ປີ 2020, ຫວຽດນາມ ແລະເຢຍລະມັນ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ຜ່ານການຜັນແປຫຼາຍຢ່າງຂອງປະຫວັດສາດ, ສາຍພົວພັນລະຫວ່າງຫວຽດນາມ-ເຢຍລະມັນ ໄດ້ຮັບການພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ບັນລຸປະສິດທິຜົນ ແລະມີເນື້ອແທ້ໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ. ການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດແມ່ນໂອກາດເພື່ອໃຫ້ພວກເຮົາທົບທວນຄືນໄລຍະທາງຜ່ານມາ ແລະພ້ອມກັນເຊື່ອໝັ້ນຕໍ່ອະນາຄົດທີ່ສົດໃສ.

ຫວຽດນາມ ແລະເຢຍລະມັນ ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນປີ 1975, ແຕ່ສາຍສຳພັນລະຫວ່າງສອງຊາດໄດ້ຮັບການສ້າງຕັ້ງ ແລະຄົງຕົວມາແຕ່ດົນນານແລ້ວ. ນັບແຕ່ກາງສະຕະວັດທີ XIX, ບັນດາເອກອັກຄະລັດຖະທູດຜູ້ທໍາອິດຂອງ ເຢຍລະມັນ ໄດ້ຈັດມາໄຊ່ງ່ອນ (ຫວຽດນາມ) ເພື່ອສ້າງການພົວພັນລະຫວ່າງສອງປະເທດ. ໃນວິວັດການຊອກຫາເສັ້ນທາງປົດປ່ອຍຊາດກ່ອນນີ້ປະມານໜຶ່ງສະຕະວັດ, ຊາວໜຸ່ມຮັກຊາດ ຫງວຽນອ໊າຍກວກ ເຄີຍຢຸດເຊົາຢູ່ເຢຍລະມັນ. ຕໍ່ມາ, ປະທານໂຮ່ຈີມິນ ໄດ້ສືບຕໍ່ເສີມສ້າງສາຍພົວພັນມິດຕະພາບລະຫວ່າງສອງຊາດຫວຽດນາມ-ເຢຍລະມັນ ໃຫ້ເກີດດອກອອກຜົນ. ໃນໄລຍະທາງ 45 ປີຜ່ານມາ, ການພົວພັນລະຫວ່າງຫວຽດນາມ-ເຢຍລະມັນ ຍາມໃດກໍ່ສະແດງພະລັງຊີວິດທີ່ໝັ້ນໜຽວ ແລະແຂງແຮງຍ້ອນມີການຮ່ວມມືຢ່າງແໜ້ນແຟ້ນໃນທຸກດ້ານ ຄື: ການເມືອງ, ການທູດ, ເສດຖະກິດ, ວັດທະນະທໍາ... ບັນດາການເຄື່ອນໄຫວພົວພັນຕ່າງປະເທດຂອງພັກ, ສະພາແຫ່ງຊາດ, ການຮ່ວມມື ແລະການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດນັບມື້ນັບເພີ່ມຂຶ້ນ... ຄວາມເຫັນດີເຫັນພ້ອມກ່ຽວກັບເຈດຈໍານົງ ແລະບັນດາເອກະສານທີ່ບັນລຸໄດ້ຜ່ານການຢ້ຽມຢາມຂອງການນໍາຂັ້ນສູງສອງປະເທດຄັ້ງຕ່າງໆແມ່ນໄມ້ງັດສໍາຄັນໃຫ້ແກ່ການຜັນຂະຫຍາຍການຮ່ວມມືລະຫວ່າງສອງປະເທດ. ພິເສດ, ຖະແຫຼງການຮ່າໂນ້ຍກ່ຽວກັບການສ້າງຕັ້ງຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ ແມ່ນຂີດໝາຍສໍາຄັນໃນການສ້າງການພົວພັນຫວຽດນາມ-ເຢຍລະມັນ ໃຫ້ພັດທະນາຢ່າງແຮງໃນ 10 ປີມໍ່ໆມານີ້.

leftcenterrightdel
ບັນດາຜູ້ແທນຫວຽດນາມ ແລະເຢຍລະມັນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ ມະຫາວິທະຍາໄລຫວຽດນາມ-ເຢຍລະມັນ. ພາບ: VGU.

ໃນຫຼາຍປີຜ່ານມາ, ເຢຍລະມັນ ຍາມໃດກໍ່ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢຸ່ເອີລົບ. ວົງເງິນການຄ້າລະຫວ່າງ ສອງປະເທດນັບແຕ່ປີ 2010 ມາຮອດປະຈຸບັນໄດ້ເພີ່ມຂຶ້ນທົບສອງເທົ່າ, ບັນລຸກວ່າ 10 ຕື້ໂດລາສະຫະລັດ ດ້ວຍລະດັບການເຕີບໂຕໂດຍສະເລ່ຍແມ່ນກວ່າ 10%/ປີ. ເມື່ອສັນຍາ EVFTA ແລະ EVIPA ໄດ້ຮັບການຜັນຂະຫຍາຍຈະສ້າງກາລະໂອກາດໃໝ່ຢ່າງໃຫຍ່ຫຼວງຫຼາຍຢ່າງໃຫ້ແກ່ວິສາຫະກິດສອງປະເທດກ່ຽວກັບການແລກປ່ຽນການຄ້າ ແລະການລົງທຶນ. ໂດຍແມ່ນປະເທດຢືນອັນດັບທີ 18 ໃນຈໍານວນປະເທດ ແລະເຂດແຄ້ວນລົງທຶນເຂົ້າຫວຽດນາມ, ໃນປັດຈຸບັນ, ມີວິສາຫະກິດເຢຍລະມັນ ກວ່າ 300 ແຫ່ງພວມຜັນຂະຫຍາຍ 321 ໂຄງການຮ່ວມມືໃນຂົງເຂດຕ່າງໆ, ຄື: ເຄື່ອງກົນຈັກ, ປະດິດເຄື່ອງຈັກ, logistics, ທາດເຄມີ, ພະລັງງານຜະລິດຄືນໃໝ່... ດ້ວຍຍອດມູນຄ່າ FDI ກວ່າ 2 ຕື້ໂດລາສະຫະລັດ. ກົງກັນຂ້າມ, ມາຮອດປັດຈຸບັນ, ຫວຽດນາມ ໄດ້ມີ 35 ໂຄງການລົງທຶນເຂົ້າເຢຍລະມັນ ໃນບັນດາຂົງເຂດ: ການເງິນ, ທະນາຄານ, ກອມພິວເຕີ, ໂຮງແຮມ, ຮ້ານອາຫານ... ດ້ວຍມູນຄ່າກວ່າ 250 ລ້ານໂດລາສະຫະລັດ. ຫວຽດນາມ ປາດຖະໜາຢາກພ້ອມກັບເຢຍລະມັນ ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືທີ່ຍັງຫຼວງຫຼາຍຢູ່ໃນຂົງເຂດເຫຼົ່ານັ້ນ.

ພ້ອມກັບການຄ້າ-ການລົງທຶນ, ການຮ່ວມມືພັດທະນາກໍ່ແມ່ນປັດໄຈສໍາຄັນໃນການພົວພັນລະຫວ່າງສອງປະເທດ. ຫວຽດນາມ ຍາມໃດກໍ່ເຄົາລົບນັບຖື ແລະບໍ່ສາມາດຫຼົງລືມໄດ້ການສະໜັບສະໜູນອັນລໍ້າຄ່າຂອງລັດຖະບານ ແລະປະຊາຊົນເຢຍລະມັນທີ່ໄດ້ສະຫງວນໃຫ້ແກ່ຫວຽດນາມ ໃນກິດຈະການສ້າງສາ ແລະພັດທະນາປະເທດຊາດ. ໃນ 3 ທົດສະວັດຜ່ານມາ. ບົນຈິດໃຈຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະມີປະສິດທິຜົນ, ດ້ວຍແຫຼ່ງທຶນ ODA ທີ່ມີມູນຄ່າກວ່າ 2 ຕື້ໂດລາສະຫະລັດ,  ເຢຍລະມັນ ຍາມໃດກໍ່ຮ່ວມເດີນທາງພ້້ອມກັບກິດຈະການພັດທະນາຂອງຫວຽດນາມ ໂດຍຜ່ານບັນດາໂຄງການຮ່ວມມືຄື: ການປະຕິຮູບເສດຖະກິດ, ພັດທະນາປ່າໄມ້, ສ້າງຍຸດທະສາດເຕີບໂຕຂຽວ, ກົດໝາຍວ່າດ້ວຍອາຊີບ...

ໂດຍສືບທອດ ແລະເສີມຂະຫຍາຍມູນເຊື້ອພົບປະແລກປ່ຽນປະຊາຊົນອັນດີງາມລະຫວ່າງສອງປະເທດ, ການຮ່ວມມືໃນດ້ານອື່ນໆ ຄື: ການສຶກສາ, ຄົ້ນຄວ້າວິທະຍາສາດ, ກົດໝາຍ, ວັດທະນະທໍາ-ການທ່ອງທ່ຽວ... ກໍ່ຮັບຮູ້ຜົນງານດີເດັ່ນ. ໂຄງການມະຫາວິທະຍາໄລຫວຽດນາມ-ເຢຍລະມັນ ທີ່ໃກ້ຈະປະຕິບັດສໍາເລັດດ້ວຍຂະໜາດຮັບເອົານັກສຶກສາ 12 ພັນຄົນ, ເຄື່ອນໄຫວຕາມຮູບແບບມະຫາວິທະຍາໄລຂອງເຢຍລະມັນ ໝັ້ນໝາຍຈະກາຍເປັນສະຖານທີ່ດຶງດູດນັກສຶກສາທັງພາຍໃນ ແລະຕ່າງປະເທດເປັນຈໍານວນຫຼວງຫຼາຍມາຮໍ່າຮຽນ. ເລື່ອງສອນພາສາຫວຽດນາມ ແລະພາສາເຢຍລະມັນ ທີ່ບັນດາໂຮງຮຽນມັດທະຍົມຕອນປາຍຂອງສອງປະເທດພ້ອມກັບການເຄື່ອນໄຫວແລກປ່ຽນວັດທະນະທໍາຄື: ງານປະກວດຮູບເງົາ, ງານດົນຕີ, ງານວາງສະແດງປື້ມ, ພາບແຕ້ມ, ອາຫານການກິນ, ງານແຂ່ງຂັນກິລາມິດຕະພາບ... ໄດ້ເຮັດໃຫ້ປະຊາຊົນຫວຽດນາມ ແລະເຢຍລະມັນ ຫຍັບເຂົ້າໃກ້ກັນກວ່າ. ນອກຈາກນັ້ນ, ເລື່ອງເປີດສາຍການບິນລະຫວ່າງສອງປະເທດກ່ອນນີ້ກວ່າ 15 ປີໄດ້ກາຍເປັນຂົວເຊື່ອມຕໍ່ຂົນສ່ົງປະຊາຊົນເຢຍລະມັນ ມາທ່ອງທ່ຽວ ແລະເຮັດວຽກຢູ່ຫວຽດນາມ  ແລະພໍ່ແມ່ປະຊາຊົນຫວຽດນາມ ກັບຄືນຢ້ຽມຢາມປະເທດ.

ຫວຽດນາມ ແລະເຢຍລະມັນ ຍາມໃດກໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສຄື: ASEAN-EU, ASEM, ສປຊ... ສອງປະເທດກໍ່ແບ່ງປັນທັດສະນະ ແລະວິໄສທັດລວມກ່ຽວກັບລັດທິຫຼາຍຝ່່າຍ, ຄວາມເປັນລະບຽບຮຽບຮ້ອຍອີງໃສ່ລະບຽບກົດໝາຍ, ປົກປ້ອງກົດໝາຍສາກົນ, ປົກປັກຮັກສາສິ່ງແວດລ້ອມ, ຫວຽດນາມ ແລະເຢຍລະມັນ ເປັນປົກກະຕິມີທັດສະນະລວມໃນການແກ້ໄຂບັນດາສິ່ງທ້າທາຍຢູ່ພາກພື້ນ ແລະໃນທ່ົວໂລກ.

ຫວນຄືນໜ້າປະຫວັດສາດຂອງການພົວພັນສອງປະເທດໃນກວ່າ 4 ທົດສະວັດຜ່ານມາ, ພວກເຮົາດີໃຈຫຼາຍ ແລະເອກອ້າງທະນົງໃຈກ່ຽວກັບການພັດທະນາທີ່ຂະຫຍັນຂັນເຄື່ອນ, ແທດຈິງຂອງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ. ບັນດາໝາກຜົນທີ່ເປັນໜ້າສ່ົງເສີມ ແລະຄວາມສາມາດບົ່ມຊ້ອນໃນການຮ່ວມມືແມ່ນໃຫຍ່ຫຼວງທີ່ສຸດແມ່ນກໍາລັງໜູນທີ່ສໍາຄັນໃຫ້ການຮ່ວມມືທີ່ເລິກເຊິ່ງກວ້າງຂວາງ, ແຂງແຮງ ແລະຮອບດ້ານລະຫວ່າງສອງປະເທດໃນທົດສະວັດຕໍ່ໄປ. ດ້ວຍຄວາມມານະພະຍາຍາມ, ຄວາມຕັດສິນໃຈຂອງສອງຝ່າຍ ແລະກ່ອນອຶ່ນໝົດແມ່ນນໍ້າໃຈມິດຕະພາບທີ່ໝັ້ນແກ່ນຂອງສອງຊາດ, ຂ້າພະເຈົ້າເຊື່ອໝັ້ນວ່າເປົ້າໝາຍເຊິ່ງສອງປະເທດພ້ອມກັນມຸ່ງໄປເຖິງຈະປະກົດຜົນເປັນຈິງໂດຍໄວ.

ໂດຍ: ທູຈາງ