ກອງປະຊຸມໃຫຍ່ໄດ້ສຸມສະຕິປັນຍາຄົ້ນຄວ້າ, ຕີລາຄາ, ປຶກສາຫາລື, ສຳຫຼວດກວດຄືນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII, ຕີລາຄາສັງລວມວິວັດການປ່ຽນແປງໃໝ່, ການປະຕິບັດກົດລະບຽບພັກ ສະໄໝທີ XII; ບົດລາຍງານສຳຫຼວດກວດຄືນການນໍາພາຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII; ເຮັດແຈ້ງຫຼາຍບັນຫາທິດສະດີຈາກພຶດຕິກຳພ້ອມກັບບັນດາຜົນງານທີ່ໃຫຍ່ຫຼວງ, ບັນດາສິ່ງທ້າທາຍ ເຊິ່ງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາໄດ້ຜ່ານຜ່າໃນອາຍຸການກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່ປະເທດ. ກອງປະຊຸມໃຫຍ່ໄດ້ປຶກສາຫາລື ແລະແກ້ໄຂຫຼາຍບັນຫາພວມແມ່ນຄວາມຮຽກຮ້ອງອັນຮີບດ່ວນຈຳເປັນໃນການກໍ່ສ້າງພັກໃຫ້ເຂັ້ມແຂງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ, ພະນັກງານ ແລະຊີວິດກດ້ານເສດຖະກິດ-ສັງຄົມ. ກອງປະຊຸມໃຫຍ່ ໄດ້ກຳນົດທິດທາງ, ເປົ້າໝາຍ, ໜ້າທີ່ 5, 10 ປີຈະມາເຖິງ ແລະວິໄສທັດເຖິງປີ 2045 ດ້ວຍຄວາມຕັດສິນໃຈກໍ່ສ້າງປະເທດຫວຽດນາມ ໃຫ້ກາຍເປັນປະເທດອຸດສາຫະກຳທັນສະໄໝ, ຕາມທິດສັງຄົມນິຍົມ, ສ້າງຄວາມເຫັນດີເຫັນພ້ອມສູງພາຍໃນພັກ ແລະການສະໜັບສະໜູນໃຫຍ່ຂອງປະຊາຊົນ, ເພື່ອນມິດສາກົນ.

leftcenterrightdel
ປະດັບປະດາທຸງຊາດ, ທຸກພັກ ແລະດອກໄມ້ຢູ່ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ) ເຊິ່ງເປັນບ່ອນຈັດກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ. ພາບ: ດິງຫວູຟອງ.

ບົນຈິດໃຈເສີມຂະຫຍາຍປະຊາທິປະໄຕ, ທ່ຽງທຳ, ພາວະວິໄສ, ປະຕິບັດຖືກຕາມຫຼັກການ, ຖືກຕາມຂໍ້ກຳນົດການປ່ອນບັດເລືອກຕັ້ງ, ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ດ້ວຍຈໍານວນ 200 ສະຫາຍ (ໃນນັ້ນມີ 20 ສະຫາຍແມ່ນສະມາຊິກສໍາຮອງ) ເຊິ່ງແມ່ນບັນດາສະຫາຍທີ່ມີຄຸນນະທາດ, ພູມປັນຍາ, ຄວາມສາມາດ, ລະດັບຄວາມຮູ້, ມີຄວາມຮັບຜິດຊອບສູງຕໍ່ພັກ, ຕໍ່ປະຊາຊົນ, ຕາງໜ້າໃຫ້ສະມາຊິກພັກກວ່າ 5 ລ້ານຄົນ, ພ້ອມກັບອົງການນຳສູງສຸດຂອງພັກ ນຳພາທົ່ວປວງຊົນທັງຊາດກ້າວເຂົ້າສູ່ໄລຍະທາງຍູ້ແຮງກິດຈະການປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ, ຫັນເປັນປະເທດອຸດສາຫະກຳ, ທັນສະໄໝ; ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງເຂັ້ມແຂງ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ພັດທະນາປະເທດໃຫ້ເຂັ້ມແຂງແຮງກ້າ.

ກອງປະຊຸມໃຫຍ່ ຄັ້ງທີ  XIII ຂອງພັກໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ຍ້ອນວ່າ ພັກເຮົາໄດ້ວາງອອກຄວາມຮຽກຮ້ອງ ແລະມີແຜນການກະກຽມໃຫ້ກອງປະຊຸມໃຫຍ່ແຕ່ດົນນານແລ້ວ. ບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ໄດ້ຮັບການກະກຽມຢ່າງລະອຽດລະອໍ, ລອບຄອບຖີ່ຖ້ວນ, ມີແບບມີແຜນ. ວຽກງານກະກຽມບຸກຄະລາກອນໂດຍຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ຊີ້ນຳ, ນຳພາໂດຍກົງ, ຮອບດ້ານ, ເປັນປະຈຳ, ແໜ້ນແຟ້ນ, ຮັບປະກັນຫຼັກການລວມສູນປະຊາທິປະໄຕ, ຄວາມສາມັກຄີ, ເຫັນດີເປັນເອກະພາບສູງ. ການຈັດຕັ້ງກອງປະຊຸມໃຫຍ່ຢ່າງເຄັ່ງຂຶມ, ສົມກຽດ,  ສະແດງໃຫ້ເຫັນບັນຍາກາດປະຊາທິປະໄຕ, ສາມັກຄີ, ປິຕິຊົມຊື່ນ, ໄວ້ເນື້ອເຊື່ອໃຈ; ບັນດາວຽກງານຮັບປະກັນໃຫ້ກອງປະຊຸມໄດ້ຮັບການປະຕິບັດເປັນຢ່າງດີ.

ຜົນສຳເລັດຂອງກອງປະຊຸມໃຫຍ່ກົງກັບໂອກາດສະເຫຼີມສະຫຼອງ 91 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຍິ່ງມີຄວາມໝາຍດ້ານການເມືອງ ແລະຄຸນຄ່າປະຫວັດສາດທີ່ໃຫຍ່ຫຼວງ, ສະແດງໃຫ້ເຫັນຢ່າງເລິກເຊິ່ງ ແລະຊັດເຈນທີ່ສຸດກ່ຽວກັບຄຸນນະທາດ ແລະພູມປັນຍາຂອງພັກ, ຂອງຄວາມສາມັກຄີເປັນເອກະພາບພາຍໃນພັກ; ຄວາມໄວ້ເນື້ອເຊື່ອໃຈ, ການປະກອບ, ຄວາມມຸ່ງຫວັງຂອງປະຊາຊົນຕໍ່ກັບພັກ; ແມ່ນແຫຼ່ງປຸກລະດົມຢ່າງແຮງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາສືບຕໍ່ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາດແຍ່ງກາລະໂອກາດ, ສິ່ງສະດວກ, ສູ້ຊົນນຳປະເທດຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ຕາມທິດສັງຄົມນິຍົມໂດຍໄວ.

ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກແມ່ນການເຕົ້າໂຮມພູມປັນຍາ ແລະກຳລັງປະດິດສ້າງຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ. ໃນໄລຍະຜ່ານມາ, ມຸ່ງໄປສູ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ທຸກຂັ້ນ, ທຸກຂະແໜງການຈາກສູນກາງລົງຮອດທ້ອງຖິ່ນໄດ້ຍູ້ແຮງບັນດາຂະບວນການແຂ່ງຂັນ, ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ມານະພະຍາຍາມສູ້ຊົນ, ມີການປ່ຽນແປງໃໝ່, ປະດິດສ້າງຫຼາຍຢ່າງ, ສ້າງຜົນງານ, ວິລະກຳໃໝ່ມອບໃຫ້ພັກ. ເພື່ອນຳມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກເຂົ້າສູ່ຊີວິດໂດຍໄວ, ຫຼັງຈາກນີ້, ບັນດາຄະນະພັກ, ອົງການຈັດຕັ້ງພັກຕ້ອງຊາບຊຶມ, ເຜີຍແຜ່, ໂຄສະນາຢ່າງເລິກເຊິ່ງກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່, ເນື້ອໃນມະຕິ; ກໍ່ສ້າງ, ຜັນຂະຫຍາຍລາຍການ, ແຜນການດຳເນີນງານເໝາະສົມກັບສະພາບການ, ໜ້າທີ່ຂອງອົງການ, ກົມກອງຂອງຕົນ. ເປັນເຈົ້າການກຳແໜ້ນກາລະໂອກາດໂດຍໄວ, ເສີມຂະຫຍາຍປະຊາທິປະໄຕ, ສາມັກຄີຜ່ານຜ່າ ຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປຸກລຸກເຈດຈຳນົງ, ຄວາມສາມາດບົ່ມຊ້ອນ, ແຫຼ່ງກຳລັງໃນການປະຕິບັດບັນດາກຳນົດທິດ, ເປົ້າໝາຍໜ້າທີ່ ເຊິ່ງກອງປະຊຸມໃຫຍ່ໄດ້ກຳນົດ.

ພາຍໃຕ້ການຊີ້ນຳ, ນຳພາຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ໃນອາຍຸການຜ່ານມາ, ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ປະຕິບັດພາລະໜ້າທີ່ເປັນເສນາທິການຍຸດທະສາດດ້ານການທະຫານ, ການປ້ອງກັນຊາດຕໍ່ພັກ, ລັດ ເປັນຢ່າງດີ. ກອງທັບເສີມຂະຫຍາຍບົດບາດຫຼັກແຫຼ່ງແກ່ນສານໃນການປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ໂລກພະຍາດ, ຊອກຫາ, ກູ້ໄພ, ຊ່ວຍປະຊາຊົນ ລຶບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່, ປັບປຸງທ່າຮົບທົ່ວປວງຊົນປ້ອງກັນຊາດໃຫ້ໝັ້ນຄົງເຂັ້ມແຂງ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ປະກອບສ່ວນຍົກສູງຖານະບົດບາດຂອງຫວຽດນາມ ໃນເວທີສາກົນ. ຊາບຊຶມຢ່າງເລິກເຊິ່ງກ່ຽວກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກກອງທັບ, ທົ່ວກອງທັບເຊີດຊູຄວາມຕັດສິນໃຈດ້ານການເມືອງ, ຮັກສາ ແລະເພີ່ມທະວີິການນຳພາທຸກດ້ານຂອງພັກຕໍ່ກັບກອງທັບຢ່າງເດັດຂາດ ແລະໂດຍກົງ; ກໍ່ສ້າງກອງທັບປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ມີບາງກຳລັງ, ເຫຼົ່າຮົບ-ເຫຼົ່າທັບກ້າວຂຶ້ນທັນສະໄໝ, ສ້າງປະຖົມປັດໄຈສູ້ຊົນນັບແຕ່ປີ 2030 ຈະກໍ່ສ້າງກອງທັບປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ; ເດັດດ່ຽວ, ຢຶດໝັ້ນປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນ, ທະເລ, ໝູ່ເກາະອັນຄົບຖ້ວນຂອງປະເທດຊາດ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດ.

ໂດຍ: ແສງເດືອນ