບໍ່ຢຸດຢັ້ງໃນການເຄື່ອນໄຫວຂອງສະພາແຫ່ງຊາດ. ໃນອາຍຸການ ຊຸດທີ XIV, ສະພາແຫ່ງຊາດ ໄດ້ສືບຕໍ່ສຸມໃສ່ກໍ່ສ້າງ ແລະປັບປຸງລະບົບກົດໝາຍໃຫ້ສົມບູນແບບ ແລະຄົບຊຸດ, ເປັນເອກະພາບເພື່ອຫັນໂຄງການການເມືອງ, ບັນດາທັດສະນະ, ແນວທາງຂອງພັກເປັນລະບອບລະບຽບການ, ຫັນລັດຖະທຳມະນູນເປັນອັນລະອຽດ, ເສີມຂະຫຍາຍສິດເປັນເຈົ້າຕົນເອງຂອງປະຊາຊົນ, ບົດບາດ ແລະປະສິດທິພາບການຄຸ້ມຄອງຂອງລັດ. ຄຽງຂ້າງກັນນັ້ນ, ຜ່ານການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ໄດ້ພົບເຫັນ ແລະມີບັນດາຂໍ້ສະເໜີແນະຢ່າງທັນການເພື່ອປັບປຸງ, ເພີ່ມເຕີມ, ປະກອບສ່ວນຊຸກຍູ້ການປະຕິບັດນະໂຍບາຍ, ກົດໝາຍ ແລະບັນດາໜ້າທ່ີເສດຖະກິດ-ສັງຄົມໃຫ້ເປັນຢ່າງດີ. ປະຈຸບັນ, ຫວຽດນາມ ໄດ້ກາຍເປັນພ້ືນຖານເສດຖະກິດທີ່ມີຂອບຂະໜາດໃຫຍ່ອັນດັບທີ 4 ໃນອາຊຽນ, ບັນລຸກວ່າ 340 ຕື້ໂດລາສະຫະລັດ. ສະພາແຫ່ງຊາດ ຍາມໃດກໍ່ເຊີດຊູຄວາມຮັບຜິດຊອບ ແລະຍົກສູງຄຸນນະພາບໃນການຕັດສິນບັນຫາສຳຄັນຂອງປະເທດກວ່າອີກ. ການເຄື່ອນໄຫວທາງການທູດຂອງສະພາແຫ່ງຊາດ ກໍ່ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ກັບປະເທດຕ່າງໆ. ສາມາດຢັ້ງຢືນໄດ້ວ່າ, ການສົມທົບກັນ, ມີຄວາມສາມັກຄີຢ່າງແໜ້ນແຟ້ນລະຫວ່າງສະພາແຫ່ງຊາດ ແລະປະທານປະເທດ, ລັດຖະບານ, ບັນດາອົງການຕຸລາການ, ອົງການທີ່ກ່ຽວຂ້ອງໄດ້ສ້າງເປັນກຳລັງແຮງສັງລວມ, ນຳປະເທດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດ ຊຸດທີ XIV ໄດ້ປິດລົງ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາພວມມານະພະຍາຍາມໃນແຕ່ລະມື້ ເພື່ອມຸ່ງໄປເຖິງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026 ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ, ຄັດເລືອກເອົາບັນດາສະມາຊິກຜູ້ທີ່ດີເດັ່ນ, ສົມເປັນຕົວແທນຂອງປະຊາຊົນ. ການພັດທະນາຂອງສະພາແຫ່ງຊາດແມ່ນວິວັດແຫ່ງການສືບທອດ, ເສີມຂະຫຍາຍ, ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ, ຕອບສະໜອງໄດ້ໜ້າທີ່ໃຫ້ນັບມື້ນັບດີກວ່າ. ພື້ນຖານຍືນຍົງທີ່ກໍ່ສ້າງໄດ້ຈາກສະພາແຫ່ງຊາດ ຊຸດທີ XIV ແລະບັນດາອາຍຸການກ່ອນໜ້ານັ້ນແມ່ນບ່ອນອີງ, ປະກອບສ່ວນສ້າງກໍາລັງໜູນ, ຄວາມໄວ້ເນື້ອເຊື່ອໃຈ, ຊ່ວຍປະເທດຫວຽດນາມ ສືບຕໍ່ສ້າງໜ້າປະຫວັດສາດໃໝ່ທີ່ສະຫງ່າລາສີໃນໄລຍະຈະມາເຖິງ.

ໂດຍ: ແສງເດືອນ