ກອງປະຊຸມ ຄັ້ງທີ 43 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ ດໍາເນີນໃນສະພາບການສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດພວມນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດດ້ວຍຫຼາຍຮູບການຮ່ວມມືທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບລະຫວ່າງພັກ, ລັດ ແລະປະຊາຊົນ, ລະຫວ່າງບັນດາຂະແໜງການ ແລະທ້ອງຖິ່ນ. ການພົວພັນດ້ານການເມືອງສືບຕໍ່ໄດ້ຮັບການເພີ່ມທະວີ ແລະນັບມື້ນັບເຂົ້າສູ່ລວງເລິກ, ສະໜິດຕິດພັນໄວ້ເນື້ອເຊື່ອໃຈ, ຮັກສາບົດບາດແກ່ນສານ, ກໍານົດທິດສັງລວມໃນການພົວພັນຮ່ວມມືລະຫວ່າງສອງປະເທດ. ສອງຝ່າຍຫາກໍ່ຈັດຕັ້ງບັນດາກິດຈະກຳສະເຫຼີມສະຫຼອງ 45 ປີແຫ່ງວັນສະຖາປະນາ ສປປ ລາວ (2-12-1975 / 2-12-2020) ແລະ 100 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ (13-12-1920 / 13-12-2020) ຢ່າງສົມກຽດ. ບັນດາກົນໄກຮ່ວມມືລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການໄດ້ຮັກສາໄວ້ ແລະເສີມຂະຫຍາຍຢ່າງມີປະສິດທິຜົນ. ບັນດາການນໍາ ແລະຫາງສຽງລາວ, ຕີລາຄາສູງຫວຽດນາມ ເຖິງວ່າພວມປະສົບກັບຄວາມຫຍຸ້ງຍາກແຕ່ໄດ້ເປັນເຈົ້າການແບ່ງປັນ, ໜູນຊ່ວຍທັງດ້ານວັດຖຸ ແລະຈິດໃຈ, ບົດຮຽນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ພ້ອມກັນນັ້ນ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສືບຕໍ່ແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນຫວຽດນາມ-ລາວ. ສອງຝ່າຍຕັ້ງໜ້າ, ເປັນເຈົ້າການປະຕິບັດອະນຸສັນຍາຮ່ວມມືໄລຍະ 5 ປີ ແລະແຜນການຮ່ວມມືປະຈໍາປີກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ແຕ່ລະປະເທດ; ປະຕິບັດສັນຍາວ່າດ້ວຍກົດລະບຽບຊາຍແດນເປັນຢ່າງດີ, ສົມທົບກັນຜັນຂະຫຍາຍຂໍ້ຕົກລົງລະຫວ່າງສອງລັດຖະບານກ່ຽວກັບການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະແຕ່ງງານບໍ່ຖືກລະບຽບໃນເຂດຊາຍແດນສອງປະເທດ; ສືບຕໍ່ວຽກງານຊອກຫາ, ທ້ອນໂຮມ ແລະສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ລາວ ກັບຄືນບ້ານເກີດເມືອງນອນ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ຄິດໄລ່ມາຮອດປະຈຸບັນ; ຫວຽດນາມ ສືບຕໍ່ແມ່ນນັກລົງທຶນຢືນອັນດັບທີ 3 ຢູ່ລາວ ດ້ວຍກວ່າ 400 ໂຄງການ, ດ້ວຍຍອດເງິນລົງທຶນຈົດທະບຽນກວ່າ 4,2 ຕື້ໂດລາສະຫະລັດ. ຮອດເດືອນຕຸລາ 2020, ວົງເງິນການຄ້າສອງສົ້ນຫວຽດນາມ-ລາວ ບັນລຸກວ່າ 800 ລ້ານໂດລາສະຫະລັດ. ການຮ່ວມມືດ້ານສຶກສາ-ກໍ່ສ້າງສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຈາກສອງຝ່າຍ. ສອງຝ່າຍສົມທົບກັນຜັນຂະຫຍາຍແຜນຮ່າງ “ຍົກສູງຄຸນນະພາບ ແລະປະສິດທິຜົນການຮ່ວມມືລະຫວ່າງຫວຽດນາມ ແລະລາວ ໃນຂົງເຂດການສຶກສາ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດ ໄລຍະ 2011-2020”. ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ເປັນຕົ້ນແມ່ນບັນດາທ້ອງຖິ່ນມີເສັ້ນຊາຍແດນຮ່ວມສືບຕໍ່ໄດ້ຮັບການເພີ່ມທະວີ, ພິເສດໃນການສ້າງພື້ນຖານໂຄງລ່າງ, ເບິ່ງແຍງດູແລດ້ານການແພດ, ກໍ່ສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຢູ່ບັນດາເຂດຊາຍແດນສອງປະເທດ. ຫວຽດນາມ ແລະລາວ ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຮ່ວມມືພາກພື້ນ ແລະສາກົນເປັນປະຈໍາ.

ບັນດາຜົນງານການຮ່ວມມືດັ່ງກ່າວໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັກສາສະຖຽນລະພາບດ້ານການເມືອງ, ພັດທະນາເສດຖະກິດ-ສັງຄົມ, ນໍາມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ປະຊາຊົນສອງປະເທດ, ເພີ່ມທະວີການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ, ພ້ອມທັງຍົກສູງຖານະບົດບາດຂອງສອງພັກ, ສອງລັດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ການຮ່ວມມື, ການພັດທະນາ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.

ໃນສະພາບການດັ່ງກ່າວ, ການຈັດຕັ້ງກອງປະຊຸມ ຄັ້ງທີ 43 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ ແນໃສ່ສືບຕໍ່ຢັ້ງຢືນບຸລິມະສິດແກ່ການພົວພັນຕ່າງປະເທດຂອງທັງສອງປະເທດແມ່ນປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ສ້າງຄວາມເຫັນດີເປັນເອກະພາບໃນການຊີ້ນໍາຊຸກຍູ້ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ຂໍ່ານັບຮັບຕ້ອນທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມາຢ້ຽມຢາມຫວຽດນາມ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 43 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ, ພວກເຮົາເຊື່ອໝັ້ນວ່າ ກອງປະຊຸມຈະປະສົບຜົນສໍາເລັດຢ່າງດີງາມ, ຜ່ານນັ້ນປະກອບສ່ວນສໍາຄັນເຂົ້າໃນການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ນໍາມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ປະຊາຊົນສອງປະເທດ.

ໂດຍ: ເຈິ່ນຮວ່ຽນ