ຫວຽດນາມ ຕ້ອນຮັບລະດູບານໃໝ່ໃນສະພາບການໃໝ່. ພະຍາດໂຄວິດ-19 ດ້ວຍເຊື້ອໄວຣັດສາຍພັນໃໝ່ນັ້ນ ພວມສ້າງສິ່ງທ້າທາຍຫຼາຍຢ່າງເຊິ່ງຮຽກຮ້ອງໃຫ້ປະເທດ ແລະທົ່ວປວງຊົນທັງຊາດຕ້ອງສາມັກຄີ ແລະເປັນຈິດໜຶ່ງໃຈດຽວກັນເພື່ອຜ່ານຜ່າ. ພວກເຮົາຕ້ອງມານະພະຍາຍາມຫຼາຍກວ່າອີກ, ວາງອອກບັນດາມາດຕະການໃໝ່ເພື່ອທັງປ້ອງກັນ ແລະຕ້ານພະຍາດຢ່າງມີປະສິດທິຜົນ, ທັງພັດທະນາເສດຖະກິດຂອງປະເທດ ແລະຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ.

ປີຊວດ 2020 ຜ່ານມາເປັນປີທີ່ເຕັມໄປດ້ວຍຄວາມວິຕົກກັງວົນ, ສິ່ງທ້າທາຍ. ພະຍາດໂຄວິດ-19 ບໍ່ພຽງແຕ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 2,4 ລ້ານຄົນເທົ່ານັ້ນ ຫາກຍັງເຮັດໃຫ້ບັນດາພື້ນຖານເສດຖະກິດຖືກຊຸດໂຊມອີກດ້ວຍ. ບໍ່ພຽງແຕ່ໄດ້ຮັບຜົນກະທົບຈາກພະຍາດ-19 ເທົ່ານັ້ນ ຫາກໃນປີຜ່ານມາ, ຫວຽດນາມ ຍັງປະສົບກັບໄພຝົນຕົກ ນ້ຳຖ້ວມຄັ້ງປະຫວັດສາດຢູ່ພາກກາງ, ເຮັດໃຫ້ປະຊາຊົນເສຍຊີວິດຫຼາຍຄົນ ແລະທຳລາຍວັດຖຸສິ່ງຂອງເສຍຫາຍຢ່າງໜັກໜ່ວງອີກດ້ວຍ.

ໂດຍພື້ນຖານແລ້ວ, ປະເທດຫວຽດນາມ ຍັງສາມາດຄວບຄຸມພະຍາດໂຄວິດ-19, ຍັງປົກປ້ອງສຸຂະພາບ ແລະຊີວິດຂອງປະຊາຊົນໄດ້ເປັນຢ່າງດີ. ເຂດພາກກາງໄດ້ຮັບຜົນເສຍຫາຍຢ່າງໜັກຈາກຝົນຕົກ, ນ້ຳຖ້ວມແຕ່ກໍ່ໄດ້ແກ້ໄຂຜົນຮ້າຍຢ້ອນຫຼັງຢ່າງວ່ອງໄວ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ. ເສດຖະກິດໂລກຖືກຊຸດໂຊມຢ່າງໜັກໜ່ວງ, ແຕ່ເສດຖະກິດຂອງພວກເຮົາຍັງເຕີບໂຕ 2,91% ລອດເຂົ້າໃນທອັບປະເທດທີ່ມີການເຕີບໂຕທາງດ້ານເສດຖະກິດສູງແຖວໜ້າໂລກໃນປີ 2020.

ກໍາລັງຄວາມສາມາດບົ່ມຊ້ອນຂອງປະເທດຊາດ ແລະພະລັງຊີວິດຂອງຊາດບໍ່ພຽງແຕ່ສະແດງໃຫ້ເຫັນໃນຍາມທີ່ພວກເຮົາມີຄວາມສະດວກເທົ່ານັ້ນ, ຫາກຍັງສະແດງອອກຢ່າງຈະແຈ້ງໃນຍາມທີ່ພວກເຮົາຫຍຸ້ງຍາກອີກດ້ວຍ.

leftcenterrightdel
ພາບປະກອບ: ຮຸ່ງຄວາ

ໃນໄລຍະຫຍຸ້ງຍາກນັ້ນ, ພວກເຮົາຮັບຮູ້ໄດ້ຢ່າງຈະແຈ້ງກວ່າກ່ຽວກັບລັກສະນະດີເລີດ, ຄວາມດີງາມຂອງລະບອບສັງຄົມນິຍົມ. ພວກເຮົາບໍ່ໄດ້ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ. ບັນດາໝາກຜົນ, ການກະທຳທີ່ເຕັມໄປດ້ວຍມະນຸດສະທຳຂອງລັດ ແລະສັງຄົມຂອງຫວຽດນາມ ໃນການປ້ອງກັນ ແລະຕ້ານພະຍາດ ແລະໄພທຳມະຊາດໃນໄລຍະທີ່ຜ່ານມາໄດ້ຊ່ວຍໃຫ້ພາບພົດປະເທດຊາດ ແລະຊາວຫວຽດນາມ ນັບມື້ນັບສົດໃສສວຍງາມ ແລະມີຄ່າກວ່າໃນສາຍຕາເພື່ອນມິດສາກົນ.

ເຫັນໄດ້ຢ່າງຈະແຈ້ງ, ເມື່ອເບິ່ງຄືນປະຫວັດສາດເປັນຫຼາຍພັນປີ, ຫວຽດນາມ ຍັງບໍ່ເຄີຍມີພາລະກິດ, ກໍາລັງບົ່ມຊ້ອນ, ຖານະ ແລະມີອິດທິພົນຊື່ສຽງສາກົນຄືໃນປະຈຸບັນນີ້. ເພື່ອໃຫ້ມີພາລະກິດ, ກໍາລັງບົ່ມຊ້ອນ, ຖານະນັ້ນແມ່ນຕ້ອງສືບທອດມູນເຊື້ອຂອງຊາດ, ເຫື່ອແຮງສະຕິປັນຍາຂອງຄົນຮຸ່ນກ່ອນ, ແມ່ນຜົນງານຂອງທັງຂະບວນການປະດິດສ້າງ, ສູ້ຊົນ, ອົດທົນຜ່ານຜ່າຫຼາຍອາຍຸການຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຂອງຫວຽດນາມ. ໃນນັ້ນ, ບົດບາດນຳພາຢ່າງສະຫຼາດສ່ອງໃສ, ເກັ່ງກ້າສາມາດຂອງພັກໃນຕະຫຼອດ 91 ປີທີ່ຜ່ານມາແມ່ນປັດໄຈຕັດສິນ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກຫາກໍ່ປະສົບຜົນສຳເລັດຢ່າງຈົບງາມ! ຜົນສຳເລັດອັນໃຫຍ່ຫຼວງຂອງກອງປະຊຸມໃຫຍ່ແມ່ນມາຈາກການວາງອອກແນວທາງ ແລະນະໂຍບາຍຍຸດທະສາດດ້ວຍວິໄສທັດອັນຍາວນານ, ເລິກເຊິ່ງ; ນັບແຕ່ວຽກງານບຸກຄະລາກອນກໍ່ໄດ້ຮັບການກະກຽມຢ່າງຮອບຄອບຖີ່ຖ້ວນ, ມີວິທະຍາສາດ, ເລືອກເອົາພະນັກງານທີ່ມີຄຸນສົມບັດ, ມີຄຸນນະທາດ, ມີອິດທິພົນຊື່ສຽງສູງ. ນີ້ແມ່ນປະຖົມປັດໄຈ ເພື່ອປະເທດບືນຕົວຂຶ້ນຢ່າງແຮງໃນໄລຍະທີ່ຈະມາເຖິງ. ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ປະຖົມບັດໄຈສຳຄັນດັ່ງກ່າວມີປະສິດທິຜົນໃນສະພາບການຕົວຈິງເຊິ່ງທັງລະບົບການເມືອງຕ້ອງພ້ອມກັນມານະພະຍາຍາມກະທໍາ ເພື່ອນໍາມະຕິຂອງກອງປະຊຸມໃຫຍ່ເຂົ້າສູ່ຊີວິດ, ສ້າງຄວາມຮັ່ງມີທາງດ້ານວັດຖຸ, ນໍາມາເຊິ່ງຄວາມຜາສຸກມາໃຫ້ປະຊາຊົນ.

ພວກເຮົາຕ້ອງປະຕິບັດຕາມມາດຕະການທີ່ໄດ້ກໍານົດໄວ້ໃຫ້ເປັນຢ່າງດີ. ພວກເຮົາຕ້ອງເສີມຂະຫຍາຍກໍາລັງບົ່ມຊ້ອນຂອງຊາວຫວຽດນາມ ໃຫ້ເປັນຢ່າງດີກວ່າອີກ. ເພື່ອພັດທະນາແບບຍືນຍົງ, ພວກເຮົາຕ້ອງເອົາໃຈໃສ່ເປັນພິເສດເຖິງການປົກປັກຮັກສາສິ່ງແວດລ້ອມ ແລະວິທີການວັດທະນະທຳຢູ່ຫວຽດນາມ. ໜ້າທີ່ຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ແລະປະກົດການສິ່ງຫຍໍ້ທໍ້ຕ້ອງສືບຕໍ່ໄດ້ດຳເນີນຢ່າງເຂັ້ມງວດ ແລະເຂົ້າສູ່ລວງເລິກກວ່າເກົ່າ, ຕ້ອງຖືນີ້ເປັນໜຶ່ງໃນບັນດາວິທີການຈຸດສຸມ ເພື່ອຮັກສາຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ.

ບໍ່ພຽງແຕ່ໃນສະໄໝສົງຄາມເທົ່ານັ້ນ ຫາກບົດບາດເປັນເສົາຄ້ຳແຫ່ງຊາດຂອງກອງທັບໃນໄລຍະສັນຕິພາບຍັງນັບມື້ນັບຈະແຈ້ງກວ່າອີກ. ໃນປີທີ່ຜ່ານມາ, ໄປຄຽງຄູ່ກັບການປະຕິບັດໜ້າທີ່ວຽກງານການຝຶກແອບ, ກຽມພ້ອມສູ້ຮົບ, ປົກປັກຮັກສາອະທິປະໄຕຜືນແຜນດິນຂອງປະເທດໄວ້ຢ່າງໝັ້ນຄົງ, ທະຫານລຸງໂຮ່ ຍາມໃດກໍ່ປະຈັນບານຢູ່ແຖວໜ້າໃນການຮັບມືກັບພະຍາດໂຄວິດ-19 ແລະໄພທຳມະຊາດຢ່າງຮ້າຍແຮງ. ບັນດາຜົນງານນັ້ນໄດ້ພິສູດໃຫ້ເຫັນຢ່າງມີຊີວິດຊີວາ ແລະຊວນເຊື່ອວ່າ: ບໍ່ວ່າໃນສະພາບການໃດກໍ່ຕາມ, ພິເສດແມ່ນໃນຍາມທີ່ອັນຕະລາຍຢ່າງຮ້າຍແຮງທີ່ສຸດ, ພັກ, ລັດ ແລະປະຊາຊົນສາມາດເຊື່ອໝັ້ນຕໍ່ບົດບາດເສົາຄໍ້າທີ່ໝັ້ນຄົງ, ໜ້າໄວ້ເນື້ອເຊື່ອໃຈຂອງກອງທັບຫວຽດນາມ.

ໃນຕໍ່ໜ້າ, ຫວຽດນາມ ຍັງຈະປະສົບກັບສິ່ງທ້າທາຍນາໆປະການ, ແຕ່ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກໃນຊຸມປີຜ່ານມາ, ໝາກຜົນອັນດີງາມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ, ດ້ວຍກໍາລັງແຮງຈາກພູມປັນຍາ, ເຈດຈໍານົງ, ມານະຈິດ ແລະຄວາມສາມັກຄີ, ເຊື່ອໝັ້ນວ່າ ຫວຽດນາມ ຈະຜ່ານຜ່າທຸກສິ່ງທ້າທາຍບັນລຸໄດ້ເປົ້າໝາຍທີ່ວາງອອກ, ສ້າງພື້ນຖານໝັ້ນແກ່ນ ເພື່ອໃຫ້ປະເທດຫວຽດນາມ ພັດທະນາໃນໄລຍະຈະມາເຖິງ.

ໂດຍ: ທະນາພອນ