ປີ 2020 ໄດ້ຜ່ານພົ້ນໄປດ້ວຍຄວາມຫຍຸ້ງຍາກ ແລະສິ່ງທ້າທາຍທີ່ມີລັກສະນະປະຫວັດສາດຫຼາຍຢ່າງ, ແຕ່ພວກເຮົາໄດ້ຢຶດໝັ້ນ, ປະດິດສ້າງ, ຜ່ານຜ່າຢ່າງອົງອາດກ້າຫານ ແລະສ້າງບັນດາຂີດໝາຍປະຫວັດສາດ. ພະຍາດໂຄວິດ-19 ເກີດຂື້ນໄດ້ກໍ່ຄວາມຫຍຸ້ງຍາກ, ຄວາມເສຍຫາຍຢ່າງໜັກໜ່ວງໃຫ້ຫຼາຍໆປະເທດໃນໂລກ, ປະເທດຫວຽດນາມ ຕ້ອງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປ້ອງກັນ ແລະຕ້ານພະຍາດ; ແລ້ວພາຍຸນໍ້າຖ້ວມໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດ ແລະຊັບສິນຢູ່ພາກກາງອີກ... ແຕ່ຄວາມຫຍຸ້ງຍາກນັ້ນໄດ້ເປັນການປຸກລຸກຄຸນນະທາດ, ພູມປັນຍາຈິດໃຈສາມັກຄີ, ຮ່ວມທຸກຮ່ວມສຸກຂອງທົ່ວປະເທດຊາດຫວຽດນາມ, ຊ່ວຍໃຫ້ປະເທດຫວຽດນາມ ຜ່ານຜ່າສິ່ງກີດຂວາງນາໆປະການ, ບັນລຸໄດ້ຫລາຍຜົນງານທີ່ພົ້ນເດັ່ນ ເຊິ່ງໄດ້ຮັບການຮັບຮູ້ຈາກໂລກ. ການເຕີບໂຕດ້ານເສດຖະກິດຫວຽດນາມ ຍັງບັນລຸລະດັບ 2,91% - ເຊິ່ງແມ່ນລະດັບເຕີບໂຕສູງແຖວໜ້າໃນໂລກ, ບັນລຸສະເລ່ຍ 6,8%/ປີ ໄລຍະປີ 2016-2019. ຫວຽດນາມ ນອນໃນທອັບ 10 ປະເທດທີ່ມີລະດັບເຕີບໂຕສູງທີ່ສຸດໃນໂລກ. ຂອບຂະໜາດເສດຖະກິດຂອງປະເທດກໍ່ບັນລຸຫຼາຍກ່ວາ 340 ຕື້ໂດລາສະຫະລັດ, ຢືນຢູ່ໃນທອັບ 40 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ (ຕາມການຄິດໄລ່ຂອງ IMF). ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າຫວຽດນາມ ບັນລຸປະສິດທິຜົນສູງດ້ວຍ 2.013 ໂຄງການໄດ້ຮັບອະນຸຍາດໃນປີ 2020... ການເຄື່ອນໄຫວພົວພັນຕ່າງປະເທດໄດ້ສ້າງຫຼາຍຂີດໝາຍ, ເປັນຕົ້ນແມ່ນຫວຽດນາມ ໄດ້ດໍາລົງຕໍາແໜ່ງເປັນປະທານອາຊຽນ 2020 ປະສົບຜົນສໍາເລັດຢ່າງດີເດັ່ນ; ໄດ້ເຈລະຈາ ແລະເຊັນສັນຍາການຄ້າລຸ້ນໃໝ່ຫຼາຍສະບັບສຳເລັດຜົນ, ຄື: ສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA), ສັນຍາຄູ່ຮ່ວມມືຮອບດ້ານຢູ່ພາກພື້ນ (RCEP), ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະລາຊະອານາຈັກອັງກິດ (UKVFTA)… ສ້າງກາລະໂອກາດຕື່ມອີກເພື່ອໃຫ້ປະເທດເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງເຂົ້າກັບເສດຖະກິດພາກພື້ນ ແລະໂລກ.

leftcenterrightdel
ພາບປະກອບຄັດຈາກ: vov.vn.

ບັນດາຜົນງານສຳຄັນທີ່ຫວຽດນາມ ບັນລຸໄດ້ໃນປີ 2020 ແມ່ນປະຖົມປັດໄຈ, ເປັນພື້ນຖານສຳຄັນເພື່ອໃຫ້ປະເທດສືບຕໍ່ສ້າງໜ້າປະຫວັດສາດໃໝ່ໃນປີ 2021 ແລະໃນຊຸມປີຕໍ່ໄປ.

ພວກເຮົາມີສິດເອກອ້າງທະນົງໃຈຕໍ່ບັນດາຜົນສຳເລັດທີ່ບັນລຸໄດ້ໃນປີ 2020, ແຕ່ກໍ່ບໍ່ໄດ້ເຜີຕົວ, ພໍໃຈຕໍ່ໄຊຊະນະ, ຍ້ອນວ່າພະຍາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນ, ກໍ່ໃຫ້ເກີດສິ່ງກີດຂວາງ  ແລະສິ່ງທ້າທາຍຫຼາຍຢ່າງຕໍ່ການຟື້ນຟູເສດຖະກິດຂອງແຕ່ລະປະເທດ. ແລ້ວຜົນກະທົບຈາກທ່າອ່ຽງໂລກາພິວັດ ແລະການແກ່ງແຍ້ງພູມສາດການເມືອງລະຫວ່າງບັນດາປະເທດມະຫາອຳນາດກະທົບເຖິງການພັດທະນາຂອງປະເທດ.

ປີ 2021 ແມ່ນປີທຳອິດແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ກໍ່ແມ່ນປີທຳອິດທີ່ປະຕິບັດຍຸດທະສາດການພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ (2021-2030) ແລະແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ (2021-2025), ສ້າງພື້ນຖານໃຫ້ແກ່ໄລຍະພັດທະນາໃໝ່ຂອງປະເທດ. ຍ້ອນເຫດນັ້ນ, ພາລະກິດພັດທະນາປະເທດຊາດສໍາລັບຄະນະພັກ, ອົງການຈັດຕັ້ງພັກ ແລະລະບົບອໍານາດການປົກຄອງທຸກຂັ້ນຕ້ອງໄດ້ກຳນົດຢ່າງວ່ອງໄວ, ບໍ່ພຽງແຕ່ໃນປີ 2021 ຫາກນັບແຕ່ມື້ທຳອິດ, ເດືອນທຳອິດ, ຈາກການກະທຳ ແລະຈິນຕະນາການ, ດ້ວຍຈິດໃຈປະກອບສ່ວນເຂົ້າໃນການພັດທະນາປະເທຊາດ. ໃນຕໍ່ໜ້າ, ຕ້ອງສຸມໃສ່ປັບປຸງຄຸນນະພາບການເຕີບໂຕເສດຖະກິດ-ສັງຄົມ; ປະຕິບັດບັນດາບາດກ້າວບຸກທະລຸຍຸດທະສາດ, ເປັນຕົ້ນແມ່ນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ; ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນດ້ານແຮງງານ ແລະກໍາລັງຄວາມສາມາດໃນການແກ່ງແຍ້ງຂອງພື້ນຖານເສດຖະກິດ...

ໃນການເດີນທາງພ້ອມກັບປະເທດໃນປີ 2020, ກອງທັບປະຊາຊົນຫວຽດນາມ ໄດ້ສະແດງໃຫ້ເຫັນຄຸນນະທາດອັນສູງສົ່ງຂອງທະຫານລຸງໂຮ່ ຢ່າງຈະແຈ້ງ; ສະແດງໃຫ້ເຫັນພາລະໜ້າທີ່ຂອງ “ກອງທັບຕໍ່ສູ້, ກອງທັບປະຕິບັດງານ, ກອງທັບອອກແຮງງານທໍາການຜະລິດ” ຢ່າງຈະແຈ້ງ, ມານະພະຍາຍາມປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນວຽກງານປ້ອງກັນ ແລະຕ້ານພະຍາດໂຄວິດ-19; ປ້ອງກັນ ແລະຕ້ານພະຍຸ, ນໍ້າຖ້ວມ, ກູ້ໄພ-ກູ້ຊີບ; ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ, ພັດທະນາ ແລະປົກປັກຮັກສາປະເທດຊາດໄວ້ຢ່າງໝັ້ນຄົງ. ກ້າວເຂົ້າສູ່ປີໃໝ່ປີ 2021, ກອງທັບປະຊາຊົນຫວຽດນາມ  ສືບຕໍ່ປະຕິບັດໜ້າທີ່ຈຸດສຸມ, ແມ່ນຝຶກແອບ ແລະກຽມພ້ອມສູ້ຮົບເປັນປະຈຳ; ເປັນເຈົ້າການເຂົ້າຮ່ວມການປ້ອງກັນ ແລະຕ້ານພະຍາດໂຄວິດ-19; ສົມທົບກັນລະຫວ່າງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດຢ່າງແໜ້ນແຟ້ນເພື່ອເປັນເຈົ້າການແກ້ໄຂທຸກກໍລະນີຢ່າງມີປະສິດທິຜົນ; ປົກປັກຮັກສາເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຈາກໄລຍະຕົ້ນ, ຈາກໄກໄວ້ຢ່າງໝັ້ນຄົງ, ຮັກສາສະຖຽນລະພາບທາງສັງຄົມ ແລະສະພາບແວດລ້ອມສັນຕິພາບເພື່ອສ້າງສາ ແລະພັດທະນາປະເທດຊາດ. ໃນບໍ່ວ່າເງື່ອນໄຂໃດ, ສະພາບການໃດ, ພະນັກງານ, ນັກຮົບທົ່ວກອງທັບຍາມໃດກໍ່ໝັ້ນໝາຍເປັນຈິດໜຶ່ງໃຈດຽວຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະປະຊາຊົນ; ເປັນແບບຢ່າງ, ນຳໜ້າ, ມານະພະຍາຍາມສູ້ຊົນປະຕິບັດພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມຢ່າງມີໄຊ.

ໂດຍ: ທະນາພອນ