ກ່ອນນີ້ 45 ປີ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດລາວ ໄດ້ອອກມະຕິປະຫວັດສາດເພື່ອສ້າງຕັ້ງ ສປປ ລາວ ໃນວັນທີ 2 ທັນວາ 1975. ນີ້ແມ່ນໄຊຊະນະທີ່ດັງກ້ອງກັງວານເຊິ່ງປະຊາຊົນລາວ ຍາດມາໄດ້ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປົດປ່ອຍປະເທດລາວ ໃຫ້ຫຼຸດພົ້ນອອກຈາກແອກປົກຄອງຂອງລັດທິຈັກກະພັດ, ລ່າເມືອງຂຶ້ນຢ່າງສົມບູນ ແລະສຳເລັດການປະຕິວັດຊາດປະຊາທິປະໄຕ, ເປີດຍຸກສະໄໝໃໝ່-ຍຸກສະໄໝທີ່ປະຊາຊົນລາວ ກາຍເປັນເຈົ້າຂອງຊາຕາກໍາຂອງຕົນ, ເປັນເຈົ້າຂອງປະເທດທີ່ມີເອກະລາດ ແລະອິດສະຫຼະພາບຢ່າງສົມບູນ. ສປປ ລາວ ໄດ້ຮັບການສ້າງຕັ້ງຂຶ້ນບໍ່ພຽງແຕ່ແມ່ນໄຊຊະນະອັນຍິ່ງໃຫຍ່ສຳລັບປະຊາຊົນລາວ ເທົ່ານັ້ນ, ຫາກຍັງແມ່ນໄຊຊະນະອັນຍິ່ງໃຫຍ່ຂອງສາຍພົວພັນພິເສດ, ຮ່ວມສຳພັນສາມັກຄີຕໍ່ສູ້ຢ່າງສັດຊື່ ແລະບໍລິສຸດຜຸດຜ່ອງລະຫວ່າງສອງຊາດຫວຽດນາມ ແລະລາວ ອີກດ້ວຍ.

ໃນຕະຫຼອດໄລຍະ 45 ປີຜ່ານມາ, ພາຍໃຕ້ການນຳພາຢ່າງສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດ ລາວ, ປະຊາຊົນ ລາວ ອ້າຍນ້ອງ ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ, ມີຄວາມໝາຍປະຫວັດສາດ. ເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ; ການເມືອງ, ສັງຄົມມີຄວາມໝັ້ນຄົງ; ຊີວິດທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ປະຊາຊົນລາວບັນດາເຜົ່າມີຄວາມສາມັກຄີ ແລະເຊື່ອໝັ້ນຕໍ່ອະນາຄົດອັນສົດໃສຂອງປະເທດຊາດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ  ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 42 ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ - ລາວ, ໃນວັນທີ 4 ມັງກອນ 2020. ພາບ: baoquocte.vn.

ບົດບາດ ແລະທີ່ຕັ້ງຂອງລາວ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນພາກພື້ນ ແລະເວທີສາກົນ. ໃນຖານະເປັນມິດສະຫາຍ ແລະເປັນອ້າຍນ້ອງທີ່ສະໜິດສະໜົມ, ພັກ, ລັດ ແລະປະຊາຊົນຫວຽດນາມ ໄດ້ສະແດງຄວາມຊົມເຊີຍບັນດາຜົນງານດັ່ງກ່າວ, ພ້ອມທັງຮ່ວມເບີກບານມ່ວນຊື່ນພ້ອມກັບພັກ, ລັດ ແລະປະຊາຊົນລາວ ບັນດາເຜົ່າໃນພິທີສະເຫຼີມສະຫຼອງວັນຊາດຂອງ ສປປ ລາວຄົບຮອບ 45 ປີ. ປະຊາຊົນຫວຽດນາມ ອວຍພອນໄຊໃຫ້ແກ່ປະຊາຊົນລາວ ອ້າຍນ້ອງພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ຈະສືບຕໍ່ບັນລຸໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສໍາເລັດປະເທດຊາດລາວ ແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນ.

ເມື່ອຫວນຄືນບັນດາໄຊຊະນະອັນສະຫງ່າລາສີຂອງພັກ, ລັດແລະປະຊາຊົນລາວ, ຍາມໃດພວກເຮົາກໍ່ຈົດຈຳຄຸນງາມຄວາມດີ ແລະການປະກອບສ່ວນຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງພັກ, ລັດ ແລະປະຊາຊົນລາວ, ນັກຮົບປະຕິວັດທີ່ໄດ້ເສຍສະຫຼະຕະຫຼອດຊີວິດເພື່ອພາລະກິດປົດປ່ອຍປະເທດຊາດ, ເພື່ອເອກະລາດ, ອິດສະຫຼະພາບ ແລະຄວາມຜາສຸກຂອງປະຊາຊົນລາວ. ບໍ່ພຽງແຕ່ເປັນຜູ້ນຳທີ່ດີເລີດ, ເປັນນັກຮົບປະຕິວັດທີ່ອົງອາດກ້າຫານຂອງພັກ, ລັດ ແລະປະຊາຊົນລາວ ເທົ່ານັ້ນ, ປະທານ ໄກສອນ ພົມວິຫານ ຍັງເປັນເພື່ອນມິດທີ່ດີ, ສະໜິດສະໜົມ ແລະສັດຊື່ບໍລິສຸດຂອງພັກ, ລັດ ແລະປະຊາຊົນຫວຽດນາມ ອີກດ້ວຍ. ພ້ອມກັບປະທານ ສຸພານຸວົງ, ປະທານ ໄກສອນ ພົມວິຫານ ແລະປະທານໂຮ່ຈີມິນ ໄດ້ສ້າງພື້ນຖານໃນການສ້າງສາ ແລະເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ແລະລາວ-ຫວຽດນາມ.

ພວກເຮົາມີຄວາມເອກອ້າງທະນົງໃຈຕໍ່ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ-ລາວ ແລະລາວ-ຫວຽດນາມ ທີ່ໄດ້ຜ່ານຜ່າສິ່ງທ້າທາຍຫຼາຍຢ່າງ, ເຕັມໄປດ້ວຍການເສຍສະຫຼະທີ່ລໍາບາກກາກກໍາ ແລະໄດ້ເພີ່ມພູນຄູນສ້າງດ້ວຍເລືອດເນື້ອເພື່ອເອກະລາດ ແລະອິດສະຫຼະພາບ, ຄວາມຜາສຸກຂອງສອງຊາດ, ກາຍເປັນສາຍພົວພັນທີ່ເປັນແບບຢ່າງ, ສັດຊື່ບໍລິສຸດທີ່ຫາຍາກໃນໂລກ. ປະຫວັດສາດໄດ້ສະແດງໃຫ້ເຫັນວ່າຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ-ລາວ, ລາວ-ຫວຽດນາມ ແມ່ນແຫຼ່ງກຳລັງແຮງຄູນສອງ, ຊ່ວຍໃຫ້ປະຊາຊົນສອງຊາດພວກເຮົາຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ. ປີນີ້, ໃນເວລາທີ່ສອງປະເທດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນພະຍາດໂຄວິດ-19 ແລະໄພທຳມະຊາດ, ພາບພົດຂອງ "ເຂົ້າເມັດຫັກຜັກເສັ້ນໜຶ່ງກໍ່ແບ່ງປັນກັນ" ຍ້ອງຍໍສັນລະເສີນນໍ້າໃຈມິດຕະພາບທີ່ດີງາມ, ແບ່ງປັນຢ່າງເລິກເຊິ່ງທັງທາງດ້ານວັດຖຸ ແລະຈິດໃຈເຊິ່ງປະຊາຊົນຫວຽດນາມ ແລະລາວ ເຄີຍສະຫງວນໃຫ້ກັນໃນເດືອນປີທີ່ຫຍຸ້ງຍາກ, ລໍາບາກກາກກໍາທີ່ສຸດ ເພື່ອສືບຕໍ່ແຜ່ຄວາມສະຫວ່າງສະໄຫວ.

ໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງສັບສົນຄືໃນປະຈຸບັນ, ສອງປະເທດພວກເຮົາພວມຢືນຢູ່ຕໍ່ໜ້າກາລະໂອກາດການພັດທະນາຫຼາຍຢ່າງແຕ່ກໍ່ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍໃໝ່ຫຼາຍຢ່າງ. ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກລໍາບາກກາກກໍາກໍ່ຕາມ, ແຕ່ພວກເຮົາກໍ່ໝັ້ນໝາຍວ່າຈະຮັກສາເພື່ອໃຫ້ສາຍພົວພັນສາມັກຄີແບບພິເສດລະຫວ່າງຫວຽດນາມ-ລາວ, ລາວ-ຫວຽດນາມ “ໝັ້ນຄົງຍິ່ງກວ່າພູເຂົາກ້າ ແລະແມ່ນໍ້າລໍາເຊ” ຄືດັ່ງປະທານ ໄກສອນ ພົມວິຫານ ເຄີຍຢືນຢັນ.

ໂດຍ: ທະນາພອນ