leftcenterrightdel
ບັນຍາກາດທີ່ວາລະກອງປະຊຸມປະກາດປະເທດໄດ້ຮັບເລືອກຕັ້ງເປັນສະມາຊິກສະພາບໍລິຫານ UNESCO. ພາບ: ສໍານັກຂ່າວສານຫວຽດນາມ.

ກາຍເປັນສະມາຊິກສະພາບໍລິຫານ UNESCO ສະແດງໃຫ້ເຫັນທີ່ຕັ້ງ ແລະອິດທິພົນຊື່ສຽງນັບມື້ນັບສູງຂອງຫວຽດນາມ ໃນເວທີສາກົນ, ແມ່ນການຮັບຮູ້ຂອງປະຊາຄົມສາກົນທີ່ມີຕໍ່ການປະກອບສ່ວນຂອງຫວຽດນາມ ໃນການພົວພັນກັບ UNESCO. ນີ້ແມ່ນໝາກຜົນຂອງແນວທາງການທູດຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະເລິກເຊິ່ງກວ້າງຂວາງຂອງຫວຽດນາມ; ແມ່ນໝາກຜົນຂອງວິວັດການຜັນຂະຫຍາຍແຜນການອອກສະໝັກເລືອກຕັ້ງທີ່ມີແບບມີແຜນ ແລະຄົບຊຸດຂອງຫວຽດນາມ ໃນຊຸມປີຜ່ານມາ; ພ້ອມທັງແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ເປັນເຈົ້າການ, ຕັ້ງໜ້າປະກອບສ່ວນໃນບັນດາໂຄງການ, ກຳນົດທິດໃຫຍ່ຂອງ UNESCO.

ໂດຍ: ເກື່ອງດັ້ງ