ປີ 2020, ທົ່ວກອງທັບ ພ້ອມກັບກໍາລັງທະຫານລາດປ້ອງກັນຕົວທົ່ວປະເທດ ໄດ້ປະຕິບັດໜ້າທີ່ຝຶກແອບສໍາເລັດເປັນຢ່າງດີເວົ້າສະເພາະ, ໜ້າທີ່ການທະຫານ, ການປ້ອງກັນຊາດ ເວົ້າລວມ. ປີ 2021 ແມ່ນປີທໍາອິດທີ່ຈັດຕັ້ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI, ມີຄວາມໝາຍສໍາຄັນຍິ່ງໃນວິວັດການປະຕິບັດເປົ້າໝາຍກໍ່ສ້າງກອງທັບປະຕິວັດ, ມີລະບຽບວິໄນ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ບາງກໍາລັງແມ່ນກ້າວຂຶ້ນເປັນທັນສະໄໝໂດຍກົງ; ກ່ອນອື່ນໝົດແມ່ນສຸມໃສ່ກໍ່ສ້າງກອງທັບໃຫ້ມີຄວາມຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ, ສ້າງປະຖົມປັດໄຈອັນໜັກແໜ້ນ, ສູ້ຊົນຮອດປີ 2030 ກໍ່ສ້າງກອງທັບໃຫ້ທັນສະໄໝ.

ຍົກສູງຄຸນນະພາບການຝຶກແອບແມ່ນຍົກສູງລະດັບຄວາມຮູ້, ກໍາລັງກຽມພ້ອມສູ້ຮົບຂອງກອງທັບ. ເພາະສະນັ້ນ, ກ່ອນອື່ນໝົດທົ່ວກອງທັບ ແລະກໍາລັງທະຫານລາດປ້ອງກັນຕົວຕ້ອງຊາບຊຶມຢ່າງເລິກເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບຄັ້ງທີ XI ແລະມະຕິສະບັບເລກທີ 15 ຂອງຄະນະພັກການທະຫານສູນກາງກ່ຽວກັບການນໍາພາປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ກໍ່ສ້າງອົງຄະນະພັກກອງທັບປີ 2021; ບັນດາໜ້າທີ່ຈຸດສຸມທີ່ຄວນສຸມໃສ່ຊີ້ນໍາ, ນໍາພາປະຕິບັດໃນປີ 2021 ເຊິ່ງຄະນະປະຈໍາຄະນະພັກການທະຫານສູນກາງ, ການນໍາກະຊວງປ້ອງກັນປະເທດ ໄດ້ກໍານົດ; ຄໍາສັ່ງຊີ້ນໍາວ່າດ້ວຍວຽກງານການທະຫານ, ການປ້ອງກັນຊາດຂອງຫົວໜ້າກົມໃຫຍ່ເສນາທິການ, ພ້ອມກັບການຊີ້ນໍາ, ແນະນໍາຂອງອົງການທີ່ກ່ຽວຂ້ອງກ່ຽວກັບວຽກງານຝຶກແອບ. ບົນພື້ນຖານນັ້ນ, ຄະນະພັກ, ຜູ້ບັນຊາການຂັ້ນຕ່າງໆໃນທົ່ວກອງທັບຕ້ອງສຸມໃສ່ຊີ້ນໍາ, ນໍາພາຢ່າງຂ້ຽວຂາດ, ແກ້ໄຂທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ໂດຍສະເພາະແມ່ນບັນດາຜົນສະທ້ອນຈາກພະຍາດໂຄວິດ-19; ສືບຕໍ່ສ້າງບາດກ້າວບຸກທະລຸ, ປ່ຽນແປງໃໝ່, ຍົກສູງຄຸນນະພາບຂອງການຝຶກແອບຕາມບົດສະຫຼຸບເລກທີ 60 ຂອງຄະນະ ພັກການທະຫານສູນກາງ; ປະຕິບັດໃຫ້ເປັນຢ່າງດີກ່ຽວກັບຫົວຂໍ້ຂອງປີ 2021 ນັ້ນແມ່ນ “ຍົກສູງຄຸນນະພາບ, ປະສິດທິພາບຂອງການຝຶກຊ້ອມ, ການແຂ່ງຂັນ, ການສະແດງກຳລັງການທະຫານຢູ່ພາຍໃນປະເທດ, ພາກພື້ນ ແລະສາກົນ”. ກໍານົດການຝຶກແອບແມ່ນໜ້າທີ່ຈຸດສຸມ, ເປັນປະຈໍາໃນສະໄໝສັນຕິພາບ, ຕິດພັນກັບການກໍ່ສ້າງກົມກອງໃຫ້ມີລະບຽບວິໄນ, ກໍ່ສ້າງກົມກອງ ໃຫ້ໝັ້ນຄົງເຂັ້ມແຂງ “ເປັນແບບຢ່າງ, ດີເດັ່ນ”.

leftcenterrightdel
ພະນັກງານ, ນັກຮົບກອງພັນທີ 1, ກອງພັນໃຫຍ່ 2, ກອງພົນທີ 3 (ທະຫານເຂດ 1) ເຄື່ອນທັບຝຶກຊ້ອມ. ພາບ: ບຸ່ຍຮຽບ.

ປີ 2021, ພ້ອມກັບການສຸມໃສ່ຝຶກແອບ, ນໍາໃຊ້ອາວຸດຍຸດໂທປະກອນເຕັກນິກໃຫ້ມີຄວາມຊໍານິຊໍານານ ແລະຈັດຕັ້ງການຍິງອາວຸດປະເພດຕ່າງໆ; ທົ່ວກອງທັບເພີ່ມທະວີການຝຶກແອບກາງຄືນ, ຝຶກແອບເຄື່ອນທີ່, ສົມທົບເປັນຢ່າງດີລະຫວ່າງການຝຶກແອບກັບຫັດແອບກໍາລັງກາຍໃຫ້ແກ່ທະຫານ. ບັນດາກົມກອງຄວນເອົາໃຈໃສ່ຝຶກຊ້ອມເປັນຮອບສັງລວມ, ກຸ່ມກໍາລັງ, ການຝຶກຊ້ອມຍິງລູກປືນແທ້ຂັ້ນຕ່າງໆ, ຝຶກຊ້ອມການສູ້ຮົບດ້ວຍການປະສານສົມທົບລະຫວ່າງເຫຼົ່າຮົບ-ເຫຼົ່າທັບ; ປ່ຽນແປງໃໝ່ການຈັດຕັ້ງ ແລະວິທີການເພື່ອຍົກສູງຄຸນນະພາບການຝຶກແອບ, ຝຶກຊ້ອມ.

ຄະນະພັກທຸກຂັ້ນຍາມໃດກໍເອົາໃຈໃສ່ຊີ້ນໍາ, ນໍາພາຢ່າງຮອບດ້ານກ່ຽວກັບວຽກງານຝຶກແອບ, ເສີມຂະຫຍາຍບົດບາດຂອງຜູ້ບັນຊາການ, ຫົວໜ້າການເມືອງ ແລະບັນດາກົມກອງ, ສ້າງການຫັນປ່ຽນຢ່າງແທ້ຈິງກ່ຽວກັບຄຸນນະພາບການຝຶກແອບ. ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການຝຶກແອບກັບການຖ່າຍທອດບົດຮຽນສູ້ຮົບ; ຕັ້ງໜ້າໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຝຶກແອບ, ຝຶກຊ້ອມ... ໄປຄຽງຄູ່ກັນນັ້ນ, ຕ້ອງເອົາໃຈໃສ່ວຽກງານສຶກສາອົບຮົມ, ຍົກສູງຄວາມຮັບຮູ້ໃຫ້ແກ່ພະນັກງານ, ນັກຮົບ; ຮັກສາລະບອບ, ລະບຽບວິໄນຢ່າງເຂັ້ມງວດ; ເສີມຂະຫຍາຍລັກສະນະນໍາໜ້າ, ເປັນແບບຢ່າງຂອງຖັນແຖວພະນັກງານ. ສືບຕໍ່ຍົກສູງຄຸນນະພາບການຝຶກແອບ ແລະການເຄື່ອນໄຫວຂອງກໍາລັງທະຫານລາດປ້ອງກັນຕົວ. ການຝຶກແອບຕ້ອງຕິດພັນກັບວຽກງານຂົນຂວາຍປະຊາຊົນຢ່າງແໜ້ນແຟ້ນ, ປະກອບສ່ວນກໍ່ສ້າງ “ທ່າຮົບໃນຈິດໃຈປະຊາຊົນ, ໃຫ້ໝັ້ນຄົງໜັກແໜ້ນ.

ພິເສດ, ການປ່ຽນແປງໃໝ່, ຍົກສູງຄຸນນະພາບການຝຶກແອບ, ຝຶກຊ້ອມຕ້ອງຕອບສະໜອງເງື່ອນໄຂສູ້ຮົບໃໝ່ແມ່ນຍາມໃດກໍຕ້ອງຕິດພັນກັບການຮັດກຸມລະບຽບວິໄນ. ຕັ້ງໜ້າ, ເປັນເຈົ້າການຝຶກແອບເພື່ອຮັບມືກັບບັນດາກໍລະນີຄວາມໝັ້ນຄົງແບບໃໝ່, ໂດຍສະເພາະແມ່ນພະຍາດໂຄວິດ-19 ແລະການປ້ອງກັນ, ຕ້ານໄພທໍາມະຊາດ, ຊອກຫາກູ້ໄພກູ້ຊີບຢ່າງມີປະສິດທິຜົນ... ວຽກງານພະລາທິການ, ເຕັກນິກຮັບໃຊ້ການຝຶກແອບ, ກຽມພ້ອມສູ້ຮົບຕ້ອງເປັນເຈົ້າການ, ມີຫົວຄິດປະດິດສ້າງ, ຕ້ອງຮັບປະກັນຄວາມຮອບຄອບຖີ່ຖ້ວນ.

ຍົກສູງຄຸນນະພາບການຝຶກແອບໃນເງື່ອນໄຂໃໝ່, ຕ້ອງຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ກໍ່ສ້າງກອງທັບໃຫ້ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ, ກ້າວຂຶ້ນສູ່ຄວາມເປັນທັນສະໄໝ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່ໄວ້ຢ່າງໝັ້ນຄົງ, ຮຽກຮ້ອງໃຫ້ມີຄວາມຕັດສິນໃຈສູງ ແລະມານະພະຍາຍາມຢ່າງໃຫຍ່ຫຼວງ, ມີການກະທໍາຢ່າງຂ້ຽວຂາດຂອງຄະນະພັກ, ຜູ້ບັນຊາການ, ກົມກອງຂັ້ນຕ່າງໆ ແລະພະນັກງານ, ນັກຮົບທົ່ວກອງທັບພ້ອມກັບກໍາລັງທະຫານລາດປ້ອງກັນຕົວ. ໃນຂະນະທີ່ພະຍາດໂຄວິດ-19 ຍັງຜັນແປຢ່າງສັບສົນ, ການກໍ່ສ້າງແຜນການ, ຕາຕະລາງການຝຶກແອບ ແລະການຈັດຕັ້ງ, ຮັກສາການຝຶກແອບ ໃຫ້ແໜ້ນແຟ້ນ ແຕ່ຕ້ອງມີໄຫວພິບ, ມີວິທະຍາສາດ ເພື່ອທັງຝຶກແອບ ໃຫ້ດີທັງປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ຢ່າງມີປະສິດທິຜົນ...

ການສ້າງກໍາລັງໜູນສູ້ຊົນແຂ່ງຂັນເພື່ອໃຫ້ນັບມື້ນັບມີຫຼາຍໝູ່ຄະນະ, ບຸກຄົນແບບຢ່າງຝຶກແອບເກັ່ງແມ່ນສໍາຄັນທີ່ສຸດ. ຢາກເຮັດໄດ້ຄືແນວນັ້ນ, ຕ້ອງເອົາໃຈໃສ່ຮັກສາປະສິດທິຜົນຂອງຂະບວນການແຂ່ງຂັນເດັດຂາດມີໄຊຕິດພັນກັບການປະຕິບັດບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດສະຕິປັນຍາ, ສົມເປັນທະຫານລຸງໂຮ່”; ຍາມໃດກໍ່ເອົາໃຈໃສ່ເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະຈິດໃຈ, ສຸຂະພາບຂອງທະຫານ, ໂດຍສະເພາະແມ່ນໃນເງື່ອນໄຂພະຍາດໂຄວິດ-19; ຮັບປະກັນການຝຶກແອບໃຫ້ມີຄວາມປອດໄພຢ່າງເດັດຂາດ.

ປີຝຶກແອບ 2021 ດ້ວຍຄວາມຮຽກຮ້ອງຕ້ອງການສູງເພື່ອຕອບສະໜອງກັບໜ້າທີ່ໃນການສະພາບການໄດ້ເລີ່ມຕົ້ນ. ດ້ວຍການຊີ້ນໍາ, ນໍາພາຢ່າງແໜ້ນແຟ້ນ, ຮອບດ້ານຈາກຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ; ການເຂົ້າຮ່ວມຢ່າງຂ້ຽວຂາດ, ໃກ້ຊິດຕິດແທດຂອງຄະນະພັກ, ຜູ້ບັນຊາການບັນດາອົງການ, ກົມກອງ; ການເປັນເຈົ້າການ, ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງພະນັກງານ, ນັກຮົບແຕ່ລະຄົນ, ແນ່ນອນວ່າ ທົ່ວກອງທັບ ແລະກໍາລັງທະຫານລາດປ້ອງກັນຕົວ ໃນທົ່ວປະເທດ ຈະປະຕິບັດໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບສໍາເລັດເປັນຢ່າງດີ.

ໂດຍ: ໄຊຊະນະ