ລະດູບານໃໝ່ກ່ອນໜ້ານີ້ 91 ປີ, ການກຳເນີດຂອງພັກກອມມູນິດຫວຽດນາມ ໄດ້ເປັນຂີດໝາຍບາດລ້ຽວທີ່ຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ເປັນການເປີດສາກໃຫ້ແກ່ການຕັດສິນໃຈຕໍ່ວິວັດການຕໍ່ສູ້ປະຕິວັດ, ຍາດເອົາເອກະລາດ, ອິດສະຫຼະພາບມາໃຫ້ປະເທດຊາດ, ປະກອບສ່ວນຢ່າງຕັ້ງໜ້າຕໍ່ພາລະກິດແຫ່ງການຕໍ່ສູ້ເພື່ອສັນຕິພາບ: ເອກະລາດແຫ່ງຊາດ ແລະຄວາມກ້າວໜ້າຂອງມວນມະນຸດ.

ການກຳເນີດຂອງພັກກອມມູນິດຫວຽດນາມ ແມ່ນຜົນງານແຫ່ງການສົມທົບລັດທິມາກ-ເລນິນ ໃສ່ກັບຂະບວນການກຳມະກອນ ແລະຂະບວນການຮັກຊາດຫວຽດນາມ. ພັກໄດ້ກໍ່ຕັ້ງ, ນຳພາ ແລະຫຼໍ່ຫຼອມດ້ວຍຜູ້ນຳຫງວຽນອ໊າຍກ໊ວກ-ໂຮ່ຈີມິນ. ພັກສູ້ຊົນຢ່າງອົງອາດກ້າແກ່ນເພື່ອຜົນປະໂຫຍດຂອງຊົນຊັ້ນ, ຂອງຊາດ ແລະຂອງການພັດທະນາປະເທດຊາດຢ່າງບໍ່ຢຸດຢັ້ງ, ຍາມໃດກໍ່ສົມເປັນກອງກຳລັງນຳໜ້າຂອງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະຊາດຫວຽດນາມ. ພາຍໃຕ້ການນຳພາຂອງພັກ, ປະຊາຊົນຫວຽດນາມ ໄດ້ກ້າວຂຶ້ນຢ່າງແຮງ ແລະເຂັ້ມແຂງໃນເສັ້ນທາງເອກະລາດແຫ່ງຊາດ ແລະລັດທິສັງຄົມນິຍົມ, ສ້າງຫຼັກໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມ, ສ້າງປະຫວັດສາດທີ່ອົງອາດກ້າຫານຂອງຊາດຫວຽດນາມ.

leftcenterrightdel
ພາບປະກອບຄັດຈາກ: tuyengiao.vn.

ດ້ວຍແນວທາງການເມືອງທີ່ຖືກຕ້ອງ, ສະຫຼາດສ່ອງໃສ, ຢຶດໝັ້ນ, ພັກຍາມໃດກໍ່ຖືລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ ເປັນພື້ນຖານດ້ານແນວຄິດ, ເປັນເຂັມທິດໃຫ້ແກ່ການກະທຳ. ປັບປຸງຄວາມສາມັກຄີ, ຄວາມເປັນເອກະພາບ, ຄວາມຜູກພັນກັບປະຊາຊົນ, ຖືປະຊາຊົນເປັນໃຈກາງ... ພາລະກິດແຫ່ງການປະຕິວັດຂອງປະເທດຫວຽດນາມ ທັງໝົດໂດຍພັກລິເລີ່ມ, ນຳພານັ້ນຍາມໃດກໍ່ໄດ້ຮັບຄວາມເຫັນດີເຫັນພ້ອມ, ຕອບສະໜອງ, ຕັ້ງໜ້າເຂົ້າຮ່ວມຈາກປະຊາຊົນ.

ພັກເຮົາແມ່ນຜູ້ປຸກລຸກກຳລັງແຮງຂອງຊາດ; ເປົ້າໝາຍສູ້ຊົນຂອງພັກແມ່ນເອກະລາດແຫ່ງຊາດ ແລະລັດທິສັງຄົມນິຍົມ, “ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ”. ພັກເຮົາຍາມໃດກໍ່ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງກີດຂວາງ ເພື່ອນຳພາການປະຕິວັດ, ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ, ຍາດໄດ້ຜົນງານທີ່ມະຫັດສະຈັນຫຼາຍຢ່າງ, ຍາດໄດ້ໄຊຊະນະທີ່ຍິ່ງໃຫຍ່, ໂດຍສະເພາະແມ່ນໃນຈຸດເວລາທີ່ມີລັກສະນະບາດລ້ຽວ, ຕັດສິນຊາຕາກຳຂອງປະເທດ. ພາຍໃຕ້ການນຳພາຂອງພັກ, ປະເທດບັນລຸໄດ້ຜົນງານຢ່າງໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ມີການພັດທະນາຢ່າງແຮງ, ຮອບດ້ານ. ຈາກນັ້ນຍິ່ງເປັນການຢັ້ງຢືນທັດສະນະຢ່າງເລິກເຊິ່ງ: ການນຳພາຂອງພັກແມ່ນສິ່ງຈຳເປັນພາວະວິໄສຢ່າງເດັດຂາດ, ແມ່ນປັດໄຈແຖວໜ້າໃນການຕັດສິນທຸກຜົນສຳເລັດຂອງການປະຕິວັດ.

ປີ 2021, ຄາດວ່າສະພາບການໂລກ, ພາກພື້ນຍັງມີການຜັນແປສັບສົນຫຼາຍຢ່າງ; ພະຍາດໂຄວິດ-19, ການກະທົບຈາກສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານຈະສົ່ງຜົນກະທ້ອນສິ່ງຫຍໍ້ທໍ້ເຖິງສະພາບການດ້ານເສດຖະກິດ, ການເມືອງ-ສັງຄົມຂອງທົ່ວໂລກໃນນັ້ນມີປະເທດເຮົາ. ເຊິ່ງແມ່ນປີທຳອິດທີ່ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ; ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະໄໝທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026. ບັນດາອິດທິກຳລັງປໍລະປັກສືບຕໍ່ຕ້ານ ແລະທໍາລາຍການປະຕິວັດຂອງປະເທດເຮົາດ້ວຍກົນອຸບາຍ, ເລລ່ຽມທີ່ນັບມື້ນັບຂ້ຽວຂາດ, ເລິກແລບແນບນຽນ, ໂຫດຫ້ຽມສ້ຽມແຫຼມ...

ຕໍ່ໜ້າສະພາບການນັ້ນ, ຮຽກຮ້ອງໃຫ້ພັກຕ້ອງສືບຕໍ່ປ່ຽນແປງໃໝ່ຈິນຕະນາການຢ່າງແຮງ, ມີຄວາມຕັດສິນດ້ານການເມືອງສູງ, ຄາດຄະເນການຜັນແປຂອງສະພາບການຢ່າງຊັດເຈນ, ທັນການ, ເປັນເຈົ້າການຮັບມືທຸກກໍລະນີຢ່າງທັນການ, ມານະພະຍາຍາມໃຫ້ຫຼາຍກວ່າອີກເພື່ອສືບຕໍ່ຍູ້ແຮງກິດຈະການປ່ຽນແປງໃໝ່; ຍູ້ແຮງການກໍ່ສ້າງ, ປັບປຸງພັກ, ກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ແລະລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ. ສືບຕໍ່ຍູ້ແຮງການຕໍ່ສູ້ໃນການປ້ອງກັນ, ຕ້ານການອາດຍາສິດ, ສໍ້ລາດບັງຫຼວງ, ຟຸມເຟືອຍ, ປະກົດການຫຍໍ້ທໍ້, ປະກົດການ "ການຜັນ​ແປ​ດ້ວຍຕົນເອງ", "ການຫັນປ່ຽນ​ດ້ວຍ​ຕົນ​ເອງ" ພາຍໃນພັກ. ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ໂດຍສະເພາະແມ່ນຂັ້ນຍຸດທະສາດໃຫ້ມີຄຸນນະທາດ, ມີກຳລັງຄວາມສາມາດ, ອິດທິພົນຊື່ສຽງ. ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຄວາມສະໜິດຕິດພັນຂອງປະຊາຊົນທີ່ມີຕໍ່ພັກ, ລັດ, ລະບອບສັງຄົມນິຍົມ. ເພີ່ມທະວີຄວາມສາມາດບົ່ມຊ້ອນທຸກດ້ານຂອງປະເທດຢ່າງບໍ່ຢຸດຢັ້ງ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ແລະຜົນງານພັດທະນາທີ່ບັນລຸໄດ້, ຄືດັ່ງຄໍາສັ່ງສອນຂອງປະທານໂຮ່ຈີມິນ ທີ່ວ່າ “ຕ້ອງຮັກສາພັກເຮົາໃຫ້ມີຄວາມປອດໃສທີ່ສຸດ, ສົມກັບເປັນຜູ້ນຳ, ຜູ້ຮັບໃຊ້ທີ່ມີຄວາມຈົ່ງຮັກພັກດີຂອງປະຊາຊົນ”.

ກອງທັບປະຊາຊົນຫວຽດນາມ ໄດ້ກຳເນີດມາຈາກປະຊາຊົນ, ເພື່ອປະຊາຊົນຈຶ່ງສູ້ຮົບ. ກວ່າ 76 ປີຜ່ານມາ, ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຢູ່ພາຍໃຕ້ການນໍາພາທຸກດ້ານຂອງພັກຢ່າງເດັດຂາດ ແລະໂດຍກົງ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ລັດ ແລະປະຊາຊົນຢ່າງເດັດຂາດ, ເຕີບໃຫຍ່ເຂັ້ມແຂງ ແລະເຕີບໂຕຢ່າງບໍ່ຢຸດຢັ້ງ, ສຳເລັດໜ້າທີ່ຢ່າງດີເດັ່ນ. ເນື່ອງໃນໂອກາດສະເຫຼີມສະຫຼອງ 91 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ພະນັກງານ, ນັກຮົບທົ່ວກອງທັບໃຫ້ຄຳໝັ້ນໝາຍວ່າຈະມານະພະຍາຍາມສູ້ຊົນຜ່ານຜ່າທຸກຄວາມຫຍຸ້ງຍາກ, ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງເຂັ້ມແຂງ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອສ້າງສາ ແລະພັດທະນາປະເທດຊາດ; ສົມກັບຄວາມໄວ້ເນື້ອເຊື່ອໃຈ ແລະຮັກແພງຂອງພັກ, ລັດ, ປະຊາຊົນ.

ໂດຍ: ແສງເດືອນ