ຈຸດພົ້ນເດັ່ນໃນຜົນງານຂອງປີ 2019 ບໍ່ພຽງແຕ່ແມ່ນການເຕີບໂຕເສດຖະກິດ, ບາດກ້າວເດີນຢ່າງໝັ້ນແກ່ນໃນການຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂີດໝາຍໃນທຸກໆຂົງເຂດເທົ່ານັ້ນ... ຫາກຜົນສໍາເລັດໃຫຍ່ທີ່ສຸດຍັງແມ່ນການບຸກທະລຸ, ປະສິດທິຜົນໃນວຽກງານກໍ່ສ້າງພັກ ແລະປັບປຸງກົງຈັກລັດອີກດ້ວຍ. ອາດຈະເຫັນໄດ້ຢ່າງງ່າຍດາຍເຖິງຄວາມຂະຫຍັນຂັນເຄື່ອນ, ຍອດຢ້ຽມ, ກະທັດຮັດ, ມີປະສິດທິພາບ, ປະສິດທິຜົນກວ່າເມື່ອທຽບໃສ່ໄລຍະກ່ອນຂອງອົງການຈັດຕັ້ງພັກ ແລະທົ່ວລະບົບການເມືອງ.

ພິເສດ, ບັນດາຜົນສໍາເລັດໃນບັນດາການແຂ່ງຂັນກິລາສາກົນ, ພາກພື້ນອີກຄັ້ງໜຶ່ງໄດ້ພິສູດໃຫ້ເຈດຈໍານົງ, ຄຸນນະທາດ, ພູມປັນຍາ, ກໍາລັງແຮງ ແລະຈິດໃຈຮັກຊາດຢ່າງແຮງກ້າ, ຈິດໃຈສາມັກຄີຢ່າງລ້ຳເລີດຂອງຊາວຫວຽດນາມ ໃນປະຈຸບັນ. ຜົນງານທັງໝົດນັ້ນຈະເປັນທ່າແຮງ, ເປັນກໍາລັງໜູນອັນໃຫຍ່ຫຼວງເພື່ອໃຫ້ປະເທດຫວຽດນາມ ສືບຕໍ່ມີບາດກ້າວບຸກທະລຸໃນປີໃໝ່, ໄລຍະໃໝ່.

ປີ 2020 ແມ່ນປີສຸດທ້າຍເພື່ອປະຕິບັດສໍາເລັດບັນດາໂຄງການ, ເປົ້າໝາຍຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ; ເຊິ່ງແມ່ນປີທີ່ເຕັມໄປດ້ວຍເຫດການການເມືອງສໍາຄັນຂອງປະເທດຊາດ, ເປັນຕົ້ນແມ່ນເຫດການສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, 75 ປີແຫ່ງວັນສ້າງຊາດ ແລະ 45 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ນີ້ກໍ່ແມ່ນປີທີ່ອົງການຈັດຕັ້ງພັກທຸກຂັ້ນ ດໍາເນີນກອງປະຊຸມໃຫຍ່ຂອງອາຍຸການໃໝ່, ເພື່ອມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ-ເຊິ່ງເປັນຂີດໝາຍບູລະນະບຸກຄະລາກອນ, ກໍານົດແນວທາງ, ເຕົ້າໂຮມບັນດາປັດໄຈຮັບປະກັນໃຫ້ແກ່ຜົນສໍາເລັດຂອງພາລະກິດການປະຕິວັດໃນຊຸມປີຕໍ່ໜ້າ. ພ້ອມກັນນັ້ນ, ຫວຽດນາມ ກໍ່ມີກາລະໂອກາດປະຕິບັດຄວາມຮັບຜິດຊອບສາກົນອັນສູງສົ່ງດ້ວຍຖານະຕໍາແໜ່ງເປັນປະທານອາຊຽນ 2020, ເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ໃຫ້ເປັນຢ່າງດີກວ່າອີກ... ສະພາບການຕົວຈິງນັ້ນໄດ້ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ຂອງທຸກໆອົງການ, ກົມກອງ, ທ້ອງຖິ່ນຕ່າງໆ ແລະຂອງຊາວຫວຽດນາມ ແຕ່ລະຄົນ.

leftcenterrightdel
ກ້າວເດີນຢ່າງໝັ້ນແກ່ນພາຍໃຕ້ຄັນທຸງພັກ. ພາບ: chongluandieuxuyentac.com

ລະດູບານໃໝ່ປີ 2020 ໄດ້ວຽນມາດ້ວຍບັນດາຄວາມໃຝ່ຝັນໃໝ່ ແລະຄວາມເຊື່ອໝັ້ນໃໝ່. ຕີລາຄາຜົນສໍາເລັດຢ່າງຖືກຕ້ອງ, ເຫັນແຈ້ງບັນດາຈຸດອ່ອນ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຄາດຄະເນສະພາບການຢ່າງຖືກຕ້ອງນັ້ນ... ຊ່ວຍໃຫ້ພວກເຮົາບໍ່ພຽງແຕ່ກໍານົດທິດທາງກ້າວເດີນຢ່າງຖືກຕ້ອງ, ຢຶດໝັ້ນຕໍ່ເສັ້ນທາງທີ່ໄດ້ເລືອກເທົ່ານັ້ນ ຫາກຍັງເຫັນແຈ້ງແຕ່ລະເສັ້ນທາງທີ່ຈະມາເຖິງດ້ວຍບັນດາວິວັດທະນາການ, ບາດກ້າວເດີນທີ່ມີຄວາມລະມັດລະວັງ, ທຸ່ນທ່ຽງ ແຕ່ເຕັມໄປດ້ວຍຄຸນນະທາດ, ຄວາມເດັດຂາດເພື່ອບຸກທະລຸ, ນໍາປະເທດຊາດໃຫ້ມີການພັດທະນາຢ່າງວ່ອງໄວ, ຍືນຍົງກວ່າອີກ.

ທ່ວງທ່າຂອງປະເທດພວມກ້າວຂຶ້ນ, ປະຊາຊົນເປັນຈິດໜຶ່ງໃຈດຽວກັນ; ອິດທິພົນຊື່ສຽງ, ບົດບາດຂອງພັກນັບມື້ນັບໄດ້ຮັບການຢືນຢັນຢູ່ພາຍໃນປະເທດ ແລະສາກົນ. ພິເສດ, ປະເທດຊາດຍັງມີພື້ນຖານຢ່າງໝັ້ນແກ່ນພາຍຫຼັງ 33 ປີແຫ່ງການດໍາເນີນກິດຈະການປ່ຽນແປງໃໝ່, ດ້ວຍປະສົບການໄດ້ຜ່ານການທົດສອບ, ພິສູດຜ່ານສະພາບການຕົວຈິງຂອງການປະຕິວັດ... ທຸກສິ່ງທຸກຢ່າງພວມເຕົ້າໂຮມ, ສ້າງເປັນກາລະໂອກາດໃໝ່, ເປີດອອກເສັ້ນທາງຢ່າງກວ້າງໃຫຍ່ໃຫ້ແກ່ການບຸກທະລຸ, ນໍາພາລະກິດປ່ຽນແປງໃໝ່ເຂົ້າສູ່ໄລຍະທີ່ມີຄຸນລັກສະນະ ແລະລະດັບຄວາມຮູ້ສູງກວ່າ ແລະດ້ວຍຄວາມຫວັງອັນໃຫຍ່ຫຼວງກວ່າອີກ.

ເພື່ອສືບຕໍ່ສ້າງຈຸດສູງທີ່ມີກຽດສະຫງ່າງາມ ແລະບັນລຸໄດ້ຜົນງານການປະຕິວັດໃໝ່ຕື່ມອີກນັ້ນ, ປະຊາຊົນຫວຽດນາມ ວ່າ 96 ລ້ານຄົນ ຄວນສືບຕໍ່ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນ, ກ້າວເດີນໄປຢ່າງໝັ້ນແກ່ນພາຍໃຕ້ຄັນທຸງພັກທີ່ມີກຽດສະຫງ່າງາມໃນເສັ້ນທາງແຫ່ງການປະຕິວັດ ເຊິ່ງພັກ, ລຸງໂຮ່ ແລະຊົນຊາດຫວຽດນາມ ໄດ້ເລືອກແລ້ວ. ໃນທ່າມກາງບັນຍາກາດ, ຈິດໃຈ ແລະຄວາມປະເອີບໃຈ, ບໍ່ວ່າຢູ່ບ່ອນໃດກໍ່ມີຈິດໃຈແຂ່ງຂັນຮັກຊາດ, ສູ້ຊົນປະຕິບັດໃຫ້ສໍາເລັດທຸກຄາດໝາຍ, ໜ້າທີ່ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໄດ້ວາງອອກ. ພ້ອມກັນນັ້ນ, ທົ່ວປະເທດຈົ່ງພ້ອມກັນເພີ່ມພູນຄູນສ້າງ, ຝຶກຝົນຫຼໍ່ຫຼອມຄຸນສົມບັດປະຕິວັດໃນເງື່ອນໄຂໃໝ່, ສູ້ຊົນຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ. ຈາກຂັ້ນສູນກາງຈົນຮອດທ້ອງຖິ່ນ, ຈາກພາຍໃນພັກອອກສູ່ທົ່ວລະບົບການເມືອງຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍຕໍ່ທັດສະນະເຄົາລົບນັບຖືປະຊາຊົນ, ຮັກແພງປະຊາຊົນ ແລະເສີມຂະຫຍາຍກໍາລັງແຮງຂອງປະຊາຊົນເພື່ອນໍາພາພາລະກິດແຫ່ງການປະຕິວັດກ້າວໄປສູ່ໄຊຊະນະຢ່າງສົມບູນ.

ຕ້ອນຮັບລະດູບານໃໝ່, ຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 90 ປີ, ມຸ່ງໄປເຖິງກອງປະຊຸມໃຫຍ່ພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ພວກເຮົາ ຍິ່ງມີຄວາມໝັ້ນໃຈຕໍ່ກໍາລັງແຮງຂອງເຈດຈໍານົງພັກ-ຈິດໃຈຂອງປະຊາຊົນ ແລະກຸ່່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຕື່ມອີກ; ຕັດສິນໃຈເຮັດໃຫ້ຄວາມຫຍຸ້ງຍາກ, ສິ່ງທ້າທາຍກາຍເປັນກາລະໂອກາດບຸກທະລຸ ເພື່ອສ້າງເປັນຜົນສຳເລັດທີ່ມະຫັດສະຈັນໃໝ່ໃນພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດສັງຄົມນິຍົມຫວຽດນາມ ໄວ້ໃຫ້ມີຄວາມໝັ້ນຄົງ, ເຂັ້ມແຂງ.

ໂດຍ: ທະນາພອນ