ຈຸດພົ້ນເດັ່ນທີ່ໜ້າປະທັບໃຈໃນການຢ້ຽມຢາມ

ການຕິດຕາມທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໃນຕະຫຼອດໄລຍະການຢ້ຽມຢາມ, ທ່ານເອກອັກຄະລັດຖະທູດຈີນ ໄດ້ແບ່ງປັນກ່ຽວກັບ “3 ສິ່ງທໍາອິດ” ທີ່ມີຄວາມໝາຍຫຼາຍຢ່າງ ເຊິ່ງ ທ່ານ ຮູ້ສຶກໄດ້ຢ່າງຈະແຈ້ງ. ທີໜຶ່ງ, ນີ້ແມ່ນການຢ້ຽມຢາມຕ່າງປະເທດທຳອິດຂອງການນຳສູງສຸດຂອງຫວຽດນາມ ພາຍຫຼັງທີ່ຫວຽດນາມ ປັບປຸງກົງຈັກການນຳຂັ້ນສູງ. ທີສອງ, ນີ້ແມ່ນຄັ້ງທຳອິດທີ່ມີປະມຸກລັດຕ່າງປະເທດໄປຢ້ຽມຢາມເຂດພັດທະນາເມືອງໃໝ່ ຊົງອານ - ເຊິ່ງເປັນຕົວເມືອງອະນາຄົດຂອງຈີນ. ທີສາມ, ເປັນຄັ້ງທໍາອິດທີ່ມີການນຳຕ່າງປະເທດມາຢ້ຽມຢາມ ຈີນ ດ້ວຍລົດໄຟຄວາມໄວສູງຂອງ ຈີນ ໃນເວລາກວ່າ 10 ຊົ່ວໂມງ, ໄປຜ່ານ 5 ແຂວງ, ເຊິ່ງມີໄລຍະທາງ 2.500 ກິໂລແມັດ.

ຕາມທ່ານ He Wei, ສິ່ງທຳອິດເຫຼົ່ານີ້ ໄດ້ສ່ອງແສງໃຫ້ເຫັນຈຸດພົ້ນເດັ່ນທີ່ມີຊີວິດຊີວາ ແລະຈະແຈ້ງໃນການຢ້ຽມຢາມຄັ້ງນີ້, ພ້ອມທັງສະແດງອອກໃຫ້ເຫັນຈຸດພົ້ນເດັ່ນທີ່ມີຄວາມໝາຍປະຫວັດສາດຂອງເລື່ອງສອງພັກ, ສອງລັດ ພ້ອມກັນຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຈີນ-ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດ ຄືໃນປະຈຸບັນ.

leftcenterrightdel
 
leftcenterrightdel
ທ່ານ He Wei ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ແລກປ່ຽນກັບນັກຂ່າວ. 

ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກ 3 ເນື້ອໃນສຳຄັນທີ່ຊີ້ໃຫ້ເຫັນຜົນສຳເລັດຂອງການຢ້ຽມຢາມຄັ້ງນີ້. ທຳອິດແມ່ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ເຂົ້າສູ່ລວງເລິກກວ່າອີກ, ສະແດງອອກໃຫ້ເຫັນລັກສະນະສະເພາະ ແລະລະດັບສູງຂອງການພົວພັນ ຈີນ - ຫວຽດນາມ. ໄລຍະເວລາດຳເນີນການຢ້ຽມຢາມຈີນ ຂອງທ່ານ ໂຕເລິມ ແມ່ນກົງກັບໂອກາດຄົບຮອບ 1 ປີ ທີ່ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ຢ້ຽມຢາມຫວຽດນາມ ທີ່ມີລັກສະນະປະຫວັດສາດໃນເດືອນ ເມສາ ປີກາຍ. ໃນເວລາສອງປີ, ການນຳສູງສຸດຂອງສອງພັກ, ສອງລັດ ໄດ້ຈັດຕັ້ງການຢ້ຽມຢາມສອງຝ່າຍ 3 ຄັ້ງ. ສິ່ງນີ້ມີຄວາມໝາຍຍຸດທະສາດທີ່ສຸດ, ຢືນຢັນຄວາມສຳຄັນຂອງການພົວພັນສອງພັກ, ສອງລັດ, ພ້ອມທັງແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນຕໍ່ການພັດທະນາການພົວພັນກັບ ຈີນ ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການພົວພັນຕ່າງປະເທດ. ໃນການຢ້ຽມຢາມຄັ້ງນີ້, ການນຳສອງປະເທດ ໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງເລິກເຊິ່ງ, ພ້ອມກັນກຳນົດທິດໃຫ້ແກ່ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດຢູ່ໃນລະດັບສູງກວ່າ. ການກຳນົດທິດຍຸດທະສາດຍາມໃດກໍ່ແມ່ນທ່າໄດ້ປຽບໃຫຍ່ທີ່ສຸດ ແລະຮັບປະກັນວ່າ ດ້ານການເມືອງມີຄວາມສຳຄັນທີ່ສຸດໃນການພັດທະນາການພົວພັນສອງປະເທດ.

ທີສອງແມ່ນການຮ່ວມມືແທດຈິງທີ່ສອງຝ່າຍໄດ້ເລັ່ງຄວາມໄວກວ່າອີກ. ຕາມທ່ານເອກອັກຄະລັດຖະທູດ, ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດບໍ່ພຽງແຕ່ຕ້ອງເຂັ້ມແຂງ ແລະໜັກແໜ້ນເທົ່ານັ້ນ ຫາກຍັງຕ້ອງຍາດເວລາແຕ່ລະນາທີ, ວິນາທີອີກດ້ວຍ. ການເລັ່ງຄວາມໄວຊຸກຍູ້ການຮ່ວມມືທີ່ແທດຈິງ ໄດ້ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ສອງຝ່າຍໄດ້ພ້ອມກັນອອກຖະແຫຼງການຮ່ວມຈາກການ “ສ້າງ” ໃນຖະແຫຼງການຮ່ວມກ່ອນໜ້ານັ້ນໄດ້ປ່ຽນໄປເປັນການ “ຍູ້ໄວການສ້າງ” ປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດ. ນີ້ບໍ່ພຽງແຕ່ແມ່ນການເພີ່ມຄຳເວົ້າທີ່ເປັນລາຍລັກອັກສອນໃສ່ໃນເອກະສານເທົ່ານັ້ນ ຫາກຍັງສ່ອງແສງໃຫ້ເຫັນລັກສະນະທີ່ຊັດເຈນ ແລະຕໍ່ເນື່ອງຂອງເສັ້ນທາງພັດທະນາສັງຄົມນິຍົມ ເຊິ່ງ ຫວຽດນາມ ແລະ ຈີນ ພ້ອມກັນເລືອກເອົາ.

leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວ.

ທີສາມ, ແມ່ນການສົມທົບຫຼາຍຝ່າຍກໍ່ໄດ້ເພີ່ມທະວີ, ສ້າງສະຖຽນລະພາບ ແລະພະລັງງານຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ຄວາມໝາຍຂອງການພົວພັນສອງປະເທດ ຫວຽດນາມ-ຈີນ ໄດ້ຂ້າມຜ່ານຂອບເຂດການພົວພັນສອງຝ່າຍ, ປະກອບສ່ວນສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ສັນຕິພາບຢູ່ພາກພື້ນ ແລະໃນໂລກ.

ໃນໄລຍະຈະມາເຖິງ, ສອງປະເທດ ຈະຜັດປ່ຽນກັນເປັນເຈົ້າພາບຈັດຕັ້ງບັນດາເວທີປາໄສ, ຄື: APEC ແລະການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ, ຜ່ານນັ້ນ ເພີ່ມທະວີການປະສານງານ ແລະສົມທົບກັນຫຼາຍຝ່າຍ ເພື່ອແນໃສ່ຮັບມືກັບການຜັນແປຂອງສະພາບແວດລ້ອມສາກົນ.

ຕາມທ່ານ He Wei ແລ້ວ, ການພົວພັນ ຈີນ - ຫວຽດນາມ ພວມຢູ່ໃນໄລຍະປະຫວັດສາດຄຳ. ນັບແຕ່ການຢ້ຽມຢາມ ຫວຽດນາມ ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ໃນເດືອນເມສາ 2025, ການພົວພັນສອງຝ່າຍ ໄດ້ພັດທະນາຢ່າງວ່ອງໄວ, ບັນລຸໄດ້ບາດກ້າວເດີນທີ່ພົ້ນເດັ່ນ.

ປີ 2025, ສອງຝ່າຍໄດ້ເຊັນເອກະສານຮ່ວມມື 45 ສະບັບ, ນຳວົງເງິນການຄ້າສອງຝ່າຍລື່ນກາຍ 290 ຕື້ໂດລາສະຫະລັດ. ສອງປະເທດ ກໍ່ສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຈາລະຈອນສິນຄ້າ, ໃນນັ້ນເອົາໃຈໃສ່ຫຼຸດເວລາການຜ່ານດ່ານສຳລັບຜະລິດຕະພັນກະເສດຫວຽດນາມ.

ກ່ຽວກັບການຮ່ວມມືຈຸດສຸມໃນໄລຍະຈະມາເຖິງ, ຕາມທ່ານເອກອັກຄະລັດຖະທູດແລ້ວ, ການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ຖືວ່າແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືທີ່ມີຄວາມໝາຍບຸກທະລຸຍຸດທະສາດ. ໃນຂອບເຂດການຢ້ຽມຢາມ, ທ່ານ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຫວຽດນາມ ໄດ້ນຳໃຊ້ລະບົບທາງລົດໄຟຄວາມໄວສູງຂອງຈີນ, ເພື່ອຮັບຮູ້ເຖິງຈັງຫວະການທຳງານຂອງເຄືອຂ່າຍນີ້ຜ່ານພູມສັນຖານແຕ່ທົ່ງພຽງຈົນຮອດເຂດພູສູງ.

ເລື່ອງຜັນຂະຫຍາຍການຮ່ວມມືໃນຂົງເຂດທາງລົດໄຟຄວາມໄວສູງບໍ່ພຽງແຕ່ມີຄວາມໝາຍເຊື່ອມຕໍ່ເທົ່ານັ້ນ ຫາກຍັງແມ່ນບ່ອນອີງຫຼັກແຫຼ່ງໃນການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຈີນ-ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດ.

ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນເສົາຄ້ຳສຳຄັນທີ່ສຸດ

ທ່ານເອກອັກຄະລັດຖະທູດຈີນ ໄດ້ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນເສົາຄ້ຳສຳຄັນທີ່ສຸດໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດນາມ, ປະກອບສ່ວນຊຸກຍູ້ສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ. ເພື່ອເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບລະຫວ່າງສອງປະເທດເລິກເຊິ່ງກວ່າອີກ, ກ່ອນອື່ນໝົດຄວນຍູ້ແຮງການແລກປ່ຽນຍຸດທະສາດ ແລະປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ. ກອງປະຊຸມ ຄັ້ງທີ 1 ກົນໄກເຈລະຈາຍຸດທະສາດ “3+3” ຂັ້ນລັດຖະມົນຕີການຕ່າງປະເທດ, ປ້ອງກັນປະເທດ, ຕຳຫຼວດ ລະຫວ່າງຫວຽດນາມ ແລະຈີນ ແມ່ນພື້ນຖານຂອງການແລກປ່ຽນຍຸດທະສາດສຳຄັນ. ຕໍ່ຈາກນັ້ນ, ກອງທັບສອງປະເທດ ໄດ້ພ້ອມກັນຈັດຕັ້ງສຳເລັດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຄັ້ງທີ 10 ໂດຍ ສອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານຮ່ວມ.

ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການນຳຂັ້ນສູງກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດຂອງສອງປະເທດ ໄດ້ເພີ່ມທະວີການແລກປ່ຽນບົດຮຽນ, ການກໍ່ສ້າງພັກ ແລະຄຸ້ມຄອງລັດຢ່າງບໍ່ຢຸດຢັ້ງ, ກໍ່ສ້າງພື້ນຖານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຢຶດໝັ້ນກຳລັງແຮງຍຸດທະສາດ ເພື່ອກ້າວຂຶ້ນເສັ້ນທາງພັດທະນາສັງຄົມນິຍົມໃຫ້ສອດຄ່ອງກັບສະພາບການຂອງແຕ່ລະປະເທດ, ພ້ອມກັນຮັກສາການພັດທະນາຢ່າງໝັ້ນຄົງ, ປອດໃສຂອງການພົວພັນສອງຝ່າຍ.

ທີສອງ, ຄວນປັບປຸງກົນໄກພົບປະແລກປ່ຽນເຂດຊາຍແດນ ພ້ອມກັນຮັກສາຄວາມສະຫງົບຢູ່ເຂດຊາຍແດນ. ໃນເດືອນມີນາ ປີນີ້, ງານພົບປະແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ-ຈີນ ຄັ້ງທີ 10 ໄດ້ຈັດຕັ້ງຢູ່ ກວາງນິງ (ຫວຽດນາມ) ແລະກວາງຊີ (ຈີນ). ຜ່ານກົນໄກນີ້, ສອງຝ່າຍໄດ້ລົງເລິກການແລກປ່ຽນລະຫວ່າງທຸກຂັ້ນຂອງທະຫານຊາຍແດນ, ປັບປຸງກົນໄກລາດຕະເວນເຂດຊາຍແດນຮ່ວມ, ແກ້ໄຂກໍລະນີສຸກເສີນ, ພ້ອມກັນແບ່ງປັນຂໍ້ມູນຂ່າວສານຢ່າງບໍ່ຢຸດຢັ້ງ... ຈາກນັ້ນສ້າງພື້ນຖານອັນດີງາມເພື່ອໃຫ້ສອງຝ່າຍເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ.

ທີສາມແມ່ນການເພີ່ມທະວີການຝຶກແອບຮ່ວມ, ຍົກສູງຄວາມສາມາດສົມທົບກັນ. ສອງຝ່າຍສືບຕໍ່ພົບປະແລກປ່ຽນການຮ່ວມມືລະຫວ່າງເຫຼົ່າທັບເຫຼົ່າຮົບ, ຜັນຂະຫຍາຍການລາດຕະເວນຮ່ວມ, ຝຶກແອບຮ່ວມກັນລະຫວ່າງທະຫານເຮືອ, ຕຳຫຼວດທະເລສອງປະເທດ ແລະເລີ່ມດຳເນີນການເຈລະຈາລະຫວ່າງທະຫານເຮືອສອງປະເທດ.

ທີສີ່ແມ່ນເປີດກວ້າງການຮ່ວມມືປ້ອງກັນຄວາມສະຫງົບພ້ອມກັນຮັບມືກັບສິ່ງທ້າທາຍລວມ. ສອງຝ່າຍພ້ອມກັນກໍ່ສ້າງລະບົບປ້ອງກັນ, ຮັກສາຄວາມສະຫງົບທົ່ວເຂດຊາຍແດນ ແລະຢູ່ທະເລ, ເພີ່ມທະວີການສົມທົບຫຼາຍຝ່າຍປົກປັກຮັກສາຄວາມໝັ້ນຄົງຢູ່ພາກພື້ນ.

ທ່ານເອກອັກຄະລັດຖະທູດຈີນ ປາດຖະໜາວ່າ ໃນໄລຍະຈະມາເຖິງສອງຝ່າຍຈະຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງບໍ່ຢຸດຢັ້ງ, ພ້ອມກັນກໍ່ສ້າງປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດ, ສືບຕໍ່ສ້າງພື້ນຖານອັນໝັ້ນແກ່ນ ເພື່ອໃຫ້ການພົວພັນສອງຝ່າຍມີຄວາມໝັ້ນຄົງ, ກ້າວໄປໄກຢ່າງບໍ່ຢຸດຢັ້ງ.

ໂດຍ: ແສງເດືອນ